ປົກປ້ອງສິດຜົນປະໂຫຍດຂອງແຮງງານເຄື່ອນຍ້າຍຢູ່ບັນດາປະເທດ CLMTV

(VOVWORLD) -ໃນສະພາບການເຊື່ອມໂຍງ ແລະ ຫັນເປັນໂລກາພິວັດທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງນັ້ນ, ແຮງງານເຄື່ອນຍ້າຍແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກໄດ້ລະຫວ່າງບັນດາພື້ນຖານເສດຖະກິດ.
ປົກປ້ອງສິດຜົນປະໂຫຍດຂອງແຮງງານເຄື່ອນຍ້າຍຢູ່ບັນດາປະເທດ CLMTV - ảnh 1(ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ)

ແຮງງານເຄື່ອນຍ້າຍໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການເຕີບໂຕເສດຖະກິດ ແລະ ການພັດທະນາແບບຍືນຍົງສຳລັບທັງປະເທດສົ່ງຜູ້ອອກແຮງງານ ແລະ ປະເທດຮັບຜູ້ອອກແຮງງານ. ໂດຍເຫັນໄດ້ສິ່ງດັ່ງກ່າວ, ບັນດາປະເທດສະມາຊິກອາຊຽນ ເວົ້າລວມ, ບັນດາປະເທດດ້ອຍພັດທະນາກວ່າໃນອາຊຽນ (ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຫຼື ເອີ້ນຫຍໍ້ວ່າ CLMTV) ເວົ້າສະເພາະ, ນັບມື້ນັບເອົາໃຈໃສ່ເຖິງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແຮງງານເຄື່ອນຍ້າຍ, ຖືນີ້ແມ່ນປັດໃຈເປັນຂໍກຸນແຈໃນວິວັດທະນາການກໍ່ສ້າງປະຊາຄົມ.

        ດ້ວຍພູມມີປະເທດມີເສັ້ນຊາຍແດນຮ່ວມ ແລະ ຄວາມແຕກຕ່າງກ່ຽວກັບລະດັບການພັດທະນາເສດຖະກິດ, ປະຊາຊົນດຳລົງຊີວິດຢູ່ລຽບຕາມເສັ້ນຊາຍແດນລະຫວ່າງບັນດາປະເທດ CLMTV ໄດ້ເຄື່ອນຍ້າຍໄປບັນດາປະເທດໃກ້ຄຽງຢ່າງບໍ່ຢຸດຢັ້ງ ເພື່ອຊອກຫາວຽກເຮັດງານທຳ. ເພື່ອແນໃສ່ຄຸ້ມຄອງແຮງງານເຄື່ອນຍ້າຍ, ພິເສດແມ່ນແຮງງານເຄື່ອນຍ້າຍຜ່ານຊາຍແດນລະຫວ່າງບັນດາປະເທດ CLMTV, ດ້ວຍຂໍ້ລິເລີ່ມຂອງລັດຖະບານໄທ, ກອງປະຊຸມລັດຖະມົນຕີແຮງງານ ແລະ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງກ່ຽວກັບແຮງງານ CLMTV ຄັ້ງທີ 1 ໄດ້ຈັດຕັ້ງເມື່ອປີ 2015. ນັບແຕ່ນັ້ນມາ, ໄດ້ຈັດຕັ້ງເປັນ 2 ປີເທື່ອໜຶ່ງ, ບັນດາລັດຖະມົນຕີຂອງ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ດຳເນີນກອງປະຊຸມຮ່ວມ, ເພື່ອແນໃສ່ແລກປ່ຽນບັນດານະໂຍບາຍກ່ຽວກັບແຮງງານເຄື່ອນຍ້າຍ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງການປະກັນສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ເພີ່ມທະວີວຽກງານຄຸ້ມຄອງແຮງງານເຄື່ອນຍ້າຍ

        ເຖິງວ່າ, ຢູ່ແຕ່ລະປະເທດມີກອບກົດໝາຍ, ຂໍ້ກຳນົດດ້ານກົດໝາຍ ແລະ ເງື່ອນໄຂເສດຖະກິດແຕກຕ່າງກັນກໍ່ຕາມ, ແຕ່ຢູ່ບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຍັງມີຈຸດລວມ ທີ່ສາມາດຮ່ວມມືກັນເພື່ອປົກປ້ອງສິດຜົນປະໂຫຍດໃຫ້ແຮງງານເຄື່ອນຍ້າຍ, ຊ່ວຍໃຫ້ເຂົາເຈົ້າໄດ້ຊົມໃຊ້ຜົນປະໂຫຍດໃນການຮັບປະກັນຊີວິດສັງຄົມ ເມື່ອເຄື່ອນຍ້າຍຈາກບ່ອນນີ້ໄປບ່ອນອື່ນ ຫຼື ຈາກປະເທດນີ້ໄປປະເທດອື່ນ.

        ສະນັ້ນ, ເລື່ອງເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ສ້າງບັນດາກົນໄກຮ່ວມ ເພື່ອຄຸ້ມຄອງແຮງງານເຄື່ອນຍ້າຍ ໃນສະພາບເຊື່ອມໂຍງລະຫວ່າງບັນດາປະເທດໃນອາຊຽນ ແມ່ນມີຄວາມຈຳເປັນທີ່ສຸດ. ທີ່ກອງປະຊຸມລັດຖະມົນຕີແຮງງານ CLMTV ຄັ້ງທີ 3 ທີ່ດຳເນີນໃນວັນທີ 17 ກັນຍາ ຢູ່ Siem Reap, ປະເທດກຳປູເຈຍ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢວານເມົ້າຢຽບ ຖືວ່າ, ບັນດາກົນໄກເພີ່ມທະວີວຽກງານປົກປ້ອງແຮງງານເຄື່ອນຍ້າຍລະຫວ່າງ 5 ປະເທດ CLMTV ໄດ້ ແລະ ພວມເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ, ພິເສດແມ່ນລັກສະນະໄຫວພິບຂອງບັນດາລາຍການຮັບປະກັນຊີວິດສັງຄົມລະຫວ່າງບັນດາປະເທດ, ບັນດານະໂຍບາຍເຊື່ອມຕໍ່ປະກັນສັງຄົມ. ທ່ານຮອງລັດຖະມົນຕີ ຢວານເມົ້າຢຽບ, ກ່າວວ່າ.

        “ຄວາມແຕກຕ່າງກ່ຽວກັບລະດັບພັດທະນາເສດຖະກິດລະຫວ່າງບັນດາປະເທດ ໄດ້ຊຸກຍູ້ປະຊາຊົນຢູ່ບັນດາແຂວງລຽບຕາມເສັ້ນຊາຍແດນເຄື່ອນຍ້າຍໄປບັນດາປະເທດບ້ານໃກ້ເຮືອນຄຽງຢ່າງບໍ່ຢຸດຢັ້ງ ເພື່ອຊອກຫາວຽກເຮັດງານທຳ ແລະ ສ່ວນຫຼາຍເຂົ້າເຈົ້າແມ່ນຜູ້ອອກແຮງງານທົ່ວໄປ. ເພື່ອແນໃສ່ຄຸ້ມຄອງແຮງງານເຄື່ອນຍ້າຍໃຫ້ເປັນຢ່າງດີ, ພິເສດແມ່ນແຮງງານເຄື່ອນຍ້າຍຜ່ານຊາຍແດນລະຫວ່າງບັນດາປະເທດ, ຫົວຂໍ້ໃນຄັ້ງນີ້ແມ່ນເໝາະສົມກັບບຸລິມະສິດຮັບປະກັນຊີວິດສັງຄົມ, ພິເສດແມ່ນຮັບປະກັນຈ່າຍຄ່າປະກັນ ແລະ ໄດ້ຊົມໃຊ້ການປະກັນສັງຄົມ ສຳລັບແຮງງານເຄື່ອນຍ້າຍ ຕໍ່ໜ້າສະພາບແຮງງານເຄື່ອນຍ້າຍລະຫວ່າງບັນດາປະເທດ CLMTV ນັບມື້ນັບຫຼາຍຂຶ້ນ”.

        ໃນໄລຍະຜ່ານມາ, ບັນດາລັດຖະບານໃນພາກພື້ນອາຊຽນ, ພິເສດແມ່ນ 5 ປະເທດ CLMTV ໄດ້ສ້າງບັນດາພື້ນຖານດີຈີຕອນເພື່ອແນໃສ່ຄຸ້ມຄອງແຮງງານເຄື່ອນຍ້າຍ ແລະ ສະໜອງບັນດາການບໍລິການທີ່ກ່ຽວຂອງເຖິງການນຳໃຊ້ດີຈີຕອນ. ບັນດາການບໍລິການລວມມີ: ບຳລຸງສ້າງກ່ອນທີ່ອອກເມືອງໃຫ້ຜູ້ອອກແຮງງານ; ອອກບັດໃຫ້ແຮງງານເຄື່ອນຍ້າຍ ກ່ອນທີ່ຈະໄປ ຫຼື ຢູ່ປະເທດທີ່ຈະໄປ ແລະ ພາຍຫຼັງກັບເມືອປະເທດ ເພື່ອຊ່ວຍໃຫ້ຜູ້ອອກແຮງງານໄດ້ເຂົ້າປະກັນສັງຄົມ ແລະ ໄດ້ສຳຜັດກັບບັນດາການບໍລິການອື່ນໆ. ທ່ານຮອງລັດຖະມົນຕີ ຢ້ວານເມົ້າຢຽບ, ຢືນຢັນວ່າ.

        “ເລື່ອງນຳໃຊ້ເຕັກໂນໂລຊີດີຈີຕອນນັບມື້ນັບແຜ່ຂະຫຍາຍໃນໂລກຢູ່ເກືອບທຸກຂົງເຂດ. ໃນຂົງເຂດວຽກເຮັດງານທຳ, ເຕັກໂນໂລຊີດີຈີຕອນໄດ້ສວມບົດບາດສຳຄັນໃນການຊຸກຍູ້ວຽກເຮັດງານທຳແບບຍືນຍົງ, ພ້ອມທັງຊ່ວຍຊຸກຍູ້ ແລະ ປົກປ້ອງສິດຂອງຜູ້ອອກແຮງງານເຄື່ອນຍ້າຍ. ການນຳໃຊ້ເຕັກໂນໂລຊີດີຈີຕອນສາມາດຊ່ວຍໃຫ້ຜູ້ອອກແຮງງານເຄື່ອນຍ້າຍ ຍົກອອກຄຳສັດສິນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບສິດຂອງຕົນ. ຢູ່ຫວຽດນາມ, ເລື່ອງຫັນເປັນດີຈີຕອນ ໄດ້ນຳໃຊ້ຢ່າງມີປະສິດທິຜົນໃນວຽກງານຄຸ້ມຄອງແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ.”

ຫວຽດນາມ ຕັ້ງໜ້າຮ່ວມມືໃນບັນຫາປົກປ້ອງຜູ້ອອກແຮງງານເຄື່ອນຍ້າຍ

        ຄາດວ່າ, ມີແຮງງານຫວຽດນາມປະມານ 76.000 ຄົນ ພວມເຮັດວຽກຢູ່ບັນດາປະເທດໃນ CLMTV. ແລະຕົວເລກຜູ້ອອກແຮງງານມາຈາກ CLMTV ກໍ່ພວມເພີ່ມຂຶ້ນ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສ້າງແຜນຮ່າງມະຕິກ່ຽວກັບການປະຕິບັດປະກັນສັງຄົມບັງຄັບສຳລັບຜູ້ອອກແຮງງານແມ່ນຊາວຕ່າງປະເທດທີ່ເຮັດວຽກຢູ່ຫວຽດນາມ. ນອກນັ້ນ, ຫວຽດນາມ ກໍ່ເພີ່ມທະວີການເຊັນບັນດາສັນຍາ 2 ຝ່າຍວ່າດ້ວຍການປະກັນສັງຄົມລະຫວ່າງບັນດາປະເທດ, ມຸ່ງໄປເຖິງການເຊັນສັນຍາຫຼາຍຝ່າຍ; ເປີດກວ້າງບັນດາຮູບການຊຳລະຄ່າປະກັນເພື່ອໃຫ້ຜູ້ອອກແຮງງານສາມາດຮັບຜົນປະໂຫຍດຈາກບັນດາລະບອບຮັບປະກັນຊີວິດສັງຄົມ.

        ເລື່ອງເອົາໃຈໃສ່, ຮັບປະກັນບັນດາສິດ ແລະ ຜົນປະໂຫຍດພື້ນຖານສຳລັບ ແຮງງານເຄື່ອນຍ້າຍຂອງອາຊຽນ ແມ່ນເພື່ອມຸ່ງໄປເຖິງບັນດາມາດຕະຖານສາກົນທີ່ພວມນຳໃຊ້ໃນອາຊຽນ. ບັນດາປະເທດ CLMTV ມີຈຸດທີ່ຄ້າຍຄືກັນຫຼາຍຢ່າງ, ສະນັ້ນ ການຊຸກຍູ້ການຮ່ວມມືຮັບປະກັນສິດຜົນປະໂຫຍດຂອງແຮງງານເຄື່ອນຍ້າຍ, ໃນນັ້ນສຳຄັນທີ່ສຸດແມ່ນຊ່ວຍໃຫ້ເຂົາເຈົ້າໄດ້ຮັບບັນດາຜົນປະໂຫຍດຈາກການປະກັນສັງຄົມ ເມື່ອເຄື່ອນຍ້າຍຈາກປະເທດນີ້ໄປປະເທດອື່ນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍລວມຂອງອາຊຽນ, ນັ້ນແມ່ນສ້າງປະຊາຄົມມຸ່ງໄປເຖິງປະຊາຊົນ ແລະ ຖືເອົາປະຊາຊົນເປັນໃຈກາງຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ