ປັບປຸງກົດໝາຍສື່ມວນຊົນແນໃສ່ ຫັນເນື້ອໃນຂອງລັດຖະທຳມະນູນປີ 2013 ເປັນລະອຽດ

ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ເປັນ​ຄັ້ງ​ທຳ​ອິດ​ທີ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ. ການ​ປັບ​ປຸງ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ​ແມ່ນ​ເພື່ອ​ແນ​ໃສ່​ຫັນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ, ພ້ອມ​ກັນ​ນັ້ນ ກໍ​ເພື່ອ​ສ້າງກອບ​ກົດ​ໝາຍ​ເພື່ອ​ໃຫ້​ສື່ມວນ​ຊົນພັດ​ທະ​ນາ​ຢ່າງ​ສົດ​ໃສ, ມີ​ປະ​ສິດ​ທິ​ຜົນ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

 

ປັບປຸງກົດໝາຍສື່ມວນຊົນແນໃສ່ ຫັນເນື້ອໃນຂອງລັດຖະທຳມະນູນປີ 2013 ເປັນລະອຽດ - ảnh 1
(ພາບ​ປະ​ກອບ)

     ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນທີ່​ປະ​ກາດ​ໃຊ້​ເມື່ອ​ປີ 1989, ປັບ​ປຸງ​ເພີີ່ມ​ເຕີມ​ໃນ​ປີ 1999. ມາ​ຮອດ​ປະ​ຈຸ​ບັນ, ພາຍຫຼັງ​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 16 ປີ, ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນໄດ້​ສະ​ແດງ​ໃຫ້​ເຫັນ​ມີບັນ​ດາຈຸດ​ອ່ອນ, ຍັງ​ບໍ່​ສາ​ມາດ​ດັດ​ແກ້​ບັນ​ຫາ​ເກີດ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​​ສື່ມວນ​ຊົນໃນ​ພາກ​ຕົວ​ຈິງ, ຍັງ​ບໍ່​ທັນ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ພາບ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ ສື່ມວນ​ຊົນ​ໄລ​ຍະ​ປະ​ຈຸ​ບັນ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ຄັ້ງ​ນີ້​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າ​ວ ແລະ ສື່​ສານ​ເປັນ​ຜູ້​ຮຽບ​ຮຽງ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ລວມ​ມີ 6 ພາກ, 59 ມາດ​ຕາ, ໃນ​ນັ້ນ​ມີ 30 ມາດ​ຕາ​ຖືກ​ສ້າງ​ໃໝ່, 29 ມາດ​ຕາ​ໄດ້​ຮັບ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ​ໃນ​ປະ​ຈຸ​ບັນ.

    ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ

  ຈຸດ​ໃໝ່​ຂອງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ແມ່ນ​ເມື່ອ​ທຽບ​ໃສ່ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ​ພວມ​ນຳ​ໃຊ້​ປະ​ຈຸ​ບັນ ແມ່ນ​ໄດ້​ເພີ່ມ​ເຕີມ 1 ພາກ​ຊຶ່ງ​ໄດ້​ກຳ​ນົດ​ກ່ຽວ​ກັບ​ສິດ​ເສ​ລີ​ທາງ​ສື່ມວນ​ຊົນ, ສິດ​ເສ​ລີໃນ​ການ​ປາກ​ເວົ້າ​ທາງສື່ມວນ​ຊົນຕາມເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 . ອາດ​ຈະ​ເຫັນໄດ້​ຢ່າງ ກວມ​ລວ​ມ​​ໃນຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ)ຄັ້ງ​ນີ້ ແມ່ນສິດ​ເສ​ລີ​ທາງສື່ມວນ​ຊົນຖືກ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ກ່ຽວ​ກັບສິດ​ເສ​ລີ​ທາງສື່ມວນ​ຊົນ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ໄດ້​ເພີ່ມ​ເຕີມ​ບາງ​ຂໍ້​ກຳ​ນົດ​ໃໝ່​ເຊັ່ນ: ພົນ​ລະ​ເມືອງ​ມີ​ສິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວສື່ມວນ​ຊົນ​ຕາມ​ລະ​ບຽບ​ກົດ​ໝາຍ ແລະ ໄດ້​ຮັບ​ການ​ປົກ​ປ້ອງ​ຈາ​ກ​ລັດ. ທ່ານ​ຮ່າ​ມິນ​ເຫ້ວ ສ.ສ.ຊ ແຂວງ ບີງ​ຖ້ວນ ຖື​ວ່າ : 

    “ສິ່ງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຫາງ​ສຽງຫຼາຍ​ທີ່ສຸດ​ ແມ່ນ​ກົດ​ໝາຍ​ຕ້ອງ​ຮັບ​ປະ​ກັນຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ. ລະ​ອຽດ​ຢູ່ນີ້​ແມ່ນສິດ​ເສ​ລີ​ທາງສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ຂອງ​ພົນ​ລະ​ເມືອງ. ສ.ສ.ຊ ສ່ວນຫຼາຍ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ກົດ​ໝາຍ​ຕ້ອງ​ມີ​ຂໍ້​ມາດ​ຕາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວສື່ມວນ​ຊົນ, ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ”

      ສິດ​ເສ​ລີ​ທາງສື່ມວນ​ຊົນແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິດ​ອັນ​ເປັນ​ພື້ນ​ຖານ​ຂອງ​ມະ​ນຸດ, ໄດ້​ຮັບ​ການ​ສະ​ແດງ​ອອກ​ໃນ​ຖະ​ແຫຼງການ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ປີ 1948 ແລະ ສົນ​ທິ​ສັນ​ຍາ​ສາ​ກົນ​ປີ 1966 ກ່ຽວ​ກັບ​ບັນ​ດາ​ສ​ິດ​ທາງ​ແພ່ງ, ການ​ເມືອງ​ຂອງ ສ.ປ.ຊ.   ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້​ກຳ​ນົດ​ກ່ຽວ​ກັບ​ຫຼັກ​ການ​ວ່າ : “ບັນ​ດາ​    ສ​ິດຂອງ​ມະ​ນຸດ, ສິດ​ພົນ​ລະ​ເມືອງ​ໄດ້​ຮັບ​ການ​ຮັບ​ຮູ້, ເຄົາ​ລົບ ແລະ ປົກ​ປ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ”. ດັ່ງ​ນັ້ນ, ການ​ປັບ​ປຸງກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນໃນ​ເງື່ອນ​ໄຂ​ປະ​ຈຸ​ບັນ ແມ່ນ​ຈຳ​ເປັນ. ທ່ານ ໂດ້​ແມ້ງ​ຮຸ່ງ ສ.ສ.ຊ ແຂວງ​ທ້າຍງວຽນ ມີ​ຄຳ​ເຫັນ​ວ່າ : 

    “ຕາມເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສິດ​ເສ​ລີ​ທາງສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ໄດ້​ຮັບ​ການຢັ້ງ​ຢືນ ແລະ ໃນ​ຄັ້ງ​ນີ້, ກົດ​ໝາຍ​ໄດ້​ຫັນ​ສິດນີ້​ເປັນ​ລະ​ອຽດ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ​ເສ​ລີພາບ​ທາງສື່ມວນ​ຊົນ, ​ເສ​ລີພາບ ​ໃນ​ການ​ປາກ​ເວົ້າ ແຕ່​ຕ້ອງ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ຂອງລັດ​ຖະ​ທຳ​ມະ​ນູນ​ ແລະ ​ກົດ​ໝາຍ. ບໍ່​ໄດ້​ສວຍ​ໃຊ້​ສິດນີ້​ເພື່ອ​ກໍ​ຄວາມ​ເສຍ​ຫາຍ​ຕໍ່​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຊາດຫຼືຜົນ​ປະ​ໂຫຍດ​ຂອງ​ບຸກ​ຄົນ​ອື່ນ​  ”

       ເພີ່ມ​ທະ​ວີ​ການ​ນຳ​ພາ​ຂ​ອງ​ພັກ, ລັດ​ທີ່​ມີ​ຕໍໍ່ສື່ມວນ​ຊົນ

   ໃນ​ວິ​ວັດ​ການນຳ​ພາ​ປະ​ຕິ​ວັດ, ພັກ​ກອ​ມມູ​ນິດ​ຫວຽດ​ນາມຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ວຽກ​ງານ​ໂຄ​ສະ​ນາ​ທາງສື່ມວນ​ຊົນ, ຖືສື່ມວນ​ຊົນ​ແມ່ນ​ເຄື່ອງ​ມື​ອັນ​ແຫຼມ​ຄົມໃນ​ວຽກ​ງານ​ແນວ​ຄິດ​ຂອງ​ພັກ, ແມ່ນ​ກຳ​ລັງ​ປະ​ຈັນ​ບານ​ບົນ​ແນວ​ຮົບ​ແນວ​ຄິດ​ວັດ​ທະ​ນະ​ທຳ. ທ່ານ ຫງວຽນ​ບັກ​ຊອນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ, ສ.ສ.ຊ​ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

    “ສື່ມວນ​ຊົນຫວຽດ​ນາມ​ແມ່ນ​ພາ​ຫະ​ນະ​ສື່​ຂ່າວ, ແມ່ນ​ເຄື່ອງ​ມື​ເພື່ອ​ໂຄ​ສະ​ນາ​ທີ່​ສຳ​ຄັນ​ຂອງ​ພັກ ແລະ ລັດ, ແມ່ນ​ເວ​ທີ​ປາ​ໄສ​ຂອງປະ​ຊາ​ຊົນ. ດັ່ງ​ນັ້ນ ສື່ມວນ​ຊົນ​ຕ້ອງ​ຢູ່​ໃຕ້​ການ​ນຳ​ພາ​ຂອງ​ລັດ ແລະ ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດ​ສຳ​ລັບສື່ມວນ​ຊົນ”

         ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນແມ່ນ​ໜຶ່ງ​ໃນ​ບັນ​ດາ​ກົດ​ໝາຍ​ທີ່​ສຳ​ຄັນ​ໃນ​ລະ​ບົບ​ນິ​ຕິ​ກຳ​ຫວຽດ​ນາມ, ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ເຖິງ​ຂົງ​ເຂດ​ການ​ເມືອງ, ຊີ​ວິດ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ການ​ປັບ​ປຸງ​ເພີ່ມ​ເຕີມກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນຄັ້ງ​ນີ້​ແມ່ນ​ທັນ​ການ ແລະ ຮອບ​ດ້ານພໍ​ສົມ​ຄວນ, ພ້ອມ​ກັນ​ນັ້ນ​ກໍຫັນ ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013​ ເປັນ​ລະ​ອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ