ປີ 2011-ປີແຫ່ງພາກພື້ນ ອາຊີປາຊີຟິກຂອງອາເມລິກາ

   ບັນດາ​ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ດ້ານ​ການ​ເມືອງ​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ 2011 ​ແມ່ນ​ປີ​ມີ​ ​ເຫດການ​ພົວພັນຕ່າງປະເທດ ຫຼາຍທີ່ສຸດໃນຮອບເວລາ 20 ປີມານີ້ຂອງອາເມລິກາ. ຖ້າຫາກຕີລາຄາກ່ຽວກັບຂົງເຂດພົວພັນຕ່າງປະເທດນັ້ນ, ອາດຈະເຫັນໄດ້ວ່າ ໜ່ຶງ ໃນບັນດາຂີດໝາຍທີ່ສຳຄັນ ແລະພົ້ນເດັ່ນກ່ວາໝູ່, ແມ່ນເລື່ອງອາເມລິກາສືບຕໍ່ຍູ້ ແຮງຍຸດທະສາດ “ກັບຄືນສູ່ອາຊີ”. ໃນປີ 2011 ນີ້, ປະທານາທິບໍດີອາເມລິກາ ບາຣັກໂອບາມາ, ລັດຖະມົນຕີ ການຕ່າງປະເທດອາເມລິກາ ຮີລາຣີ ກະລິນຕັນ ແລະ ເຈົ້າໜ້າທີ່ຂັ້ນສູງອີກຫຼາຍທ່ານຂອງ ອາເມລິກາໂດຍຜ່ານ ຄຳເວົ້າ ແລະ ການກະທຳຂອງຕົນໄດ້ຢືນຢັນຫຼາຍຄັ້ງວ່າ : ພາກພື້ນອາຊີອາຊີຟິກມີຄວາມ ສຳຄັນທີ່ສຸດສຳລັບ ອາເມລິກາ. ດັ່ງນັ້ນ, ສາຍເຫດອັນໃດພາໃຫ້ ອາເມລິກາ ປະຕິບັດຍຸດທະສາດນີ້ ?

ປີ 2011-ປີແຫ່ງພາກພື້ນ ອາຊີປາຊີຟິກຂອງອາເມລິກາ - ảnh 1

      ພາຍຫຼັງເຫດການປະເທດອາເມລິກາ ຖືກບຸກໂຈມຕີເມື່ອວັນທີ 11 ກັນຍາ, ອາເມລິກາໄດ້ວາງ ຍຸດທະສາດຈຸດສຸມຂອງຕົນຢູ່ ຕາເວັນອອກກາງ ດ້ວຍຈຸດໝາຍ ແມ່ນຕ້ານໄພກໍ່ການຮ້າຍ ແລະ ຍາດໄຊຊະນະ ໃນການສູ້ຮົບຢູ່ ອີຣັກ. ໃນຕະຫຼອດ 10 ປີທີ່ຜ່ານມາ, ອາເມລິກາໄດ້ສຸມກຳລັງໃຫ້ແກ່ການສູ້ຮົບຢູ່ ອາບການິສະຖານ ແລະ ອີຣັກ, ແຕ່ຢູ່ອາຊີ ໄດ້ປະກົດມີຮອບວຽນພັດທະນາໃໝ່ ອັນໄດ້ເຮັດໃຫ້ ຄວາມສຳຄັນ ຂອງອາຊີ​ລື​່ນກາຍ​ພາກ​ພື້ນ​ອື່ນໆ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ປະ​ຈຸ​ບັນ, ອາຊີ ມີ​ປະຊາກອນ​ກວມ​ກ່ວາເຄິ່ງໜຶ່ງຈຳນວນ​ປະຊາກອນ​ຂອງ​ທົ່ວ​ໂລກ, ພ້ອມ​ທັງກວມ​ເກືອບ​ເຄິ່ງໜຶ່ງ​ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ ​ແລະ ກວມ​ເຖິງ 60%ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ ອາເມລິກາ. ​ໃນ​ສອງ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ອາຊີຍັງ​ຖືກ​ເຕື້ອງເຖິງ ຍ້ອນເປັນ​ພາກ​ພື້ນ​ທີ່​ພັດທະນາ​ຢ່າງ​ຂະຫຍັນ​ຂັ່ນ​ເຄື່ອນ​ກ່ວາ​ໝູ່​ໃນ​ໂລກ​ດ້ວຍ ການ​ປະກົດ​ຕົວ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດດ້ານ​ເສດຖະກິດ​ໃນ​ໂລກ​ຄື ຈີນ, ອີນ​ເດຍ, ອັນ​ໄດ້​ກາຍເປັນສິ່ງ​ທ້າ​ທາຍ​ຕໍ່​ທີ່​ຕັ້ງ​ບົດບາດ ມະຫາ​ອຳນາດ​ໃຫຍ່​ກ່ວາ​ໝູ່ ຂອງອາເມລິກາ.

    ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າສະພາບ​ການ​ດ້ານ​ເສດຖະກິດ​ຂອງ ອາເມລິກາ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ທະວີບ​ເອີ​ລົບ​ຖືກ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ, ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ ຂາດ​ສະຖຽນ​ລະ​ພາບ, ​ແຕ່​ອາຊີ​ພັດ​ແມ່ນ​ຈຸດ​ສະຫວ່າງ​ສະ​ໄຫວ​ເພື່ອ​ໃຫ້ ອາເມລິກາ​ມຸ່ງ​ໄປ​ສູ່. ​ໃນ “​ບົດ​ລາຍ​ງານ​ຍຸດ​ທະ​ສາດປ້ອງ​ກັນ​ຄວາມ​ສະຫງົບຢູ່ ພາກພື້ນອາຊີອາຊີຟິກ ຂອງ ອາເມລິກາ” ກໍ່​ໄດ້​ເນັ້ນ​ໜັກ​ວ່າ: ມີ 3 ເຫດຜົນ​ພາ​ໃຫ້​ອຳນາດ​ການ​ປົກຄອງຂອງປະທານາທິບໍດີອາເມລິກາ ບາຣັກໂອບາມາກັບ​ຄືນ​ສູ່ ພາກພື້ນອາຊີປາຊີຟິກ ນັ້ນ​ຄື​: ທີ່ໜຶ່ງ ​ແມ່ນ​ທີ່​ຕັ້ງ​ບົດບາດ​ຂອງ​ພາກ​ພື້ນ​ນີ້​ນັບ​ມື້​ນັບ​ສູງ​ຂຶ້ນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ບັນດາພາກ​ພື້ນທີ່​ມີ​ຈຳ ນວນ​ປະຊາກອນ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາກ​ພື້ນ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ຟົດ​ຟື້ນ​ກ່ວາ​ໝູ່ ​ແລະ ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ກ່ວາ​ໝູ່​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ພາກ​ພື້ນ​ນີ້​ຍັງ ແມ່ນ​ໜຶ່ງ​ໃນ​ບັນດາພາກ​ພື້ນທີ່​ມີກຳລັງ​ດ້ານ​ການ​ທະຫານ​ຢ່າງ​ໜາ​ແໜ້ນ​ ​ແລະ ກຳລັງ​ບົ່ມ​ຊ້ອນ​ພັດທະນາ​ການ​ທະຫານ​ໃຫຍ່ກ່ວາ​ໝູ່ ​ແລະ ບັນຫາ​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼັຍກໍ່​ຮ້າຍ​ແຮງ​ກ່ວາ​ໝູ່​ໃນ​ໂລກ. ທີ່​ສອງ ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ ອາເມລິກາ ຢູ່ພາກພື້ນອາຊີປາຊີຟິກ ​ແລະ​ສຸດ​ທ້າຍ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ທີ່ ອາເມລິກາຕ້ອງ​ປະ​ເຊີ​ນໜ້າ​ຢູ່ ພາກພື້ນອາຊີປາຊີຟິກ, ​ໃນ​ນັ້ນ​ມີ​ການ​ຟື້ນ​ຕົວ​ຂອງ​ຈີນ, ອີນ​ເດຍ, ບັນຫາ​ນິວ​ເຄຼັຍຂອງ ສປປ​ເກົ່າ​ຫຼີ, ອີຣານ, ​ໄພ​ກໍ​ການ​ຮ້າຍ​ຢູ່​ບັນດາ​ປະ​ເທດ​ອາຊີໃຕ້......

    ​ໃນ​ມໍ່ໆ​ມາ​ນີ້, ​ຢູ່​ລັດ ຮາ​ວາຍ ເມື່ອສະ​ເໜີ ນະ​ໂຍບາຍ​ຂອງອາເມລິກາກ່ຽວ​ກັບ ອາຊີ, ລັດຖະມົນຕີ ການຕ່າງປະເທດອາເມລິກາ ຮີລາຣີ ກະລິນຕັນ ​ໄດ້​ຊີ້​ແຈ້ງວ່າ “ອາຊີ​ຈະ​ສ້າງ​ໜ້າປະຫວັດສາດ​ໃນ​ສະຕະວັດ​ທີ່ 21. ພາກ​ພື້ນ​ນີ້​ຈະ​ບັນລຸ​ການ​ເຕີບ​ໂຕ​ເສດຖະກິດ​ດ້ວຍລະດັບສູງ​ກ່ວາ​ປົກກະຕິ, ຈະ​ມີຫຼາຍ​ນະຄອນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ ຈະ​ກາຍ​ເປັນ​ສູນ​ກາງ​ເສດຖະກິດ ການ​ຄ້າ ​ແລະ ວັດທະນະທຳ​ທົ່ວ​ໂລກ”. ຜູ້ອຳນວຍການ​ໂຄງການ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ຂຶ້ນ​ກັບ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ CSIS ທ່ານ Ernest Bower ຖື​ວ່າ : ​ເຫດຜົນ​ທີ່ ອາເມລິກາ ຕົກລົງ​ແຊກ​ແຊງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກວ່າ​ຢູ່ ອາຊີ ​ແມ່ນ​ຍ້ອນ ປະທານາທິບໍດີ ອາເມລິກາ ບາຣັກໂອບາມາ ກຳນົດ​ວ່າ “ອາເມລິກາຢາກ​ຫຼຸດພົ້ນ​ອອກ​ຈາກ​ສະພາບ ອຶດ​ອາດ​ຊັກ​ຊ້າ ຫຼື​ຊຸດ​ໂຊມ​ນັ້ນ, ອາຊີ​ກໍ່​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄຳ​ຕອບ”. ດ້ວຍ​ຈຸດໝາຍ​ຊຸກຍູ້​ພື້ນຖານ​ເສດຖະກິດອາເມລິກາ​ຂະຫຍາຍຕົວ ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານອາເມລິກາ​ຢ່າງ​ຫຼວງ​ຫຼາຍນັ້ນ, ປະທານາທິບໍດີອາເມລິກາ ບາຣັກໂອບາມາ

​ໄດ້​ມີ​ຂໍ້​ລິ​ເລີ່​ມ​ ​ເພີ່ມ​ການ​ສົ່ງ​ອອກ​ຂອງ ອາເມລິກາ ຂຶ້ນ​ທົບ​ສອງ​ເທົ່າ​ໃນ​ປີ 2015, ​ໃນ​ນັ້ນ, ພາກພື້ນ ອາຊີອາຊີຟິກ ຈະ​ມີ​ບົດ​ບາດ​ສຳຄັນ​ໃນ​ການ​ປະຕິບັດຂໍ້​ລິ​ເລີ່​ມນີ້. ອາເມລິກາ​ໄດ້ປະຕິບັດ​ບັນດາ​ບາດກ້າວ​ເດີນ​ລະອຽດ​ແນ​ໃສ່​ຜັນ​ຂະຫຍາຍຍຸດ​ທະ​ສາດ​ກັບ​ຄືນ​ສູ່​ອາຊີ. ທຳ​ອິດ ​ແມ່ນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ພັນ​ທະ​ມິດ​ທີ່​ສຳຄັນ​ຄື : ຢີ່ປຸ່ນ, ສ​ເກົ່າ​ຫຼີ, ອົດ​ສະ​ຕາ​ລີ ພ້ອມ​ກັນ​ນັ້ນ ກໍ່​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຮອບດ້ານ​ກັບ​ບັນດາ​ປະ​ເທດ​ອາຊີພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື ອີນ​ເດຍ, ອີນ​ໂດ​ເນ​ເຊຍອີ​ກດ້ວຍ. ອາເມລິກາ​ໄດ້​ນຳ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຄູ່​ຮ່ວມ​ມື​ຊຶ່ງ​ລວມມີ: ປະ​ເທດ​ພັນທະ​ມິດ​ຖາວອນ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດທີ່​ອາດ​ຈະ​ຄອ່ຍຖ້າ. ປີ 2010 ອາເມລິກາ​ໄດ້​ເລ່ີ​ມປະຕິບັດ “​ແຜນການ​ດຳ​ເນີນ​ງານ​ເຂດ​ລຸ່ມ​ແມ່​ນ້ຳຂອງ” ກັບ 4 ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຊັ່ນ: ລາວ, ກຳປູ​ເຈຍ, ​ໄທ ​ແລະ ຫວຽດນາມ. ປີ 2011, ປະທານາທິບໍດີອາເມລິກາ ບາຣັກໂອບາມາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ໂດຍ​ອາ​ຊຽນລິ​ເລີ່​ມ. ​ເດືອ​ນພະຈິກ​ທີ່​ຜ່ານ​ມາ, ຢູ່​ທີ່​ກອງ​ປະຊຸມ APEC ຄັ້ງ​ທີ່ 19 ທີ່​ຈັດ​ຂຶ້ນ​ຢູ່ ຮາ​ວາຍ, ປະທານາທິບໍດີ ອາເມລິກາ ບາຣັກໂອບາມາ​ໄດ້​ປະກາດ​ສັນຍາ​ແມ່​ກ່ຽວ​ກັບ ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດລະ​ຫວ່າງພາພື້ນປາຊີ​ຟິກ ( TPP ), ນີ້​ຖືກ​ຖື​ວ່າ​ແມ່ນ​ສິ່ງທີ່ສຳຄັນ​ເພື່ອ​ໃຫ້ ອາເມລິກາກັບ​ຄືນ​ສູ່​ອາຊີ, ສ້າງ​ເຂດ​ການ​ຄ້າ​ເສລີ ອາຊີອາຊີຟິກ.

   ອາດ​ເວົ້າ​ໄດ້​ວ່າ: ບັນດາ​ຜູ້​ຊ່ຽວຊານວິເຄາະຢ່າງຖືກຕ້ອງພໍສົມຄວນ​ເມື​່ອຕີ​ລາຄາ​ປີ 2011 ວ່າ​ແມ່ນ​ປີ “ປີ ​ແຫ່ງພາກພື້ນອາຊີອາຊີຟິກ” ຂອງອາເມລິກາ. ບັນດາ​ນັກ​ການ​ທູດ ອາເມລິກາ​ພວມ​ພະຍາຍາມ​ພິສູດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ປະລະ​ພາກ​ພື້ນ​ນີ້​ຢ່າງ​ເດັດຂາດ ຍ້ອນ​ຄວາມ​ສຳຄັນ​ຂອງພາກພື້ນອາຊີອາຊີຟິກ​ໃນ​ແຜນ​ຍຸດ​ທະ​ສາດ​ຂອງ ອາເມລິກາ ​ແມ່ນ​ຂາດ​ບໍ່​ໄດ້. ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຄຳ​ເວົ້າ​ຂອງ​ທີ່​ປຶກສາ​ດ້ານປ້ອງ​ກັນ​ຄວາມ​ສະ ຫງົບ ອາເມລິກາ ທ່ານ Tom Donilon ທີ່​ວ່າ : “ດ້ວຍ​ການ​ຍົກ​ລະດັບ​ພາກ​ພື້ນ​ທີ່​ຂະຫຍັນ​ຂັ່ນ​ເຄື່ອນ​ນີ້ ກາຍ​ເປັນ​ບຸລິ​ມະ​ສິດຍຸດ​ທະ​ສາດ, ປະທານາທິບໍດີອາເມລິກາ ບາຣັກໂອບາມາ​ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ ບໍ່​ປະ​ໃຫ້​ຜົນ​ປະ​ໂຫຍ​ດອັນຍາວ​ນານ​ຂອງ ອາເມລິກາ ຢູ່​ອາຊີຖືກ​ຄອບ​ງຳ​ດ້ວຍ​ວິ​ກິດ​ການ​ຢູ່​ພາກ​ພື້ນ​ອື່ນໆ​ໃນ​ໂລກ.

ມິງຮ່ຽນ

 


ຕອບກັບ

ຂ່າວ/ບົດ​ອື່ນ