ປີ 2017ແມ່ນປີທີ່ມີກາລະໂອກາດຫລາຍຢ່າງເພື່ອໃຫ້ປະຊາຄົມວິສາຫະກິດ ພັດທະນາ

(vovworld)- ປະ​ເທດ​ຊາດ​ກ້າວ​ເຂົ້າ​​ປີ 2017, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຂອງ “ລັດ​ຖະ​ບານ​ສ້າງ​ສາ” ພ້ອມ​ກັບ​ຫລາຍ​ນະ​ໂຍ​ບາຍທີ່ມີ​ປະ​ໂຫຍດ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ປີນີ້ ຈະ​ແມ່ນ​ປີ​ມີ​ສັນ​ຍານ​ດີ​, ເສດ​ຖະ​ກິດ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫງວຽນ​ຮັ່ງ ທີ່ມ​ີ​ຫົວ​ຂໍ້​ວ່າ: ປີ 2017: ປີ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ

ປີ 2017ແມ່ນປີທີ່ມີກາລະໂອກາດຫລາຍຢ່າງເພື່ອໃຫ້ປະຊາຄົມວິສາຫະກິດ ພັດທະນາ - ảnh 1
ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ​ຂອງ​
ຫວຽດ​ນາມ​ໃນ​ປີ2016
ພາບ​ປະ​ກອບ:

        ຕາມ​ບົດ​ລາຍ​ງານ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທະ​ນາ​ຄານ​ໂລກ, ສ​ະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ 9 ຂັ້ນ ຈາກ​ລະດັບ​ທີ 91 ໃນ​ປີ 2016 ຂຶ້ນ​ເປັນ ລະດັບ 82 ໃນ​ປີ 2017. ພ້ອມ​ກັນ​ນັ້ນ, ບັນ​ດາ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ພາ​ສີ ແລະ ກ່ຽວ​ຂ​ອ້ງ​ເຖິງ​ດ້ານ​ການ​ຄ້າ ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ ຂຶ້ນ 14 ຂັ້ນ ໃນ​ດັດ​ຊະ​ນີ​ຊຸກ​ຍູ້​ດ້ານ​ການ​ຄ້າ​ປີ 2016 ຂອງ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ໂລກ.

ບັນ​ດາ​ນະ​ໂຍ​ບາຍ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ລັດ​ຖະ​ບານ​ໄດ້​ກຳ​ນົດ​ມາດ​ຖານ “ລັດ​ຖະ​ບານ​ສ້າງ​ສາ” ເປັນ​ເຂັມ​ຊີ້​ທິດ​ເຍືອງ​ທາງໃຫ້​ແກ່​ວິ​ວັດ​ການ​ປະ​ຕິ​ຮູບ. ຕາມນັ້ນ​ແລ້ວ ເດືອນ 11/2016, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮ​ອງ​ເອົາ​ກົດ​ໝາຍ​ສະ​ບັບ​ຫນຶ່ງ ຫລຸ​ດ​ຜ່ອນ 41 ຂະ​ແຫນງ​ທ​ຸ​ລະ​ກິດ​ມີ​ເງື່ອນ​ໄຂ. ມີ​ກົດ​ໝາຍ​ຫລາຍ​ສະ​ບັບ ແລະ ຂໍ້​ກຳ​ນົດ​ຕ່າງໆ​ຈະ​ໄດ້​ຮັບ​ການ​ປັ​ບ​ປຸງ​ເພື່ອ​ຕັດ​ອອກ ແລະ ສືບ​ຕໍ່​ຫລຸດ​ຜ່ອນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ວິ​ສາ​ຫະ​ກິດ. ທ່ານ​ຮ​ວ່າງ​ຕຽນ​ຢ້ຽນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ ບໍ​ລິ​ສັດ Ko ko ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ສະ​ພາບ​ການ​ເສດ​ຖະ​ກິດ​ປີ 2017 ຈະ​ພັດ​ທະ​ນາ​ດີກວ່າ​ປີ 2016, ໂດຍ​ລັດ​ຖະ​ບານ ໄດ້ ແລະ ພວມ​ວາງ​ອອກ​ຫລາຍ​ນະ​ໂຍ​ບາຍ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

        “ປະ​ຈຸ​ບັນ, ລັດ​ຖະ​ບານ​ພວມ​ວາງອອກ​ຫລາຍ​ນະ​ໂຍ​ບາຍ​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ພິ​ເສດ ແມ່ນ​ບັນ​ດາ​ທະ​ນາ​ຄານ​ກໍ​ພວມ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ ແລະ ວິ​ສ​າ​ຫະ​ກິດ​ພວມ​ເຄື່ອນ​ໄຫວ​ໃນ​ຕ​ະ​ຫລາດ​ກ່ຽວ​ກັບ​ດ້ານ​ທຶນ​ຮອນ, ບັນ​ດາ​ນະ​ໂຍ​ບາ​ຍ​ຂອງ​ທະ​ນາ​ຄານ​ພວມ​ສ້າງ​ຄວາມ​ສະ​ດວກ​ເພື່ອໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ດ້ານ​ທຶນ​ຮອນ. ດ້ວຍ​ສັນ​ຍານ​ດີ​ຄື​ແນວນັ້ນ, ປີ 2017 ນີ້ ເສດ​ຖະ​ກິດ​ຂອງ​​ຫວຽດ​ນາມ ຈະ​ພັດ​ທະ​ນາ​ດີກວ່າ​ປີ 2016.”

        ທ່ານ ບູ່ຍງອກ​ເຕືອງ, ປະ​ທານ ສະ​ພາ​ບໍ​ລິ​ຫານ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ​ນ້ຳ​ສະ​ອາດ ຮຸ​່ງ​ແທ່ງ ປາດ​ຖະ​ຫນາ​ວ່າ ສະ​ພາ​ແຫ່ງ​ຊາດ ຈະ​ຮັບ​ຮອງ​ເອົາ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ໃນ​ປີ 2017, ເພາະ​ນີ້​ແມ່ນ​ເຄື່ອງ​ມື​ຫນູນ​ຊ່ວຍ​ຕັ້ງ​ຫນ້າ​ເພື່ອ​ຊ່ວຍ​ໃຫ້ 97% ໃນ​ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍພັດ​ທະ​ນາ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ກວ່າ 600.000 ແຫ່ງ​. ທ່ານ​ບູ່ຍງອກ​ເຕື່ອງ ປາດ​ຖະ​ຫນາ​ວ່າ ລັດ​ຈະ​ສ້າງ​ເງື່ອນ​ໄຂ​ຫນູນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ, ບຸກ​ເບີກຫນ້າ​ພຽງ, ທີ່​ດິນ.. ຜ່ານນັ້ນ ສ້າງ​ທ່າ​ໃຫ້​ວິ​ສາ​ຫະ​ກິດ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂອງ​ຕົນ.

        “ປີ 2017 ລັດ​ຈະ​ຫນູນ​ຊ່ວຍ​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ສະ​ດວກ​ສະ​ບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ​ປະ​ດິດ​ຄິດ​ສ້າງ ແລະ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຫນ​ູນ​ຊ່ວຍ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ​ເພ​ື່ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ຫນູນ​ຊ່ວຍ​ທີ່​ດິນ, ບຸກ​ເບີກຫນ້າ​ພຽງ. ດ້ວຍ​ທ່າ​ພັດ​ທະ​ນາ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ, ພວກ​​ຂ້າ​ພະ​ເຈົ້າມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ກ້າວ​ຂຶ້​ນ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ວິ​ສາ​ຫະ​ກິດ​ຕ້ອງ​ຮັບ​ມື​ກັບ​ວິ​ວັດ​ການ​ໂລ​ກາ​ພິ​ວັດ

ຕາມ​ທ່ານ ມາ​ກກວກ​ແອງ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສິນ​ຄ້າ MAC ແລ້ວ, ບັນ​ດາ​ກອງ​ທຶນ​ຄື: ຄ້ຳ​ປະ​ກັນ​ສິນ​ເຊື່ອ, ຫນູນ​ຊ່ວຍ​ກ່ຽວ​ກັບ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຄວນ​ຫັນ​ເປັນ​ຂອງ​ສັງ​ຄົມ​ເພື່ອ​ຊ່ວຍ​ບັນ​ດາ​ວິ​ສ​າ​ຫະ​ກິດ​ມີ​ຫລາຍ​ແຫລ່ງ​ທຶນ​ເພື່ອ​ລົງ​ທຶນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ.

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ​ເສດ​ຖະ​ກິດ​ປີ 2017 ກ່ຽວ​ກັບ ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ອັດ​ຕາ​ດອກ​ເບ້ຍ ຈະ​ໄດ້​ຮັບ​ການຮັກ​ສາ​ເປັນ​ປົກ​ກະ​ຕິ ແລະ ເປັນ​ປະ​ຈຳ​ໃນ​ປີ 2017. ເພາະ​ວ່າ ນີ້​ແມ່ນ​ສິ່ງ​ທີ່ຊ່ວ​ຍ​ໃຫ້​ການ​ສົ່ງ​ອອກ​ສິນ​ຄ້າ, ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ຂອງວິ​ສາ​ຫະ​ກິດ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ຕະ​ຫລາດ ​ເຂົາ​ເຈົ້າຈະ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ກວ່າ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ປີ 2017, ພວກ​ເຮົາ​ຈັດ​ຕັ້ງ​ກອງ​ປະ​ຊຸມ APEC ເວ​ລານັ້ນ  ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຫລາຍ​ຄົນຈະ​ມາ​ຊອກ​ຫາ, ຊອກ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ຢູ່​ຫວຽດ​ນາມ, ປີ 2017 ເສດ​ຖະ​ກິດຈະ​ເຕີບ​ໂຕ, ເພາະ​ປີ 2016 ພວກ​ເຮົາ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ.”

        ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ສັງ​ເກດ​ວ່າ: ປີ 2017 ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແຕ່​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ. ສະ​ນັ້ນ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຕ້ອງ​ຮັບ​ມື​ກັບ​ວິ​ວັດ​ການ​ໂລ​ກາ​ພິ​ວັດ ກໍ​ຄື​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4. ທ່ານ ຫວູ​ຕຽນ​ລົກ ຖື​ວ່າ:

“ເຖິງວ່າ ປີ 2017 ​ຈະສືບ​ຕໍ່​ແມ່ນ​ຊຸມ​ປີ​ທີ່​ປ​ະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ຕາມ, ​ແຕ່​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫຍ່​​ພວມ​ເປີດກວ້າງ. ຂ້າ​ພ​ະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຍາມ​ໃດ​ກໍ​ຮັກ​ສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ​ມີຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ກ້າວ​ໄປ​ເຖິງ​ມາດ​ຖານ​ຂອງ​ໂລກ ເພື່ອ​​ອາດສາ​ມາດ​ແກ້ງ​ແຍ້ງ ແລະ ເຊື່ອມ​ໂຍງ​ຢ່າງ​ສຳ​ເລັດ​ຜົນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເລື່ອງ​ປ່ຽນ​ໃຫມ່​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແມ່ນ​ຄຳ​ຮຽ​ກ​ຮ້ອງ​ສຳ​ຄັນ​ປະ​ຈຳ​ວັນ​ຂອງ​ທຸກວິ​ສາ​ຫະ​ກິດ ແລະ ຄົນ​ງານ. ຖ້າ​ປຸກ​ລະ​ດົມ​ໄດ້​ຈິດ​ໃຈ​ປ່ຽນ​ໃຫມ່​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ພວກ​ເຮົາ​ຈະ​ປະ​ສົບ​ຜົນສຳ​ເລັດ ແລະ ໂຄງ​ການ​ຈ​ຸດ​ໝາຍ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຊາດ​ມີ​ວິ​ສາ​ຫະ​ກິດ 1 ລ້ານ​ແຫ່ງ​ເຄື່ອນ​ໄຫວ​ຢ່າງມ​ີ​ປະ​ສິດ​ທິ​ຜົນ​ໃນ​ປີ 2020 ຈະ​ປະ​ກົດ​ຜົນ​ເປັນ​ຈິງ.”

        ເຖິງວ່າ​ຍັງ​ມີ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ ແຕ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດມີ​ຄວາມ​ເຊື່ອ​ໝັ້ນວ່າ ລັດ​ຖະ​ບານ​ຈະ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ທິດ​ໂປ່ງ​ໃສ, ສະ​ເຫມີ​ພາບ. ນີ້​ແມ່ນ​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ມາດ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

 


ຕອບກັບ

ຂ່າວ/ບົດ​ອື່ນ