ປັບປຸງການພົວພັນລະຫວ່າງຫວຽດນາມ-ເຊັກໂກ-ອາແຊກໄບຢານ


(vovworld)-ວັນ​ທີ 11/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ.ເຊັກ​ໂກ ໃນ​ເວ​ລາ 3 ວັນ ແລະ ໄປ​ຢ້ຽມ​ຢາມ ສ. ອາ​ແຊກ​ໄບ​ຢານ ແຕ່​ວັນ​ທີ 13-15/5 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ​.ເຊັກ Milos Zeman  ແລະ ປະ​ທາ​ນາ​ທິ​ບໍ​ດີ ສ. ອາ​ແຊກ​ໄບ​ຢານ Ilham Alive. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສືບ​ຕໍ່​ຢືນ​ຢັນ​ນະ​ໂຍ​ບາຍສະ​ເໝີ​ຕົ້ນ​ສະ​ເຫ​ມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕ​ະ​ພາບ,ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ.

ປັບປຸງການພົວພັນລະຫວ່າງຫວຽດນາມ-ເຊັກໂກ-ອາແຊກໄບຢານ - ảnh 1
ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ຂອງ​ເຊັກ​ໂກ​ຕ້ອນ​ຮັບ​ທ່ານ​ປະ​ທານ
ປະ​ເທດ​ຫ​ວຽດ​ນາມ​ເຈືອງ​ເຕີນ​ຊາງ
ພາບ:vov

        ສ.ແຊກ​ໂກ ແລະ ສ ອາ​ແຊກ​ໄບ​ຢານ ແມ່ນ​ສອງ​ປະ​ເທດ​ມີ​ການ​ພົວ​ພັນ​ມິດ​ຕ​ະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ​ກັບ​ຫວຽດ​ນາມ. ກ່ອນ​ທີ່​ຖະ​ແຫລງ​ການ​ເອ​ກະ​ລາດ​ເມື່ອ​ວັນ​ທີ 30/8/1991, ສ. ອາ​ແຊກ​ໄບ​ຢານ ແມ່ນຂຶ້ນ​ກັບ​ສະ​ຫະ​ພາບ ໂຊວຽດ ແລະ ສະ​ໂລ​ວາ​ເກຍ -ສ​.ແຊ​ກ​ໂກ​ ໃນປະ​ຈຸ​ບັນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ຮັບ​ຮູ້ ແລະ ສ້າງ​ຕັ້​ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ​ເມື່ອ​ປີ 1950. ໃນ​ຫລາຍ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສອງ​ປະ​ເທດ​ດັ່ງ​ກ່າວ ໄດ້​ຮັບ​ການ​ເພີ່ມ​ພູ​ນ​ຄູນ​ສ້າງ​​ຢ່າງບໍ່​ຢ​ຸດຢັ້ງຈາກ​ການ​ນຳ​ລຸ້ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ນັບ​ມື້​ນັບ​ພັດ​ທະ​ນາ​ເປີດກ​ວ້າງ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ.

       ນຳ​ການ​ພົວ​ພັນ​ຫວຽດ​ນາມ -ສ.ເຊັກ​ໂກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່

        ດ້ວຍ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່​​ ເອີ​ລົບ ກາງ-​ ເອີ​ລົບ ຕາ​ເວັນ​ອອກ, ເຊັກ​ໂກ​ປະ​ຈຸ​ບັນ​ແມ່ນ​ສະ​ມາ​ຊິກ​ຂອງ ສະ​ຫະ​ພາບ​ເອີ​ລົບ(EU) ແລະ ຫລາ​ຍອົງ​ການ​ສາ​ກົນ​ໃຫຍ່​ ​.  ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ເຊັກ​ໂກ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ຄວາມ​ສົມ​ດຸ່ນ​ການ​ພົວ​ພັນ​ລະ​ຫວ່າງ​ພາກ​ຕາ​ເວັນ​ອອກ​- ຕາ​ເວັນ​ຕົກ ຜ່ານ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ, ໃນ​ນັ້ນ​ບຸ​ລິ​ມະ​ສິດ​ການ​ພົວ​ພັນ​ກັບ​ຫວຽດ​ນາມ.

        ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເຊັກ​ໂກ ໃນ​ຫລາຍ​ປີ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ. ສອງ​ຝ່າຍ ແລກ​ປ່ຽ​ນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ສົມ​ທົບ​ກັນ​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ ກັນ​ທີ່​ບັນ​ດາ​ເວ​ທີ​ປ​າ​ໄສ​ສາ​ກົນ. ວົງ​ເງ​ິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ເຊັກ​ໂກ ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ, ປີ 2014 ບັນ​ລຸກວ່າ 300 ລ້າ​ນ​ USD. ປີ 2012, ເຊັກ​ໂກ ໄດ້​ປະ​ກາດຍ​ຸດ​ທະ​ສາດ​ສົ່ງ​ອອກ​ແຫ່ງ​ຊາດ 2012-2020, ໃນ​ນັ້ນ ຈັດ​ຫວຽດ​ນາມ ຊື່ງ​ແມ່ນ​ປະ​ເທດ​ຫນຶ່ງ​ດຽວ​ໃນ​ອາ​ຊຽນ ເຂົ້າ​ບັນ​ຊີ​ລາຍ​ຊື່ 12 ປະ​ເທດ​ບຸ​ລິ​ມະ​ສິດ. ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ, ມາ​ຮອດ​ປະ​ຈຸ​ບັນ ເຊັກ​ໂກ ມີ 36 ໂຄງ​ການ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ 64 ລ້ານ USD, ຢືນ​ອັນ​ດັບ​ທີ 42 ໃນ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ​້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຂອງ ເຊັກ​ໂກ ສ່ວນ​ຫລາຍ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ອະ​ສັງ​ຫາ​ລິ​ມະ​ຊັບ, ອຸ​ປະ​ກອນ​ໄຟ​ຟ້າ, ວັດ​ສະ​ດຸກໍ່​ສ້າງ.. ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລົງ​ທຶນ​ມີ​ແງ່​ຫວັງ ນັ້ນ​ແມ່ນ​ພະ​ລັງ​ງານ, ຄົມ​ມະ​ນາ​ຄົມ, ກົນ​ຈັກ… ເຊັກ​ໂກ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ​ອຸ​ປະ​ຖຳ​ໃຫ້​ແກ່​ຫວຽດ​ນາມ ເປັນ​ປະ​ຈຳ, ມາ​ຮອດ​ປະ​ຈຸ​ບັນ ໄດ້​ປະ​ກອບ​ຈຳ​ນວນ​ເງິນ 18 ລ້ານ USD. ເຊັກ​ໂກ ກໍ​ໄດ້​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫລືອ​ຫລ້າ​ໃຫ້​ຫລາຍ​ໂຄງ​ການ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ, ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ສິ່ງ​ແວດ​ລ້ອມ​ຢູ່​ຫວຽດ​ນາມ. ປະ​ຈຸ​ບັນ ລັດ​ຖະ​ບານ ເຊັກ​ໂກ ສືບ​ຕໍ່​ສະ​ຫນອງ​ທຶນ​ສຶກ​ສາ​ໃຫ້​ນັກ​ສຶກ​ສາ ແລະ ນັກ​ຄົ້ນ​ຄ້​ວາ​ຫວຽດ​ນາມ ແລະ ໄດ້​ແລ​ກ​ປ່ຽນ​ຮ່າງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ທ່ອງ​ທ່ຽວ​ລະ​ຫວ່າງ ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ກັບ​ກະ​ຊວງ​ພັດ​ທະ​ນາ​ເຂດ​ຂອງ ເຊັກ​ໂກ.

        ປະ​ຈຸ​ບັນ, ຢູ່ ເຊັກ​ໂກ ມີ​ຊາວ​ຫ​ວຽດ​ນາມກວ່າ 60.000 ຄ​ົນ​ພວມ​ດຳ​ລົງ​ຊີ​ວິດ ແລະ ​ພິ​ເສດ ວັນ​ທີ 3/7/2013, ລັດ​ຖະ​ບານ ເຊັກ​ໂກ ໄດ້​ຕົກ​ລົງ​ເພີ່ມ​ເຕີມ​ຜູ້​ຕາງ​ຫນ້າ​ຊາວ ເຊັກ​ໂກ ເຊື້ອ​ຊາດ​ຫວຽດ​ນາມ ເຂົ້າ​ສະ​ພາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຜ່ານນັ້ນ ກໍ​ຮັບ​ຮອງ​ ​ຊາວ ເຊັກ​ໂກ ເຊື້ອ​ຊາດ ຫວຽດ​ນາມ ແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ ເຊັກ​ໂກ.

        ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ຊຸກ​ຍູ​້​ການ​ພົວ​ພັນ​ກັບ ສ. ອາ​ແຊກ​ໄບ​ຢານ

        ສຳ​ລັບ ອາ​ແຊກ​ໄບ​ຢານ, ສືບ​ທອດ​ມູນ​ເຊື້ອ​ແຫ່ງ​ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ຊຸມ​ປີ​ຍັງ​ເປັນ​ສະ​ມາ​ຊິກ​ຂອງ ໂຊວຽດ, ການ​ພ​ົວ​ພັນລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ແຊກ​ໄບ​ຢານ ພວມ​ໃນ​ທ່າ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ທີ່​ສຸດ. ອາ​ແຊກ​ໄບ​ຢານ ໄດ​້​ຊ່ວຍ​ຫວຽດ​ນາມ ບຳ​ລຸງ​ສ້າງນັກ​ສຶກ​ສາ, ພະ​ນັກ​ງານ​ມີ​ລະ​ດັບ​ຄວາມ​ຮູ້​ສູງ​ຫລາຍ​ຄົນ, ເປັນ​ຕົ້ນ​ໃນ​ຂະ​ແຫນງ​ນ້ຳ​ມັນອາຍ​ແກ​ສ.  ນີ້​ແມ່ນ​ຂົງ​ເຂດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຊື່ງ​ຫວຽດ​ນາມ ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ອາ​ແຊກ​ໄບ​ຢານ. ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ສະ​ບັບ​ຕ່າງໆ​ຄື: ສັນ​ຍາ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ພົນ​ລະ​ເມືອງ​ຖື ຫນັງ​ສື​ຜ່ານ​ແດນ​​ການ​ທູດ ແລະ ລັດ​ຖະ​ການ(ລົງ​ນາມ​ເມື່ອ​​ເດືອນປີ 2010). ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ໃນ​ຂົງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ(ລົງ​ນາມ​ເມື່ອ​ເດືອນ 5/2014), ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ຫລິກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ(ລົງ​ນາມ​ເມື່ອ​ເດືອນ 5/2014). ອະ​ນຸ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ(ລົງ​ນາມ​ເມື່ອ​ເດືອນ 4/2010). ສອງ​ຝ່າຍ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ສົມ​ທົບ​ກັນ​ດຳ​ເນີນ​ງານ​ທີ່ ສ​ປ​ຊ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ກ່ຽວ​ກັບ​ການ​ລົງ​ທຶນ​ໃນ​ຊຸມ​ປີ​ມໍ່ໆ​ມານີ້, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​ປະ​ຈຳ ອາ​ແຊກ​ໄບ​ຢານ ແຕ່​ປີ 2011. ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ ມີ​ບາດ​ກ້າວ​ພັດ​ທະ​ນາ, ບັນ​ລຸ 422 ລ້ານ USD ໃນ​ປີ 2014. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ແລະ ຮ່ວມ​ມື​ນັບ​ມື້​ນັບ​ແຂງ​ແຮງ, ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຜ່ານ​ມາ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ້າ ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກໍ​ຄື​ສາຍ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ກັບ ອາ​ແຊກ​ໄບ​ຢານ ແລະ ເຊັກ​ໂກ.

        ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ. ອາ​ແຊກ​ໄບ​ຢານ ແລະ ສ.ເຊັກ​ໂກ​ຄັ້ງ​ນີ້ ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ເພື່ອ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ສອງ​ປະ​ເທດ​ດັ່ງ​ກ່າວ. ໃນ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ປ​ະ​ເທດ ເຈືອງ​ເຕີ​ນ​ຊາງ ໄດ້​ແລກ​ປ່ຽນ​ກັບ​ການ​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ກັນ​ກໍ​ຄື​ບົດ​ຮຽນ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍື​ນ​ຍົງ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ເຂົ້າ​ສູ່​ລວງ​ເລິກ, ປະ​ສິດ​ທິ​ຜົ​ນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​່​ປະ​ເທດ​ປະ​ຈຳ​ຖີ່ນ. ການ​ຢ້​ຽມ​ຢາມ​ແນ່ນອນ​ວ່າ ຈະ​ເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລ​ະ​ຫວ່າງ ຫວຽດ​ນາມ ກັບ ສ.ເຊັກ​ໂກ ແລະ ສ. ອາ​ແຊກ​ໄບ​ຢານ.

ຕອບກັບ

ຂ່າວ/ບົດ​ອື່ນ