​ປີ 2020: ໜ້າ​ທີ່​ຄ​ວາມ​ຮັບ​ຜິດ​ຊອບ​ ແລະ ຄວາມ​ສຸ​​ມຈິດ​ສຸມ​ໃຈ​ຂອງ​ຫວຽດ​ນາມ ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ

(VOVWORLD) - ປີ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ອາດຈະກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ, ສປຊ ອາຍຸການ 2020 2021 ຖ້າຫາກໄດ້ຮັບການເລືອກຕັ້ງໃນເດືອນ ມິຖຸນາ ຈະມາເຖິງນີ້. ເລື່ອງຮັບດຳລົງຕຳແໜ່ງໃນ 2 ບົດບາດໜ້າທີ່ນີ້ ອາດຈະຊ່ວຍໃຫ້ ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ມີໂອກາດ ຊຸກຍູ້ຄວາມສົນໃຈລວມຂອງພາກພື້ນໃນໂຄງການດຳເນີນງານຂອງ ສປຊ, ຊຸກຍູ້ເປົ້າໝາຍລວມຂອງສອງອົງການດັ່ງກ່າວຕາມທິດ: ມຸ່ງໄປສູ່ສັນຕິພາບ ແລະ ພັດທະນາໃນທົ່ວໂລກແບບຍືນຍົງ.

ຄວາມຈິງແລ້ວ, ຫວຽດນາມ ເຄີຍໄດ້ຮັບດຳລົງຕຳແໜ່ງເປັນ ປະທານອາຊຽນ ເມື່ອປີ 2010 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ, ສປຊ ອາຍຸການ 2008 – 2009. ໃນໄລຍະປະຕິບັດສອງບົດບາດໜ້າທີ່ດັ່ງກ່າວ, ຫວຽດນາມ ລ້ວນແຕ່ສ້າງຂີດໝາຍທີ່ຕັ້ງໜ້າ. ໃນໄລຍະ 10 ປີ ຜ່ານມາ, ຫວຽດນາມ ກໍເພີ່ມທະວີການເຂົ້າຮ່ວມບັນດາວຽກງານລວມຂອງສາກົນ ແລະ ມີທີ່ຕັ້ງບົດບາດສູງກວ່າ.

​ປີ 2020: ໜ້າ​ທີ່​ຄ​ວາມ​ຮັບ​ຜິດ​ຊອບ​ ແລະ ຄວາມ​ສຸ​​ມຈິດ​ສຸມ​ໃຈ​ຂອງ​ຫວຽດ​ນາມ ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ - ảnh 1(ພາບປະກອບ: TTXVN)

   ໃນການຮັບດຳລົງຕຳແໜ່ງເປັນປະທານອາຊຽນຄັ້ງທີ 2 ແລະ ເປັນປະເທດຕາງໜ້າໜຶ່ງດຽວຂອງກຸ່ມບັນດາປະເທດອາຊີທີ່ອອກ ສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ປາດຖະໜາວ່າ ບໍ່ພຽງແຕ່ມີກາລະໂອກາດເພື່ອສະແດງທັດສະນະສະເພາະຂອງຕົນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທັດສະນະລວມຂອງອາຊຽນ, ຊ່ວຍ ສປຊ ມີການສັງເກດກວມລວມກວ່າກ່ຽວກັບສະພາບການຂອງພາກພື້ນອີກດ້ວຍ, ພິເສດໃນສະພາບທີ່ພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ.

ໜ້າທີ່ຮັບຜິດຊອບຕໍ່ປະເທດຊາດ, ໜ້າທີ່ຮັບຜິດຊອບຕໍ່ໂລກ

      ໂລກກໍພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່, ເມື່ອພື້ນຖານສັນຕິພາບຍັງບໍ່ທັນໄດ້ຮັບປະກັນ. ການເພີ່ມທະວີຂຶ້ນຂອງບັນດາມາດຕະການແບບລຳພັງຝ່າຍດຽວເພື່ອແກ້ໄຂບັນດາການຂັດແຍ້ງກັນ ແມ່ນບັນດາໄພນາບຂູ່ທີ່ອັນຕະລາຍຕໍ່ສັນຕິພາບ ແລະ ສະຖຽນລະພາບໃນໂລກ...

      ໂດຍເປັນປະເທດທີ່ຕ້ອງປະເຊີນໜ້າກັບສົງຄາມເປັນປະຈຳ, ເຄີຍຖືກຕົກຄ້າງຢູ່ລະຫວ່າງບັນດາກົນອຸບາຍ, ການຄິດໄລ່ສະແຫວງຫາຜົນປະໂຫຍດຂອງບັນດາປະເທດມະຫາອຳນາດ, ຕ້ອງເສຍສະຫຼະເລືອດເນື້ອຢ່າງຫຼວງຫຼາຍເພື່ອພື້ນຖານເອກະລາດ ແລະ ອະທິປະໄຕຜືນແຜ່ນດິນ, ຫວຽດນາມ ຍາມໃດກໍມີສະຕິຮັບຮູ້ຢ່າງຈະແຈ້ງກ່ຽວກັບບັນດາສິ່ງທີ່ຕົນພວມມີ. ໂລກພຽງແຕ່ສາມາດພັດທະນາແບບຍືນຍົງໄດ້ ເມື່ອແຕ່ລະປະເທດ, ແຕ່ລະສ່ວນບຸກຄົນ ຕ້ອງມີສະຕິຕໍ່ 2 ໜ້າທີ່ຮັບຜິດຊອບພ້ອມກັນ ນັ້ນແມ່ນ: ໜ້າທີ່ຮັບຜິດຊອບຕໍ່ປະເທດຂອງຕົນ ແລະ ມີໜ້າທີ່ຮັບຜິດຊອບຕໍ່ທົ່ວໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຄີຍໄດ້ເນັ້ນໜັກແນວນັ້ນໃນກອງປະຊຸມປຶກສາຫາລືຂັ້ນສຸດຍອດ ສະມັດຊາໃຫຍ່ ສະພາຄວາມໝັ້ນຄົງ ສປຊ ແລະ ໄດ້ຮັບການຕີລສູງຈາກຫາງສຽງ, ຖືນີ້ແມ່ນຄວາມສຸມຈິດສຸມໃຈ, ໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຕໍ່ອະນາຄົດພັດທະນາຂອງໂລກແຫ່ງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຍຸຕິທຳ. ເລື່ອງຫວຽດນາມອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ກໍບໍ່ນອນຢູ່ນອກເໜືອຄວາມມຸ່ງມາດປາດຖະໜາດັ່ງກ່າວ, ເຊິ່ງມີຄວາມຫວັງຢາກປະກອບສ່ວນຫຼາຍກວ່າເຂົ້າໃນວຽກງານລວມ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ. ກ່ຽວກັບສິ່ງດັ່ງກ່າວ, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າຖືວ່າ ປະເທດ ຫວຽດນາມ ພວກເຮົາມີເງື່ອນໄຂຫຼາຍຢ່າງເພື່ອ ພ້ອມກັບປະຊາຄົມສາກົນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ເພາະວ່າ ກ່ອນອື່ນໝົດ ພວກເຮົາແມ່ນປະເທດມີຄວາມຄາດຫວັງຕໍ່ສັນຕິພາບ ແລະ ແມ່ນປະເທດທີ່ໄດ້ຜ່ານຜ່າສິ່ງທ້າທາຍ ແລະ ສົງຄາມຫຼາຍຄັ້ງ ສະນັ້ນ ພວກເຮົາມີຄວາມຫວັງຫຼາຍຢ່າງເພື່ອສະກັດກັ້ນສົງຄາມ ແລະ ການປະທະກັນ”.

      ເມື່ອກາຍເປັນສະມາຊິກ ສະພາຄວາມໝັ້ນຄົງ ສປຊ ກໍຄືຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020, ຫວຽດນາມ ຈະຕ້ອງແກ້ໄຂບັນດາບັນຫາຢ່າງຄ່ອງແຄ້ວ, ດຸ່ນດ່ຽງລະຫວ່າງຜົນປະໂຫຍດແຫ່ງຊາດ, ພາກພື້ນ ແລະ ທົ່ວໂລກ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າບັນດາບັນຫາຮ້ອນເຮັ່ງຂອງໂລກ, ຫຼຸດຜ່ອນຄວາມສ່ຽງເກີດການປະທະກັນ. ທ່ານ Shahriman Lockman, ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນ ມາເລເຊຍ ຖືວ່າ:

      “ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນ ອາດຈະເກີດບັນດາການປະທະກັນ ແລະ ບົດບາດເປັນກຳມະການບໍ່ປະຈຳ ສະພາຄວາມໝັ້ນຄົງສປຊ ອາດຈະຖືກຊໍ້າຊ້ອນກັບ ບົດບາດເປັນ ປະທານ ອາຊຽນ ແລະ ຫວຽດນາມ ຈະຕ້ອງແບກຫາບໜ້າທີ່ອັນໜັກໜ່ວງທີ່ສຸດ. ແຕ່ສຳລັບບົດຮຽນທີ່ຖອດຖອນມາໄດ້ຈາກສົງຄາມສອງຄັ້ງ, ປະສົບການໃນການແກ້ໄຂບັນດາບັນຫາທະເລຕາເວັນອອກ, ຫວຽດນາມ ອາດສາມາດແກ້ໄຂ ແລະ ສະກັດກັ້ນການປະທະກັນຢ່າງຄ່ອງແຄ້ວ. ທີ່ຕັ້ງບົດບາດຂອງຫວຽດນາມໃນຊຸມປີຜ່ານມາ ສາມາດຈະສະໜອງໄດ້ຕາມຄວາມຫວັງດັ່ງກ່າວ”.

      ດ້ວຍປະສົບການເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009, ປະທານ ອາຊຽນ 2010, ບັນດານັກຊ່ຽວຊານສາກົນເຊື່ອໝັ້ນວ່າ ຫວຽດນາມ ຈະສຳເລັດບົດບາດດັ່ງກ່າວ. ທ່ານ MartyNetalegawa ອະດີດລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຢັ້ງຢືນວ່າ:

      “ສຳລັບຫວຽດນາມ, ບັນຫາບໍ່ພຽງແຕ່ແມ່ນຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ເທົ່ານັ້ນ, ຫາກຍັງແມ່ນບົດບາດຊີ້ນຳນຳພາ, ເພາະຄວາມເຊື່ອໝັ້ນ ແລະ ຄວາມຫວັງສຳລັບຫວຽດນາມ ແມ່ນສູງກວ່າເມື່ອທຽບໃສ່ບັນດາປະເທດສະມາຊິກອື່ນໆໃນກຸ່ມ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ນນອນວ່າ ຫວຽດນາມຈະປະຕິບັດໜ້າທີ່ຂອງຕົນເປັນຢ່າງດີໃນອາຍຸການເປັນປະທານ ອາຊຽນ 2020, ພິເສດ ປີ 2020 ກໍຈະແມ່ນປີສຳຄັນຂອງຫວຽດນາມ ເມື່ອຮັບດຳລົງຕຳແໜ່ງເປັນສະມາຊິກບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ພ້ອມກັນ”.

      ສັນຕິພາບ, ເສລີພາບ ແລະ ວັດທະນາຖາວອນ ຍາມໃດກໍແມ່ນຄວາມມຸ່ງມາດປາດຖະໜາຂອງທຸກໆປະເທດ. ພຽງແຕ່ເມື່ອສຽງເວົ້າຂອງປະເທດນ້ອຍ ຫຼື ຄວາມຄາດຫວັງຂອງບັນດາຜູ້ທີ່ເປັນສາມັນຊົນ ໄດ້ຮັບການເຊີດຊູ, ຮັບຟັງ ແລະ ແບ່ງປັນນັ້ນ, ເວລານັ້ນ ໂລກຈິ່ງມີພື້ນຖານເພື່ອພັດທະນາແບບຍືນຍົງ ແລະ ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທັດສະນະດັ່ງກ່າວຂອງຫວຽດນາມ ກ່ຽວກັບໂລກແຫ່ງສັນຕິພາບ, ວັດທະນາຖາວອນ ພ້ອມກັບແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງນັ້ນ ຈະໄດ້ນຳໃຊ້ໃນອາຍຸການເປັນປະທານອາຊຽນ 2020 ກໍຄື ເປັນສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງແນ່ນອນ ຖ້າຫາກວ່າ ຫວຽດນາມໄດ້ຮັບການເລືອກຕັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ