ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່

(VOVWORLD) -ຫວຽດນາມ ແມ່ນປະເທດມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ປະຊາຊົນບັນດາເຜົ່າສ່ວນໜ້ອຍສ່ວນຫຼາຍໄດ້ດຳລົງຊີວິດຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ທະເລໝູ່ເກາະ, ບ່ອນມີທີ່ຕັ້ງຍຸດທະສາດທັງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ແລະ ການພົວພັນແລກປ່ຽນສາກົນ. 
ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່ - ảnh 1ພາບປະກອບ 

ຍ້ອນເຫດນັ້ນ, ການແກ້ໄຂບັນຫາຊົນເຜົ່າໃຫ້ປະກົດຜົນສຳເລັດນັ້ນແມ່ນການປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຍາມໃດກໍ່ແມ່ນບັນຫາຍຸດທະສາດຂອງພັກ, ລັດ ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18/11/1930 -18/11/2017), ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ມີບົດຂຽນ “ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່”.

ທັດສະນະຂອງພັກ, ລັດ ຫວຽດນາມ ກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ

       ນັບແຕ່ເມື່ອຫາກໍ່ໄດ້ຮັບການສ້າງຕັ້ງໃນວັນທີ (3/2/1930), ພັກກອມມູນິດ ຫວຽດນາມ ໄດ້ວາງອອກບັນດາແຜນນະໂຍບາຍກ່ຽວກັບຄວາມສາມັກຄີຢ່າງກ້ວາງຂວາງໃນບັນດາກຳລັງຮັກຊາດ, ບັນດາຊົນຊັ້ນ, ຜູ້ຊົງຄຸນວຸດທິຮັກຊາດ ເຕົ້າໂຮມໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອຄາດໝາຍຍາດເອົາເອກະລາດແຫ່ງຊາດໃຫ້ຫລຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ, ຈັກກະພັດ.

        ວັນທີ 18 ພະຈິກ 1930, ສະມາຄົມຄັດຄ້ານສຳພັນທະມິດຈັກກະພັດໄດ້ຮັບການສ້າງຕັ້ງຂຶ້ນ, ນີ້ແມ່ນຮູບການທຳອິດຂອງແນວໂຮມເອກະພາບແຫ່ງຊາດ ຫວຽດນາມ - ປະຈຸບັນແມ່ນແນວໂຮມປະເທດຊາດ ຫວຽດນາມ. ກໍ່ນັບແຕ່ນັ້ນມາ, ວັນທີ 18 ພະຈິກ ແຕ່ລະປີກໍ່ໄດ້ເອີ້ນວ່າແມ່ນວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ໃນທຸກໆການເຄື່ອນໄຫວຂອງຕົນ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຊາບຊຶມແນວຄິດ “ຖືປະຊາຊົນເປັນກົກ”, ກໍ່ສ້າງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ. ຖືປະຊາຊົນເປັນກົກແມ່ນມູນເຊື້ອ, ແມ່ນປະກົດການທີ່ມີຊີວິດຊີວາ, ເປັນກຸ່ມເປັນກ້ອນ ແລະ ສຸມໃສ່ທັດສະນະກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ.

        ໂດຍເລີ່ມມາຈາກປະຊາຊົນເພື່ອນຳພາທົ່ວປວງຊົນ, ພັກ, ລັດ ປະຕິບັດປະຊາທິປະໄຕໃນວຽກງານຂົນຂວາຍປະຊາຊົນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນເພື່ອຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຍູ້ແຮງພາລະກິດສ້າງສາປະເທດຊາດ. ໃນພາລະກິດສ້າງສາປະເທດຊາດ, ສາມັກຄີທົ່ວປວງຊົນແມ່ນຄວາມສາມັກຄີ, ເຕົ້າໂຮມກຳລັງ, ຮ່ວມມືຢ່າງກ້ວາງຂວາງທີ່ສຸດຂອງທຸກໆຊົນຊັ້ນວັນນະໃນສັງຄົມ, ຂອງປະຊາຊົນບັນດາເຜົ່າ, ບັນດາສາສະໜາ, ຂອງບັນດາປະຊາຄົມຊາວ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ບົນພື້ນຖານເປັນເອກະພາບກ່ຽວກັບຜົນປະໂຫຍດພື້ນຖານ, ເອກະລາດຊົນຊາດຕິດພັນກັບລັດທິສັງຄົມນິຍົມ; ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສິວິໄລ. ທັດສະນະກ່ຽວກັບບົດບາດຮອບດ້ານຂອງແນວໂຮມທີ່ມີຕໍ່ປະຊາຊົນໄດ້ຫັນເປັນລະບອບລະບຽບການໃນມາດຕາ 9 ລັດຖະທຳມະນູນປີ 1992 ແລະ ສືບຕໍ່ໄດ້ກຳນົດໃນມາດຕາ 9 ລັດຖະທຳມະນູນປີ 2013 ວ່າ: “ແນວໂຮມປະເທດຊາດຫວຽດນາມ ແມ່ນອົງການພັນທະມິດການເມືອງ, ສະຫະພັນດ້ວຍຄວາມສະໝັກໃຈຂອງອົງການຈັດຕັ້ງການເມືອງ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບັນດາສ່ວນບຸກຄົນດີເດັ່ນໃນບັນດາຊົນຊັ້ນວັນນະໃນຊົນເຜົ່າ, ສາສະໜາ ແລະ ຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ແນວໂຮມປະເທດຊາດ ຫວຽດນາມ ແມ່ນຮາກຖານການເມືອງຂອງອຳນາດການປົກຄອງປະຊາຊົນ, ເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດເປັນທຳ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ, ຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ, ລັດ, ເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ສະພາບການຕົວຈິງໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນວ່າ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕັ້ງໜ້າພ້ອມກັບລັດ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນວັນນະ ຜ່ານການປະຕິບັດບັນດາຂະບວນການ, ບັນດາການຂົນຂວາຍຄື: ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຕອບບຸນແທນຄຸນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກໄພພິບັດທຳມະຊາດ, ນະໂຍບາຍ ແລະ ໂຄງການວັນເພື່ອຄົນທຸກຍາກ… ໄດ້ນຳມາເຊິ່ງໝາກຜົນຢ່າງແທດຈິງ.

ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ລົງຢ້ຽມຢາມວັດຢູ່ແຂວງ ບັກນີງ

(ພາບ: VOV)

ນະໂຍບາຍມະຫາສາມັກຄີທົ່ວປວງຊົນໃນໄລຍະເຊື່ອມໂຍງ

       ໃນສະພາບການໂລກາພິວັດຄືໃນປະຈຸບັນ, ຍິ່ງກ່ວາເວລາໃດໝົດ, ພັກ, ລັດ ຫວຽດນາມ ຖືເປັນສຳຄັນການປະຕິບັດນະໂຍບາຍຊົນເຜົ່າຕິດພັນກັບການປະຕິບັດນະໂຍບາຍສາສະໜາ, ເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາຂອງພົນລະເມືອງ, ສິດດຳເນີນຊີວິດສາສະໜາເປັນປົກກະຕິຕາມກົດໝາຍ. ເລື່ອງປະຕິບັດນະໂຍບາຍຊົນເຜົ່າ, ນະໂຍບາຍສາສະໜາເປັນຢ່າງດີນັ້ນ ແມ່ນການປະກອບສ່ວນແກ້ໄຂການດູໝິ່ນດູທຸກ, ແບງແຍກລະຫວ່າງບັນດາຊົນເຜົ່າ, ບັນດາສາສະໜາ; ແກ້ໄຂແນວຄວາມຄິດຖືຕົວຕ່ຳ, ປົມດ້ອຍຊົນເຜົ່າ, ປົມດ້ອຍສາສະໜາ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນມຸ່ງໄປເຖິງການປະຕິບັດຄາດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລຢ່າງມີໄຊ.

        ໄດ້ກາຍເປັນທຳນຽມແລ້ວ, ໃນແຕ່ລະປີບັນດາການນຳພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ໄດ້ລົງຢ້ຽມຢາມບັນດາທ້ອງຖິ່ນ, ລົງໄປແຕ່ລະຮາກຖານ, ໜ່ວຍ, ເຂດຊຸມຊົນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ນີ້ແມ່ນໂອກາດເພື່ອໃຫ້ບັນດາການນຳເຂົ້າຮ່ວມການໂອ້ລົມສົນທະນາ, ຮັບຟັງຮັບເອົາຄຳເຫັນ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຂໍໍ້ຂ້ອງໃຈ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ພິເສດແມ່ນບັນດາບັນຫາກ່ຽວຂ້ອງໂດຍກົງເຖິງຊີວິດການເປັນຢູ່, ວຽກເຮັດງານທຳ, ທີ່ດິນ, ສິ່ງແວດລ້ອມ, ແກ້ໄຂບັນດາປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ; ແກ້ໄຂບັນດາກໍລະນີຮ້ອງທຸກ, ຮ້ອງຟ້ອງຫຼາຍຄົນເປັນປົກກະຕິ, ບໍ່ໃຫ້ແກ່ຍາວເວລາ, ສັບສົນ. ເປັນເຈົ້າການຕໍ່ສູ້ຄັດຄ້ານຖ້ອຍທຳນອງທີ່ເສກສັນປັ້ນແຕ່ງ, ຍຸຍົງຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິການ ມ້າງເພທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຢາກແບ່ງແຍກປະຊາຊົນກັບພັກ, ລັດ.

        ໃນສະພາບການໃໝ່, ມີພຽງການປະຕິບັດແນວທາງ, ນະໂຍບາຍຂອງພັກ ກ່ຽວກັບບັນຫາຊົນເຜົ່າ, ຄວາມສາມັກຄີທົ່ວປວງຊົນເປັນຢ່າງດີເທົ່ານັ້ນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຈຶ່ງໄດ້ຮັບການປັບປຸງ ແລະ ເພີ່ມທະວີ ສ້າງກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ພາລະກິດປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ