ປັບປຸງການພົວພັນ ຫວຽດນາມ-ຈີນເປັນປົກກະຕິ ແລະ ພັດທະນາຢ່າງສົດໃສ

ວັນ​ທີ 7/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແຕ່​ວັນ​ທີ 7 ຫາ​ວັນ​ທີ 10/4 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ​ພັກ​ກອມ​ມູ​ນິດຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈິນຜິງ . ການ​ຢ້ຽມ​ຢາມ​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ສົດ​ໃສ.

ປັບປຸງການພົວພັນ ຫວຽດນາມ-ຈີນເປັນປົກກະຕິ ແລະ ພັດທະນາຢ່າງສົດໃສ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນຢ່າງ​ເປັນ​ທາງ​ການ

    ຫວຽດ​ນາມ ແລະ ຈີນ ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ທີ່​ມີ​ການ​ພົວ​ພັນ​ມາ​ແຕ່​ດົນ​ນານ. ກ່ອນນີ້ 65 ປີ, ຄື​ໃນ​ວັນ​ທີ 18/1/1950 , ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ຊຶ່ງ​ແມ່ນ​ລ​ັດ​ທຳ​ອິດ​ໃນ​ໂລກໄດ້ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ປະ​ຈຸ​ບັນ​ແມ່ນ​ປະ​ເທດສາ​ທາ​ລະ​ນະ​ລັດ​ສັງຄົມ​ນິ​ຍົມ​ຫວຽດ​ນາມ, ອັນ​ໄດ້​ສ້າງຫຼັກ​ໝາຍ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ໃນ​ຕະຫຼອດ 65 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຜ່ານ​ການ​ທົດ​ສອບ​ນາໆ​ປະ​ການ, ແຕ່​ນ້ຳ​ໃຈ​ມິດ​ຕະພາບ ແລະ ການ​ຮ່ວມ​ມື​ຍາມ​ໃດກໍ​ຖື​ເປັນ​ໄລ​ກອນ.

   ໃນ​ຈຸດ​ເວ​ລາ​ທີ່​ 2 ປະ​ເທດ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ເມື່ອ​ປີ 1991 ນັ້ນ, ຍາກ​ທີ່​ຈະ​ວາດ​ນຶກ​ໄດ້​ວ່າ ພາຍຫຼັງ​ພຽງ 23 ປີ, ຄື​ໃນ​ປີ 2014ດ ຍອດ​ວົງ​ເງິນ​ການ​ຄ້າຫວຽດ​ນາມ ແລະ ຈີນໄດ້​ເພີ່ມ​ຂຶ້ນກວ່າ 1.500 ເທົ່າ(ບັນ​ລຸກວ່າ 55 ຕື້ USD ເມື່ອ​ທຽບ​ໃສ່​ລະ​ດັບ 32 ລ້ານ USD ໃນ​ປີ 1991 ). ໄລ​ຍະ 10 ປີ​ມານີ້, ຈີນໄດ້​ເປັນ​ຄູ່​ຄ້າ​ລາຍ​ໃຫຍ່​ຢ່າງ​ຕໍ່​ເນື່ອງ​ຂອງຫວຽດ​ນາມ, ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 2 ຂອງ​ຫວຽດ​ນາມ, ຮອງ​ຈາກ ອາ​ເມ​ລິ​ກາ. 2 ຝ່າຍ​ໄດ້​ເຊັນ​ແຜນ​ກຳ​ນົດ​ສັງ​ລວມ​ພັດ​ທະ​ນາ​ໄລ​ຍະ 5 ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ຫວຽດ​ນາມ ແລະ ຈີນ​ໄລ​ຍະ 2012-2016 ເນື່ອງ​ໃນ​ໂອ​ກາດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢ້ຽມ​ຢາມ​ຈີນ​ເມື່ອ​ເດືອນ 10 / 2011. ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ້​ສຽງ ເມື່ອ​ປີ 2013, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ດ້ວຍ​ຈຸດ​ສຸມ ແມ່ນ​ຮ່ວມ​ມື​ສ້າງ​ບາງ​ໂຄງ​ການ​ທີ່​ດີ​ເດັ່ນ, ມີ​ຂອບ​ຂະ​ໜາດ​ໃຫຍ່​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ເຊື່ອມ​ຕໍ່​ທາງ​ຄົມມະ​ນາ​ຄົມ; ສືບ​ຕໍ່​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ໃຫ້​ພັດ​ທະ​ນາ​ຢ່າງ​ສົມ​ດຸນ, ສົດ​ໃສ, ສຳ​ເລັດ​ກ່ອນ​ກຳ​ນົດ​ ​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າບັນ​ລຸ 60 ຕື້ USD ໃນ​ປີ 2015, ບັນ​ລຸ ຄາດ​ໝາຍ 100 ຕື້ USD ໃນ​ປີ 2017. ຈາກ​ຕົວ​ເລ​ກ 0, ການ​ລົງ​ທຶ​ນ​ຂອງ​ຈີນ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ບັນ​ລ​ຸ​ຍອດ​ທຶນ​ຈົດ​ທະ​ບຽນ​ເກືອບ 8 ຕື້ USD , ອັນ​ໄດ້​ນຳ​ຈີນ​ຢືນ​ອັນ​ດັບ​ທີ 9 ໃນ​ຍອດ​ຈຳ​ນວນກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ.

   ຫວຽດ​ນາມມີ​ນັກ​ສຶກ​ສາກວ່າ 13.000 ຄົນ​ພວມ​ຮ່ຳ​ຮຽນ​ຢູ່ຈີນ ແລະ ຈີນກໍມີ​ນັກ​ສຶກ​ສານັບ​ພັນ​ຄົນຄົນ​ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ. ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ, ກິ​ລາ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ​ເຕັກ​ນິກ…..2 ປະ​ເທດ​ກໍ​ໄດ້​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ໜ້າ​ຊື່ນ​ຊົມ. ພ້ອມ​ກັນ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ເປັນ​ຕົ້ນ​ແມ່ນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ, ລະ​ຫວ່າງ​ໄວ​ໜຸ່​ມ​ລຸ່ນ​ຕ່າງໆ​ຂອງ 2 ປະ​ເທດ ໄດ້​ຖືກ​ຈັດ​ຕັ້ງ​ເປັນ​ປະ​ຈຳ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ມາ​ຮອດ​ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ຈັດ​ງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດ​ນາມ ແລະ ຈີນ 2 ຄັ້ງ​ຢູ່​ແຂວງກວາງ​ສີ, ງານ​ມະ​ໂຫລານ​ມິດ​ຕະ​ພາບ​ປະ​ຊາ​ຊົນຫວຽດ​ນາມ ແລະ ຈີນ 2 ຄັ້ງ, ເວ​ທີ​ປາ​ໄສ​ປະ​ຊາ​ຊົນຫວຽດ​ນາມ ແລະ ຈີນ 6 ຄັ້ງ ແລະ ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ຊາວ​ໜຸ່ມຫວຽດ​ນາມ ແລະ ຈີນ 14 ຄັ້ງ.

   ກ່ຽວ​ກັບ​ຊາຍ​ແດນ ແລະ ເຂດ​ນ້ຳ​ແດນ​ດິນ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຊາຍ​ແດນ ແລະ ເຂດ​ນ້ຳ​ແດນ​ດິນ ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ ຫວຽດ​ນາມ ແລະ ຈີນ.

    ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ​ຂັ້ນ​ສູງຖືກ​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ດ້ວຍຫຼາຍ​ຮູບ​ຫຼາຍແບບ, ມີ​ໄຫວ​ພີບ. ນີ້​ແມ່ນ​ກຳ​ລັງ​ຊຸກ​ຍູ້​ທີ່​ສຳ​ຄັນ ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມ​ືອງ , ມີ​ຄຸນ​ປະ​ໂຫຍດ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ແທດ​ຈິງ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ 2 ຝ່າຍ​ສາ​ມາດ​ແກ້​ໄຂ​ການ​ຂັດ​ແຍ້ງ​, ຄວາມບໍ່​ລົງລອຍກັນເທື່ອ​ລະ​ກ້າວ. 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນ​ຍາ ແລະ ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ, ອັນ​ໄດ້​ສ້າງ​ພື້ນ​ຖານ ແລະ ເປັນ​ກອບ​ກົດ​ໝາຍ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ 2 ຝ່າຍ.

    ການ​ພົວ​ພັນ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ​ພັກ​ກອມ​ມູ​ນິດຈີນໄດ້​ຮັບ​ການ​ຍູ້​ແຮງ ຊຶ່ງ​ຈຸດ​ທີ່​ສະ​ຫວ່າງ​ສະ​ໄຫວ​ແມ່ນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ ແນ​ໃສ່​ແລກ​ປ່ຽນ​ບົດ​ຮຽນ ກໍ​ຄື​ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ຄຸ້ມ​ຄອງ​ລັດ. ມາ​ຮອດ​ປະ​ຈຸ​ບັນ, 2 ຝ່າຍໄດ້​ຈັດ ກອງ​ປະ​ຊຸມ​ສຳ​ມະ​ນາ​ 10 ຄັ້ງ​ກ່ຽວ​ກັບທິດ​ສະ​ດີລະ​ຫວ່າງ 2 ພັກ. ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ ກໍ​ໄດ້​ປະ​ຕິ​ບັດ​ກົນ​ໄກ​ສ້າງ​ຕັ້ງ​ສາຍໂທ​ລະ​ສັບ​ດ່ວນນັບ​ແຕ່​ປີ 2012 ແລະ ມາ​ຮອດ​ປະ​ຈຸ​ບັນ, ເລ​ຂາ​ທິ​ການ​ໃຫຍ່​ 2 ທ່ານ​ໄດ້ມີ​ການ​ເຈລະ​ຈາ​ທາງ​ໂທ​ລະ​ສັບ 3 ຄັ້ງ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ , 2 ລັດ.

     ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ແລະ ຈີນ ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ ແລະ ປະ​ທານ ມາວ​ເຈີ​ຕຸງ ພ້ອມ​ກັບ​ການ​ນຳປະ​ຕິວ​ັດ​ລຸ່ນ​ຕ່າງໆ ແລ​ະ ປະ​ຊາ​ຊົນ 2 ປະ​ເທ​ດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ຂຶ້ນນັ້ນ, ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາ​ດ, ຊຶ່ງ​ຮຽກ​ຮ​້ອງ​ໃຫ້ 2 ພັກ, 2 ລັດ​ຕ້ອງ​ເຄົາ​ລົບ​ຮັກ​ສາ. ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມ​ມີ​ທັດ​ສະ​ນະ​ສະ​ເໝີ​ຕົນ​ສະ​ເໝີ​ປາຍ ຍາມ​ໃດ​ກໍ​ຖະ​ໜຸ​ຖະ​ໜອມ ແລະ ປາ​ຖະ​ໜາ​ພ້ອມ​ກັບພັກ, ລັດ ແລະ ປະ​ຊາ​ຊົນຈີນ​ປັບ​ປຸງ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານຫວຽດ​ນາມ ແລະ ຈີນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

    ການ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງຄັ້ງ​ນີ້ ດຳ​ເນີນ​ໃນ​ໂອ​ກາດ​ທີ່ 2 ປະ​ເທດ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ວັນສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​; ພ້ອມ​ກັນ​ນັ້ນ ກໍ​​ສືບ​ຕໍ່ຜັນ​ຂະ​ຫ​ຍາຍແນວ​ທາງ​ການ​ຕ່າງ​ປະ​ເທດ​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງຂອງ​ພັກ ແລະ ລັດ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ປັບ​ປຸງດ ຮັກ​ສາ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ມີ​ສະ​ຖຽນລະ​ພາບ, ສ້າງ​ທ່າ​ພັດ​ທະ​ນາ​ທີ່​ສົດ​ໃສ​ຕື່ມ​ອີກ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ ແລະ ຈີນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ ສ້າງ​ສາ ແລະ ປັກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ