ປີ 2018 ສືບຕໍ່ສ້າງຂີດໝາຍໃນວິວັດການເຊື່ອມໂຍງຂອງ ຫວຽດນາມ

(VOVWORLD) -  ໃນສະພາບການພົວພັນສາກົນປີ 2018 ຖືກຜົນກະທົບຢ່າງແຮງ ຍ້ອນການດັດປັບນະໂຍບາຍຂອງບັນດາປະເທດໃຫຍ່, ເຮັດໃຫ້ເກີດບັນດາການຜັນແປຫລາຍສົ້ນຢູ່ບັນດາພາກພື້ນ, ສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບການຢູ່ແຕ່ລະປະເທດ, ໃນນັ້ນມີ ຫວຽດນາມ, ວຽກງານການພົວພັນຕ່າງປະເທດປີ 2018 ສືບຕໍ່ບັນລຸໄດ້ຜົນງານຫລາຍຢ່າງ.

        ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະ ບັນດາຄູ່ຮ່ວມມືລ້ວນແຕ່ໄດ້ຮັບການເປີດກ້ວາງ ແລະ ເລິກເຊິ່ງກ່ວາ. ພິເສດ, ການພົວພັນຕ່າງປະເທດ 2018 ໄດ້ສະແດງໃຫ້ເຫັນບົດບາດພົ້ນເດັ່ນຂອງ ຫວຽດນາມ ສຳລັບບັນດາເຫດການທີ່ມີຂອບຂະໜາດໃຫຍ່ “ທົ່ວໂລກ”.

ປີ 2018 ສືບຕໍ່ສ້າງຂີດໝາຍໃນວິວັດການເຊື່ອມໂຍງຂອງ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: VGP) 

        ປີ 2018, ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບ, ຫລາຍແບບ ແລະ ຫລາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ບັນດາບັນຫາສາກົນ, ການຕ່າງປະເທດໄດ້ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ເສດຖະກິດປະເທດພັດທະນາ.

ສ້າງຂີດໝາຍການທູດ 2 ຝ່າຍ

        ປີ 2018 ໄດ້ຮັບຮູ້ວ່າບັນດາການຢ້ຽມຢາມລະຫວ່າງ 2 ຝ່າຍ ໄດ້ຮັບການເພີ່ມທະວີຢ່າງຄຶກຄື້ນ ນັບແຕ່ຕົ້ນປີຈົນຮອດທ້າຍປີ. ໂດຍອີງໃສ່ບັນດາການຢ້ຽມຢາມດັ່ງກ່າວ, ຫວຽດນາມ ສ້າງໄດ້ຈຸດສຸມກົນໄກ, ກໍ່ຄືຂອບເຂດການຮ່ວມມືສະດວກໃນແຕ່ລະຂົງເຂດ ເພື່ອພັດທະນາເສດຖະກິດປະເທດຊາດ. ສິ່ງທີ່ເປັນໜ້າສົນໃຈໃນປີ 2018 , ນັ້ນແມ່ນ ຫວຽດນາມ ໄດ້ຍົກລະດັບການພົວພັນກັບ ອົດສະຕາລີ ຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນອກນັ້ນ, ການພົວພັນຄູ່ຮ່ວມມືຮອບດ້ານກັບ 11 ປະເທດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດພິເສດກັບ ລາວ ແລະ ກຳປູເຈຍ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ, ຮອງປະທານຄະນະກຳມະການແຫ່ງຊາດ ຫວຽດນາມ ກ່ຽວກັບການຮ່ວມມືເສດຖະກິດປາຊີຟິກ, ຮອງປະທານກຸ່ມກໍ່ສ້າງວິໄສທັດ APEC ພາຍຫລັງປີ 2020 ຢືນຢັນວ່າ:

        ຫວຽດນາມ ພວມກ້າວເຂົ້າສູ່ໄລຍະການພັດທະນາທີ່ສຳຄັນ. ພວກເຮົາມີຜົນປະໂຫຍດປະສົມປະສານກ້ວາງໃຫຍ່ທີ່ບໍ່ເຄີຍມີມາກ່ອນກັບບັນດາຄູ່ຮ່ວມມື, 27 ຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານ ພ້ອມດ້ວຍ 59 ຄູ່ຮ່ວມມື FTA. ພວກເຮົາມີແຜນນະໂຍບາຍເຊືີ່ອມໂຍງເລິກທີ່ສຸດ ແລະ ປັດຈຸບັນ ພວກເຮົາບໍ່ພຽງແຕ່ຢູ່ໃນລະດັບເຊື່ອມໂຍງເທົ່ານັ້ນ ຫາກຍັງຢູ່ໃນລະດັບຮ່ວມສຳພັນດ້ວຍທີ່ຕັ້ງໃໝ່, ໄປທັນກັບທ່າອ່ຽງໃໝ່.

ບັນດາການຮ່ວມສຳພັນໃໝ່ໄດ້ສ້າງຂຶ້ນເປັນຮູບປະທຳ

        ເຖິງວ່າທ່າອ່ຽງອາລັກຂາເກີດຂຶ້ນຢູ່ຫລາຍແຫ່ງໃນໂລກກໍ່ຕາມ, ແຕ່ວົງເງິນການຄ້າ ແລະ ດຶງດູດເງິນທຶນ, ການທ່ອງທ່ຽວຈາກບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ ຫວຽດນາມ ຍັງຢູ່ໃນທ່າເຕີບໂຕ. ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ ບັນລຸລະດັບສະຖິຕິ 15 ລ້ານເທື່ອຄົນ. ມາຮອດປັດຈຸບັນ, ລວມມີ 71 ປະເທດໄດ້ຮັບຮອງ ຫວຽດນາມ ເປັນພື້ນຖານເສດຖະກິດການຕະຫລາດ. ປີ 2018 ຍັງສ້າງຂີດໝາຍກ່ຽວກັບເລື່ອງ ຫວຽດນາມ ສຳເລັດການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີກັບສະຫະພາບ ເອີຣົບ (EVFTA), ຍົກຈຳນວນສັນຍາການຄ້າເສລີໂດຍ ຫວຽດນາມ ເຂົ້າຮ່ວມຂຶ້ນເປັນ 16 ສະບັບ. ຕໍ່ກັບບັນດາສັນຍາການຄ້າເສລີດັ່ງກ່າວ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນສ້າງລະບົບການຄ້າສາກົນ. ຍ້ອນເຫດນັ້ນ, ບໍ່ແມ່ນສິ່ງທີ່ຍັງເອີ້ນທີ່ ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນຂອງສະຫະປະຊາຊາດອາຍຸການ 2019 – 2025 ດ້ວຍບັດສະໜັບສະໜູນສູງ.

ເພີ່ມທະວີທີ່ຕັ້ງບົດບາດ ຫວຽດນາມ ຢູ່ເວທີສາກົນ

        ປີ 2018 ກໍ່ເປັນປີສ້າງຂີດໝາຍດ້ວຍບັນດາໝາກຜົນທີ່ເປັນໜ້າຊື່ນຊົມໃນການພົວພັນຕ່າງປະເທດຫລາຍຝ່າຍຂອງ ຫວຽດນາມ. ນອກຈາກເລືຶ່ອງເປັນຄັ້ງທຳອິດທີ່ໄດ້ຮັບໄຊຊະນະການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນຂອງສະຫະປະຊາຊາດແລ້ວ, ໂຮງໝໍກາງສະໜາມແຫ່ງທຳອິດຂອງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມກຳລັງ ຮັກສາສັນຕິພາບຂອງສະຫະປະຊາຊາດ, ຫວຽດນາມ ຍັງເຂົ້າຮ່ວມໃນບັນດາເວທີປາໄສຫລາຍຝ່າຍ (ຄື: ກອງປະຊຸມ G7 ເປີດກ້ວາງ, ກອງປະຊຸມສຸດຍອດ ອາຊຽນ, ເປັນປະທານຮຽບຮຽງມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດຢູ່ກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດ, ກອງປະຊຸມສຸດຍອດຮ່ວມມືແມ່ຂອງ ຍີ່ປຸ່ນ, ເວທີປາໄສການຮ່ວມມື ອາຊີ - ເອີຣົບ, ເວທີປາໄສສຸດຍອດເພື່ອເປົ້າໝາຍຂຽວທົ່ວໂລກ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ).

        ພິເສດແມ່ນກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF - ອາຊຽນ) ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຢູ່ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈເລິກເຊິ່ງກ່ຽວກັບ ຫວຽດນາມ ເຊື່ອມໂຍງ. ທ່ານ Borge Brende ປະທານ WEF ຖືວ່າ:

        ໃນ 27 ປີທີ່ຈັດຕັ້ງເວທີປາໄສ WEF ພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ, ນີ້ແມ່ນເວທີປາໄສປະສົບຜົນສຳເລັດທີ່ສຸດ. ຫວຽດນາມ ໄດ້ຜ່ານຜ່າໄລຍະທາງແຫ່ງການພັດທະນາທີ່ປະທັບໃຈນັບແຕ່ກອງປະຊຸມອາຊີຕາເວັນອອກຢູ່ ຫວຽດນາມ ປີ 2010 ແລະ ກອງປະຊຸມຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ, ວິສາຫະກິດແຖວໜ້າເປັນຈຳນວນຫລວງຫລາຍ. ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈເມື່ອເຮັດວຽກກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ຕີລາຄາສູງບົດບາດຂອງ ຫວຽດນາມ ທີ່ຈັດຕັ້ງກອງປະຊຸມ ປະສົບຜົນສຳເລັດໃນຄັ້ງນີ້.

        ອາດເວົ້າໄດ້ວ່າ: ຜົນສຳເລັດຂອງ WEF ອາຊຽນ 2018 ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພື້ນ ອາຊຽນ ແລະ ໃນໂລກນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ສະແດງໃຫ້ເຫັນຄວາມເປັນເຈົ້າການແລະ “ຂອບຂະໜາດ” ຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມການກໍ່ສ້າງ ແລະ ກຳນົດເສດຖະກິດພາກພື້ນ ແລະ ທົ່ວໂລກ.

        ປີ 2019, ໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໃໝ່ຫລາຍຢ່າງ. ໃນໂລກແຫ່ງການປ່ຽນແປງຫລາຍຢ່າງນີ້, ຫວຽດນາມ ສືບຕໍ່ຮັກສານະໂຍບາຍເອກະລາດ, ເປັນເຈົ້າຕົນເອງ, ມີຄວາມປະສົມກົມກຽວທາງການທູດ, ສືບຕໍ່ຮັກສາການພົວພັນເປີດກ້ວາງກັບບັນດາປະເທດທັງໝົດ ແລະ ປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ