ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ

(VOVWORLD) -ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ບັນດາອິດທິກຳລັງເປັນປໍລະປັກ, ພວກສວຍໃຊ້ໂອກາດ, ພວກປະຕິການ ພັດມີການກະທຳເສກສັນປັ້ນແຕ່ງບັນຫາອະທິປະໄຕຜືນແຜ່ນດິນຂອງຫວຽດນາມ. ນີ້ແມ່ນຖ້ອຍທຳນອງມຕ້ານທຳລາຍ ພັກ, ລັດຫວຽດນາມ, ກໍ່ຄວາມວຸ້ນວາຍຊີວິດ, ສັນຕິພາບຂອງປະຊາຊົນຫວຽດນາມ ໃນປະຈຸບັນ, ຈຳເປັນຕ້ອງເຫັນໄດ້ ແລະ ລົບລ້າງສິ່ງທີ່ຊົ່ວຮ້າຍອັນຕະລາຍນີ້.
ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ - ảnh 1ປົກປັກຮັກສາອະທິປະໄຕຜືນແຜ່ນດິນແຫ່ງຊາດແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ (ພາບ:hanoimoi.com.vn) 

ບັນດາສື່ສັງຄົມອອນລາຍ ຫລື ບັນດາເວທີເຕົ້າໂຮມພວກເປັນຄົນຂັດເຄືອງໃຈ ພວມອອກສຽງວ່າ “ພັກ, ລັດຫວຽດນາມ ຖືເລື່ອງຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ຫລາຍກວ່າບັນຫາປົກປັກຮັກສາອະທິດປະໄຕເຂດທະເລ, ໝູ່ເກາະ” ຫລື ມີຂ່າວເສກສັນປັ້ນແຕ່ງທັດສະນະ, ແນວທາງ, ແຜນນະໂຍບາຍຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດຜ່ານບັນດາການກະທຳປຸກປັ່ນຍຸແຍ່. ຈຸດປະສົງຫລັກຂອງບັນດາຖ້ອຍທຳນອງນີ້ ຫວັງຢາກເຮັດໃຫ້ປະຊາຊົນມີຄວາມກັງວົນໃຈ ແລະ ຄ່ອຍໆບໍ່ເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ລັດ. ອັນຕະລາຍກວ່າ ແມ່ນມີຫລາຍເປົ້າໝາຍໄດ້ສວຍໃຊ້ບັນດາ ອະທິປະໄຕຜືນແຜ່ນດິນ, ໃນນັ້ນ ມີອະທິປະໄຕເຂດທະເລໝູ່ເກາະ ເພື່ອປຸກປັ່ນຍຸແຍ່, ຮຽກຮ້ອງປະຊາຊົນ ລົງຖະຫນົນເພື່ອສະແດງນ້ຳໃຈຮັກຊາດ ຈາກນັ້ນ ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພື່ອສວຍໂອກາດສືບຕໍ່ທຳລາຍ.

  ກ່ອນອື່ນໝົດຕ້ອງເຫັນໄດ້ວ່າ ທັດສະນະສະເຫມີຕົ້ນສະເຫມີປາຍ ຂອງພັກກອມມູນິດຫວຽດນາມ ແມ່ນເດັດດ່ຽວ, ຢຶດໝັ້ນ ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປົກປັກຮັກສາຊາຍແດນ ແລະ ອະທິປະໄຕເຂດທະເລໝູ່ເກາະ, ນ່ານຟ້າຂອງປະເທດຊາດໃຫ້ໝັ້ນຄົງ ພ້ອມທັງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດໃຫ້ໝັ້ນຄົງ.

ຕາມນັ້ນແລ້ວ, ວັນທີ 23 ມິຖຸນາປີ 1994 ສະພາແຫ່ງຊາດຫວຽດນາມ ໄດ້ອອກມະຕິກ່ຽວກັບເລື່ອງໃຫ້ສັດຕະຍາບັນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982. ໃນນັ້ນ ຢັ້ງຢືນອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ແຜນນະໂຍບາຍແກ້ໄຂບັນດາຄວາມຂັດແຍ້ງກ່ຽວກັບອະທິປະໄຕຜືນແຜ່ນດິນກໍ່ຄືບັນດາຄວາມບໍ່ລົງລອຍກັນອື່ນກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ຜ່ານການເຈລະຈາໂດຍສັນຕິ ບົນຈິດໃຈສະເຫມີພາບ, ເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະກັນ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982.  ນອກນັ້ນ ຫວຽດນາມກໍ່ໄດ້ ປະກາດໃຊ້ກົດໝາຍວ່າດ້ວຍທະເລ ຫວຽດນາມ ປີ 2012 ເພື່ອແນໃສ່ເປັນເອກະພາບ ການຄຸ້ມຄອງເລື່ອງວາງແຜນກຳນົດ, ນຳໃຊ້, ການສຳຫລວດ, ຂຸດຄົ້ນຊັບພະຍາກອນທະເລ ແລະ ການຄຸ້ມຄອງບັນດາເຂດທະເລ, ໄຫລ່ທະວີບ, ເຂດທະເລໝູ່ເກາະຂອງຫວຽດນາມ ກໍ່ຄືການແກ້ໄຂຄວາມຂັດແຍ້ງຢູ່ທະເລລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃກ້ຄຽງ. ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ (2003), ກົດໝາຍວ່າດ້ວຍການເດີນທະເລປີ 2015, ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມ ທະເລ ແລະ ໝູ່ເກາະ (2015)..

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ - ảnh 2ບັນດາທະຫານເຮືອ ເຂດ 4 ໄປປະຕິບັດໜ້າທີ່ (ພາບ: dangcongsan.vn)


ບັນຫາປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ ແມ່ນສິ່ງສັກກະລະບູຊາທີ່ສຸດ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກ, ສັບສົນ ແລະ ຍາວນານ. ຫວຽດນາມ ເດັດດ່ຽວ ແລະ ຢຶດໝັ້ນການຕໍ່ສູ້ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ນັບທັງຢູ່ພື້ນທີ່ຕົວຈິງ ແລະ ຊ່ອງທາງການທູດ, ຜ່ານຫລາຍຊ່ອງທາງ ແລະ ຢູ່ ຫລາຍຂັ້ນທີ່ແຕກຕ່າງກັນ ເພື່ອຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງຕົນສຳລັບບັນດາເຂດທະເລ, ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບ ຕາມກົດໝາຍສາກົນ. ສິ່ງນີ້ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ໄດ້ຮັບການພິສູດໃນວິທີການຊື່ງຫວຽດນາມ ພວມແກ້ໄຂບັນດາສິ່ງຄົງຄ້າງຂອງບັນຫາທະເລຕາເວັນອອກ ດ້ວຍຈິດໃຈເຄົາລົບກົດໝາຍສາກົນ. ນັ້ນແມ່ນ ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982);, ອົດກັ້ນ, ບໍ່ນຳໃຊ້ກຳລັງອາວຸດ ຫລືນາບຂູ່ການນຳໃຊ້ກຳລັງອາວຸດ, ປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)  ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ກ່ຽວກັບອະທິປະໄຕຜືນແຜ່ນດິນ ໄດ້ຮັບການຢັ້ງຢືນເປັນຫລາຍຄັ້ງຈາກການນຳຂັ້ນສູງຂອງພັກ, ລັດ ແລະ ກອງທັບຫວຽດນາມ. ໃນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເມືອງ ບາດີ່ງ ຮ່າໂນ້ຍ ກາງເດືອນ ຕຸລາ ປີ 2019, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: ຄວາມອັນຕະລາຍຊ້ອນແຝງອັນສັບສົນ ກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນບັນຫາຜືນແຜ່ນດິນ, ຊາຍແດນ, ທະເລໝູ່ເກາະ ພ້ອມທັງຮຽກຮ້ອງປະຊາຊົນ ຈົ່ງມີສະຕິລະວັງຕົວຕໍ່ກັບບັນດາທັດສະນະຮຸນແຮງກ່ຽວກັບບັນຫາທະເລຕາເວັນອອກ. ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຢືນຢັນ ການຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ ເພື່ອພັດທະນາປະເທດຊາດ ພ້ອມທັງເດັດດ່ຽວຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ຜຶນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ ບໍ່ໄດ້ປະນິປະນອມຕໍ່ຫນ້າບັນດາບັນຫາຂຶ້ນກັບອະທິປະໄຕ ເອກະລາດ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຢ່າງເດັດຂາດ.

ໃນຂະນະນັ້ນ ທີ່ພິທີປະກາດປຶ້ມປົກຂາວປ້ອງກັນຊາດຫວຽດນາມ ປີ 2019 ພ້ອມກັບ ເລື່ອງເນັ້ນຫນັກຢ່າງແຮງເຖິງນະໂຍບາຍປ້ອງກັນຊາດທີ່ມີລັກສະນະສັນຕິພາບ ແລະ ປ້ອງກັນຕົວຂອງຫວຽດນາມ, ທ່ານ ພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ຊີ້ແຈ້ງວ່າ “ພວກເຮົາພຽງແຕ່ນຳໃຊ້ກຳລັງແຮງການປ້ອງກັນຊາດໃນກໍລະນີປ້ອງກັນຕົວ ຂະນະທີ່ປະເທດຊາດຖືກລ່ວງລ້ຳ ກ່ອນອື່ນໝົດແມ່ນເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ຜົນປະໂຫຍດຂອງຊາດ, ຄວາມສະຖຽນລະພາບຂອງລະບອບ”. ປື້ມປົກຂາວການປ້ອງກັນຊາດຫວຽດນາມ ກໍ່ໄດ້ຢັ້ງຢືນທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ນັ້ນແມ່ນ “ບໍ່ນຳໃຊ້ກຳລັງອາວຸດ ຫລື ນາບຂູ່ການນຳໃຊ້ກຳລັງອາວຸດໃນການພົວພັນກັບສາກົນ”, “ບໍ່ເຂົ້າຮ່ວມພັນທະມິດການທະຫານ”.

ບັນດາບົດຮຽນອັນລ້ຳຄ່າຈາກປາງສົງຄາມໃນອະດິດຕະການ ໄດ້ເຮັດໃຫ້ຫລາຍປະເທດ, ໃນນັ້ນ ນັບທັງບັນດາປະເທດມີກຳລັງຄວາມສາມາດດ້ານການທະຫານຢ່າງເຂັ້ມແຂງ ພວມໄປຖຶກທິດ ແລກເອົາການເຈລະຈາ, ກົດໝາຍສາກົນ ເປັນ “ເຂັມຊີ້ທິດ” ໃຫ້ທຸກການກະທຳກ່ຽວຂ້ອງເຖິງບັນຫາອະທິປະໄຕຜືນແຜ່ນດິນ ແທນໃຫ້ການສະຫນັບສະຫນູນແກ່ການປະທະກັນ ແລະ ສູ້ຢັນກັນ. ສິ່ງນີ້ສະແດງໃຫ້ເຫັນທັດສະນະ, ແຜນນະໂຍບາຍ, ແນວທາງ, ຍຸດທະສາດຂອງຫວຽດນາມໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນແຫ່ງຊາດ ແລະ ແກ້ໄຂບັນດາບັນຫາກ່ຽວຂ້ອງໂດຍສັນຕິວິທີ, ການເຈລະຈາ ນັບແຕ່ກ່ອນມາຮອດປະຈຸບັນ ແມ່ນຖືກຕ້ອງ, ສອດຄ່ອງກັບທ່າອ່ຽງລວມຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ