ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີຕາລີແລະການພົວພັນຄູ່ເຈລະຈາ ຫວຽດນາມ -ວານຕີກັງ

(vovworld) - ​ວັນ​ທີ 21/11, ທ່ານ​ປ​ະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອີ​ຕາ​ລີ ແລະ ຢ້ຽມ​ຢາມ​ສຳ​ນັກ ວານ​ຕີ​ກັງ. ການ​ຢ້ຽມ​ຢາມ​ຈະ​ແກ່​ຍາວ​ຮອດ​ວັນ​ທີ 25/11. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ອີ​ຕາ​ລີ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ດ້ານ​ກາ​ນ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ວານ​ຕີກັງ ໃຫ້ໝັ້ນ​ຄົງ, ໜັກ​ແໜ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກ່​ວາ​ອີກ.

ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີຕາລີແລະການພົວພັນຄູ່ເຈລະຈາ ຫວຽດນາມ -ວານຕີກັງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
(ພາບ​ປະ​ກອບ)


        ໂດຍນອນ​ໃນ​ທາງ​ພາກ​ໃຕ້​ຂອງ ເອີ​ລົບ, ອີ​ຕາ​ລີ ເປັນ​ປະ​ເທດ​ທີ່​ມີ​ປະ​ຫວັດ​ສາດ​ມາ​ແຕ່​ດົນ​ນານ, ຕິດ​ພັນ​ກັບ​ປະ​ຫວັດ​ສາດໂລ​ມັນ​ບູ​ຮານ. ປະ​ຈຸ​ບັນ, ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫຼາຍ​ຮູບຫຼາຍ​ແບບດ້ວຍຫຼາຍ​ຂະ​ແໜງ​ອຸດ​ສາ​ຫະ​ກ​ຳ​ທີ່​ກ້າວ​ໜ້າ, ອີ​ຕາ​ລີ ພວມ​ຢືນ​ອັນ​ດັບ​ທີ 9 ​ຢູ່ໃນ​ໂລ​ກ. ນອກ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ອີ​ຕາ​ລີ ພວມ​ສຸ​ມ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື, ແລກ​ປ່ຽນ​​ດ້ານການ​ຄ້າ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຂອງ ອາ​ຊີ, ເຊິ່ງ​ລວມ​ມີ: ຈີນ, ອິ​ນ​ເດຍ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ.

ຜັນ​ຂະ​ຫຍາຍ​ກຳ​ລັງ​ແຮງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

        ຫວຽດ​ນາມ ແລະ ອີ​ຕາ​ລີ ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 23/3/1973. ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ​ນັບ​ແຕ່​ຕົ້ນ​ຊຸມ​ປີ 90 ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ. ອີ​ຕາ​ລີ ເປັນ​ປະ​ເທດ ເອີ​ລົບ ຕາ​ເວັນ​​ຕົກ ທຳ​ອິດ ​ທີ່​ໄດ້ຕັ້ງ​ໜ​້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ, ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ຂະ​ໜາດ​ໃຫຍ່ ກໍ່​ຄື​ເລື່ອງ​​ສ້າງການ​ພົວ​ພັນ​​ເປັນ​ປົກ​ກະ​ຕິລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ການ​ເງິນ, ການ​ຄ້າ, ເງິນ​ຕາ​ສາ​ກົນ​ແຕ່​ຕົ້ນ​ຊຸມ​ປີ 90. ສອງ​ປະ​ເທດ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ​້​ແທນຂັ້ນ​ສູງ​ເປັນ​ປະ​ຈຳ. ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ນຳ​ຂັ້ນ​ສູງ ອີ​ຕາ​ລີ ຍາມ​ໃດ​ກໍ່​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ ຫວຽດ​ນາມ, ຖື ຫວຽດ​ນາມ ເປັນ​ປະ​ເທດບຸ​ລິ​ມະ​ສິດ​ພັດ​ທະ​ນາ​​ໃນການ​ພົວ​ພັນ​ຢູ່​ພາ​ກ​ພື້ນ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເປັນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອີ​ຕາ​ລີ ນັບ​ແຕ່ນີ້​ຮອດ​ປີ 2020. ຕົ້ນ​ປີ 2013, ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ​ທາງ​ລັດ​ຖະ​ກິດເຖິງ ອີ​ຕາ​ລີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ຢ່າງ​ເປັນ​ທາງ​ການ.

        ການ​ພົວ​ພັນ​ຄູ່​ຮ​່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ ໃນ​ຊຸມ​ປີ​ຜ່ານ​ມາ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ໃນ​ທຸກ​ດ້ານ, ໃນ​ນັ້ນ​ເລື່ອ​ງ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ ແລ​ະ ການ​ແລກ​ປ່ຽນ​ຄະ​ນະ​ຂັ້ນ​ສູງ​ເປັນ​ປະ​ຈຳ. ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ​ການແລກ​ປ່ຽນ​ການ​ຄ້າ ແລະ ການ​ລົງ​ທຶນ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ​ຸມ​ປີ​ຜ່ານ​ມາ. ຖ້າ​ຫາກ​ໃນ​ປີ 2013, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ບັນ​ລຸ 3,3 ຕື້ USD, ຮອດ​ປີ 2015 ບັນ​ລຸ 4,3 ຕື້ USD.

        ມາ​ຮອດ​ປະ​ຈຸ​ບັນ, ອີ​ຕາ​ລີ ມີ 77 ໂຄງ​ການ​ລົງ​ທຶນ​ທີ່​ຍັງ​ມີ​ຜົນ​ສັກ​ສິດ​ຢູ່ ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ແມ່ນ 360 ລ້ານ USD, ຢືນ​ອັນ​ດັບ​ທີ 31/112 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່ ຫວຽດ​ນາມ. ໃນ​ບັນ​ດາ​ຂົງ​ເຂດ​ທີ່ ອີ​ຕາ​ລີ ລົງ​ທຶນ​ເຂົ້າ ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂະ​ແໜງ​ຄື: ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ, ເກັບ​ໜັງ, ກໍ່​ສ້າງ, ເຕົາ​ນ້ຳ​ຮ້ອນ, ​ຜະ​ລິດເຫຼັກ​ກ​້າ. ພິ​ເສດ, ລັດ​ຖະ​ບານ ອີ​ຕາ​ລີ ​ໄດ້​ຈະ ຫວຽດ​ນາມ ເຂົ້າ​ບັນ​ຊີ​ລາຍ​ຊື່ 10 ຕະຫຼາ​ດ​ຫາ​ກໍ່​ພົ້ນ​ເດັ່ນ​ບຸ​ລິ​ມະ​ສິດ​​ໃນ​ການພັດ​ທະ​ນາ​ການ​ພົວ​ພັນ​​ດ້ານການ​ຄ້າ ແລະ ການ​ລົງ​ທຶນ.

        ຄຽງ​ຄູ່​ກັນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ​ລ​ະ​ຫວ່າງ ຫວຽດ​ນາມ - ອີ​ຕາ​ລີ ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ສະ​ຖຽນ​ລະ​ພາບ ແລະ ​ໝັ້ນ​ຄົງ​ເຂັ້ມ​ແຂງ. ແຕ່​ລະ​ປີ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຕາ​ລີ ລ້ວນ​ແຕ່​ສະ​ຫງວນໃຫ້ ຫວຽດ​ນາມ ທຶນ​ສຶກ​ສາ​ຂັ້ນ​ປະ​ລິ​ຍາ​ຕີ ແລະ ປະ​ລິ​ຍາ​​ໂທ ​ດ້ານ​ພາ​ສາ ອີ​ຕາ​ລີ. ລັດ​ຖະ​ບານ ອີ​ຕາ​ລີ ໄດ້​ສົມ​ທົບ​ກັບ UNESCO ຊ່ວຍ​ເຫຼືອ ຫວຽດ​ນາມ ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ໝີ​ເຊີນ ດ້ວຍຍອດ​ຈຳ​ນວນ​ເງິນ​ກ່​ວາ 435.000 USD. ນອກ​ນັ້ນ, ບັນ​ດາ​ຝ່າຍກໍ່​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັບ​ປະ​ດາ, ເດືອນ​ວັດ​ທະ​ນະ​ທຳ​ເພື່ອ​ເປີດ​ກ້​ວາງ​ການ​ພົວ​ພັນ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.

​ເຈ​ລະ​ຈາ​ແມ່ນ​ພື້ນ​ຖານກໍ່​ສ້າງ​ ແລະ ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ວານ​ຕີ​ວັງ

        ໃນ​ການ​ຢ້ຽມ​ຢາມ​ເຖິງ ອີ​ຕາ​ລີ ຄັ້ງ​ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ກໍ່​ຈະ​ໄປ​ຢ້ຽມ​ຢາມ​ສຳ​ນັກ ວານ​ຕີ​​ກັງ. ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ສົ່ງ​ສານ​ທີ່ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ເປັນຫຼາຍ​ຄັ້ງ​ກ່ອນ​ແລ້ວ. ນັ້ນ​ແມ່ນ, ຍາມ​ໃດ​ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ກັບ​ສຳ​ນັກ ວານ​ຕີ​ກັງ ເປັນ​ສຳ​ຄັນ ແລະ ມີແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ວິ​ວັດ​ທະ​ນາ​ການ​ຄູ່​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ສຳ​ນັກ ວານ​ຕີ​ກັງ ໂດຍ​ອີງ​ໃສ່​ພື້ນ​ຖານ​ບັນ​ດາຫຼັກ​ການ​ເຊິ່ງ 2 ຝ່າຍ​ໄດ້​​ຕົກ​ລົງນັ້ນ​ແມ່ນ​ເຄົ​າ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ສຳ​ນັກ ວານ​ຕີ​ກັງ ມີ​ທັດ​ສະ​ນະ​ສົ່ງ​ເສີມ​ປະ​ຊາ​ຄົມ​ຊາວ​ຄິດ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຕິດ​ພັນ​ກັບ​ປະ​ເທດຊາດ ແລະ ປະ​ຊາ​ຊົນ, ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສຳ​ນັກ ວານ​ຕີ​ກັງ.

        ໂດຍ​ສັງ​ເກດ​ການ​ພົວ​ພັນ ຫວຽດ​ນາມ - ວານ​ຕີ​ກັງ ໃນ​ໄລ​ຍະ​ຜ່ານ​ມາ, ອາດ​ຈະ​ຢັ້ງ​ຢືນ​​ໄດ້​ວ່າວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ໄດ້​ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ວານ​ຕີ​ກັງ ​ການ​ເຈ​ລະ​ຈາບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ມີ​ຫຼັກ​ການ​ເຊິ່ງ 2 ຝ່າຍ​ຖື​ເປັນ​ສຳ​ຄັນ​ທ​ີ່​ສຸດ, ໄດ້​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຈາກນັ້​ນ​ 2 ຝ່າຍ​ຈະຊອ​ກ​ຫາ​ບັນ​ດາ​​ສິ່ງ​ທ​ີ່​ເຫັນ​ດີ​ເຫັນ​ພ້ອມ ແລະ ພ້ອມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ແຕ່​ລະ​ຝ່າຍ. ບັນ​ດາ​ການ​ເຈ​ລະ​ຈາ​ສາ​ມາດ​ແກ້​ໄ​ຂ​ໄດ​້ຫຼາຍ​ ບັນ​ຫາ​ຄື​: ການ​ແຕ່ງ​ຕັ້ງ​ບຸ​ກ​ຄະ​ລາ​ກອນ​ໃຫ້​ແກ່​ບັນ​ດາ​ໂບດຢູ່ ຫວຽດ​ນາມ, ​ການສ້າງ​ຕັ້ງ​​ແຄ​້ວນ​​ຊາວຄິດໃໝ່, ເລື່ອງ​ໄປ​ຮຽນ​​ຢູ່ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ ເຈົ້າ​ລັດ​ສີ, ຄູນ​ພໍ່ ແລະ ເລື່ອງ​ສະ​ມາ​ຄົມ​ຄິດ​ທະ​ສາ​ດສະ​ໜາ ຫວຽດ​ນາມ ເຊື້ອ​ເຊີນ​ບັນ​ດາ​ອົງ​ການ ແລະ ສ່ວນ​ບ​ຸກ​ຄົນ​ຊາວ​ຄິດ​ຈາກ​ຕ່າງ​ປະ​ເທດມາ ຫວຽດ​ນາມ ເຄື່ອນ​ໄຫວ​ສາ​ສະ​ໜາ.

        ບົນ​ພື້ນ​ຖານ​ການ​ພົວ​ພັນ​ອັນ​ດີ​ງາມນັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຖິງ ອີ​ຕາ​ລີ ແລະ ສຳ​ນັກ ວານ​ຕີ​ກັງ ແນ່ນອນ​ວ່າ​ຈະ​ເປັນ​ບາດ​ກ້າວ​ໃໝ່, ຕັ້ງ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ, ໜັກ​ແໜ້ນ​ກ່​ວາ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອີ​ຕາ​ລີ  ແລະ ກັບ​ສຳ​ນັກ ວານ​ຕີ​ກັງ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        


ຂ່າວ/ບົດ​ອື່ນ