ປີ 2017 ໄລຍະເວລາທີ່ລຳບາກໃນການເຈລະຈາ Brexit

(VOVWORLD) -ທີ່ກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງ ອີຢູ ໃນປີ 2017, ການນຳບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບກ້າວເຂົ້າສູ່ໄລຍະທີ 2 ຂອງການເຈລະຈາ Brexit, ປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດລະຫວ່າງ ອັງກິດ ແລະ ສະຫະພາບ ເອີຣົບ.

ໃນຊຸມວັນທ້າຍປີ 2017, ກອງປະຊຸມສຸດຍອດ ເອີຣົບ ປະຊຸມຢູ່ ບຣຸກແຊນ (ແບນຊິກ) ໄດ້ເຫັນດີເປັນເອກະພາບກ້າວເຂົ້າສູ່ໄລຍະ 2 ການເຈລະຈາ Brexit, ປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດລະຫວ່າງປະເທດ ອັງກິດ ແລະ ສະຫະພາບ ເອີຣົບ. ບາດກ້າວບຸກທະລຸນີ້ ໄດ້ອັດໄລຍະ 1 ຂອງການເຈລະຈາທີ່ລຳບາກກ່ຽວກັບເລື່ອງ ອັງກິດ ຖອນອອກຈາກຊາຍຄາຮ່ວມເອີຣົບ ໃນປີ 2017 ໄວ້.

        ຖ້າຫາກເລື່ອງຊາວ ອັງກິດ ປ່ອນບັດຖອນອອກຈາກຊາຍຄາຮ່ວມ ອີຢູ ແມ່ນເຫດການທີ່ກໍ່ຄວາມສັ່ນສະເທືອນໃນປີ 2016 ນັ້ນ ການເຈລະຈາລະຫວ່າງ 2 ຝ່າຍໃນປີ 2017 ພັດແມ່ນເຫດການທີ່ສ້າງຄວາມສົນໃຈຫລາຍໃຫ້ແກ່ສື່ມວນຊົນ ພາໃຫ້ທັງ ອັງກິດ ແລະ 27 ປະເທດສະມາຊິກ ອີຢູ ຕ້ອງຄິດໄລ່ ແລະ ເສຍກຳລັງເຫື່ອແຮງຫລາຍ.

ຄວາມລຳບາກໃນໄລຍະ 1

        ເລີ່ມຕົ້ນການເຈລະຈາແຕ່ວັນທີ 19 ມິຖຸນາ ຢູ່ນະຄອນຫລວງ ບຣຸກແຊນ (ແບນຊິກ), ໃນ 6 ເດືອນຜ່ານມາ, ອັງກິດ ແລະ ອີຢູ ໄດ້ດຳເນີນການພົບປະເຈລະຈາຫລາຍຄັ້ງ ດ້ວຍຄວາມບໍ່ລົງລອຍກັນຫລາຍຢ່າງ, ບາງຄັ້ງຄິດວ່າຈະຕົກເຂົ້າສູ່ສະພາບບໍ່ມີທາງອອກ ຍ້ອນການຈາກກັນນີ້ ກ່ຽວຂ້ອງເຖິງບັນດາຜົນປະໂຫຍດຫຼັກແຫຼ່ງ, ມີຫລາຍບັນຫາຂອງທັງ ອັງກິດ ແລະ ອີຢູ, ໃນນັ້ນ, 3 ບັນຫາທີ່ເປັນແກ່ນສານນັ້ນແມ່ນ ສິດພົນລະເມືອງ, ບັນຫາ ອຽກລັງ ແລະ ອຽກລັງເໜືອ, ກໍ່ຄືພັນທະການເງິນຂອງ ອັງກິດ. ເມື່ອເດືອນ ຕຸລາ ທ່ານປະທານຄະນະກຳມະການ ເອຣົບ Jean-Claude Juncker ເຄີຍຖືວ່າ ການເຈລະຈາ Brexit ຕ້ອງການບັນລຸໄດ້ຜົນງານອັນມະຫັດສະຈັນໃໝ່ ຈຶ່ງສາມາດກ້າວເຂົ້າສູ່ໄລຍະທີ 2 ໄດ້. ໃນຂະນະນັ້ນ ຫົວໜ້າຄະນະເຈລະຈາ Brexit ຂອງສະຫະພາບ ເອີຣົບ ທ່ານ Michel Barnier ກໍ່ຢືນຢັນວ່າ ບາງຄວາມບໍ່ລົງລອຍກັນຢ່າງຮ້າຍແຮງຍັງບໍ່ທັນໄດ້ຮັບການແກ້ໄຂ, ພິເສດແມ່ນກ່ຽວຂ້ອງເຖິງບັນຫາການເງິນ. ຊ້ຳບໍໍ່ໜຳ ວັນທີ 3 ຕຸລາ ລັດຖະສະພາ ເອີຣົບ ຍັງຮັບຮອງເອົາເອກະສານສະເໜີແນະຮຽກຮ້ອງການນຳ ອີຢູ ໂຈ້ະການດຳເນີນໄລຍະຕໍ່ໄປຂອງການເຈລະຈາກ່ຽວກັບ Brexit ໄວ້. ຕາມອົງການນີ້, ບັນດາການເຈລະຈາ Brexit ຍັງບໍ່ທັນມີຄວາມຄືບໜ້າຢ່າງພຽງພໍ ເພື່ອເລີ່ມຕົ້ນການປຶກສາຫາລືກ່ຽວກັບອະນາຄົດການພົວພັນ ອັງກິດ - ສະຫະພາບ ເອີຣົບ.

        ກ່ຽວກັບຝ່າຍ ອັງກິດ, ທ່ານລັດຖະມົນຕີຮັບຜິດຊອບ Brexit David Davis ຍອມຮັບວ່າ ນີ້ແມ່ນການເຈລະຈາສັບສົນທີ່ສຸດສຳລັບ ອັງກິດ ນັບແຕ່ກ່ອນມາຮອດປັດຈຸບັນ ຂະນະທີ່ຂາດຄວາມລະມັດລະວັງກໍ່ພາໃຫ້ ອັງກິດ ຖືກເສຍຫາຍດ້ານການເງິນນັບຕື້ປອນສະເຕີລິງ. ຊ້ຳບໍ່ໜຳ ບາງຄັ້ງທ່ານ David Davis ໄດ້ຖະແຫຼງວ່າ ອັງກິດ ພ້ອມແລ້ວທີ່ຈະຖອນອອກຈາກ ອີຢູ ແຕ່ບໍ່ຕ້ອງການມີຂໍ້ຕົກລົງໃດ ກ່ຽວກັບ Brexit ແລະ ສະຫະພາບ ເອີຣົບ ຈະບໍ່ສາມາດບັນລຸໄດ້ສິ່ງທີ່ເຂົາເຈົ້າຢາກ ຖ້າຫາກຍັງຄົງສືບຕໍ່ຮັກສາຄວາມຮຽກຮ້ອງທີ່ໄຮ້ເຫດຜົນສຳລັບ ອັງກິດ.

        ເຖິງຢ່າງໃດກໍ່ຕາມ, ຜ່ານຜ່າບັນດາສິ່ງກີດຂວາງ ທີ່ຄິດວ່າ ບໍ່ສາມາດປະນິປະນອມໄດ້ນັ້ນ, ສຸດທ້າຍ ທັງ ອັງກິດ ແລະ ອີຢູ ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງລາຈາກກັນໃນວັນທີ 8 ທັນວາ ຜ່ານມາ. ຫລັງຈາກນັ້ນ ອາທິດ 1, ທີ່ກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງ ອີຢູ ໃນປີ 2017, ການນຳບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບກ້າວເຂົ້າສູ່ໄລຍະທີ 2 ຂອງການເຈລະຈາ Brexit, ປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດລະຫວ່າງ ອັງກິດ ແລະ ສະຫະພາບ ເອີຣົບ.

ທ່າໄດ້ປຽບແມ່ນຂຶ້ນກັບ ອີຢູ

        ໃນຕະຫລອດວິວັດການເຈລະຈາກ່ຽວກັບ Brexit ນັ້ນ ອາດຈະເຫັນໄດ້ວ່າ ທ່າໄດ້ປຽບແມ່ນຂຶ້ນກັບ ເອີຣົບ ເມື່ອລັດຖະບານ ອັງກິດ ບໍ່ສາມາດຍົກອອກຂັ້ນຕອນລະອຽດ ຫຼື ຍຸດທະສາດການເຈລະຈາຈະແຈ້ງ, ລຸລ່ວງນັບແຕ່ເລີ່ມດຳເນີນການເຈລະຈາ. ພາຍຫລັງການລົງປະຊາມະຕິພຽງໜຶ່ງປີເທົ່ານັ້ນ ການເຈລະຈາກ່ຽວກັບ Brexit ຈຶ່ງດຳເນີນໄປ. ຫຼື ເວົ້າແນວອື່ນ ປະເທດ ອັງກິດ ກ້າວເຂົ້າສູ່ການເຈລະຈາ ດ້ວຍທ່າທາງບໍ່ດີປານໃດ. ຍ້ອນຝ່າຍ ອັງກິດ ຮ້ອນເຮັ່ງທີ່ສຸດ ເມື່ອຢາກປຶກສາຫາລືກ່ຽວກັບການພົວພັນດ້ານການຄ້າໃນອະນາຄົດ ສະນັ້ນໄດ້ຕົກລົງເງື່ອນໄຂເກືອບທັງໝົດເຊິ່ງ ອີຢູ ໄດ້ວາງອອກ.

        ກົງກັນຂ້າມກັບຝ່າຍ ອັງກິດ, ໜຶ່ງໃນບັນດາຜົນສຳເລັດອັນໃຫຍ່ຫລວງຂອງສະຫະພາບ ເອີຣົບ ເມື່ອແກ້ໄຂສຳເນົາ Brexit, ນັ້ນແມ່ນຄວາມສາມັກຄີຂອງ 27 ປະເທດສະມາຊິກ. ເຂົາເຈົ້າເຂົ້າໃຈວ່າ ຖ້າຫາກບໍ່ແກ້ໄຂສຳເນົາ Brexit ເປັນຢ່າງດີ ທີ່ໄພແຜ່ຂະຫຍາຍຂອງລັດທິແຍກຕົວອອກ ຈະນາບຂູ່ເຖິງການຄົງຕົວຂອງສະຫະພາບ ເອີຣົບ. ນອກນັ້ນ 27 ປະເທດສະມາຊິກກໍ່ບໍ່ຢາກທົດແທນສ່ວນການເງິນທີ່ຂາດແຄນຂອງກຸ່ມ ຍ້ອນເລື່ອງປະເທດ ອັງກິດ ຖອນອອກຈາກ ເອີຣົບ ດັ່ງນັ້ນ ຕ້ອງມີຄວາມສາມັກຄີກັນ ເພື່ອບັງຄັບໃຫ້ ອັງກິດ ຊຳລະເງິນດ້ວຍຈຳນວນຫລາຍສຸດ ທີ່ສາມາດເປັນໄປໄດ້. ຄວາມເຫັນດີເປັນເອກະພາບຂອງ 27 ປະເທດ ໃນບັນຫາ Brexit ນີ້ ຊ່ວຍໃຫ້ບັນດານັກເຈລະຈາ ສະຫະພາບ ເອີຣົບ ສາມາດຮັກສາຄວາມແຂງກະດ້າງກັບຝ່າຍ ອັງກິດ ໃນໄລຍະຍາວສົມຄວນ.

        ສະນັ້ນ ຂໍ້ຕົກລົງ Brexit ຫາກໍ່ບັນລຸໄດ້ໃນວັນທີ 8 ທັນວາ ມີທ່າໄດ້ປຽບກ່ວາ ໃຫ້ສະຫະພາບ ເອີຣົບ ຍ້ອນ ລອນດອນ ໄດ້ມີຄວາມຜ່ອນສັ້ນຜ່ອນຍາວໃດໜຶ່ງຢ່າງແນ່ນອນ ເມື່ອຮັບຮອງສິດອຳນາດຂອງສານຍຸຕິທຳ ເອີຣົບ. ອັງກິດ ກໍ່ຮັບປະກັນວ່າ ຈະບໍ່ມີເສັ້ນຊາຍແດນແຂງຕິດກັບ ອຽກລັງເໜືອ ຊຶ່ງເຄີຍແມ່ນສິ່ງກີດຂວາງໃຫຍ່ທີ່ສຸດໃນການເຈລະຈາຂໍ້ຕົກລົງ Brexit ມໍ່ໆມານີ້. ສຸດທ້າຍ ກ່ຽວກັບພັນທະການເງິນ, ບັນຫາທີ່ພາໃຫ້ວົງການເຈົ້າໜ້າທີ່ ອັງກິດ ມີປະຕິກິລິຍາຢ່າງແຮງ ນັບແຕ່ກ່ອນມາຮອດປັດຈຸບັນ ກໍ່ໄດ້ຮັບການແກ້ໄຂ ເມື່ອ ອັງກິດ ເຫັນດີຊຳລະເງິນໃຫ້ ອີຢູ ພຽງປະມານ 47 – 52 ຕື້ USD.

        ໄລຍະ 1 ຂອງການເຈລະຈາກ່ຽວກັບ Brexit ໄດ້ສິ້ນສຸດແລ້ວ ເມື່ອ 3 ບັນດາຫຼັກແຫຼ່ງແມ່ນ ສິດພົນລະເມືອງ, ບັນຫາ ອຽກລັງ ແລະ ອຽກລັງເໜືອ, ກໍ່ຄືພັນທະດ້ານການເງິນຂອງ ອັງກິດ ໄດ້ຮັບການແກ້ໄຂ. ປີ 2018, ອີຢູ ແລະ ອັງກິດ ຈະສືບຕໍ່ການເຈລະຈາ ເພື່ອຊອກຫາຂໍ້ຕົກລົງການຄ້າ 2 ຝ່າຍ. ນີ້ແມ່ນໄລຍະທາງທີ່ລຳບາກກ່ວາໄລຍະທີ 1 ຍ້ອນເປົ້າໝາຍ ເຊິ່ງ ອີຢູ ແລະ ອັງກິດ ມຸ່ງໄປເຖິງ ນັ້ນແມ່ນຂໍ້ຕົກລົງດ້ານການຄ້າໃນໄລຍະຍາວ, ທີ່ສົ່ງຜົນສະທ້ອນເຖິງຜົນປະໂຫຍດແຫ່ງຊາດ ມີລັກສະນະຍຸດທະສາດຂອງທັງ 2 ຝ່າຍ ດັ່ງນັ້ນ ມາດຕາໃດໆ ກໍ່ຈະແມ່ນການເຈລະຈາລຳບາກທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ