ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງເຄືອຂ່າຍອິນເຕີເນັດ

(VOVWORLD) -ໄລຍະຜ່ານມາ, ມີ ຟີມຮູບເງົາບາງເລື່ອງໂດຍຕ່າງປະເທດ ຜະລິດ ຖືກອົງການທີ່ມີຫນ້າທີ່ຮັບຜິດຊອບ  ໄດ້ແກ້ໄຂຢ່າງເດັດດ່ຽວ, ຫ້າມເຜີຍແຜ່ ທາງເຄືອຂ່າຍອິນເຕີເນັດຢູ່ ຫວຽດນາມ ຍ້ອນມີເນື້ອໃນເສກສັນປັ້ນແຕ່ງປະຫວັດສາດ, ລະເມີດອະທິປະໄຕແຫ່ງຊາດ ໄດ້ຮັບການສະຫນັບສະຫນູນ, ຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຂອງຫາງສຽງ. ບໍ່ພຽງແຕ່ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບເທົ່ານັ້ນ ຫາກປະຊາຄົມໃນສັງຄົມກໍ່ໄດ້ຍົກສູງສະຕິຄວາມຮັບຜິດຊອບ, ແກ້ໄຂສິ່ງຜິດພາດໃນຂົງເຂດຟີມຮູບເງົາຢ່າງເຂັ້ມງວດ, ປະກອບສ່ວນປົກປັກຮັກສາອະທິປະໄຕແຫ່ງຊາດ ທາງເຄືອຂ່າຍອິນເຕີເນັດ.

ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງເຄືອຂ່າຍອິນເຕີເນັດ - ảnh 1ພາບ ເສັ້ນລີ້ນງົວ ປະກົດອອກໃນຮູບເງົາ Flight to you. ພາບ:ກົມຮູບເງົາ

ວັນທີ  9 ກໍລະກົດຜ່ານມາ, ກົມຮູບເງົາ ຫວຽດນາມ ໄດ້ປະກາດໃຊ້ຈົດໝາຍທາງການເລກທີ 870 ສົ່ງເຖິງ Netflix ແລະ ຈົດໝາຍທາງການເລກທີ 871 ສົ່ງເຖິງບໍລິສັດຫຸ້ນສ່ວນໂທລະຄົມມະນາຄົມ FPT ດ້ວຍເນື້ອໃນສະເຫນີໃຫ້ຍົກເລີກ ຮູບເງົາ Flight to you ໂດຍບໍລິສັດຫນຶ່ງຂອງ ຈີນ ຜະລິດ. ເນື້ອໃນຈົດໝາຍທາງການຊີ້ແຈ້ງວ່າ: ກົມຮູບເງົາ ໄດ້ກວດກາເນື້ອໃນ ຮູບເງົາ Flight to you ແລ້ວ ແລະ ເຫັນຮູບພາບ “ເສັ້ນລີ້ນງົວ” ປະກົດຂຶ້ນໃນແຜນທີ່ຜ່ານຮູບເງົາຫລາຍຕອນ ແລະ ມີການໂອ້ລົມສົນທະນາ ແລະ ຄຳອະທິບາຍວ່າ: ມື້ໜຶ່ງແຜນທີ່ນີ້ຈະໄປຢູ່ຫຼາຍບ່ອນໃນໂລກ

ຈົດໝາຍທາງການ ສອງສະບັບດັ່ງກ່າວລ້ວນແຕ່ຊີ້ແຈ້ງເລື່ອງສະແດງໃຫ້ເຫັນຮູບພາບ “ເສັ້ນລີ້ນງົວ” ແລະ ບັນດາເນື້ອໃນໃນການໂອ້ລົມສົນທະນາ ແລະ ຄຳອະທິບາຍຄືໃນຮູບເງົາ ບໍ່ຖືກກັບຄວາມຈິງ, ລະເມີດອະທິປະໄຕແຫ່ງຊາດ ຂອງຫວຽດນາມ, ລະເມີດຂໍ້ກຳນົດໃນ ມາດຕາ  9 ຂອງກົດໝາຍວ່າດ້ວຍຮູບເງົາປີ 2022 ສະນັ້ນ ບໍ່ສອດຄ່ອງເພື່ອນຳເອົາມາເຜີຍແຜ່ຢູ່ ຫວຽດນາມ. ນັກຂ່າວ ຫວຽດວັນ, ກຳມະການສະພາກວດກາຢັ້ງຢືນຮູບເງົາ ຂອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ວິຈານຕໍ່ເລື່ອງດັ່ງກ່າວວ່າ:

         ເປັນທີ່ຈະແຈ້ງແລ້ວວ່າ ໃນຮູບເງົານັ້ນ ຈີນ ມີຍຸດທະສາດໂຄສະນາກ່ຽວກັບຮູບພາບທີ່ບໍ່ຖືກຕ້ອງກັບກົດໝາຍນັ້ນ. ເຂົາເຈົ້າເວົ້າໄປເວົ້າມາເປັນຫລາຍເທື່ອໃນຮູບເງົາ, ພ້ອມນັ້ນແມ່ນເອົາຮູບເສັ້ນລີ້ນງົວໃສ່ນຳອີກ, ຢາກຫັນສິ່ງໄຮ້ເຫດຜົນນັ້ນກາຍເປັນສິ່ງທີ່ຊີນເຄີຍ. ເລື່ອງນີ້ ແມ່ນມີເຈດຕະນາ ແລະ ໄດ້ສ້າງເປັນແບບເປັນແຜນ. ນອກນັ້ນ ຍັງມີຮູບເງົາຫລາຍອີກຫລາຍເລື່ອງ, ຮູບເງົາ ອາເມລິກາ ຮ່ວມມືກັບຈີນ, ຫລື ຈີນຜະລິດ ກໍ່ໄດ້ເອົາພາບເສັ້ນລີ້ນງົວໃສ່”

ຄວາມຈິງ ຮູບເງົາ Flight to you ພຽງແມ່ນຫນຶ່ງໃນບັນດາຮູບເງົາຂອງຕ່າງປະເທດມີຮູບພາບແຜນທີ່ລວມມີ “ເສັ້ນລີ້ນງົວ” ທີ່ຜິດກົດໝາຍ ເຮັດໃຫ້ຫາງສຽງມີຄວາມຂ້ອງໃຈ ແລະ ຖືກອົງການມີຫນ້າທີ່ຮັບຜິດຊອບແກ້ໄຂຢ່າງເຂັ້ມງວດໃນໄລຍະມໍ່ໆມານີ້ ຍ້ອນມີຄວາມຮັບຮູ້ທີ່ຜິດພາດກ່ຽວກັບອະທິປະໄຕຜືນແຜ່ນດິນຂອງຊາດ, ລ່ວງລ້ຳອະທິປະໄຕ, ຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງຫວຽດນາມ.

ກ່ອນນັ້ນ ຮູບເງົາ Barbie ຂອງ ອາເມລິກາ, ກົມຮູບເງົາ ກໍ່ໄດ້ປະຕິເສດການອອກໃບອະນຸຍາດໃຫ້ເຜີຍແຜ່ ຢູ່ ຫວຽດນາມ ເມື່ອເດືອນ ກໍລະກົດປີ 2023 ຍ້ອນມີແຜນທີ່ ດ້ວຍຮູບພາບ “ເສັ້ນລີ້ນງົວ” ປະກົດອອກຫລາຍເທື່ອໃນຮູບເງົາເລື່ອງນັ້ນ. ປີ 2018 ກໍ່ມີຮູບເງົາ Operation Red Sea ຂອງຈີນ ກໍ່ຖືກຖອນອອກຈາກໂຮງສາຍຮູບເງົາ ຢູ່ ຫວຽດນາມ ຍ້ອນໃນ 2 ນາທີສຸດທ້າຍຂອງຮູບເງົາ ຜູ້ກຳກັບຜະລິດຮູບເງົາໄດ້ນຳເອົາຮູບພາບ ແລະສິ່ງທີ່ບໍ່ຊັດເຈນກ່ຽວຂ້ອງເຖິງອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມໃສ່ນຳ.

ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງເຄືອຂ່າຍອິນເຕີເນັດ - ảnh 2ເພີ່ມທະວີການໂຄສະນາ, ສຶກສາ ເພື່ອໃຫ້ປະຊາຊົນທຸກຄົນມີຄວາມເຂົ້າໃຈ ແລະມີສະຕິຄວາມຮັບຮູ້ໃນການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງເຄືອຂ່າຍອິນເຕີເນັດ. ພາບ: canhsatbienvn

ອະທິປະໄຕຜືນແຜ່ນດິນແຫ່ງຊາດ ແມ່ນສິ່ງສັກກະລະບູຊາ ແລະ ບໍ່ໃຫ້ລ່ວງລ້ຳຢ່າງເດັດຂາດ. ທັດສະນະສະເຫມີຕົ້ນສະເຫມີປາຍຂອງພັກ, ລັດ ຫວຽດນາມ ແມ່ນເຄົາລົບເອກະລາດ, ອະທິປະໄຕ, ເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດຂອງທັງໝົດປະເທດຕາມການກຳນົດຂອງກົດໝາຍສາກົນ; ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຈົ່ງເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ.

ສະນັ້ນ ທຸກການກະທຳລ່ວງລ້ຳເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ ລ້ວນແຕ່ຕ້ອງສະກັດກັ້ນ ແລະ ກ່າວປະນາມຢ່າງແຮງ. ທ່ານທະນາຍຄວາມ ຮວ່າງຫວຽດ, ສະມາຊິກ ຄະນະຄົ້ນຄ້ວາກົດໝາຍວ່າດ້ວຍທະເລ ແລະ ໝູ່ເກາະ ຂຶ້ນກັບສະຫະພັນທະນາຍຄວາມ ຫວຽດນາມ ຊີ້ແຈ້ງວ່າ:                                              

“ດ້ານຫນຶ່ງ ພວກເຮົາຕ້ອງມີມາດຕະການປັບໄຫມລົງໂທດຢ່າງເຂັ້ມງວດຕໍ່ບັນດາການກະທຳລະເມີດດັ່ງກ່າວ. ຂ້າພະເຈົ້າໄດ້ຮູ້ວ່າ ມີບາງນັກລົງທຶນ ຈີນ ມາ ຫວຽດນາມ, ນຳໃຊ້ ຫນັງສືຜ່ານແດນໂດຍມີເສັ້ນລີ້ນງົວ. ໃນກໍລະນີນັ້ນ ມີບາງທະນາຄານຢູ່ ຫວຽດນາມ ກໍ່ເດັດດ່ຽວປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ສະນັ້ນ ເຂົາເຈົ້າໄດ້ປະຕິເສດການຮັບໃຊ້ບໍລິການໃຫ້ບັນດານັກລົງທຶນເຫຼົ່ານັ້ນ. ສິ່ງນີ້ ພວກເຮົາຄວນເປີດກວ້າງອອກໄປສູ່ຂົງເຂດວັດທະນະທຳ, ຮູບເງົາ”

ໃນສະພາບການຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນໄປໃນທົ່ວໂລກນັ້ນ, ສະພາບແວດລ້ອມຂອງເຄືອຂ່າຍອິນເຕີເນັດໄດ້ກາຍເປັນສະພາບແວດລ້ອມຍຸດທະສາດ, ໄດ້ກຳນົດວ່າ “ແມ່ນສະພາບແວດລ້ອມທີ 5, ຍຸດທະສາດທີ 5, ຊ່ອງທາງທີ 5 ຂອງຊາດ, ຄຽງຂ້າງເຂດດິນແດນ, ເຂດນ່ານຟ້າ, ເຂດທະເລ ແລະ ຈັກກະວານ”

ຈາກນັ້ນ ຕ້ອງວາງອອກຄວາມຮຽກຮ້ອງໃຫມ່ໃນບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດທາງເຄືອຂ່າຍອິນເຕີເນັດ. ກ່ຽວຂ້ອງເຖິງຂົງເຂດຮູບເງົາ, ເລື່ອງຮູບເງົາມີຮູບພາບ, ເນື້ອໃນຜິດພາດກ່ຽວກັບເຂດຊາຍແດນ, ຜືນແຜ່ນດິນ, ອະທິປະໄຕເຂດທະເລໝູ່ເກາະ ໄດ້ປະກົດອອກ ແລະ ມີທ່າອ່ຽງເພີ່ມຂຶ້ນ ສະນັ້ນ ຮຽກຮ້ອງຕ້ອງຄົ້ນພົບ ແລະ ສະກັດກັ້ນຢ່າງທັນການ. ພ້ອມກັນນັ້ນ ດ້ວຍບັນດາມາດຕະການຂ້ຽວຂາດຂອງອົງການທີ່ມີຫນ້າທີ່ຮັບຜິດຊອບ, ການເຂົ້າຮ່ວມຂອງທັງປະຊາຄົມ ເດັດດ່ຽວຄັດຄ້ານບັນດາຮູບເງົາເສກສັນປັ້ນແຕ່ງປະຫວັດສາດ, ອະທິປະໄຕແຫ່ງຊາດ, ຈະເຮັດໃຫ້ບັນດາຜະລິດຕະພັນຮູບເງົາມີເນື້ອໃນຜິດພາດນັ້ນບໍ່ຄົງຕົວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ