ປີ 2012, ປີພິເສດແຫ່ງການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ

(vovworld) -  ປີ​ສາມັກຄີ​ມິດຕະພາບ ຫວຽດນາມ ​ແລະ ລາວ 2012 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ ພາຍຫລັງ​ຖະ​ແຫລ​ງການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ມີ 26/12/2012 ຢູ່ ຮ່າ​ໂນ້ຍ. ທົບ​ທວນຄືນ​ປີ 2012, ດ້ວຍການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫລາຍ​ຢ່າງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ສອງ​ປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ ​​ເປັນ​ການ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ, ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ.

ປີ 2012, ປີພິເສດແຫ່ງການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສກອນ ຢ້ຽມຢາມ ຫວຽດນາມ
ພາບ:internet

        ກ່ອນ​ອື່ນ​ໝົດ ຕ້ອງ​ຢັ້ງຢືນ​ວ່າ ປີ 2012 ​ແມ່ນ​ປີທີ່​ມີ​ຄວາມ​ໝາຍພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ, ຊຶ່ງ​ແມ່ນ​ປີ​ທີ່​ປະຊາຊົນ​ສອງ​ປະ​ເທດ​​ສະ​ເຫລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື. ​ໃນ​ປີ 2012, ສອງ​ປະ​ເທດ​ໄດ້​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ນັບ​ແຕ່​ຂົງ​ເຂດການ​ເມືອງ, ​ເສດຖະກິດ​ຕະຫລອດ​ຮອດ​ວັດທະນະທຳ​ສັງຄົມ. ກ່ຽວກັບ​ດ້ານ​ການ​ເມືອງ, ນອກຈາກ​ການ​ຢ້ຽມຢາມ​ເຊິ່ງກັນ​ ​ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ແລ້ວ, ຫວຽດນາມ ​ແລະ ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ພິທີ​​ໂຮມຊຸມນຸມ​​ ສະ​ເຫລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດຕາມ ລະດັບ​ຊາດ​ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ວຽງ​ຈັນ; ງາ​ນພົບ​ປະ​ແລກປ່ຽນ​ມິດຕະພາບ​ປະຊາຊົນ ຫວຽດນາມ ​ແລະ ລາວ ຄັ້ງ​ທີ 3 ຢູ່ ຫວຽດນາມ, ງານ​ໂຮມ​ຊຸມນຸມ​​ສະ​ເຫລີ​ມສະຫລອງ​ວັນ​ມູນ​ເຊື້ອ​ຮ່ວມ​ສຳພັນ​ສູ້​ຮົບ ​ແລະ ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ ​ແລະ ລາວ ຢູ່ ບ້ານ​ດົງ ​ແຂວງ ສະຫວັນ​ນະ​ເຂດ. ສອງ​ປະ​ເທດ​ກໍ​ໄດ້​ປຸກລະດົມ​ການ​ເສັງ​ຊອກ​ຮູ້​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໂດຍ​ມີການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເປັນ​ຈຳນວນ​ຫລວງຫລາຍ. ​ໃນ​ນັ້ນ ຢູ່ ຫວຽດນາມ ມີ​ບົດ​ຂຽນ​ເຂົ້າ​ຮ່ວມ​ການ​ເສັງ​ກວ່າ 3 ລ້ານ​ບົດ ​ສະ​ແດງ​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ການ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນມິດຕະພາບ​ທີ່​ເປັນມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ລາວ.

        ສອງ​ຝ່າຍ​ກໍ​​ຕັ້ງຫນ້າ​ສົມທົບ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ ດ້ວຍ​ການຈັດ​ຕັ້ງ​ງານ​ວາງສະ​ແດງ, ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ; ຫວຽດນາມ ສົມທົບ​ກັບ​ຝ່າຍ​ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ຮ່ວມ​ມື​ພັດທະນາ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ ​ແລະ ລາວ ຄັ້ງ​ທີ 8, ນຳ​​ເຂົ້າ​ເຄື່ອນ​ໄຫວໂຄງການ​ຈຳນວນ​ຫນຶ່ງ, ກິດຈະກຳ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ ທີ່​ມີ​ຄວາມ​ໝາຍລະຫວ່າງ​ສອງ​ປະ​ເທດຄື: ​ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ​ຢູ່ ​ແຂວງ ຄຳ​ມວ້ນ, ຫໍ​ວັດທະນະທຳ​ແຂວງ ສະ​ຫວັນນະ​ເຂດ… ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​​ເປັນ​ການ​ປະກອບສ່ວນ​ຍົກ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​​​ໃຫ້ຂຶ້ນ​ເຖິງ​ເກືອບ 1 ຕື້ USD ​ໃນ​ປີ 2012. ປະຈຸ​ບັນ ຫວຽດນາມ ມີ 440 ​ໂຄງການ​ລົງທຶນ​ຢູ່​ລາວ ດ້ວຍ​ຈຳນວນ​ເງິນ​ລົງທຶນ​ກວ່າ 5 ຕື້ USD, ນອນ​ໃນ​ຫນ່ວຍ​ປະ​ເທດ​ນຳ​ຫນ້າ​ໃນ​ຈຳນວນ 58 ປະ​ເທດ​ລົງທຶນ​ຢູ່​ລາວ.

        ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສັງຄົມ​ກໍ​​ເປັນ​ຂີດ​ໝາຍ​ພິ​ເສດ ດ້ວຍພະນັກງານ ລາວ​ມາ​ຮຳ່ຮຽນ​ຢູ່ ຫວຽດນາມ ​ເກືອບ 6.500 ຄົນ ​ແລະ ​ພະນັກງານ, ນັກສຶກສາ ຫວຽດນາມ ​ ​ໄປ​ຄົ້ນ​ຄ້ວາ, ຮຳ່ຮຽນ ຢູ່ ລາວ ເກືອບ 500 ຄົນ.

        ອາດ​ຈະ​ເວົ້າ​ໄດ້​ວ່າ ປີສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ​ໄດ້​ກາຍ​ເປັນ​ປີ​​ເຕັມ​ໄປ​ດ້ວຍຄວາມ​ປະ​ທັບ​ໃຈ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຢືນຢັນ​ວ່າ:

        “ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ​ໃນ​ໄລຍະ​ໃຫມ່. ສອງ​ປະ​ເທດ​ຕ້ອງ​ພ້ອມ​ກັນ​​ເພື່ອ​ການພັດທະນາ. ຫວຽດນາມ ພັດທະນາ​ກໍ​ຄື​ປະ​ເທດ​ລາວ ພັດທະນາ. ສອງ​ປະ​ເທດ​ພວກ​ເຮົາ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ, ມີ​ມູນ​ເຊື້ອ​ສາມັກຄີ​ມາ​ແຕ່​ດົນ​ນານ ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ ພົມວິຫານ ກໍ່​ຕັ້ງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ.”

ປີ 2012, ປີພິເສດແຫ່ງການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ - ảnh 2
ງານໂຮມຊຸມນຸມສະເຫລີມສະຫລອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ລະຫວ່າງສອງປະເທດ
ພາບ:internet

        ປີ​ສາມັກຄີ​ມິດຕະພາບ ຫວຽດນາມ ​- ລາວ ​ໄດ້​ສິ້ນ​ສຸດ​ລົງ ​ແຕ່​ບັນດາ​ໝາກຜົນ​​ບັນລຸ​ໄດ້​ໃນ​ປີຜ່ານມາ ​ເປັນ​ກຳລັງ​ຫນູນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃຫ້ ພັດທະນາ​ຢ່າງ​ແຂງ​ແຮງ ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ທີ່​ງານ​ຊຸມນຸມ​ມິດ​ຕິງ​ສະ​ເຫລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

        “ຍີ່​ງກວ່າ​ເວລາ​ໃດ​ໝົດ ພວກ​ເຮົາ​ຄວນ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະວີ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ​ຍິ່ງກວ່າ​ອີກ. ພວກ​ເຮົາ​ໝັ້ນ​ໝາຍ ຈະ​ຮັກສາ ​ແລະ ປົກ​ປັກ​ຮັກສາ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ຄື​ດັ່ງ​ຮັກສາ​ແກ້ວຕາ​ຕົນ, ຕັດສິນ​ໃຈ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ​ພັດທະນາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຊຸກຍູ້​ສາຍ​ພົວພັນ​ນີ້​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ຖື​ວ່າ ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຕ້ອງ​ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ.”

        ດ້ວຍ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຈົບງາມ ​ແລະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ດ້ວຍ​ບັນດາ​ຜົນສຳ​ເລັດ​ພິ​ເສດ​ໃນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ຍາມ​ໃດ​ກໍ​ແມ່ນ​ການ​ພົວພັນ​ແບບ​ພິ​ເສດ​ໃນ​ປະຫວັດສາດ​ຂອງ​ໂລກ​ຍຸກ​ປະຈຸ​ບັນ, ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ, ​ແມ່ນ​ປັດ​ໄຈ​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ