ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເພື່ອສຳເລັດຫນ້າທີ່ພັດທະນາເສດຖະກິດສັງຄົມ ແລະ ກໍ່ສ້າງພັກ


(vovworld)- ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 12, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ຄວາມສຳ​ເລັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ຢ່າງ​ມີ​ໄຊ, ສ້າງ​ສາ ແລະ ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2016 ແລະ ຫລາຍ​ບັນ​ຫາ​ສຳ​ຄັນ​ອື່ນ​ຂອງ​ປະ​ເທດ​ຊາດ. ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກນີ້ ນັກ​ຂ່າວ ທູ​ຮ​ວາ ຄັດ​ສະ​ເຫນີ​ເນື້ອ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ເພື່ອ​ສຳ​ເລັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ກໍ່​ສ້າງ​ພັກ

ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເພື່ອສຳເລັດຫນ້າທີ່ພັດທະນາເສດຖະກິດສັງຄົມ ແລະ ກໍ່ສ້າງພັກ - ảnh 1

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ: ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ເຫັນ​ດີ​​ຢ່າງສູງ ຮັບ​ຮອງ​ເອົາ​ມະ​ຕິ​ຂອງກອ​ງ​ປະ​ຊຸມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງ ບັນ​ດາ​ໝາກ​ຜົນ​ຕົ້ນ​ຕໍ ທີ່​ບັນ​ລຸ​ໄດ້ ແລະ ເຮັດ​ແຈ້ງ​ບາງ​ບັນ​ຫາ​ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ຄະ​ນະ​ການນ​ຳ, ຊີ້​ນຳ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11.

       ເສດ​ຖະ​ກິດ​ສັງ​ຄົມ​ບັນ​ລຸ​ໄດ້​ໝາກ​ຜົນ​ຕັ້ງ​ຫນ້າ

        ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ເປັນ​ເອ​ກະ​ພາບ​ຮັບ​ຮູ້​ວ່າ: ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ ໃນ 9 ເດືອນ​ຕົ້ນ​ປີ ສືບ​ຕໍ່​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ, ບັນ​ລຸ​ໄດ້​ຫລາຍ​ໝາກ​ຜົນ​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ. ພົ້ນ​ເດັ່ນ​ແມ່ນ ເສດ​ຖະ​ກິດ​ສືບ​ຕໍ່​ຟື້ນ​ຕົວ, ການ​ເຕີບ​ໂຕ​ສູງກວ່າ​ແຜນ​ການ​ທີ່ວ​າງ​ອອກ. ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ວັດ​ທະ​ນະ​ທຳ ສັງ​ຄົມ ມີ​ຄວາມ​ກ້າວ​ຫນ້າ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ, ກາ​ນ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ກຳ​ລັງ​ແກ້ງ​ແຍ້ງ​ມີ​ບາດ​ກ້າວ​ໃຫມ່. ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ທັງ​ປີ 2015 ແລະ ໄລ​ຍະ 2011- 2015, ປັບ​ປຸງ ແລະ ​ເຮັດ​ໃຫ້​ປະ​ຊາ​ຊົນ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ບັນ​ຍາ​ກາດ​ເບິກ​ບານ​ມ່ວນ​ຊື່ນ​ເພື່ອ​ກະ​ກຽມ ແລະ ປະ​ຕິ​ບັດ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງກອງ​ປະ​​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອ​ງ​ພັກ. ເພື່ອ​ສາ​ມາດປະ​ຕິ​ບັດ​ຈຸດ​ໝາຍ, ຫນ້າ​ທີ່​ຂອງ​ທັງ​ປີ 2015 ຢ່າງ​ມີ​ໄຊ ຄື​ດັ່ງ​ການ​ຄາດ​ຄະ​ເນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ຊີ້​ແຈ້​ງວ່າ:

        “ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຄາດ​ຄະ​ເນ, ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ, ຮອບ​ດ້ານ​ບັນ​ດາ​ການ​ຜັນ​ແປ​ທາງ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ພາກ​ພື້ນ ແລະ ໂລກ, ການ​ກະ​ທົບ​ຈາກ​ການ​ເຂົ້າ​ຮ່ວມ​ສັນ​ຍາ, ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ ໃນ​ປີ 2015-2016 ເປັນ​ຕົ້ນ​ແມ່ນ​ສັນ​ຍາ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ສຳ​ເລັດ​ໃນ​ທ້າຍ​ປີ 2015 ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫມ່. ໂດຍ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ຖືກ​ຕ້ອງ​ກັບ​ຄວ​າມ​ສະ​ດວກ, ກາ​ລະ​ໂອ​ກາດ ກໍ​ຄື​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ ຊື່ງ​ບັນ​ດາ​ສັນ​ຍານີ້​ສາ​ມາດ​ສ້າງ​ຂຶ້ນ ເພື່ອ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ ແລະ ມີ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ຮັບ​ມື​ຢ່າງ​ເໝາະ​ສົມ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ສຸດ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເນື້ອ​ໃນ​ຈິດ​ໃຈ​ນີ້ ​ຕ້ອງເຊື່ອມ​ຊືມ ແລະ ຊາບ​ຊືມ​ຢ່າງ​ເລິກ​ເຊິ່ງ ເມື່ອ​ຫວຽດ​ນາມ ພ້ອມ​ກັບ​ 11 ປະ​ເທດ​ອື່ນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ດ້ວຍ​ຄວາມ​ຫ​ວັງ​ຫລາຍ​ຢ່າງ ແຕ່​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ຢືນ​ຢັນ​: ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ຫວຽດ​ນາມ ມີ​ພື້ນ​ຖານ​ເພື່ອ​ເຊື່ອ​ໝັ້ນ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2016 ສາ​ມາດ​ບັນ​ລຸ​ສູງກວ່າ​ປີ 2015, ສ້າງ​ທ່ວງ​ທ່າ​ໃຫ້​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ​ກວ່າ​ໃນ​ຊຸມ​ປີ​ຕໍ່​ໄປ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮຽກ​ຮ້ອງ ຕ​້ອງວາງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ປີ 2016 ໃນ​ແຜນ​ການ​ສັງ​ລວມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສ​ັງ​ຄົມ ໄລ​ຍະ 5 ປີ 2016-2020 ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        ວຽກ​ງານ​ບຸກ​ຄະ​ລາ​ກອນ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖິ່​ຖ​້ວນ

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຕີ​ລາ​ຄາ​ສູງ​ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ກົມ​ການ​ເມືອງ ໄດ້​ກະ​ກຽມ​ບົດ​ລາຍ​ງານ​​ກ່ຽວ​ກັບບຸກ​ຄະ​ລາ​ກອນ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຊຸດ​ທີ 12, ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ ແລະ ບັນ​ດາ​ຕ່ຳ​ແຫນ່ງ​ຫລັກ​ແຫລ່ງ ຈາກກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ມາ​ຮອດ​ປະ​ຈຸ​ບັນ ແລະ ບາງ​ບັນ​ຫາ​ສຳ​ຄັນ​ອື່ນ​ໃນ​ການ​ກະ​ກຽມ​ບຸກ​ຄະ​ລາ​ກອນ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ ແລະ​ບັນ​ດາ​ຕຳ​ແຫນ່ງ​ຫລັກ​ແຫລ່ງ​ນັບ​ແຕ່ນີ້ ຮອດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຢ່າງ​ລອບ​ຄອບ​ຖິ່​ຖ້ວນ, ລະອຽດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ:

        “ບົນ​ພື້ນຖານ​ທິດ​ທາງ ແລະ ຂັ້ນ​ຕອນ​ວຽກ​ງານ​ບຸກ​ຄະ​ລາ​ກອນ, ໝາກ​ຜົນ​ສະ​ເຫນີ​ບຸກ​ຄະ​ລາ​ກອນ​ຕ້ອງ​ຜ່ານ 2 ຄັ້ງ, ສູນ​ກາງ ໄດ້​ປຶກ​ສາ​ຫາ​ລື​​ຢ່າງ​ມີປະ​ຊາ​ທິ​ປະ​ໄຕ, ພິ​ຈາ​ລະ​ນາ​ຢ່າງ​ພາ​ວະ​ວິ​ໄສ, ທ່ຽງ​ທຳ, ຮອບ​ດ້ານ ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບັນ​ຊີ​ລາຍ​ຊື່​ບຸກ​ຄະ​ລາ​ກອນ​ໃຫ​ມ່ ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ສະ​ເຫນີ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ແລະ ບັນ​ດາ​ວິ​ທີ​ການ​ເລືອກ​ເຟັ້ນ, ພ້ອມ​ທັງ​ໄຈ້​ແຍກ, ຕີ​ລາ​ຄາ, ປະ​ກອບ​ຫລາຍ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ, ສຸດ​ຈິດ​ສຸດ​ໃຈ, ເພີ່ມ​ເຕີມ​ເຂົ້າ​ໃນ​ບັນ​ດາ​ບົດ​ລາຍ​ງານ ແລະ ວິ​ທີ​ການ​ບຸກ​ຄະ​ລາ​ກອນ. ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ເປັນ​ເອກ​ະ​ພາບ​ກັບ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ແລະ ປຶກ​ສາ​ຫາ​ລື, ສະ​ເຫນີ​ຫລາຍ​ຄຳ​ເຫັນ​ກ່ຽວ​ກັບ​ມາດ​ຖານ​ພິ​ຈາ​ລະ​ນາ​ກໍ​ລະ​ນີ​ພິ​ເສດ ສຳ​ລັບ​ກຳ​ມະ​ການ​ສູນ​ກາງ ແລະ ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ຊຸດ​ທີ 11 ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃຫມ່​ໃນ​ຊຸດ​ທີ 12, ມາດ​ຕະ​ຖານ​ລະ​ອຽດ​ຂອງ​ແຕ່​ລະ​ຕຳ​ແຫນ່ງ, ກ່ຽວ​ກັບ​ວິ​ທີ​ການ​ເລືອກ​ເຟັ້ນ​ບັນ​ດາ​ຕຳ​ແຫນ່ງ​ການ​ນຳ​ຫລັກ​ແຫລ່ງ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກໍ​ຊີ້​ແຈ້ງ: ຄວາມ​ຈຳ​ເປັນ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອ​ງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016-2021. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍັງ​ຖື​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສ​ັງ​ຄົມ​ປີ 2015 ຢ່າງ​ມີ​ໄຊ, ສ້າງ ແລະ ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2016, ຮັບ​ປະ​ກັນ​​ຜົນສ​ຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ການ​ເລືອກ​ຕັ້ງ​ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ເລືອກ​ຕັ້ງ​ ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016-2021.

ຕອບກັບ

ຂ່າວ/ບົດ​ອື່ນ