ປີ 2014 - ປີທີ່ຂະແໜງການບິນສາກົນປະສົບກັບໂສກນາດຕະກຳ


ປີ 2014 ແມ່ນ​ປີ​ທີ່​ຂະ​ແໜງ​ການ​ບິນ​ສາ​ກົນ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດ, ຄວາມຕິດຂັດ ຫຼາຍຄັ້ງ​. ຄາດ​ວ່າ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ເກີດ​ເຫດ​ອຸ​ບັດ​ຕິ​ເຫດ​​ເຮືອ​ບິນ​ຕົກປະ​ມານ 30 ຄັ້ງໃນ​ທົ່ວ​ໂລກ, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 1000 ຄົນ. ມີ​ບັນ​ດາ​ອຸ​ບັດ​ຕິ​ເຫດ​ແມ່ນ​ຍ້ອນ​ຄວາມຕິດ​ຂັດດ້ານ​ເຕັກ​ນິກ, ຍ້ອນ​ທຳ​ມະ​ຊາດ, ຄວາມ​ເລີນ​ເລີ້, ແຕ່​ກໍ​ມີ​ທັງໂສກ​ນາດ​ຕະ​ກຳ​ຍ້ອນ​ມະ​ນຸດກໍ່​ຂຶ້ນ​ໂດຍ​ເຈດ​ຕະ​ນາ ຊຶ່ງ​ປະ​ຊາ​ຄົມ​ໂລກ​ໄດ້​ກ່າວ​ປະ​ນາມ ແລະ ເອີ້ນ​ວ່າ​ແມ່ນ​ໂທດ​ກຳ.  

ປີ 2014 - ປີທີ່ຂະແໜງການບິນສາກົນປະສົບກັບໂສກນາດຕະກຳ - ảnh 1
ອຸ​ບັດ​ຕິ​ເຫດເຮືອ​ບິນທະ​ຫານ AN – 74 TK 300 ຂອງກອງ​ທັບ​ອາ​ກາດ​ລາວ​​ຕົກ    (ພາບ : KPL)


    ໃນປະ​ຫວັດຄວາມ​ເປັນ​ມາ​ຂອງ ຂະ​ແໜງ​ການ​ບິນ​ສາ​ກົນນັ້ນ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ໄດ້​ເຫັນ​ປະຈັກ​ຕາ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກຫຼາຍ​ຄັ້ງ. ປີ 1972, ແມ່ນ​ປີ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ສຸດ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ເຮືອ​ບິນ ຄືກວ່າ 3.300 ຄົນ. ມາ​ຮອດ​ປະ​ຈຸ​ບັນ, ​ອຸ​ບັດ​ຕິ​ເຫດເຮືອ​ບິນ​ຕົກ​ຊຶ່ງ​ຖືກ​ຖື​ວ່າ ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງຂະ​ແໜງ​ການ​ບິນ​​ພົນ​ລະ​ເຮືອນ, ນັ້ນ​ແມ່ນ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ Boeing 747 – 200 ຂອງ​ບໍ​ລິ​ສັດ​ການ​ບິນ​ຍີ​ປຸ່ນ​ຕົກ, ຊຶ່ງ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 12/8/1985 ອັນ​ໄດ້​ເຮັດ​ໃຫ້​ຜູ້​ໂດຍ​ສານ 520 ຄົນ​ພ້ອມ​ດ້ວຍ​ຈຸ​ບິນ ແລະ ພາ​ລະ​ກອນ​ຮັບ​ໃຊ້​ເຮືອ​ບິນ​ຖືກ​ເສຍ​ຊີ​ວິ​ດ. ແຕ່​​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກໄດ້​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ປີ 2014 ນັບ​ທັ​ງ​ໃນ​ສາຍ​ການ​ບິນ​ຢູ​່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ຂອງຫຼາຍ​ປະ​ເທດ, ອັນ​ໄດ້​ເຮັດ​ໃຫ້​ໂລກຕື່ນ​ຕົກ​ໃຈ​ກ່ຽວ​ກັບ​ຄວາມ​ຮ້າຍ​ແຮງ ແລະ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ທີ່​ຍາກ​ຈະ​ແກ້​ໄຂ​ໄດ້. ໂສກ​ນາດ​ຕະ​ກຳ​ເຫຼົ່່ານັ້ນ ອີກ​ເທື່ອ​ໜຶ່ງ​ໄດ້​ເປັນ​ການ​ກ່າວ​ເຕື່ອນ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ປອດ​ໄພ​ໃນ​ຂະ​ແໜງ​ການ​ບິນ, ກໍ​ຄື​ຄວາມ​ໝັ້ນ​ຄົງ, ປອດ​ໄພ​ໃນ​ໂລກ.

     ຊຸມ​ວັນ​ທີ່​ສະ​ຫຍອງ​ຂວັນ​ທີ່​ສຸດ​ຂອງຂະ​ແໜງ​ການ​ບິນ​ສາ​ກົນ​ປີ 2014

  ວັນ​ທີ 8/3/2014 , ເຮືອ​ບິນ Boeing 777 ເລກ​ໝາຍ MH 370 ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ໄດ້​ຫາຍ​ຕົວ​ແບບ​ລຶກ​ລັບ ຂະ​ນະ​ທີ່​ພວມ​ບິນ​ຈາກ​ກົວ​ລາ​ລຳ​ເປີ​ໄປ​ຍັງ​ປັກ​ກິງ. ເຫດ​ການ​ຫາຍ​ສາບ​ສູນນີ້ ແມ່ນ​ເລື່ອງບໍ່​ເຄ​ີຍ​ເກີດ​ມາ​ໃນ​ປະ​ຫວັດ​ສາດ​ຂອງ ຂະ​ແໜງ​ການ​ບິນ​​ທັນ​ສະ​ໄໝ. ຫຼາຍ​ປະ​ເທດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ຊາກ​ເຮືອ​ບິນ​ຢູ່​ທົ່ວ​ເຂດ​ນ່ານ​ຟ້າ ແລະ ເຂດ​ນ່ານທະ​ເລ​ທີ່ກ້​ວາງ​ໃຫຍ່, ອັນ​ໄດ້​ເຮັດ​ໃຫ້​ສິ້ນ​ເປືອງ​ເງິນ​ທຶນ​ເຖິງ​ນັ​ບ​ຮ​ອ້ຍ​ລ້ານ USD ແລະ​ບັ້ນ​ຊອກ​ຫາເຮືອ​ບິນ Boeing 777 ເລກ​ໝາຍ MH 370 ໄດ້​ກາຍ​ເປັນ​​ບັ້ນ​ຊອກ​ຫາເຮືອ​ບິນ​ສິ້ນ​ເປືອງ​ເງິນ​ທຶນ​ຫຼາຍ​ກ່​ວາ​ໝູ່​ໃນ​ປະ​ຫວັດ​ສາດ, ແຕຮ່ອງ​ຮອຍ​ ແລະ ຊາ​ຕະ​ກຳຂອງ​ຜູ້​ໂດຍ​ສານ 227  ຄົນ​ພ້ອມ​ດ້ວຍ​ຈຸ​ບິນ ແລະ ພາ​ລະ​ກອນ​ຮັບ​ໃຊ້​ເຮືອ​ບິນ 12 ຄົນ​ຍັງ​ຄົງ​ບໍ່​ໄດ້​ຂ່າວ​ເທື່ອ.

   ວັນ​ທີ 17/5/2014, ໄດ້​ເກີດອຸ​ບັດ​ຕິ​ເຫດເຮືອ​ບິນທະ​ຫານ AN – 74 TK 300 ຂອງກອງ​ທັບ​ອາ​ກາດ​ລາວ​​ຕົກ. ໃນ​ເຮືອ​ບິນ​ລຳ​ນີ້​ມີ​ເຈົ້າ​ໜ້າ​ທີ່ 19 ຄົນ​ຂອງ​ປະ​ເທດນີ້​ພວມ​ເດີນ​ທາງ​ໄປ​ແຂວງ​ຊຽງ​ຂວາງ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ປົດ​ປ່ອຍ​ທົ່ງ​ໄຫ​ຫີນ, ອັນ​ໄດ້​ເຮ​ັດ​ໃຫ້​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ 4 ທ່ານ​ຂອງ​ລາວ​ເສຍ​ຊີວິດ. ເດືອນ 7/2014 ຖືກ​ຖື​ວ່າ​ແມ່ນ​ເດືອນທີ່ຂະ​ແໜງ​ການ​ບິນ​ສາ​ກົນ​ປະ​ສົບ​ຄວາມ​ຊວຍ​ທີ່​ສຸດ​ຂະ​ນະ​ທີ່​ມີ​ຂ່າວ​ຮ້າຍ​ຢ່າງ​ຕໍ່​ເນື່່ອງ. ວັນ​ທີ 7/7 ເຮືອ​ບິນ​ຝຶກ​ຊ້ອມ​ລຳ​ໜຶ່ງ​ຂອງເຫຼົ່າ​ທັບ​ປ້ອງ​ກັນອາ​ກາດສັງ​ກັດກອງ​ທັບ​ອາ​ກາດຫວຽດ​ນາມ​ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ອ​ັນ​ໄດ້​ເຮັດ​ໃຫ້​ນັກ​ຮົບ 18 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ທັນ​ທີ່. ຫຼັງ​ຈາກນັ້ນ ອາ​ທິດ​ໜຶ່ງ, ໃນ​ຂະ​ນະ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຝຶກ​ຊ້ອມ​ຢູ່​ເຂດ​ພາກ​ໃຕ້​ນະ​ຄອນຫຼວງ​ພະ​ນົມ​ເປັນ, ເຮືອ​ບິນ​ທະ​ຫານ​ລຳ​ໜຶ່ງ​ຂອງ​ກຳ​ປູ​ເຈຍ​ກໍປະ​ສົບກັບ​ອຸ​ບັດ​ຕິ​ເຫດ​ຕົກ ອ​ັນ​ໄດ້​ເຮັດ​ໃຫ້​ 5 ຄົນ​ຖືກ​ເສຍ​ຊີ​ວິດ ແລະ 1 ຄົນ​ຮັບ​ບາດ​ເຈັບ​ສາ​ຫັດ. ວັນ​ທີ 17/7, ເຮືອ​ບິນ​ເອ​ລີ​ກອບ​ແຕ ດັບ​ເພິ່ງລຳ​ໜຶ່ງ​ຂອງ ສ.ເກົາຫຼີສືບ​ຕໍ່ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ອ​ັນ​ໄດ້​ເຮັດ​ໃຫ້​ທັງ 5 ຄົນໃນ​ເຮືອ​ບິນ​ຖືກ​ເສຍ​ຊີ​ວິດ. ວັນ​ທີ 23/7 ເຮືອ​ບິນ​ພົນ​ລະ​ເຮືອນ​ລຳ​ໜຶ່ງຂອງ​ໄຕ້​ຫວັນຖືກປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກຍ​ອ້ນ​ທຳ​ມະ​ຊາດ ອ​ັນ​ໄດ້​ເຮັດ​ໃຫ້​ 51 ຄົນ​ຖືກ​ເສຍ​ຊີ​ວິດ ແລະ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.

    ໂທດກ​ຳ​ເທິ່ງ​ນ່ານ​ຟ້າ

  ແຕ່​ເບິ່ງ​ຄື​ວ່າ ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກທີ່​ຮ້າຍ​ແຮງ​ທີ່​ສຸດ, ດຶງ​ດູດ​ຄວາມ​ສົ​ນ​ໃຈ​ຈາກ​ຫາງ​ສຽງຫຼາຍ​ທີ່​ສຸດ​ແມ່ນ​ກໍ​ລະ​ນີ ເຮືອ​ບິນ ເລກ​ໝາຍ MH 17 ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ຖືກ​ຍິງ​ຕົກ​ຂະ​ນະ​ທີ່​ພວມ​ບິນ​ຜ່ານ​ເຂດ​ນ່ານ​ຟ້າ ຢູແກຼນ ອ​ັນ​ໄດ້​ເຮັດ​ໃຫ້ 298 ຄົນ​ຖືກ​ເສຍ​ຊີ​ວິດ. ເກືອບ​ເຄິ່ງ​ປີ​ໄດ້​ຜ່ານ​ພົ້ນ​ໄປ, ແຕ່​ທຸກ​ຄວາ​ມາ​ນະ​ພະ​ຍາຍ​າມທຳ​ການ​ສືບ​ສວນ​ເພື່ອ​ເຜີຍ​ແບ​ຄວາມ​ຈິງ​ພວມ​ຖືກ​ດຳ​ເນີນ​ດ້ວຍ​ຄວາມ​ຊັກ​ຊ້າ​, ຫາກ​ສຽງ​ສະ​ແດງ​ຄວາມ​ໂກດ​ແຄ້ນ​ຍ້ອນ​ຕົວ​ການ​ຂອງ​ເຫດ​ຮ້າຍນີ້ ຍັງ​ບໍ່​ທັນ​ຖືກ​ນຳ​ຕົວ​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ.

    ໂສກ​ນາດ​ຕະ​ກຳ​ຈະ​ບໍ່​ເກີດ​ຂຶ້ນ​ຖ້າ​ຫາກ​ບໍ​ລິ​ເວນ​ທີ່ເຮືອ​ບິນ MH 17 ບິນ​ຜ່ານ​ແມ່ນ​ເຂດ​ສັນ​ຕິ​ພາບ. ສິ່ງນີ້​ແມ​່ນ​ຖືກ​ຕ້ອງ​ແທ້, ແຕ່​ບັນ​ຫາ​ທີ່​ຫາງ​ສຽງ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ, ນັ້ນແມ່ນ​ໃນ​ຍຸກ​ສະ​ໄໝ​ເຕັກ​ໂນ​ໂລຢ​ີ​ຂະ​ຫຍາຍ​ຕົວ​ຄື​ປະ​ຈຸ​ບັນ, ການ​ຊອກ​ຫາ​ສາຍ​ເຫດ​ຢ່າງ​ຊັດ​ເຈນ​ຂອງອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກພັດ​ບໍ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ສຸດ​ທ້າຍ. ໃຜ​ຈະ​ແມ່ນ​ຜູ້​ທ່ວງ​ເອົາ​ຍຸ​ຕິ​ທຳ​ໃຫ້​ແກ່ສາ​ມັນ​ຊົນ​ຜູ້​ຮັບ​ເຄາະ​ຮ້າຍ 298 ຄົນ ? ອຸ​ບັດ​ຕິ​ເຫດ​ເຮືອ​ບິນ MH 17 ​ຕົກ ພັດ​ມີ​ພະ​ຍານຫຼັກ​ຖານ​ຕື່ມ​ອີກ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ສົງ​ຄາມ​ລະ​ຫວ່າງ​ບັນ​ດາ​ກຸ່ມ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ, ເຜົ່າ​ພັນ ຊຶ່ງ​ສາ​ມັນ​ຊົນ​ຕ້ອງ​ຮັບ, ເພື່ອ​ໃຫ້​ມວນ​ມະ​ນຸດ​ອີກ​ເທື່ອ​ໜຶ່ງ ກ່າວ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ