ປັບປຸງ ​ແລະ ເພີ່ມທະວີການພົວພັນຫວຽດນາມ - ແດນມາກ

ປັບປຸງ ​ແລະ ເພີ່ມທະວີການພົວພັນຫວຽດນາມ - ແດນມາກ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ
ທ່ານ​ນາງ Helle Thorning Schiomidt ນາຍົກລັດຖະມົນຕີ​ແດນມາກ​
(ພາບ: internet)

 
(vovworld-) ວັນ​ທີ 8/11, ທ່ານ​ນາງ Helle Thorning Schiomidt ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ແດນມາກ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນທາງ​ການ​ຕາມ​ຄຳ​ເຊີນຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung .​ເຖິງ​ວ່າ​ດຳ​ເນີນ​ການ ຢ້ຽມຢາມໃນ​ເວລາ​ອັນ​ສັ້ນໆ​ກໍ​ຕາມ, ​ແຕ່​ການ​ຢ້ຽມຢາມ​ຂອງທ່ານ​ນາງ Helle Thorning Schiomidt ນາຍົກລັດຖະ ມົນຕີ ​ຫ່ງ​ລາຊະ​ອານາຈັກ​ແດນມາກຄັ້ງ​ນີ້ ​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ​ແດນ​ມາກ ​ແລະ ຫວຽດນາມຊຶ່ງ​ໄດ້ ​ແລ​ະພວມ​ໄດ້​ຮັບ​ການ​ປັບປຸງ​ຢ່າງໝັ້ນຄົງ​ໜັກ​ແໜ້ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດການ​ຄ້າ ​ແລະ ການ​ລົງທຶນ.

    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽ​ດນາມ​ເປັນ​ເວລາ 2 ວັນ, ນອກຈາກ​ບັນດາ​ການ​ພົບ​ປະເຈລະຈາກັບ​ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ຫວຽດນາມ, ທ່ານ​ນາງ Helle Thorning Schiomidt ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ແດນມາກຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມມືດ້ານ​ການ​ຄ້າ​ຫຼາຍ​ສະບັບ​ລະຫວ່າງ​ບັນດາ​ບໍລິສັດ​ຂອງ​ຫວຽດນາມ ​ແລະ ແດນ​ມາກ. ກ່ອນ​ການ​ຢ້ຽມຢາມ​ຂອງ ທ່ານ​ນາງ Helle Thorning Schiomidt, ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ​ປະຈຳ​ຫວຽດນາມ John Nielsen ​ໄດ້​ຢືນຢັນ​ວ່າ ການ​ມີໜ້າ​ຂອງ ທ່ານ​ນາງ Helle Thorning Schiomidt ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ແດນມາກ​ໃນ​ບັນດາ​ການ​ເຄື່ອນ​ໄຫ​ວນີ້ ​ໄດ້​ສະ​ແດງ​ໃຫ້​​ເຫັນ​ການ​ສະໜັບສະໜູນ​ຂອງນາຍົກລັດຖະມົນຕີ​ແດນມາກ​ເອງ ​ແລະ ຂອງລັດຖະບານ​ແດນ​ມາກ​ໃນ​ການ​ເພີ່ມ​ທະວີການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າລະຫວ່າ​ງ 2 ປະ​ເທດ. ພິ​ເສດ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາງນາຍົກລັດຖະມົນຕີ​​ແດນມາກ Helle Thorning Schiomidt ຍັງ​ສະ​ເໜີ ​ແລະ ປຸກລະດົມ​ບັ້ນ​ເຕີບ​ໂຕ​ຢູ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແນ​ໃສ່​ກ້າວ​ໄປ​ເຖິງການ​ເຊັນ​ສັນຍາ​ຮ່ວມ​ມື​ຮອບດ້ານຢູ່​ໂກ​ແປນ​ຮາ​ແກນ​ໃນ​ປີໜ້າ.

ປັບປຸງ ​ແລະ ເພີ່ມທະວີການພົວພັນຫວຽດນາມ - ແດນມາກ - ảnh 2
 ນາຍົກລັດຖະມົນຕີ​ຫວຽດນາມ ​ແລະ ​ແດນມາກ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມມືດ້ານ​ການ​ຄ້າ​ຫຼາຍ​ສະບັບ​ລະຫວ່າງ​ບັນດາ​ບໍລິສັດ​ຂອງ 2 ປະ​ເທດ (ພາບ: TTXVN )

   ຫວນ​ຄືນ​ໄລຍະ​ກ່ວາ 40 ປີຜ່ານມາ, ນັບ​ແຕ່ 2 ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ເດືອນ11/1971 ​ແມ່ນ​ອາດ​ຈະ​ເຫັນ​ໄດ້​ວ່າ ຍາມ​ໃດ​ຫວຽດນາມ​ ກໍ​ແມ່ນ​ປະ​ເທດ​ໃຫ້​ບຸລິ​ມະ​ສິດ​ໃນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແດນ​ມາກ ​ແລະ ​ແດນ​ມາກບໍ່​ພຽງ​ແຕ່​ສະໜັບສະ​ໜູນຢ່າງ​ແຂງ​ແຮງ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ຕັ້ງໜ້າ​ສະໜັບ​ສະ​ໜູນ​ຫວຽດນາມ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ປະຈຸ​ບັນ​ອີກ​ດ້ວຍ.

    ຕາມ​ ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ​ປະຈຳ​ຫວຽດນາມ John Nielsen ​ແລ້ວ, ປະຈຸ​ບັນ, ຫວຽດນາມ​ນອນ​ໃນ​ບັນຊີ​ລາຍ​ຊື່ 10 ຕະຫຼາດ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຊຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ບັນດາ​ການ​ນຳ ແດນ​ມາກ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້. ຕາມ​ຕົວ​ເລກ​ສະ​ຖີຕິ​ປີ 2011, ວົງ​ເງິນ​ການ​ຄ້າ 2 ຝ່າຍຫວຽດນາມ ​ແລະ ແດນ​ມາກບັນລຸ 400 ລ້ານ​ກ່ວາ USD, ​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ຕົວ​ເລກ 300 ລ້ານ​ກ່ວາ USD ​ໃນ​ປີ 2010. ທາງ​ດ້ານ​ການ​ລົງທຶນ, ປະຈຸ​ບັນ, ແດນ​ມາກພວມ​ຢືນ​ອັນ​ດັບ​ທີ່ 25 ​ໃນ​ຍອດ​ຈຳນວນ 93 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ມາ​ລົງທຶນ​ຢູ່​ຫວຽດນາມ ​ແລະ ຢືນ​ອັນ​ດັບ​ທີ່ 7 ​ໃນ​ຈຳນວນ​ບັນດາ​ປະ​ເທດ EU , ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ 620 ລ້ານ​ກ່ວາ USD. ປະຈຸ​ບັນ, ແດນ​ມາກ​ມີ​ວິ​ສາ​ຫະກິດ 130 ກ່ວາ​ແຫ່ງພວມທຳ​ມາ​ຄ້າຂາຍ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ແດນ​ມາກ​ພຽງ​ແຕ່​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ ອຸດສາຫະກຳ​ປຸ່ງ​ແຕ່ງ, ການ​ຜະລິດ​ກົນ​ຈັກ, ອະສັງຫາລິມະ​ຊັບ​ເປັນ​ຕົ້ນ​ຕໍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ​ປະຈຳ​ຫວຽດນາມ John Nielsen ຖື​ວ່າ :

  “ຂ້າພະ​ເຈົ້າຖື​ວ່າຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ​ແດນ​ມາກ ​ແມ່ນ​ໃຫ່ຍຫຼວງ​ທີ່​ສຸດ ຍ້ອນ​ວ່າ​ຫວຽດນາມ ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ໃນ​ການ​ແກ່​ງແຍ້​ງ ​ເມື່ອ​ທຽບ​ກັບປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ. ນັ້ນ​ແມ່ນຕະຫຼາດ​ແຮງ​ງານ​ອຸດົມສົມບູນ, ໜຸ່​ມ​ແໜ້ນ, ຄ່າ​ແຮງ​ງານ​ຕ່ຳ…​ນັ້ນ​ແມ່ນ​ທ່າ​ໄດ້​ປຽບ​ຫຼາຍ. ​ໃນ​ຕົວ​ຈິງ​ແລ້ວ, ບັນດາ​ບໍລິສັດ​ຂອງ​ແດນ​ມາກ ສາມາດ​ນຳ​ມາ​​ເຊິ່ງເຕັກ​ໂນ​ໂລ​ຊີ​ໃໝ່, ​ເຂັດ​ລັບ​ເຕັກ​ໂນ​ໂລ​ຊີ, ການ​ໜູນ​ຊ່ວຍ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ ​ແລະ ສະໜອງ​ເຄື່ອງ​ຈັກ​ໃຫ້​ແກ່​ຕະຫຼາດ​ຫວຽດນາມ“.

   ​ໃນ​ໄລຍະ​ປະ​ຈຸ​ບັນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ຫາ​ກໍ່​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ສິ່ງ​ທີ່​ການ​ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ຢືນຢັນ ​ແລະ ​ແບ່ງປັນ​ຄວາມ​ສົນ​ໃຈ​ລວມ​ນັ້ນແມ່ນ​ເຮັດ​ແນວ​ໃດ​ເພື່ອ​ນຳ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ແດນ​ມາກ ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ John Nielse ​ແບ່ງປັນ​ວ່າ:

  “ຂ້າພະ​ເຈົ້າຖືວ່າ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຄວນສຸມ​ໃສ່​ລົງທຶນ​ດ້ານ​ເຕັກ​ໂນ​ໂລ​ຊີ ຍ້ອນ​ວ່າ​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ ມີ​ທ່າ​ແຮງ​ກ່ຽວ​ກັບ​ຂົງ​ເຂດ​ນີ້. ບັນດາ​ວິ​ສາ​ຫະກິດ​​ແດນ​ມາກ ສາມາດ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ ຍົກ​ສູງ​ລັກສະນະ​ແກ່ງ​ແຍ້​ງຂອງ​ຕົນ​ເພື່ອ​ມີ​ບັນດາ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບສູງ​ກ່ວາ“.

   ປີ 2012 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ກ່ຽວຂ້ອງ​ເຖິງ​ແຫຼ່ງ​ທຶນ ODA ຊື່​ງ​ແດນ​ມາກ ພວມ​ໜູນ​ຊ່ວຍ​ຫວຽດນາມ. ​ໄລ່​ຮອດ​ປະຈຸ​ບັນ, ​ແດນ​ມາກ​ ໄດ້​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ດ້ວຍຈຳນວນ​ເງິນ​ປະມານ 1 ຕື້​ໂດ​ລາ​ສະຫະລັດ, ​ໂດຍ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ກະສິກຳ, ວັດທະນະທຳ ​ແລະ ສິ່ງ​ແວດ​ລ້ອມ, ລົບ​ລ້າງ​ຄວາມ​ອຶດ​ຫິ​ວ ຫລຸດຜ່ອນ​ຄວາມ​ທຸກ​ຍາກ. ​ແດນ​ມາກ​ ໝັ້ນ​ໝາຍ​ຈະສືບ​ຕໍ່​ສະໜອງ​ທຶນ ​ODA ໃຫ້​ແກ່​ຫວຽດນາມ ຮອດ​ທ້າຍ​ປີ 2015, ​ໃນ​ນັ້ນສຸມ​ໃສ່​ຂົງ​ເຂດການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງດິນ​ຟ້າ​ອາກາດ. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽ​ດນາມ ​Nguyen Minh Quang ແລ້ວ, ນີ້​ແມ່ນ​ການ​ຕີ​ລາຄາ​ສູງ​ຂອງ​ແດນ​ມາກ ທີ່​ມີ​ຕໍ່​ການ​ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ:

   “ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ໂຄງ​ການ, ການ​ໜູນ​ຊ່ວຍ​ຂອງ​ແດນ​ມາກ. ຫວຽດນາມ ​ໄດ້​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ຂອງ​ແດນ​ມາກ ຢ່າ​ງມີ​ປະສິດທິ​ຜົນ​ທີ່​ສຸດ, ຜ່ານ​ນັ້ນ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ແດນ​ມາກ.

   ບົນ​ພື້ນ​ຖານ​ສາຍ​ພົວພັນ​ອັນ​ດີງາມ​ໃນ​ຕະຫຼອດ 40 ປີ​ຜ່ານ​ມາ, ການ​ຢ້ຽມຢາມຫວຽດນາມ ​ຂອງ​ທ່ານ​ນາງນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt ຄັ້ງນີ້​ຈະ​ເປີດ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ