ປີ 2018: ຈຸດເວລາສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ປີ 2018, ເຊິ່ງເປັນປີບານພັບເພື່ອປະຕິບັດບັນດາໜ້າທີ່ຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ໃນນັ້ນການເຊື່ອມໂຍງເຂົ້າກັບສາກົນແມ່ນຕ່ອງໂສ້ສຳຄັນ. ໃນປີ 2018 ນີ້, ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດເຊື່ອມໂຍງ, ພິເສດແມ່ນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ເລື່ອງໝູນໃຊ້ບັນດາກາລະໂອກາດນີ້ໃຫ້ເປັນຢ່າງດີ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ. ຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນເວທີປາໄສສາກົນ.

ໃນການເຊື່ອມໂຍງເຂົ້າກັບສາກົນ, ຈາກການເປີດກວ້າງການພົວພັນ, ເຂົ້າເປັນສະມາຊິກ ແລະ ເຂົ້າຮ່ວມການຮ່ວມມືສາກົນ ຫັນໄປສູ່ການເປັນເຈົ້າການປະກອບສ່ວນ, ຕັ້ງໜ້າລິເລີ່ມ ແລະ ເຂົ້າຮ່ວມສ້າງບັນດາກົນໄກຮ່ວມມືໃຫ້ເປັນຮູບປະທຳແມ່ນບາດກ້າວຫັນປ່ຽນທີ່ສຳຄັນ. ປີ 2018, ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແມ່ນນອນໃນທິດນຳນີ້.

ຈຸດເວລາສຳຄັນໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ປີ 2018: ຈຸດເວລາສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

(ພາບປະກອບ: VGP)

ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນຈຸດສຸມໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ປີ 2018, ຫວຽດນາມ ຕ້ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາສາກົນໃຫຍ່ ເພື່ອແນໃສ່ຍົກລະດັບການເຊື່ອມໂຍງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ໃຫ້ຮູ້ວ່າ.

        “ກ້າວເຂົ້າສູ່ປີ 2018 ແມ່ນຈຸດເວລາກຳນົດໃຫ້ຫວຽດນາມ ປະຕິບັດສຳເລັດບັນດາຄຳໝັ້ນສັນຍາກ່ຽວກັບເສດຖະກິດສາກົນໃນຫຼາຍຂັ້ນຕອນ. ສິ່ງນີ້ຈະກະທົບເຖິງບັນດາທ້ອງຖິ່ນ, ວິສາຫະກິດ. ກ່ອນອື່ນໝົດແມ່ນສັນຍາສິນຄ້າອາຊຽນ ນັບແຕ່ວັນທີ 01 ມັງກອນ 2018 (ລົບລ້າງພາສີ 669 ຢ່າງລົງ 0%), ບັນດາຄຳໝັ້ນສັນຍາຂອງ WTO, ຫຼຸດຜ່ອນອັດຕາພາສີອາກອນລົງໃຫ້ຫຼາຍ ຕາມຄຳໝັ້ນສັນຍາບັນດາ FTA ໃໝ່ລະຫວ່າງອາຊຽນ ກັບຈີນ, ສ.ເກົາຫຼີ. ຄາດວ່າຈະສາມາດປະຕິບັດສຳເລັດ FTA ກັບ EU (EVFTA), ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)”.

        ອາດຈະເຫັນໄດ້ວ່າ, ປີ 2018 ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາຕະຫຼາດໃຫຍ່ດ້ວຍບັນດາມາດຕະຖານ, ຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກວ່າ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈເຊື່ອມໂຍງຢູ່ໃນລະດັບສູງກວ່າຂອງຫວຽດນາມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈີ່ນຕວນແອງ, ໃຫ້ຂໍ້ສັງເກດວ່າ.

        “ປີ 2018 ແມ່ນບັນດາກາລະໂອກາດໃຫຍ່ກວ່າ ຖ້າຫາກສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ແລະ ກ້າວເຂົ້າສູ່ການປະຕິບັດ ກໍຄື CPTPP ທີ່ໄດ້ຮັບການລົງນາມ ຈະແມ່ນບາດລ້ຽວອັນໃຫຍ່ຫຼວງ ແລະ ມີຂອບຂະໜາດສູງກວ່າຫຼາຍເທົ່າໃນວິວັດທະນາການເຊື່ອມໂຍງຂອງຫວຽດນາມ. ປີ 2000, ການສົ່ງອອກຂອງຫວຽດນາມ ໄປຍັງສະຫະພາບເອີລົບ ບັນລຸພຽງແຕ່ 4 ຕື້ USD ເທົ່ານັ້ນ, ມາຮອດປີ 2017 ແມ່ນບັນລຸກວ່າ 45 ຕື້ USD. ດ້ວຍບັນດາກົນໄກບຸລິມະສິດເຊິ່ງ 2 ຝ່າຍສະຫງວນໃຫ້ກັນໃນ EVFTA ນັ້ນ, ຄວາມສາມາດສົ່ງອອກຂອງຫວຽດນາມ ໄປຍັງ EU ອາດຈະຂຶ້ນເຖິງ 100 ຕື້ USD”.

        ກາລະໂອກາດທີ່ມີຢູ່ແລ້ວ. ນັ້ນແມ່ນເງື່ອນໄຂທີ່ຈຳເປັນ . ສ່ວນເງື່ອນໄຂຄົບຖ້ວນແມ່ນເຮັດແນວໃດເພື່ອຈັດຕັ້ງການຂຸດຄົ້ນໃຫ້ເປັນຢ່າງດີ ແລະ ປະຕິບັດບັນດາກາລະໂອກາດນີ້ຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວແມ່ນອີງໃສ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການສືບຕໍ່ປະຕິບັດບັນດາການປະຕິຮູບ. ທ່ານລັດຖະມົນຕີ ເຈີ່ນຕວນແອງ ຖືວ່າ.

        “ພວກເຮົາມີຄວາມເຂົ້າໃຈວ່າ ບັນດາເນື້ອໃນດັ່ງກ່າວຮຽກຮ້ອງໃຫ້ມີຄວາມມານະພະຍາຍາມໃໝ່. ໃນວິວັດທະນາການປະຕິບັດທີ່ຈະມາເຖິງ, ຖ້າຫາກບັນດາສັນຍາດັ່ງກ່າວມີຜົນສັກສິດ, ພວກເຮົາຕ້ອງປະຕິຮູບລັດວິສາຫະກິດໃຫ້ຫຼາຍກວ່າອີກ, ບັນດາກົນໄກນະໂຍບາຍທີ່ສະຫງວນໃຫ້ພາກພື້ນຂອງລັດວິສາຫະກິດ ຫຼື ການຊື້ຂາຍພາກລັດຂອງລັດຖະບານ… ບັນດາກະຊວງ, ຂະແໜງການ, ບັນດາອົງການຄຸ້ມຄອງຂອງຫວຽດນາມ ລ້ວນແຕ່ຮັບຮູ້ ແລະ ມີສະຕິຕໍ່ບັນດາສິ່ງທ້າທາຍ, ບັນດາຄວາມຮຽກຮ້ອງຕ້ອງການທີ່ພວມວາງອອກ”.

ຊຸກຍູ້ການພົວພັນຕ່າງປະເທດຫຼາຍຝ່າຍ, ຢືນຢັນແນວທາງຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ

        ປີ APEC 2017, ແມ່ນການສະແດງອອກຢ່າງມີຊີວິດຊີວາ ຊີ້ໃຫ້ເຫັນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ຫັນປ່ຽນໄປສູ່ການເປັນເຈົ້າການປະກອບສ່ວນສ້າງ, ກະຕິກາໃຫ້ເປັນຮູບປະທຳຢ່າງອຮງ.

        ເນື່ອງຈາກໝາກຜົນໃຫຍ່ໃນການພົວພັນຕ່າງປະເທດຫຼາຍຝ່າຍຂອງປີ APEC 2017, ຕົ້ນປີ 2018, ຫວຽດນາມ ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF) ສຳເລັດຜົນ. ປີ 2018 ກໍແມ່ນປີປະຕິບັດຕາມທ່ວງທ່າໃຫ້ບັນດາເຫດການຫຼາຍຝ່າຍສຳຄັນອື່ນຂອງຫວຽດນາມ ຄືປີເປັນປະທານອາຊຽນ 2020, ຂົນຂວາຍບັນດາປະເທດສະໜັບສະໜູນຫວຽດນາມ ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ, ໃຫ້ຮູ້ວ່າ.

        “ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຫຼາຍຝ່າຍ, ຫຼາຍຮູບຫຼາຍແບບໃນຊຸມປີຜ່ານມາ ໄດ້ເສີມຂະຫຍາຍຢ່າງສຸດຂີດ ນັບທັງຄວາມໝັ້ນຄົງ, ການພັດທະນາ ແລະ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ. ສະນັ້ນ, ເມື່ອພວກເຮົາຜັນຂະຫຍາຍປີ 2018 ຕ້ອງຢຶດໝັ້ນແນວທາງການຕ່າງປະເທດດັ່ງກ່າວ ແຕ່ຕ້ອງການປັບປຸງບາງຢ່າງ. ທີ່ໜຶ່ງແມ່ນ ຄວນສືບຕໍ່ສ້າງຜົນປະໂຫຍດໃຫ້ກົມກຽວ, ເສີມຂະຫຍາຍບັນດາຂໍ້ລິເລີ່ມເຊິ່ງຫວຽດນາມ ໄດ້ຍົກອອກມາໃນປີ APEC 2017 ເຊິ່ງບັນດາພື້ນຖານເສດຖະກິດເຫັນດີເຫັນພ້ອມຄື: ຂໍ້ລິເລີ່ມກ່ຽວກັບການພັດທະນາແບບກວມລວມ, ການຄ້າເອເລັກໂຕນິກຂ້າມຊາຍແດນ… ທີ 2  ແມ່ນ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງອາຊຽນ, ສືບຕໍ່ພ້ອມກັບອາຊຽນ ຮັກສາຄວາມສາມັກຄີ, ມີຜົນປະໂຫຍດທີ່ກົມກຽວເພື່ອຮ່ວມມືກັບພາກພື້ນໃຫ້ດີກວ່າ. ສຸດທ້າຍແມ່ນສືບຕໍ່ຫັນການພົວພັນກັບບັນດາປະເທດ ແລະ ສະຫະພາບເອີລົບ ເປັນຫຼາຍຮູບແບບ ກໍ່ແມ່ນໜຶ່ງໃນບັນດາບຸລິມະສິດ”.

        ການເຊື່ອມໂຍງເຂົ້າກັບສາກົນແມ່ນການຄັດເລືອກນະໂຍບາຍຂອງຫຼາຍປະເທດເພື່ອພັດທະນາ. ຫວຽດນາມ ກໍນອນໃນທ່າອ່ຽງນັ້ນ. ແລະປີ 2018, ຫວັງວ່າ, ຫວຽດນາມ ຈະສືບຕໍ່ຂຸດຄົ້ນບັນດາກາລະໂອກາດສຳຄັນກ່ຽວກັບການເຊື່ອມໂຍງໃຫ້ເປັນຢ່າງດີກວ່າ, ພິເສດແມ່ນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເພື່ອບັນລຸໄດ້ລະດັບເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງສູງ, ສ້າງບົດບາດທີ່ຕັ້ງສາກົນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ