ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງໃນຊ່ວງເວລາເກີດໂລກລະບາດໂຄວິດ-19

(VOVWORLD) -ນັບແຕ່ໂລກລະບາດໂຄວິດ -19 ເກີດຂຶ້ນ,ໄດ້ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີມະນຸດແລະການພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ພັກ, ລັດແລະລັດຖະບານຫວຽດນາມໄດ້ຜັນຂະຍາຍຫລາຍແຜນນະໂຍບາຍ, ມາດຕະການທີ່ເໝາະສົມ, ແທດຈິງເພື່ອທັງພັດທະນາເສດຖະກິດ, ທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ, ເຮັດແນວໃດບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງໃນຊ່ວງເວລາເກີດໂລກລະບາດ. ເມື່ອ ໂລກລະບາດໂຄວິດ -19 ເກີດຂຶ້ນຮອບທີ 4, ທິດນຳນີ້ສືບຕໍ່ໄດ້ຮັບການປະຕິບັດເພື່ອແນໃສ່ຮັບປະກັນສິດໄດ້ມີຊີວິດ, ສິດພັດທະນາຂອງປະຊາຊົນແຕ່ລະຄົນແລະຂອງທັງວົງຄະນາຍາດສັງຄົມ.

ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງໃນຊ່ວງເວລາເກີດໂລກລະບາດໂຄວິດ-19 - ảnh 1ບັນດາພະນັກງານການແພດເຮັດວຽກຕະຫລອດຄືນເພື່ອເບິ່ງແຍງຜູ້ຕິດເຊື້ອໂຄວິດ

ດ້ວຍທິດນຳທີ່ວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ” ໂດຍ ຫວຽດນາມ ຢັ້ງຢືນເມື່ອ ປະເຊີນຫນ້າກັບໂລກລະບາດໂຄວິດ -19ຫາກໍ່ເກີດຂຶ້ນຄັ້ງທຳອິດໃນປີ 2020. ນັບແຕ່ນັ້ນມາຮອດປະຈຸບັນ, ທິດນຳນີ້ ຍາມໃດກໍ່ໄດ້ຮັບການຜັນຂະຫຍາຍປະຕິບັດຢູ່ໃນລະດັບສູງສຸດ, ມີລັກສະນະເປັນຫລັກການ, ຜ່ານບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ລັດຖະບານ, ການກະທຳຂອງທົ່ວລະບົບການເມືອງ, ອົງການຈັດຕັ້ງເສດຖະກິດ-ສັງຄົມ ແລະ ປະຊາຊົນທຸກຖ້ວນຫນ້າ. ດ້ວຍທາດແທ້ວັດທະນະທຳມະນຸດຂອງລະບອບສັງຄົມນິຍົມ, ການຮັກສາສຸຂະພາບ, ຮັບປະກັນຄວາມປອດໄພຊີວິດຂອງປະຊາຊົນໄດ້ຖືວ່າ ແມ່ນຫນຶ່ງໃນບັນດາວິທີການຮັບປະກັນສິດທິມະນຸດໃນສະພາບເກີດໂລກລະບາດ.

ໃນຊ່ວງເວລາໂລກລະບາດເກີດຂຶ້ນຮອບທີ 4 ນີ້, ທິດນຳທີ່ວ່າ“ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”ຂອງຫວຽດນາມນັບມື້ນັບສະແດງອອກໃຫ້ເຫັນຢ່າງຈະແຈ້ງ. ໃນຫລາຍມື້ຜ່ານມາ, ການນຳພັກ, ລັດ, ລັດຖະບານແລະອຳນາດການປົກຄອງ, ການນຳຄະນະ, ຂະແຫນງການກ່ຽວຂ້ອງໄດ້ມີຫນ້າຢູ່ຫລາຍ “ຈຸດຮ້ອນເຮັ່ງຂອງໂລກລະບາດ” ເພື່ອກວດກາ, ຕິດຕາມການຜັນແປຂອງໂລກລະບາດໂຄວິດ -19, ຜ່ານນັ້ນສົມທົບກັບອົງການຈັດຕັ້ງ, ຊີ້ນຳນຳພາການເຄື່ອນໄຫວປ້ອງກັນຕ້ານໂລກລະບາດໂຄວິດ 19 ຢ່າງຂ້ຽວຂາດແລະຮັບປະກັນຊີວິດສັງຄົມ.

ທ່ານນາຍົກລັດຖະມົນຕີຟ້າມມີງຈິງໄດ້ສະຫລະເວລາສ່ວນຫລາຍລົງໄປເຂດ “ຈຸດສຸມຂອງໂລກລະບາດ” ຢູ່ແຂວງບັກຢາງ, ບັກນີງ, ດົ່ງນາຍ, ໄຕນິງ, ລອງອານ, ບິ່ງເຢືອງ, ນະຄອນໂຮ່ຈີມິນ .. ພ້ອມທັງປະກາດໃຊ້ເອກະສານສຳຄັນຫລາຍສະບັບເພື່ອແນໃສ່ຍູ້ໂລກລະບາດໃຫ້ຖອຍໄປແລະຮັບປະກັນຊີວິດສັງຄົມ.

ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງໃນຊ່ວງເວລາເກີດໂລກລະບາດໂຄວິດ-19 - ảnh 2ທະຫານ, ຕຳຫລວດ ແລະ ອຳນາດການປົກຄອງທ້ອງຖິ່ນ ພວມຮີບເຮັ່ງສົ່ງສະບຽງອາຫານຊ່ວຍເຫລືອປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ-19

ນັບແຕ່ເກີດໂລກລະບາດ, ໂດຍຄາດຄະເນໄດ້ໄພອັນຕະລາຍ, ດ້ວຍວິໄສທັດທີ່ກວ້າງໄກແລະຊອກມາດຕະການແກ້ໄຂ, ຄິດໄລ່ຊັ່ງຊາເພື່ອໃຫ້ປະເທດຊາດປາສະຈາກໂລກລະບາດ. ພັກ, ລັດຫວຽດນາມໄດ້ຕັດສິນໃຈປະຕິບັດຍຸດທະສາດວັກຊິນ. ຕາມນັ້ນແລ້ວ, ຈະສຸມໃສ່ເນື້ອໃນຕົ້ນຕໍນັ້ນແມ່ນນຳເຂົ້າ, ຖ່າຍທອດເທັກໂນໂລຊີ, ຄົ້ນຄ້ວາເພື່ອຜະລິດແລະພັດທະນາຢູ່ພາຍໃນປະເທດເພື່ອເປັນເຈົ້າການສັກວັກຊິນໃຫ້ປະຊາຊົນ. ຫວຽດນາມໄດ້ຜັນຂະຫຍາຍ “ບັ້ນສັກວັກຊິນກັນໂຄວິດ -19 ໃນທົ່ວປະເທດຄັ້ງໃຫຍ່ສຸດໃນປະຫວັດສາດ ໂດຍໄດ້ຮັບປະກັນດ້ວຍງົບປະມານ, ກອງທຶນວັກຊິນປ້ອງກັນໂຄວິດ -19, ບັນດາແຫລ່ງອຸປະຖຳ. ນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ຊາວຫວຽດນາມຫລາຍໆລ້ານຄົນໄດ້ສັກວັກຊິນກັນໂຄວິດ-19. 

ຈາກການກຳນົດ: ສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນບຸລິມະສິດອັນດັບໜຶ່ງ, ທຸກ “ຈຸດຮ້ອນເຮັ່ງຂອງໂລກລະບາດ” ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຢູ່ໃນລະດັບສູງສຸດ. ອຳນາດການປົກຄອງທຸກຂັ້ນແລະທົ່ວລະບົບການເມືອງໄດ້ຮີບເຮັ່ງສະຫນອງວັກຊິນແລະຈັດຕັ້ງການສັກວັກຊິນ, ສຸມໃສ່ປິ່ນປົວ, ສືບຫາ, ກວດກາ, ປິດລ້ອມ, ກໍ່ສ້າງເຂດແຍກຕົວ, ໂຮງໝໍກາງສະຫນາມ, ລະດົມແຫລ່ງຊັບພະຍາກອນມະນຸດໂດຍມີການຫນູນຊ່ວຍຈາກຂະແຫນງການທີ່ກ່ຽວຂ້ອງ, ທ້ອງຖິ່ນຕ່າງໆ.. ພ້ອມກັນມານະພະຍາຍາມດັບສູນໂລກລະບາດແລະອີກດ້ານຫນຶ່ງແມ່ນລະດົມທຸກແຫລ່ງກຳລັງເພື່ອຮັບປະກັນຊີວິດສັງຄົມ.

ພິເສດ, ມະຕິເລກທີ 68 ຂອງລັດຖະບານດ້ວຍການເປີດກວ້າງຂອບຂະຫນາດ, ຮູບການ, ເປົ້າໝາຍຫນູນຊ່ວຍ.. ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍທີ່ມີຄວາມສ່ຽງເປັນການສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດໃນນະໂຍບາຍສັງຄົມແລະທິດນຳທີ່ວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.

ພ້ອມກັນນັ້ນອຳນາດການປົກຄອງບັນດານະຄອນຄື: ຮ່າໂນ້ຍ, ໂຮ່ຈີມິນ, ດ່າຫນັງພ້ອມກັບຫລາຍແຂວງກໍ່ໄດ້ຫັກງົບປະມານທ້ອງຖິ່ນນັບພັນໆຕື້ດົ່ງເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ. ອຳນາດການປົກຄອງບໍ່ພຽງແຕ່ຫນູນຊ່ວຍເທົ່ານັ້ນຫາກຍັງມານະພະຍາຍາມແຈກຢາຍສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນໃນການດຳເນີນຊີວິດ.. ຮັບປະກັນຊີວິດປະຈຳວັນຂອງປະຊາຊົນຢູ່ເຂດແຍກຕົວ, ການເຄື່ອນໄຫວຜະລິດທີ່ຖືກຢຸດສະງັກນັ້ນໃຫ້ມີການດຳເນີນເປັນປົກກະຕິ.

ພ້ອມກັບຄວາມມານະພະຍາຍາມໃນການຕ້ານໂລກລະບາດ, ເພື່ອໃຫ້ບັນລຸຄາດໝາຍເຕີບໂຕເສດຖະກິດ, ພັກ, ລັດແລະລັດຖະບານກໍ່ມີຄວາມມານະພະຍາຍາມເພື່ອຮັກສາ, ສືບຕໍ່ການຜະລິດ, ດຳເນີນທຸລະກິດ. ຍ້ອນເຫດນັ້ນໃນ 6 ເດືອນຕົ້ນປີ 2021, ການຜະລິດອຸດສາຫະກຳຂອງຫວຽດນາມຈຶ່ງສາມາດຮັກສາການເຕີບໂຕຢູ່ໃນລະດັບສູງກວ່າ 9,3%, ວົງເງິນການສົ່ງອອກກະສິກຳເພີ່ມຂຶ້ນກວ່າ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍຄາດຄະເນລ່ວງຫນ້າຄວາມຫຍຸ້ງຍາກຈາກໂລກລະບາດ, ລັດຖະບານ, ອຳນາດການປົກຄອງທ້ອງຖິ່ນຕ່າງໆໄດ້ເປັນເຈົ້າການເຊື່ອມຕໍ່ການສ້າງຊ່ອງທາງແລກປ່ຽນ, ສະຫນອງຂໍ້ມູນຂ່າວສານເພື່ອໄຈ້ແຍກ, ຕີລາຄາ, ຄາດຄະເນ, ຍົກອອກມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຮັບມືຢ່າງທັນການເພື່ອໃຫ້ການເຄື່ອນໄຫວສົ່ງອອກບໍ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ.

ໂດຍອີງໃສ່ຄວາມຕ້ອງການຂອງແຕ່ລະຄົນໃນຊ່ວງເວລາເກີດໂລກລະບາດ, ການຫນູນຊ່ວຍ, ຊ່ວຍເຫລືອຂອງອຳນາດການປົກຄອງທ້ອງຖິ່ນອາດຈະຍັງບໍ່ທັນຕອບສະຫນອງໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນແຕ່ລະຄົນໄດ້,ແຕ່ເມື່ອຕີລາຄາລວມແລ້ວອາດເຫັນໄດ້ວ່ານີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫລວງຂອງພັກ, ລັດ ແລະ ລັດຖະບານຫວຽດນາມ. ເຖິງວ່າໃນສະພາບການປະເທດຊາດຍັງທຸກຍາກ, ພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ, ແຕ່ ຫວຽດນາມຍັງຄົງມີຄວາມຂ້ຽວຂາດໃນການປະຕິບັດຄາດໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ” ເມື່ອຜັນຂະຫຍາຍ “ເປົ້າໝາຍຄວບຄູ່” ທັງປ້ອງກັນຕ້ານໂລກລະບາດທັງພັດທະນາການຜະລິດ,ດຳເນີນທຸລະກິດ, ຮັບປະກັນການເຕີບໂຕເສດຖະກິດ. ການປະຕິບັດເປົ້າໝາຍຄວບຄູ່ນັ້ນເປັນການສະແດງໃຫ້ເຫັນການມີຊີວິດຊີວາທີ່ສຸດ ກ່ຽວກັບເລື່ອງຫວຽດນາມໄດ້ແລະພວມມານະພະຍາຍາມຮັບປະກັນສິດທິມະນຸດໃນຊ່ວງເວລາເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ