ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ

(VOVWORLD) -ໃນຍຸດທະສາດປົກປັກຮັກສາປະເທດຊາດ, ທັດສະນະປົກປັກຮັກສາປະເທດຊາດແຕ່ …   ໄກ ຂອງພັກກອມມູນິດ ຫວຽດນາມແມ່ນການສືບທອດ, ພັດທະນາແນວຄິດທີ່ເປັນມູນເຊື້ອ “ປົກປັກຮັກສາປະເທດຊາດເມື່ອປະເທດຊາດຍັງບໍ່ທັນປະສົບກັບຄວາມສ່ຽງ”. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ເຫັນຈິນຕະນາການໃຫມ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວິທີການ, ຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ ປົກປັກຮັກສາປະເທດຊາດໃນສະພາບການໃຫມ່.

ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ - ảnh 1ທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກຳລັງປ້ອງກັນຊາຍແດນຂອງ ລາວ ປະຕິບັດພິທີກຳເຄົາລົບທຸງຊາດໃນພິທີລາດຕະເວນສອງຝ່າຍ.  ພາບ:Xuân Tư/TTXVN

ໃນໂລກທີ່ຜັນແປສັບສົນ, ແກ້ງແຍ່ງຍຸດທະສາດ ແລະ ມີຫລາຍການເລືອກເຟັ້ນ, ຫວຽດນາມບໍ່ເລືອກເອົາຝ່າຍ ຫາກເລືອກເຟັ້ນຄວາມເປັນທຳ, ຄວາມຍຸຕິທຳ, ຄວາມສະເຫມີພາບ ແລະ ຄວາມຖືກຕ້ອງ ບົນພື້ນຖານບັນດາຫລັກການຂອງກົດໝາຍສາກົນ.

ທັດສະນະສະເໝີຕົ້ນສະເຫມີປາຍ

ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ປີ 2021) ຊີ້ແຈ້ງວ່າ: “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນແກ່ນ, ປົກປັກຮັກສາພັກ, ລັດ, ປະຊາຊົນ, ລະບອບສັງຄົມນິຍົມ, ພື້ນຖານວັດທະນະທຳ ແລະ ຜົນປະໂຫຍດປະເທດຊາດ, ຂອງຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງແຫ່ງຊາດ, ຄວາມປອດໄພຂອງມະນຸດ, ກໍ່ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ປອດໃສແມ່ນ ເພື່ອພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ”. ຈຸດສຸມຢູ່ທີ່ນີ້ນັ້ນແມ່ນ : ເປົ້າໝາຍ ປົກປັກຮັກສາປະເທດຊາດ ບໍ່ພຽງແຕ່ແມ່ນເພື່ອຮັບມືກັບສົງຄາມ ຫາກບັນຫາສຳຄັນ ແລະ ຈຳເປັນກວ່າແມ່ນສ້າງກຳລັງແຮງເພື່ອຮັກສາສະຖຽນລະພາບດ້ານການເມືອງ ແລະ ສະພາບແວດລ້ອມແຫ່ງສັນຕິພາບ, ເພື່ອສ້າງສາ ແລະ ພັດທະນະປະເທດຊາດຕາມທິດສັງຄົມນິຍົມ.

ປື້ມປົກຂາວດ້ານປ້ອງກັນຊາດ ຫວຽດນາມ ປີ 2019 ຊີ້ແຈ້ງນະໂຍບາຍປ້ອງກັນຊາດ “ 4 ບໍ່”,ນັ້ນແມ່ນ ບໍ່ເຂົ້າຮ່ວມພັນທະມິດການທະຫານ, ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ, ບໍ່ໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການທະຫານ ຫລື ນຳໃຊ້ຜຶນແຜ່ນດິນເພື່ອຕ້ານຄືນປະເທດອື່ນ, ບໍ່ນຳໃຊ້ກຳລັງອາວຸດ ຫລື ນາບຂູ່ການນຳໃຊ້ກຳລັງອາວຸດໃນການພົວພັນສາກົນ.

ກ່າວຄຳເຫັນເມື່ອເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການສ້າງແຜນຮ່າງສະຫລຸບ 10ປີ ແຫ່ງການປະຕິບັດມະຕິເລກທີ 22 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງສາກົນ ຊື່ງດຳເນີນແຕ່ວັນທີ 2 ສິງຫາປີ 2023 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນອີກຄັ້ງຫນຶ່ງກ່ຽວກັບນະໂຍບາຍດັ່ງກ່າວ.

  ຫວ່າງແລ້ວນີ້, ປື້ມທີ່ມີຫົວຂໍ້ວ່າ: “ບາງບັນຫາກ່ຽວກັບແນວທາງການທະຫານ, ຍຸດທະສາດປ້ອງກັນຊາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃນໄລຍະໃຫມ່”, ໂດຍພິມຈຳຫນ່າຍເມື່ອເດືອນກັນຍາ, ຊື່ງໄດ້ລວບລວມບົດຂຽນ, ບົດປາໄສ, ບົດຕອບສຳພາດຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໂດຍຊີ້ໃຫ້ເຫັນຢ່າງຈະແຈ້ງການກຳນົດທິດທີ່ສຳຄັນເພື່ອສືບຕໍ່ສ້າງ, ປັບປຸງແນວທາງການທະຫານ, ຍຸດທະສາດປ້ອງກັນຊາດ ຫວຽດນາມ ໃຫ້ສົມບູນແບບ. ພົນຈັດຕະວາ ຫວູເກືອງກວຽດ, ຫົວຫນ້າສະຖາບັນຍຸດທະສາດປ້ອງກັນຊາດ ແບ່ງປັນວ່າ:                  

“ບັນຫາຫລັກ, ບາດກ້າວບຸກທະລຸໃນຈິນຕະນາການຂອງທ່ານເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງໃນການສ້າງຍຸດທະສາດປ້ອງກັນຊາດ ຫວຽດນາມ ນັ້ນແມ່ນແນວຄິດ ປົກປັກຮັກສາເອກະລາດ, ເປັນເຈົ້າຂອງປະເທດຊາດ ຕ້ອງຕິດພັນກັບການປົກປັກຮັກສາສັນຕິພາບ ແລະ ປົກປັກຮັກສາສັນຕິພາບ ແມ່ນຄຸນຄ່າສັກກະລະບູຊາຂອງຫນ້າທີ່ປົກປັກຮັກສາປະເທດຊາດ. ນີ້ແມ່ນແນວຄິດທິດສະດີການທະຫານປ້ອງກັນຊາດທີ່ມີຫົວຄິດປະດິດສ້າງເປັນເອກະລັກ, ປົກປັກຮັກສາສະພາບແວດລ້ອມສັນຕິພາບ ແມ່ນເປົ້າໝາຍລຸລ່ວງໃນການສ້າງກຳລັງແຮງສັງລວມດ້ານປ້ອງກັນຊາດການທະຫານ”

ການເຄື່ອນໄຫວຕົວຈິງ

ດ້ວຍການບຸລິມະສິດ ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ, ຫວຽດນາມໄດ້ຕັ້ງຫນ້າສ້າງບັນດາການເຄື່ອນໄຫວຮ່ວມມືສັນຕິພາບກັບບັນດາປະເທດ. ປະຈຸບັນ, ຫວຽດນາມ ໄດ້ມີການພົວພັນ,ຮ່ວມມືດ້ານປ້ອງກັນຊາດກັບບັນດາຄູ່ຮ່ວມມືຫລັກແຫລ່ງ, ສອດຄ່ອງກັບບັນດາການພົວພັນສອງຝ່າຍຕາມຂອບເຂດຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ. ຄວາມຈິງ, ການພົບປະມິດຕະພາບດ້ານປ້ອງກັນຊາດຢູ່ຊາຍແດນ ຫວຽດນາມ - ຈີນ ໄດ້ຜ່ານການເຄື່ອນໄຫວຈັດຕັ້ງເປັນ 7 ຄັ້ງແລ້ວ, ໄດ້ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງບັນດາກົມກອງປົກປັກຮັກສາຊາຍແດນສອງປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ຈັດຕັ້ງການພົບປະມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ -ລາວ -ກຳປູເຈຍ ຄັ້ງທີ 1 ເມື່ອວັນທີ 14 ທັນວາ ຢູ່ ເຂດຫລັກໝາຍສາມຫລ່ຽມຊາຍແດນ (ແຂວງ ກອນຕູມ/ ຫວຽດນາມ, ອັດຕະປີ ຂອງລາວ ແລະ ຣັດຕານາກິຣີ ຂອງ ກຳປູເຈຍ)

ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ - ảnh 2ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ແມ່ນຈຸດເດັ່ນຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຫວຽດນາມ. ພາບເອກະສານ:Trọng Đức/TTXVN

ຫວຽດນາມ ກໍ່ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຫລາຍຝ່າຍຜ່ານຊອ່ງທາງປ້ອງກັນຊາດ ອາຊຽນ (ADMM/ADMM+), ການຮ່ວມມືດ້ານການທະຫານ ອາຊຽນ, ການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດເວທີປາໄສພາກພື້ນ ອາຊຽນ ກ່ຽວກັບການຊຸກຍູ້ການພົບປະເຈດລະຈາ ແລະ ການຮ່ວມມືກ່ຽວກັບບັນຫາການເມືອງ ການປ້ອງກັນຄວາມສະຫງົບ (ARF) ແລະບາງເວທີປາໄສຫລາຍຝ່າຍອື່ນ..

    ໂດຍແມ່ນປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຫວຽດນາມ ໄດ້ຕັ້ງຫນ້າຮ່ວມມືພ້ອມກັບບັນດາປະເທດອື່ນແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ເກີດຂຶ້ນ, ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໂລກ. ພິເສດ ແມ່ນການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ(ສປຊ). ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ, ລັດຖະກອນເປັນ 790 ເທື່ອຄົນໄປປະຕິບັດຫນ້າທີ່ຢູ່ບັນດາກຳລັງປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ເມື່ອແບ່ງປັນທັດສະນະຂອງ ຫວຽດນາມ ທີ່ພິທີແລກປ່ຽນນະໂຍບາຍ ຢູ່ ສະພາການພົວພັນຕ່າງປະເທດ ອາເມລິກາ (CFR) ເນື່ອງໃນໂອກາດດຳເນີນສັບປະດາສຸດຍອດ APEC 2023 ແລະ ການສົມກັນທົບເຄື່ອນໄຫວສອງຝ່າຍຢູ່ ອາເມລິກາເມື່ອ ວັນທີ 15 ພະຈິກ ຜ່ານມາ, ຢູ່ ນະຄອນ San Francisco, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນຫນັກວ່າ:

“ໃນສະພາບການສາກົນຄືປະຈຸບັນ, ຫວຽດນາມ ແບ່ງປັນທັດສະນະລວມກ່ຽວກັບເລື່ອງບັນດາປະເທດປະຕິບັດນະໂຍບາຍສັນຕິພາບ, ຖືເປັນສຳຄັນຄວາມສະເຫມີພາບ, ຜົນປະໂຫຍດອັນຊອບທຳຂອງກັນ ແລະ ເຄົາລົບກົດໝາຍສາກົນ. ຫວຽດນາມ ສະຫນັບສະຫນູນການປັບປຸງ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ ແລະ ເພີ່ມທະວີການສົມທົບສາກົນເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນ, ຢຸດຕິການປະທະກັນເພື່ອແກ້ໄຂບັນດາບັນຫາເພື່ອການພັດທະນາ”

         ທັດສະນະປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ ໂດຍສັນຕິວິທີ ແມ່ນຊີ້ໃຫ້ເຫັນຄວາມເປັນເຈົ້າການຂອງຫວຽດນາມ ໃນການສ້າງສາ, ປົກປັກຮັກສາປະເທດຊາດ ພ້ອມທັງເປັນການປະກອບສ່ວນລວມໃຫ້ພາລະກຳປົກປັກຮັກສາສັນຕິພາບຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ