ປັບປຸງ, ເພີ່ມທະວີການພົວພັນກັບບັນດາປະເທດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

(vovworld) - ​ໂດຍ​ໄດ້​​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ ພະເຈົ້າມະຫາຊີວິດ ບຮູ​ໄນ ​ Haji Hassanal Bolkiah ແລະ ປະທານາທິບໍດີ ສາທາ​ລະນະ​ລັດ ສະຫະພາບ​ມຽນມາ Thein Sein, ປະທານປະ​ເທດ ​ເຈືອງ​ເຕີ໋ຊາງ ​ແລະ ພັນ​ລະ​ຍາ ຈະ​​ເດີນທາງ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ​ເຖິງ ບຮູ​ໄນ, ​ແຕ່​ວັນ​ທີ 27 29/11/2012 ​ແລະ ສາທາ​ລະນະ​ລັດ ສະຫະພາບ​ມຽນມາ ​ແຕ່​ວັນ​ທີ 29/11 01/12/2012. ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ ​​ເພື່ອ​ແນ​ໃສ່​ຢືນຢັນ​ວ່າ ຫວຽດນາມ​ ຖື​​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ເຫຼົ່າ​ນັ້ນ​​ເຂົ້າ​ສູ່​ລວງ​ເລິກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ.

ປັບປຸງ, ເພີ່ມທະວີການພົວພັນກັບບັນດາປະເທດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1

ປະທານປະ​ເທດ ​ເຈືອງ​ເຕີ໋ຊາງ

(ພາບ: google.com.vn)

ການ​ຢ້ຽມຢາມ ບຮູ​ໄນ ຂອງປະທານປະ​ເທດ ​ເຈືອງ​ເຕີ໋ຊາງ  ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ທີ່​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1992-2012). ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ເດືອນ 2/2012. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຈົບງາມ. ສອງ​ຝ່າຍ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ເປັນ​ປະຈຳ; ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ ​​ໄດ້ໄປ​ຢ້ຽມຢາມ ບຮູ​ໄນ​​ເມື່ອ​ປີ 2007; ສ່ວນພະເຈົ້າມະຫາຊີວິດ ບຮູ​ໄນ ​ Haji Hassanal Bolkiah ​ໄດ້ມາ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 16 ​ເມື່ອ​ເດືອນ 4/2010 ​ແລະ ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 17 ​ເມືອ​ເດືອນ 10/2010; ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ກໍ່​ໄດ້ໄປ​ຢ້ຽມຢາມ ບຮູ​ໄນ ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ 2/2012.

​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດພຽງ​ແຕ່​ບັນລຸ​ສອງ​, ສາມ​ລ້ານ USD/ປີ​ເທົ່າ​ນັ້ນ. ກ່ຽວ​ກັບ​ການ​ລົງທຶນ, ປະຈຸ​ບັນ, ບຮູ​ໄນ ​ແມ່ນ​ປະ​ເທດ​ລົງທຶນ​ໃຫຍ່​ອັນ​ດັບ 12 ຂອງ​ຫວຽດນາມ ດ້ວຍ 129 ​ໂຄງການ, ທຶນ​ຈົດ​ທະບຽນ​ແມ່ນ 4,9 ຕຶ້ USD ​ໄລ່​ຮອດ​ໝົດ​ເດືອນ 9/2012. ຫວຽດນາມ​ ພຽງ​ແຕ່​​ລົງທຶນ 1​ໂຄງການ​ເຂົ້າ ບຮູ​ໄນ ​ເທົ່າ​ນັ້ນ. ​ໃນ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ຈຳກັດ​ຢູ່, ສ່ວນ​ຫຼາຍແມ່ນ​ຜ່ານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ. ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ມີ​ການພັດທະນາ​ດີພໍ​ສົມຄວນ, ​ແຕ່​ພຽງ​ແຕ່​ຢູ່​ໃນ​ລະດັບ​ແລກປ່ຽນ​ຄະນະ​ຜູ້​ແທນ​ທະຫານ​ທຸກ​ຂັ້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຊອກ​ຮູ້​ຄວາມ​ສາມາດ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ເທົ່າ​ນັ້ນ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ສ້າງ​ຕັ້ງ​ຫ້ອງການ​ທີ່​ປຶກສາ​ດ້ານ​ການ​ທະຫານ​ຢູ່​ແຕ່ລະ​ປະ​ເທດ. ສຳ​ຫຼັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເຖິງ​ວ່າການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ​ ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ບຮູ​ໄນ ​ໄດ້​ຮັບ​ການ​ຮັກສາ​ໄວ້​ເປັນ​ປະຈຳ, ​ແຕ່​ສອງ​ຝ່າຍ​ຍັງ​ບໍ່​ທັນ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ອັນ​ລະອຽດ​ໄດ້​ຫຼາຍ, ສ່ວນ​ຫຼາຍ​ແມ່ນ​ຜ່ານ​ບັນດາ​ເວທີ​ປາ​​ໄສ​ຮ່ວມ​ມື​ຫຼາຍ​ຝ່າຍ​ຄື​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ພາກ​ພື້ນ (ARF), ກອງປະ ຊຸມຕຳຫຼວດ​ສາກົນ (Interpol)…

ສະນັ້ນ, ການຢ້ຽມຢາມ​ທາງ​ລັດຖະກິດ ​ເຖິງ ບຮູ​ໄນ ຄັ້ງນີ້ຂອງທ່ານ ປະທານປະເທດ ເຈືອງເຕີ໋ຊາງ, ດ້ານໜຶ່ງແມ່ນເພື່ອຢັ້ງຢືນນະໂຍບາຍສະເໝີ ຕົ້ນສະເໝີປາຍຂອງຫວຽດນາມ ທີ່ຖືການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ບຮູໄນເປັນສຳຄັນ. ດ້ານ​ອື່ນ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ສອງ​ທ່ານ​ແລກປ່ຽນ​ທິດ​ທາງ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ບຮູ​ໄນ ກວ່າ​ອີກ.

ພາຍຫຼັງ​ຢ້ຽມຢາມ ບຮູ​ໄນ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງ ​ຈະ​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສາທາ​ລະນະ​ລັດ ສະຫະພາບມຽນມາ ​ໃນ​ເວລາ 3 ວັນຄື 29, 30/11 ​ແລະ 1/12/2012. ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່ ມຽນມາ​ມີ​ການ​ພັດທະນາ​ສຳຄັນ​ຫຼາຍ​ຢ່າງ. ການຢ້ຽມຢາມ​ຂອງທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ມາດ​ຕະການຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ​ແນ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ມຽນມາ ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

​ໄລ່​ຮອດ​ເດືອນ 9/2012, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຫວຽ​ດນາມ - ມຽນມາ ບັນລຸ​ເກືອບ 160 ລ້ານ USD, ​ເພີ່ມ​ຂຶ້ນ 29%​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ເຖິງ​ວ່າ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ຄື: ​ເປີດ​ສາຍ​ການບິນ​ໂດຍ​ກົງ, ຊຸກຍູ້​ການຈັດ​ຕັ້ງ​ງານ​ຕະຫຼາດນັດ​ການ​ຄ້າ​ຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ມາສູ່​ປະຊາຊົນ​ສອງ​ປະ​ເທດ, ​ເວົ້າ​ລວມ​ແລ້ວ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ພັດທະນາ​ຢ່າງ​ຊັກ​ຊ້າ, ບໍ່​ທັນ​ຕອບ​ສະໜອງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ຫວຽດນາມ ​ແລະ ມຽນມາ ພວມ​ຊຸກຍູ້​ການ​ຮ່ວມ​ມື​ແຮກ​ຊ່ຽວລະຫວ່າງ​ບັນດາ​ແຂວງ, ນະຄອນ​ຂອງ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ, ​ໃນບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ. ​ເຖິງ​ວ່າ​ໄດ້​ລົງ​ນາມ​ໃນ​ສັນຍາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ​ແລ້ວ​ກໍ່ຕາມ, ​ແຕ່​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມຽນມາ​ ຍັງ​ຄົງ​ຈຳກັດ​ຢູ່. ​ແລະ ບໍ່​ທັນ​ຜັນ​ຂະຫຍາຍ​ໄດ້​ຫຼາຍ​ເທື່ອ. ສອງ​ຝ່າຍ​ຮ່ວມ​ມື​ຕົ້ນ​ຕໍຜ່ານ​ຮູບ​ການ​ແລກປ່ຽນ​ຄະນະ​ຜູ້​ຊ່ຽວຊານ, ​ແບ່ງປັນ​ບົດຮຽນ. ກ່ຽວ​ກັບ​ຂົງ​ເຂດ​ປ່າ​ໄມ້, ປະຈຸ​ບັນ, ກຸມ​ບໍລິສັດ​ຢາງພາລາ​ຫວຽດນາມ ພວມ​ຄົ້ນ​ຄ້ວາ, ຜັນ​ຂະຫຍາຍ​ແຜນ​ຮ່າງ​ປູກ​ຢາງພາລາ 200.000 ​ເຮັກຕາ ຢູ່​ມຽນມາ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ທັງ​ສອງ​ຝ່າຍ​ຍັງ​ບໍ່​ທັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລົງທຶນ​ໄດ້, ຍ້ອນ​ບໍ່​ທັນ​​ເປັນ​ເອກະ​ພາບ​ກ່ຽວ​ກັບ​ສະຖານ​ທີ່​ປະຕິບັດ​ແຜນ​ຮ່າງ​ນີ້​ໄດ້. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ທ່ອງ​ທ່ຽວ​​ເມື່ອປີ 1994, ​ແຕ່​ການ​ຜັນ​ຂະຫຍາຍ​ກໍ່​ຖືກ​ຈຳກັດ. ຈຳນວນ​ນັກ​ທ່ອງ​ທ່ຽວ​ສອງ​ປະ​ເທດໄປ​ມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຍັງ​ໜ້ອຍ​ຢູ່.

ດັ່ງ​ນັ້ນ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສາທາ​ລະນະ​ລັດ ສະຫະພາບມຽນມາ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງ, ການ​ນຳ​ຂັ້ນ​ສູງ​ສ​ອງປະ​ເທດ ຈະ​ແລ​ກປ່ຽນ​ບັນດາ​ມາດ​ຕະການ​ທີ່​ແທດ​ຈິງ, ປະຕິບັດ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ… ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງ ​ແລະ ບັນດາ​ການ​ນຳ​ມຽນມາ​ກໍ່​ຈະ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ແລະ ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ມຽນມາ ​ໃຫ້​ກ້າວ​ຂຶ້ນ​ສູ່​ບາດກ້າວ​ພັດທະນາ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ