ປີ 2017: ປີປ່ຽນໃໝ່ວິທີການບໍລິຫານຕິດພັນກັບການສ້າງລັດຖະບານສ້າງສັນ

(VOVWORLD) - ປີ 2017, ລັດຖະບານສ້າງສັນແມ່ນໜຶ່ງໃນບັນດາປະໂຫຍກທີ່ໄດ້ເວົ້າຫຼາຍທີ່ສຸດໃນວຽກງານບໍລິຫານຂອງອົງການບໍລິຫານ. ບັນດາຜົນສຳເລັດໃນການບໍລິຫານພັດທະນາເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ການປະຕິຮູບລະບຽບການບໍລິຫານ, ພິເສດແມ່ນການເຕີບໂຕ GDP ບັນລຸ 6,81%, ລ້ວນແຕ່ມີຂີດໝາຍຈາກການສ້າງລັດຖະບານສ້າງສັນ. ໝາກຜົນນີ້ສະແດງໃຫ້ເຫັນວ່າ ລັດຖະບານສ້າງສັນພວມສ້າງການຫັນປ່ຽນທີ່ດີ ເພື່ອໃຫ້ ຫວຽດນາມ ກ້າວໄປໄກກ່ວາອີກ.

ປີ 2017: ປີປ່ຽນໃໝ່ວິທີການບໍລິຫານຕິດພັນກັບການສ້າງລັດຖະບານສ້າງສັນ - ảnh 1 ນັກຊ່ຽວຊານເສດຖະກິດ ຫວໍຈີ໋ແທ່ງ

(ພາບ: dantri.com.vn)

ກໍ່ສ້າງລັດຖະບານສ້າງສັນແມ່ນສືບຕໍ່ເນື້ອໃນຈິດໃຈປ່ຽນໃໝ່ຈິນຕະນາການຂອງພັກ ໃນຮອບເວລາກ່ວາ 30 ປີຜ່ານມາ ດ້ວຍຈິດໃຈທີ່ວ່າ ອັນໃດພາໃຫ້ປະເທດຊາດພັດທະນາ, ຮັ່ງມີເຂັ້ມແຂງ ແລະ ເພື່ອຜົນປະໂຫຍດແຫ່ງຊາດ, ຊົນຊາດ, ນັ້ນຈະແມ່ນວຽກງານຕ້ອງເຮັດ.

        ປີ 2017, ໃນບັນດາວາລະປະຊຸມຂອງລັດຖະບານ, ບັນດາກອງປະຊຸມສຳມະນາ, ການໂອ້ລົມສົນທະນາເກືອບທັງໝົດ, ຍາມໃດການນຳລັດຖະບານ ກໍ່ເຕື້ອງເຖິງ ແລະ ເນັ້ນໜັກເຖິງປະໂຫຍກ “ລັດຖະບານສ້າງສັນ” ຄືດັ່ງຫຼັກນຳໃນການກະທຳ. ເພື່ອຮອດທ້າຍປີ, ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ແມ່ນບັນດາຜົນງານເປັນໜ້າເອກອ້າງທະນົງໃຈ.

ການບໍລິຫານມີໄຫວພິບ, ເປັນເຈົ້າການ

       ນັກຊ່ຽວຊານເສດຖະກິດ ຫວໍຈີ໋ແທ່ງ ໄດ້ໃຫ້ຂໍ້ສັງເກດວ່າ: ລັດຖະບານສ້າງສັນແມ່ນລັດຖະບານມີກຳລັງຄວາມສາມາດ, ປອດໄສ, ມີຄວາມສາມາດອະພິປາຍຢ່າງພຽງພໍ. ທີສອງແມ່ນ ມີຄວາມສາມາດສ້າງເປັນວິໄສທັດທີ່ດີ ແລະ ນະໂຍບາຍທີ່ດີ. ນອກຈາກນັ້ນ, ລັດຖະບານສ້າງສັນ ແມ່ນລັດຖະບານມີການສຳຜັດຢ່າງສະໜິດສະໜົມກັບສັງຄົມ, ປະຊາຊົນ, ກັບຕະຫຼາດ ແລະ ວິສາຫະກິດ. ສຸດທ້າຍ, ລັດຖະບານສ້າງສັນແມ່ນຮູ້ສ້າງ ແລະ ແບ່ງປັນການພັດທະນາ. ສ່ວນສຳລັບຜູ້ນຳລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

 “ລັດຖະບານສ້າງສັນແມ່ນຕ້ອງເປັນເຈົ້າການອອກແບບນະໂຍບາຍ ແລະ ກົດໝາຍເພື່ອໃຫ້ປະເທດຊາດພັດທະນາ. ລັດຖະບານຕ້ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ ເພື່ອໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ບໍ່ພຽງແຕ່ແມ່ນນອນໃນກຸ່ມບັນດາປະເທດແຖວໜ້າຂອງ ອາຊຽນ ເທົ່ານັ້ນ ຫາກຍັງຕ້ອງບືນຕົວຂຶ້ນນອນໃນກຸ່ມບັນດາປະເທດພັດທະນາຂອງ OECD ອີກດ້ວຍ. ລັດຖະບານສ້າງສັນກໍ່ເພື່ອແນໃສ່ຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ ດ້ວຍການຮັບປະກັນຊີວິດສັງຄົມ, ດ້ວຍສະຫວັດດີການສັງຄົມ ກ່ອນອື່ນໝົດແມ່ນສາທາລະນະສຸກ, ການສຶກສາ, ກິລາ, ວັດທະນະທຳ.”

  ດ້ວຍການກຳນົດທິດນັ້ນ, ປີ 2017, ລັດຖະບານ ໄດ້ບໍລິຫານເສດຖະກິດ - ສັງຄົມທັງລວງກ້ວາງ ແລະ ລວງເລິກ. ລວງກ້ວາງແມ່ນປະຕິຮູບລະບອບ, ລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ມີຫຼາຍນະໂຍບາຍໄດ້ຮັບການປະກາດໃຊ້, ສ້າງເງື່ອນໄຂໃຫ້ການດຳເນີນທຸລະກິດພັດທະນາ, ວິສາຫະກິດພັດທະນາ, ພ້ອມກັນນັ້ນ ແມ່ນການຍົກເລີກບັນດາລະບຽບການທີ່ກີດຂວາງເຖິງການລົງທຶນ.

  ກ່ຽວກັບລວງເລິກ, ລັດຖະບານ ໄດ້ຊີ້ນຳ, ລະດົມບັນດາແຫຼ່ງກຳລັງໂດຍກົງໃຫ້ ບັນດາຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ທີ່ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕ. ດັ່ງນັ້ນ, ມີບາງຂະແໜງ, ໂຄງການໄດ້ນຳເຂົ້າເຄື່ອນໄຫວໂດຍໄວ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດີກ່ວາ. ນີ້ກໍ່ແມ່ນຄວາມແຕກຕ່າງກັນຢ່າງຈະແຈ້ງທີ່ສຸດໃນການບໍລິຫານ ຂອງລັດຖະບານໃນປີນີ້.

  ໃນການຫັນເປັນຫຸ້ນສ່ວນ, ການຖອນທຶນຈາກບັນດາລັດວິສາຫະກິດ, ລັດຖະບານໄດ້ເລືອກເຟັ້ນບັນດາວິສາຫະກິດພົ້ນເດັ່ນເພື່ອຊີ້ນຳຢ່າງຂ້ຽວຂາດຄື: ການຂາຍທຶນຂອງລັດຖະບານຢູ່ Sabeco, Vinamilk. ໃນຂົງເຂດກະສິກຳ, ລັດຖະບານໄດ້ຊອກຫາວິທີໃໝ່ຢ່າງຂ້ຽວຂາດໃນການຈັດຕັ້ງການຜະລິດ, ດຶງດູດການລົງທຶນ, ຊອກຫາຜະລິດຕະພັນໃໝ່... ສິ່ງດັ່ງກ່າວສະແດງໃຫ້ເຫັນການກະທຳຂອງລັດຖະບານ ແທນທີຄຳສັ່ງດ້ານບໍລິຫານ.

ປີ 2017: ປີປ່ຽນໃໝ່ວິທີການບໍລິຫານຕິດພັນກັບການສ້າງລັດຖະບານສ້າງສັນ - ảnh 2 ຕາມທ່ານ Giles Lever, ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ

(ພາບ: Nhật Quang/ vnexpress.net)

ການຄຸ້ມຄອງທີ່ດີເພື່ອໃຫ້ ຫວຽດນາມ ກ້າວໄປໄກກ່ວາອີກ

       ຕາມທ່ານ Giles Lever, ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ ແລ້ວ, ນັບແຕ່ເມື່ອ ລັດຖະບານ ຫວຽດນາມ ຫັນທິດໃນການບໍລິຫານຈາກການອອກຄຳສັ່ງດ້ານບໍລິຫານໄປສູ່ລັດຖະບານສ້າງສັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນງານເປັນໜ້າຮັບຮູ້. ລັດຖະບານບັນລຸໄດ້ບັນດາບາດກ້າວເມື່ອວາງຈຸດສຸມເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫລຸດຜ່ອນລະບຽບການບໍລິຫານ, ເພີ່ມທະວີລັດຖະບານເອເລັກໂຕນິກ. ນອກຈາກນັ້ນ, ລັດຖະບານ ໄດ້ມີປະຕິກິລິຍາຢ່າງວ່ອງໄວສຳລັບບັນດາບັນຫາທີ່ເກີດຂຶ້ນຍ້ອນຫາງສຽງສ່ອງແສງ, ຈາກນັ້ນ, ຍົກອອກບັນດາມາດຕະການທັນການ. ໃນຂະນະນັ້ນ, ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດ ທະນາຄານໂລກ ແບ່ງປັນວ່າ:     

        “ພວກຂ້າພະເຈົ້າອວຍພອນລັດຖະບານ ຫວຽດນາມ ດ້ວຍບັນດາຜົນງານສຳຄັນທີ່ບັນລຸໄດ້ໃນປີ 2017. ຫວຽດນາມ ໄດ້ສ້າງຂີດໝາຍດ້ວຍລະດັບການເຕີບໂຕ,ເສດຖະກິດມະຫາພາກເປັນປົກກະຕິ, ໄຟເງິນເຟີ້ຢູ່ໃນລະດັບຕ່ຳ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ ແລະ ຖານະບົດບາດສາກົນນັບມື້ນັບສູງ. ຂ້າພະເຈົ້າກໍ່ອວຍພອນ ຫວຽດນາມ ທີ່ບັນລຸໄດ້ບາງໝາກຜົນໃນການປະຕິຮູບດ້ານບໍລິຫານ, ທະນາຄານ, ການລົງທຶນຂອງລັດ, ການແກ້ໄຂໜີ້ເສຍ”

        ບັນດາຄູ່ຮ່ວມມືສາກົນກໍ່ໃຫ້ຂໍ້ສັງເກດວ່າ: ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະແຫຼງ ລັດຖະບານສ້າງສັນ ພັດທະນາ, ກະທຳຢ່າງຂ້ຽວຂາດ, ບໍ່ແມ່ນຄວບຄຸມດ້ວຍຄຳສັ່ງ ຈະເປັນວິທີທີ່ດີ ເພື່ອໃຫ້ ຫວຽດນາມ ກ້າວໄປໄກກ່ວາ. ທ່ານ James W. Fatheree, ຮອງຫົວໜ້າຫ້ອງການການຄ້າ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີ ໃຫ້ຂໍ້ສັງເກດວ່າ:

 “ຫວຽດນາມ ສະແດງໃຫ້ເຫັນກຳລັງຄວາມສາມາດຂອງພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ຍາດແຍ່ງກາລະໂອກາດ. ຫວຽດນາມ ພວມພັດທະນາຖືກທິດ. ພວກຂ້າພະເຈົ້າຫວັງວ່າ, ດ້ວຍບັນດາຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນປີ 2017 ນັ້ນຈະປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍໃໝ່”

        ອາດເວົ້າໄດ້ວ່າ, ບັນດາຜົນສຳເລັດປະທັບໃຈຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການເຕີບໂຕ GDPບັນລຸ 6,81%, ແມ່ນລະດັບສູງສຸດໃນຫຼາຍປີ, ລ້ວນແຕ່ມີຂີດໝາຍຂອງລັດຖະບານສ້າງສັນ. ກ້າວເຂົ້າສູ່ປີໃໝ່ 2018, ຕາມຜູ້ນຳລັດຖະບານແລ້ວ, ເນື້ອໃນຈິດໃຈຂອງລັດຖະບານສ້າງສັນ, ລັດຖະບານແຫ່ງການກະທຳຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຮງກ່ວາ, ຂ້ຽວຂາດກ່ວາ, ເພື່ອໃຫ້ ຫວຽດນາມ ບໍ່ຖືກຖອຍຫຼັງໃນການແຂ່ງຂັນມຸ່ງໄປເຖິງຄວາມຮັ່ງມີ ແລະ ວັດທະນາຖາວອນ, ບໍ່ຢືນຢູ່ນອກການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ