ປັບປຸງການພົວພັນມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ

(VOVWORLD) -ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Mahathir Mohamad ໃນຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ການນຳ 2 ປະເທດກວດກາຄືນ, ແລກປ່ຽນກ່ຽວກັບບັນດາມາດຕະການຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃຫ້ປະກົດຜົນເປັນຈິງ

ປັບປຸງການພົວພັນມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad 

(ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 – 28 ສິງຫາ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Mahathir Mohamad ໃນຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ການນຳ 2 ປະເທດກວດກາຄືນ, ແລກປ່ຽນກ່ຽວກັບບັນດາມາດຕະການຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃຫ້ປະກົດຜົນເປັນຈິງ, ສ້າງຂອບເຂດສະຖຽນລະພາບ ແລະ ຄວາມສະດວກ, ປັບປຸງການພົວພັນມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ, ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງມີຄຸນນະພາບກວ່າອີກ.

        ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນ ພຶດສະພາ 2018. ການຢ້ຽມຢາມຖືກດຳເນີນໄປໃນສະພາບການພົວພັນລະຫວ່າງ 2 ປະເທດພວມມີບາດກ້າວພັດທະນາສະດວກຫຼາຍຢ່າງ.

ການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງບໍ່ຢຸດຢັ້ງ

        ມາເລເຊຍ ແມ່ນປະເທດນອນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ມີຈຳນວນພົນລະເມືອງກວ່າ 32 ລ້ານຄົນ. ຫວຽດນາມ ແລະ ມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ມີນາ 1973. ໃນຕະຫຼອດໄລຍະກວ່າ 45 ປີຜ່ານມາ, ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດໄດ້ຮັບການປັບປຸງແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ…

        2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງເປັນປະຈຳ. 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການໄປຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໊ນຢຸງ (ສິງຫາ 2015); ຮັບຮອງເອົາໂຄງການເຄື່ອນໄຫວຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ (ມີນາ 2017). ປີ 2018, 2 ຝ່າຍໄດ້ສົມທົບກັນຈັດຕັ້ງເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແຮງງານ, ການທ່ອງທ່ຽວ ໄດ້ຮັບການຊຸກຍູ້. 2 ປະເທດໄດ້ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ, ສາກົນ, ໂດຍສະເພາະແມ່ນອາຊຽນ ແລະ ສະຫະປະຊາຊາດຢ່າງມີປະສິດທິຜົນ.

        ໂດຍແມ່ນ 2 ພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນຂອງພາກພື້ນ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ມາເລເຊຍ ພວມໃນທ່ວງທ່າພັດທະນາຢ່າງວ່ອງໄວ, ບັນລຸລະດັບ 11,5 ຕື້ USD ໃນປີ 2018. ທີ່ກອງປະຊຸມສຳມະນາເຊື່ອມຕໍ່ວິສາຫະກິດຫວຽດນາມ, ມາເລເຊຍ ແລະ ບັນດາປະເທດ ທີ່ຖືກດຳເນີນຢູ່ ກົວລາລຳເປີ ເມື່ອວັນທີ 29 ກໍລະກົດຜ່ານມາ, ຫວຽດນາມ ແລະ ມາເລເຊຍ ໄດ້ວາງຄາດໝາຍຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 25 ຕື້ USD ໃນປີ 2025. ປະຈຸບັນ, ມາເລເຊຍ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 6 ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 8 ເຂົ້າຫວຽດນາມ, ດ້ວຍຍອດຈຳນວນທຶນຈົດທະບຽນລົງທຶນບັນລຸເກືອບ 13 ຕື້ USD ດ້ວຍເກືອບ 600 ໂຄງການ. ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍວິສາຫະກິດມາເລເຊຍ ເຂົ້າຮ່ວມການລົງທຶນ, ດຳເນີນທຸລະກິດເຂົ້າໃນບັນດາຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ ມາເລເຊຍ ມີທ່າແຮງຄື: ພື້ນຖານໂຄງລ່າງຄຸນນະພາບສູງ, ພະລັງງານ, ເຕັກໂນໂລຊີສູງ ແລະ ຕົວເມືອງອັດສະລິຍະ…

        ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ມາເລເຊຍ ໄດ້ຮ່ວມມືກັນຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ. ກ່ຽວກັບການຮ່ວມມືດ້ານແຮງງານ, ປະຈຸບັນມີຜູ້ອອກແຮງງານກວ່າ 29.000 ຄົນພວມເຮັດວຽກຢູ່ມາເລເຊຍ. ໃນຂົງເຂດການສຶກສາ, ປະຈຸບັນມີນັກສຶກສາຫວຽດນາມປະມານ 1.000 ຄົນພວມຮໍ່າຮຽນຢູ່ມາເລເຊຍ. ປີ 2018, ຈຳນວນນັກທ່ອງທ່ຽວມາເລເຊຍ ມາທ່ອງທ່ຽວຢູ່ຫວຽດນາມ ກວ່າ 540.000 ເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບໃສ່ປີ 2017. ໃນຂົງເຂດນ້ຳມັນອາຍແກັດ, 2 ຝ່າຍພວມຜັນຂະຫຍາຍ 10 ໂຄງການຮ່ວມມື ດ້ວຍຍອດປະລິມານ ປະມານການຜະລິດ 72.000 ຖັງ/ວັນ.

        ກ່ຽວກັບການຮ່ວມມືຢູ່ພາກພື້ນ ແລະ ສາກົນ, 2 ປະເທດໄດ້ສົມທົບກັນຢ່າງເປັນປະຈຳ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນອາຊຽນ ແລະ ສະຫະປະຊາຊາດ. 2 ປະເທດພວມສົມທົບກັນເປັນຢ່າງດີໃນການຊຸກຍູ້ການພັດທະນາປະຊາຄົມອາຊຽນ.

ການຢ້ຽມຢາມເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງຫວຽດນາມ-ມາເລເຊຍ

        ອາດເຫັນໄດ້ວ່າ, ການນຳລຸ້ນຕ່າງໆຂອງ 2 ປະເທດຍາມໃດກໍ່ປັບປຸງ, ພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບທັງລວງກວ້າງ ແລະ ລວງເລິກຢ່າງບໍ່ຢຸດຢັ້ງ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ 2 ປະເທດ, ນຳມາເຊິ່ງຜົນປະໂຫຍດ, ຄວາມວັດທະນາຖາວອນລວມໃຫ້ແກ່ປະຊາຊົນ 2 ປະເທດ, ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

        ໃນສະພາບການນັ້ນ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ແມ່ນກາລະໂອກາດເພື່ອໃຫ້ການນຳ 2 ປະເທດກວດກາຄືນ, ແລກປ່ຽນກ່ຽວກັບບັນດາບັນຫາການຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃຫ້ປະກົດຜົນເປັນຈິງ, ສ້າງຂອບເຂດສະຖຽນລະພາບ ແລະ ສະດວກ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແທດຈິງກວ່າອີກ, ບໍ່ພຽງແຕ່ 2 ຝ່າຍເທົ່ານັ້ນ, ຫາກຢູ່ບັນດາເວທີປາໄສພາກພື້ນ, ສາກົນສຳຄັນ ເຊິ່ງ 2 ຝ່າຍລ້ວນແຕ່ແມ່ນສະມາຊິກອີກດ້ວຍ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ Mahathir Mohamad ຈະມີການເຄື່ອນໄຫວຫຼາຍຢ່າງ, ຜ່ານນັ້ນແນໃສ່ປະກອບສ່ວນປັບປຸງຄວາມໄວ້ເນື້ອດ້ານການເມືອງລະຫວ່າງຫວຽດນາມ - ມາເລເຊຍ, ສ້າງທ່ວງທ່າໃຫ້ແກ່ການພົວພັນລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ