ບາດລ້ຽວໃນການສູ້ຮົບຕ້ານ IS ຢູ່ຊີຣີ

ການ​ສູ້​ຮົບ​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ IS ໂດຍ​ອ້າງ​ຊື່ເອງ​ຢູ່​ຊີ​ຣີ ​ພວມ​ມີ​ບາດ​ລ້ຽວຂະ​ນະ​ທີ່ກອງ​ທັບ​ຊີ​ຣີ​ສືບ​ຕໍ່​ຍາດ​ໄດ້​ໄຊ​ຊະ​ນະ​ຢູ່​ສະ​ໜາມ​ຮົບ. ບໍ່​ພຽງ​ແຕ່​ສາ​ມາດ​ຢຶດ​ຄອງ​ບັນ​ດາ​ບໍ​ລິ​ເວນ​ທີ່​ສຳ​ຄັນ​ເທົ່າ​ນັ້ນ, ເຫດ​ການນີ້​ໄດ້​​ເປັນ​ຂີດ​ໝາຍ​ການຕ່າວປີ້ນ​ສະ​ພາບ​ການບົນ​ສະ​ໜາ​ມ​ຮົບ​ຕ້ານ IS ນັບ​ແຕ່​ເມື່ອ​ລັດ​ເຊຍ​ແຊກ​ແຊງ​ຢ່າງ​ແຂງ​ແຮງ​ດ້ວຍ​ກຳ​ລັງ​ທະ​ຫານ​ເຂົ້າ​ຊີ​ຣີ, ການ​ນຳ​ສູງ​ສຸດບາງ​ຄົນຂອງ​ກຸ່ມ​ທະ​ຫານ​ກະ​ບົດ​ຢູ່​ຊີ​ຣີ​ກໍ​ໄດ້​ຖືກ​ເສຍ​ຊີວ​ິດ. ການ​ຜັນ​ແປ​ທັງ​ໝົດ​ເຫຼົ່າ​ນັ້ນ​ພວມ​ເຮັດ​ໃຫ້​ສະ​ພາບ​ການ​ສູ້​ຮົບ​ຢູ່​ຊີ​ຣີ​ປ່ຽນ​ແປງ​ໄປ​​ຕາມທິດ​ອື່ນ.    

ບາດລ້ຽວໃນການສູ້ຮົບຕ້ານ IS ຢູ່ຊີຣີ - ảnh 1
ກອງ​ທັບ​ລັດ​ຖະ​ບານ​ ຊີ​ຣິ (ພາບ: Reuters)

   ພາຍຫຼັງ​ທີ່​ໄດ້​ຢຶດ​ຄອງ​ນະ​ຄອນ​ເກົ່າ Palmyra ຄືນ​ໃໝ່, ກອງ​ທັບຊີ​ຣີ ໄດ້​ຢຶດ​ຄອງ​ເທດ​ສະ​ບານ​ເມືອງ Qariatein ຊຶ່ງ​ແມ່ນ​ເຮືອນ​ຮັງ​ໃຫຍ່​ຂອງ​ກຸ່ມກໍ່​ການ​ຮ້າຍ IS ໃນ​ແຂວງ Homs ທາງ​ພາກ​ໃຕ້​ຊີ​ຣີ. ນີ້​ກໍ​ແມ່ນ​ຂົງ​ເຂດ​ທີ່ IS ນຳ​ໃຊ້​ເປັນ​ຖານ​ທີ່​ໝັ້ນ​ບັນ​ຈຸ​ເຄື​່ອງ​ລຳ​ລຽງ​ໃຫ້​ແກ່ກຳ​ລັງ​ຢູ່ Palmyra. ກ່ອນ​ໜ້ານັ້ນ 1 ວັນ, ກອງ​ທັບ​ຊີຣີ ໄດ້​ຢຶດ​ຄອງ​ນະ​ຄອນ​ Palmyra ຄືນ​ໃໝ່ຢ່າງ​ສົມ​ບູນ​ພາຍຫຼັງ​ທີ່​ກຳ​ລັງ IS ເລືອກ​ເອົາ​ວິ​ທີ​ຖອນ​ກຳ​ລັງ​ແທນ​ທີ່​ສືບ​ຕໍ່​ສູ້​ຮົບ.

    ກອງ​ທັບ​ຊີ​ຣີ​ຍາດ​ເອົາ​ທ່າ​ເປັນ​ເຈົ້າ​ການ​ບົນ​ສະ​ໜາມ​ຮົບ

  ການ​ປົດ​ປ່ອຍ​ນະ​ຄອນ Palmyra ແມ່ນ​ການ​ໂມ້ງ​ບາດ​ຄ້ອນ​ໜັກ​ໃສ່​ຄວາມ​ສາ​ມາດ​ດ້ານ​ພະ​ລາ​ທິ​ການ ແລະ ການ​ລຳ​ລຽງ​ຂອງ IS ຍ້ອນ​ວ່າ​ຢູ່​ແຫ່ງນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ທາງ​ຜ່ານ​ໃນ​ການ​ລຳ​ລຽງ​ຂົນ​ສົ່ງ​ເຄື່ອງ​ຂອງ​ໃຫ້​ກຳ​ລັງ​ກໍ່​ການ​ຮ້າຍ. ນະ​ຄອນ Palmyra ໄດ້​ຮັບ​ການ​ຮັບ​ຮອງ​ຈາ​ກອ​ົງ​ການ UNESCO ວາ​່ ແມ່ນ​ມໍ​ລະ​ດົກ​ໂລກ. ການ​ຢຶດ​ຄອງ​ນະ​ຄອນ​ Palmyra ຄືນ​ໃໝ່ໄດ້​ເປັນ​ຂີດ​ໝາຍ​ບາດ​ກ້າວ​ອັນ​ໃຫຍ່ຫຼວງ​ບົນ​ສະ​ໜາມ​ຮົບ​ສຳ​ລັບ​ກອງ​ທັບ​ຊີ​ຣີ, ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ເລີ່ມ​ຕ່າວ​ປີ້ນ​ສະ​ພາບ​ການ​ຍ້ອນ​ມີ​ການ​ແຊກ​ແຊ​ງ​ດ້ານ​ການ​ທະ​ຫານ​ຂອງ​ລັດ​ເຊຍ​ເມື່ອ​ເດືອນ 9/2015. ໄຊ​ຊະ​ນະ​ຢູ່ນະ​ຄອນ​ເກົ່າ Palmyra ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ສາ​ມາດ​ເປີດ​ທາງ​ໃຫ້​ແກ່​ກອງ​ທັບ​ຊີ​ຣີບຸກ​ເຂົ້າ​ເຮືອນ​ຮັງ​ຂອງ​ພວກກໍ່​ການ​ຮ້າຍ​ໃນ​ແຂວງ Raqqa ກໍ​ຄື​ໃນ​ນະ​ຄອນ Dei ez –Zor ພາກ​ຕາ​ເວັນ​ອອກ​ຂອງ​ຊ​ີ​ຣີ.

      ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ທະ​ຫານ​ໄດ້​ໄຈ້​ແຍກ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ການ​ຕ້ານ IS ຂອງ​ກຳ​ລັງ​ທະ​ຫານ​ຊີ​ຣີ ທີ່​ບັນ​ລຸ​ໄດ້​ນັ້ນ ແມ່ນ​ຍ້ອນ​ມີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​​ໃສ່​ຖານ​ທີ່​ໝັ້ນຂອງ IS  ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທັບ​ອາ​ກາດ​ລັດ​ເຊຍ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນ​ດາ​ກຸ່ມກໍ່​ການ​ຮ້າຍ ຍາກ​ທີ່​ຈະ​ສາ​ມາດ​ຕ້ານ​ຢັນ​ຕໍ່​ກຳ​ລັງ​ແຮງ​ປະ​ສົມ​ຂອງ​ກຳ​ລັງ​ກອງ​ທັບ​ລັດ​ເຊ​ຍ ແລະ ຊີ​ຣີ​ໄດ້.

     ການ​ປ່ຽນ​ແປງ​ສະ​ພາບ​ການ​ໃນ​ການ​ເຈ​ລະ​ຈາ

 ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ : ໄຊ​ຊະ​ນະ​ບົນ​ສະ​ໜາມ​ຮົບ​ໄດ້​ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາ​ດ​ຂອງ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ຊີ​ຣີ ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ໄຂ​ຂຶ້ນ​ເມື່ອ​ວັນ​ທີ 9/4 ຢູ່ເຊີ​ແນວ​ປະ​ເທດ​ສະ​ວິດ. ແຕ່​ດົນ​ນານ​ມາ​ແລ້ວ, ບັນ​ຫາ​ອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ຍາມ​ໃດ​ກໍ​ເປັນ​ຫົວ​ເລື່ອງກໍ່​ການ​ໂຕ້​ຖຽງ​ກັນ​ລະ​ຫວ່າງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ. ໃນ​ຂະ​ນະ​ທີ່​ບັນ​ດາ​ການ​ຜັນ​ແປ​ບົນ​ສະ​ໜາມ​ຮົບ​ແມ່ນ​ຄຳ​ຢັ້ງ​ຢືນ​ທີ່​ແຂງ​ແຮງ​ໃຫ້​ແກ່ຫຼັກ​ໝັ້ນ​ຂອງ​ມົດ​ສະ​ກູ​ກ່ຽວ​ກັບ ອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ໃນ​ເວ​ທີ​ການ​ເມືອງນັ້ນ, ແຕ່​ອາ​ເມ​ລິ​ກາ​ຍັງ​ຄົງ​ຮັກ​ສາ​ທັດ​ສະ​ນະ​ຕໍ່​ການ​ສູ້​ຮົບ​ຢູ່​ຊີ​ຣີ ແມ່ນບໍ່​ອາດ​ສິ້ນ​ສຸດ​ລົງ​ໄດ້​ເທື່ອ​ເພາະ ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ບໍ່​ແຕກ​ຕ່າງ​ກັບ​ແມ່​ເຫຼັກ​ດຶງ​ດູດ​ພວກກໍ່​ການ​ຮ້າຍ ແລະ ກຳ​ລັງ​ທຳ​ສົງ​ຄາມ​ສັກ​ສິດ, ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຕໍ່​ສູ້​ຖ້າ​ຫາກ ທ່ານ Bashar al Assad ຍັງ​ຄົງ​ດຳ​ລົງ​ຕຳ​ແໜ່ງ. ແຕ່​ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ພວ​ມ​ປ່ຽນ​ແປງ​ໃນ​ສະ​ພາບ​ຕົວ​ຈິງ​ປະ​ຈຸ​ບັນ ໄດ້​ພາ​ໃຫ້​ອາ​ເມ​ລິ​ກາບໍ່​ຮຽກ​ຮ້ອງ​ໃຫ້ທ່ານ Bashar al Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຄື​ດັ່ງ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ຕໍ່​ວິ​ວັດ​ການ​ຫັນ​ປ່ຽນ​ດ້ານ​ການ​ເມືອງ​ຢູ່​ຊີ​ຣີ. ໃນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ເມື່ອບໍ່​ດົນ​ມານີ້, ໃນ​ການ​ພົບ​ປະ​ຄູ່​ຕຳ​ແໜ່ງ​ຂອວ​ລັດ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ເຫັນ​ດີ​ຕໍ່​ທັດ​ສະ​ນະ​ກ່ຽວ​ກັບອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ Bashar al Assad ແມ່ນບໍ່​ຄວນ​ນຳ​ມາ​ປຶກ​ສາ​ຫາ​ລື​ໃນ​ຈຸດ​ເວລາ​ປະ​ຈຸ​ບັນ ແລະ ຍອມ​ຮັບ​ວ່າ ວິ​ວັດ​ທະ​ນາ​ການ​ການ​ເມືອງ​ຢູ່​ຊີ​ຣີ​ພວມ​ມີ​ແງ່​ຫວັງ​ດີກວ່າ​ເກົ່າ.

     ເປັນ​ທີ່​ຈະ​ແຈ້ງ​ແລ້​ວ​ວ່າ ການ​ແຊກ​ແຊງ​ຂອງ​ລັດ​ເຊຍ​,ກໍ​ໄດ້​ເຮັດ​ໃຫ້​ຕ່າວ​ປີ້ນ​ສະ​ພາບ​ການ​ຢູ່​ສະ​ໜາມ​ຮົບບໍ່ຫຼາຍ​ກໍ​ໜ້ອຍ, ຊ່ວຍ​ກອງ​ທັບ​ຊີ​ຣີຍາດ​ໄດ້​ທ່າ​ໄດ້​ປຽບ​ໃນ​ພື້​ນທີ່ຕົວ​ຈິງ. ການ​ເຈ​ລະ​ຈາ​ເມື່ອ​ວັນ​ທີ 9/4 ທີ່​ຈະ​ມາ​ເຖິງ​ຢູ່​ເຊີ​ແນວ, ດ້ວຍ​ບັນ​ດາ​ການ​ຜັນ​ແປ​ໃໝ່​ບົນ​ເວ​ທີ​ການ​ເມືອງ​ໃນ​ມໍ່​ໆມານີ້, ປາດ​ຖະ​ໜາ​ວ່າ ຈະ​ສ້າງ​ບາດ​ລ້ຽວ​ໃໝ່, ຮັດ​ແຄບ​ໄລ​ຍະ​ທາງ​ກ້າວ​ສູ່​ສັນ​ຕິ​ພາບຢູ່​ປະ​ເທດ​ຊີ​ຮີ. ແຕ່ ແງ່​ຫວັງ​ກ່ຽວ​ກັບ​ພື້ນ​ຖານ​ສັນ​ຕິ​ພາບ​ຍາວ​ນານ​ໃຫ້​ແກ່​ຊີ​ຣີ ເບິ່ງ​ຄື​ວ່າ ຍັງ​ລຳ​ບາກ​ຢູ່ ຂະ​ນະ​ທີ່​ປະ​ເທດນີ້​ຍັງ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ກີດ​ຂວາງ​ຢ່າງ​ໃຫຍ່ຫຼວງ​ນັບ​ທັງ​ດ້ານ​ການ​ທະ​ຫານ ແລະ ການ​ເມືອງ. ປະ​ຈຸ​ບັນ​ຊີ​ຣີ ຍັງ​ມີ​ໄລ​ຍະ​ທາງ​ທີ່​ຍາວ​ໄກ ກ່ອນ​ທີ່​ປັດ​ເຂ່ຍ​ບັນ​ດາກ​ຸ່ມກໍ່​ການ​ຮ້າຍອອກ​ຈາກ​ດິນ​ແດນ​ຊີ​ຣີ​ທັງ​ໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ