ປີ 2022, ເສດຖະກິດ ຫວຽດນາມ ບັນລຸຜົນງານປະທັບໃຈ

(VOVWORLD) -

ສະພາບເສດຖະກິດ - ສັງຄົມຂອງ ຫວຽດນາມ ປີ 2022 ສືບຕໍ່ບັນລຸໄດ້ໝາກຜົນທີ່ໜ້າປະທັບໃຈ. ອີກປີໜຶ່ງ, ພື້ນຖານເສດຖະກິດ ຫວຽດນາມ ຍາດໄດ້ໄຊຊະນະຄວບຄູ່, ດ້ວຍການເຕີບໂຕສູງ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ. ໝາກຜົນນີ້ໄດ້ສ້າງປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດບັນດາເປົ້າໝາຍພັດທະນາເຊິ່ງກອງປະຊຸມໃຫຍ່ທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIII ໄດ້ວາງອອກ.


ປີ 2022, ເສດຖະກິດ ຫວຽດນາມ ບັນລຸຜົນງານປະທັບໃຈ - ảnh 1ທ່ານ ສດ, ປອ ເສດຖະກິດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ - ສະຖາບັນດິດວິທະຍາສາດ ລັດເຊຍ

        ຕົວເລກສະຖິຕິໂດຍກົມໃຫຍ່ສະຖິຕິປະກາດໃນວັນທີ 29 ທັນວາ ໄດ້ສະແດງໃຫ້ເຫັນວ່າ: ດ້ວຍລະດັບການເຕີບໂຕ GDP ຄາດວ່າບັນລຸ 8,02%, ໄພເງິນເຟີ້ (ໄລ່ຕາມ CPI ສະເລ່ຍ) ແມ່ນ 3,15%, ປີ 2022, ແມ່ນປີທີ່ລະດັບ GDP ຂອງ ຫວຽດນາມ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 12 ປີຜ່ານມາ, ກໍ່ແມ່ນປີທີ 7 ຢ່າງລຽນຕິດ ຫວຽດນາມ ຄວບຄຸມລະດັບເງິນເຟີ້ສຳເລັດຜົນ.

ການຟື້ນຟູທີ່ໜ້າປະທັບໃຈ

        ການພັດທະນາເສດຖະກິດຂອງ ຫວຽດນາມ ປີ 2022 ໃນສະພາບເສດຖະກິດໂລກຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງ, ມີລັກສະນະຂາດຄວາມເປັນປົກກະຕິສູງ; ໄພເງິນເຟີ້ຢູ່ຫຼາຍປະເທດໄດ້ເພີ່ມຂຶ້ນຢູ່ໃນລະດັບສູງສຸດພາຍຫຼັງຫຼາຍທົດສະວັດ ບັງຄັບໃຫ້ ປະເທດຕ່າງໆຕ້ອງຮັດແໜ້ນນະໂຍບາຍເງິນຕາ.

        ພ້ອມກັນນັ້ນ, ການແກ່ງແຍ້ງຍຸດທະສາດ, ພູມສາດການເມືອງລະຫວ່າງບັນດາປະເທດໃຫຍ່, ການປະທະກັນລະຫວ່າງລັດເຊຍ ແລະ ຢູແກຼນ; ໄພພິບັດທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ… ໄດ້ເຮັດໃຫ້ເພີ່ມຄວາມສ່ຽງໃຫ້ແກ່ຕະຫຼາດການເງິນ, ເງິນຕາ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.

        ໃນສະພາບການນັ້ນ, ລະດັບເຕີບໂຕ GDP ຂອງ ຫວຽດນາມ ບັນລຸລະດັບ 8,2% ບໍ່ພຽງແຕ່ແມ່ນລະດັບເຕີບໂຕ GDP ສູງສຸດໃນທົດສະວັດຜ່ານມາເທົ່ານັ້ນ ຫາກຍັງແມ່ນການຄາດຄະເນລະດັບການເຕີບໂຕ ແຖວໜ້າໃນສະຫະສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ພາກພື້ນ ອາຊີ ປາຊີຟິກ ອີກດ້ວຍ.

        ທີ່ແງ່ມູມການຕະຫຼາດ, ການດຳເນີນທຸລະກິດ, ເລື່ອງຈຳນວນວິສາຫະກິດໄດ້ຮັບການ ສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວໄດ້ລື່ນກາຍລະດັບ 208.000 ແຫ່ງ, ແມ່ນຕົວເລກສູງທົບ 10 ເທົ່າເມື່ອທຽບໃສ່ໄລຍະຕົ້ນຂອງການປ່ຽນແປງໃໝ່, ແລະ ເພີ່ມຂຶ້ນກ່ວາ 30% ເມື່ອທຽບໃສ່ໄລຍະເວລາກົດໝາຍວ່າດ້ວຍວິສາຫະກິດມີຜົນສັກສິດ (ເດືອນ ມັງກອນ ປີ 2021). ເປັນໜ້າສົນໃຈແມ່ນ, ການລົງທຶນຕ່າງປະເທດໄດ້ຫັນທິດ, ສຸມໃສ່ຂົງເຂດເຕັກໂນໂລຊີສູງ, ນຳເສດຖະກິດ ຫວຽດນາມ ເຂົ້າຮ່ວມເຄືອຂ່າຍລະບົບສະໜອງທົ່ວໂລກໃຫ້ເລິກເຊິ່ງກ່ວາ. ພ້ອມກັນນັ້ນ, ຍອດວົງເງິນການສົ່ງອອກ - ນຳເຂົ້າບັນລຸລະດັບສະຖິຕິຄື ກ່ວາ 730 ຕື້ USD, ໄດ້ນຳ ຫວຽດນາມ ເຂົ້າໃນ top 20 ພື້ນຖານເສດຖະກິດມີການເຄື່ອນໄຫວພົວພັນແລກປ່ຽນການຄ້າໃຫຍ່ໃນໂລກ. ທ່ານ ສດ, ປອ ເສດຖະກິດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ - ສະຖາບັນດິດວິທະຍາສາດ ລັດເຊຍ, ຕີລາຄາວ່າ:

        “ເມື່ອທຽບໃສ່ປະເທດອື່ນໆ, ຫວຽດນາມ ມີຜົນງານທີ່ດີເລີດ, ໄດ້ຮັບການຮັບຮູ້ຈາກບັນດານັກຊ່ຽວຊານຂອງອົງການຈັດອັນດັບໄວ້ວາງໃຈສາກົນ. ຂ້າພະເຈົ້າຄິດວ່າ, ຫວຽດນາມ ສາມາດໄດ້ຮັບຖືວ່າ ແມ່ນເສືອເສດຖະກິດ ອາຊີ ໂຕໃໝ່, ໝາຍຄວາມວ່າ ແມ່ນແບບຢ່າງກ່ຽວກັບການພັດທະນາສຳເລັດຜົນ”.

ຜົນສຳເລັດມາຈາກນະໂຍບາຍມີໄຫວພິບ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ

        ໝາກຜົນແຫ່ງການພັດທະນາເສດຖະກິດຂອງ ຫວຽດນາມ ໃນປີ 2022 ມີບົດບາດບໍລິຫານເສດຖະກິດມະຫາພາກຢ່າງມີໄຫວພິບຂອງລັດຖະບານ. ຕາມ ສດ, ປອ ເສດຖະກິດ Vladimir Mazyri ແລ້ວ, ໜຶ່ງໃນບັນດາປັດໄຈຊ່ວຍໃຫ້ ຫວຽດນາມ ຮັກສາໄດ້ບັນດາກຳລັງໜູນການເຕີບໂຕເສດຖະກິດ, ນັ້ນແມ່ນການດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດດີພໍສົມຄວນ. ປັດໄຈທີ 2 ແມ່ນ ຫັນປ່ຽນການຜະລິດຂອງບັນດາວິສາຫະກິດ, ພິເສດແມ່ນບັນດາກຸ່ມບໍລິສັດນາໆຊາດ ໄປຍັງ ຫວຽດນາມ.

        ທ່ານນາງ ປອ Irina Korgun, ຜູ້ອຳນວຍການສູນຍຸດທະສາດລັດເຊຍ ປະຈຳ ອາຊີ, ໄດ້ຕີລາຄາວ່າການພັດທະນາອຸດສາຫະກຳ ໄດ້ສ້າງເຕັກໂນໂລຊີສະເພາະເຊິ່ງເປັນວິທີ ຫວຽດນາມ ພວມຊຸກຍູ້ການເຕີບໂຕເສດຖະກິດ:

        “ອາດເວົ້າໄດ້ວ່າ, ຫວຽດນາມ ພວມສືບຕໍ່ເດີນຕາມເສັ້ນທາງຫັນເປັນອຸດສາຫະກຳ. ພວກຂ້າພະເຈົ້າເຫັນວ່າ, ຢູ່ ຫວຽດນາມ ພວມສ້າງຫຼາຍຂົງເຂດອຸດສາຫະກຳສະເພາະຂະແໜງ ແລະ ນີ້ແມ່ນຂົງເຂດຜະລິດ, ເລີ່ມຕົ້ນຈາກບັນດາໂຮງຈັກປະກອບທີ່ງ່າຍດາຍທີ່ສຸດ ຕະຫຼອດຮອດສິນຄ້າອຸດສາຫະກຳທີ່ຍາກທີ່ສຸດ. ພວກຂ້າພະເຈົ້າເຫັນໄດ້ການພັດທະນາໂດຍມີຈຸດປະສົງ ມຸ່ງໄປເຖິງບັນດາຂະແໜງອຸດສາຫະກຳຂອງ ຫວຽດນາມ ແລະ ໂຄງປະກອບສັງລວມຂອງພື້ນຖານເສດຖະກິດ”     .

ປີ 2022, ເສດຖະກິດ ຫວຽດນາມ ບັນລຸຜົນງານປະທັບໃຈ - ảnh 2ທ່ານນາງ ປອ Irina Korgun, ຜູ້ອຳນວຍການສູນຍຸດທະສາດລັດເຊຍ ປະຈຳ ອາຊີ

        ສຳລັບແງ່ມູມຈາກບັນດານັກຊ່ຽວຊານທີ່ຄົ້ນຄ້ວາບໍລິຫານວິສາຫະກິດ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ທ່ານ ຮອງສາດສະດາຈານ, ປອ ຫວູແທັ່ງຮຶງ, ອາຈານສອນຂັ້ນສູງມະຫາວິທະຍາໄລບໍລິຫານ ປາຣີ (ປະເທດ ຝລັ່ງ), ແບ່ງປັນວ່າ:

        “ນະໂຍບາຍລົງທຶນທີ່ດີ, ນະໂຍບາຍສຳລັບຜູ້ອອກແຮງງານ ແລະ ວຽກເຮັດງານທຳເປັນຢ່າງດີ, ເອົາໃຈໃສ່ເຖິງບັນດາປັດໄຈກ່ຽວກັບການພັດທະນາແບບຍືນຍົງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງໂລກ ແລະ ຂອງປະຊາຄົມບັນດາວິສາຫະກິດໃນໂລກ, ເຂົາເຈົ້າຈະມາ ຫວຽດນາມ. ສິ່ງດັ່ງກ່າວເບິ່ງໃນແງ່ມູມທີ່ວ່າ: ຫວຽດນາມ ບໍ່ພຽງແຕ່ແມ່ນຕະຫຼາດເພື່ອຂຸດຄົ້ນເທົ່ານັ້ນ, ຫາກແມ່ນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນີ້ແມ່ນສິ່ງສຳຄັນທີ່ສຸດ”.

        ປີ 2023, ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍການເຕີບໂຕ GDP 6,5%. ຕາມບັນດານັກຊ່ຽວຊານແລ້ວ, ນີ້ແມ່ນລະດັບການເຕີບໂຕເຕັມໄປດ້ວຍສິ່ງທ້າທາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍບັນດາມາດຕະການສັງລວມຂອງລັດຖະບານ, ຫວຽດນາມ ໄດ້ກຽມພ້ອມປະເຊີນໜ້າກັບບັນດາສິ່ງທ້າທາຍຈະມາເຖິງ ເພື່ອສືບຕໍ່ປະຕິບັດເປົ້າໝາຍເຕີບໂຕເສດຖະກິດໄດ້ວາງອອກ./.

ຕອບກັບ

ຂ່າວ/ບົດ​ອື່ນ