ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ

(VOVWORLD) -ພາຍຫຼັງທີ່ ອີຢິບ ແລະ ປະຊາຄົມສາກົນ ໄດ້ພະຍາຍາມຫຼາຍຢ່າງເພື່ອໄກ່ເກ່ຍ, ຕອນກາງຄືນວັນທີ 7 ສິງຫາ, ກອງທັບ ອິດສະຣາແອັນ ແລະ ຂະບວນການສູ້ຮົບອິດສະຣາມ Jihad (PIJ) ຢູ່ເຂດ Gaza ໄດ້ເລີ່ມປະຕິບັດຄຳສັ່ງຢຸດຍິງຢ່າງຮອບດ້ານ, ອັດການປະທະກັນທີ່ດຸເດືອດ ເຮັດໃຫ້ມີປະຊາຊົນຊາວ ປາແລັດສະຕິນ ນັບສິບຄົນເສຍຊີວິດໃນ 3 ວັນຜ່ານມາໄວ້ຊົ່ວຄາວ. ຫາງສຽງສາກົນໄດ້ຕີລາຄາສູງຕໍ່ຄວາມຄືບໜ້ານີ້, ແຕ່ກໍກ່າວເຕືອນວ່າ ເລື່ອງຮັກສາຄຳສັ່ງຢຸດຍິງ ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ, ຕ້ອງມີການຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມ ກໍຄື ເຈດຕະນາດີຢ່າງແທ້ຈິງຈາກທຸກຝ່າຍທີ່ກ່ຽວຂ້ອງ.

ການປະທະກັນແກ່ຍາວໃນ 3 ວັນຜ່ານມາ ແມ່ນການປະທະກັນທີ່ດຸເດືອດ ແລະ ນອງເລືອດທີ່ສຸດລະຫວ່າງກອງທັບ ອິດສະຣາແອັນ ແລະ ບັນດາມືປືນຢູ່ເຂດ Gaza ໃນຮອບເວລາກວ່າ 1 ປີຜ່ານມາ. ເຫດການດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງໃນຫາງສຽງພາກພື້ນ ແລະ ສາກົນ ຍ້ອນສະພາບການຂາດສະຖຽນລະພາບຢູ່ຕາເວັນອອກກາງ ກໍຄື ລັກສະນະສັບສົນຂອງການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ.

ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ - ảnh 1ທະຫານກອງທັບ ອິດສະຣາແອັນ ຢູ່ເຂດຊາຍແດນຕິດກັບ Gaza (ພາບ: TTXVN)

ສົງຄາມເກີດຂຶ້ນ ແລະ ຄວາມວິຕົກກັງວົນຂອງປະຊາຄົມສາກົນ

ການປະທະກັນເກີດຂຶ້ນໃນວັນທີ 5 ສິງຫາ ພາຍຫຼັງທີ່ກອງທັບ ອິດສະຣາແອັນ ເປີດບັ້ນບຸກໂຈມຕີທາງອາກາດແບບກະທັນຫັນເລັ່ງໃສ່ຫຼາຍເປົ້າໝາຍຢູ່ເຂດ Gaza, ເຮັດໃຫ້ມີຊາວ ປາແລັດສະຕິນ ຢ່າງໜ້ອຍສຸດ 15 ຄົນເສຍຊີວິດ, ໃນນັ້ນ ມີຜູ້ບັນຊາການທະຫານຂັ້ນສູງຂອງ Jihad. ໃນຖະແຫຼງການໜຶ່ງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Yair Lapid ຊີ້ແຈ້ງວ່າ ບັ້ນບຸກໂຈມຕີນີ້ ແມ່ນເພື່ອແນໃສ່ສະກັດກັ້ນກົນອຸບາຍບຸກໂຈມຕີ ອິດສະຣາແອັນ ຈາກກຸ່ມກຳລັງປະກອບອາວຸດຢູ່ເຂດ Gaza ໂດຍ ອີຣານ ໜູນຫຼັງ. ຖັດຈາກນັ້ນ, ໃນວັນທີ 6 ແລະ ວັນທີ 7 ສິງຫາ, ກອງທັບ ອິດສະຣາແອັນ ຍັງດຳເນີນບັ້ນບຸກໂຈມຕີອີກຫຼາຍຄັ້ງເລັ່ງໃສ່ສະຖານທີ່ຕ່າງໆຢູ່ເຂດ Gaza. ການສະຖິຕິຂອງອົງການ ສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ, ມີຊາວປາແລັດສະຕິນ ຢ່າງໜ້ອຍສຸດ 44 ຄົນ, ໃນນັ້ນປະມານເຄິ່ງໜຶ່ງແມ່ນສາມັນຊົນຖືກເສຍຊີວິດໃນບັ້ນບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ. ນອກຈາກນັ້ນແລ້ວ, ມີປະມານ 360 ຄົນ ຖືກບາດເຈັບໃນລະດັບທີ່ແຕກຕ່າງກັນ, ໃນຂະນະນັ້ນ ຍັງມີເຮືອນ ແລະ ກິດຈະກຳພົນລະເຮືອນນັບຫຼາຍຫຼັງຖືກມ້າງທຳລາຍຢ່າງໝົດສິ້ນ ຫຼື ຖືກເປເພສ່ວນໃດສ່ວນໜຶ່ງ.

ໂດຍໂຕ້ຕອບຄືນບັນດາບັ້ນບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ, ບັນດາມືປືນ Jihad ໄດ້ຍິງລູກຈະຫຼວດນັບຮ້ອຍລູກຈາກເຂດ Gaza ໄປຍັງດິນແດນຂອງ ອິດສະຣາແອັນ. ການສະຖິຕິຂອງເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າ, ກ່ອນທີ່ຄຳສັ່ງຢຸດຍິງມີຜົນສັກສິດ, ບັນດາມືປືນ ປາແລັດສະຕິນ ໄດ້ຍິງລູກຈະຫຼວດປະມານ 580 ລູກ ຈາກເຂດ Gaza ໄປຍັງ ດິນແດນຂອງ ອິດສະຣາແອັນ, ແຕ່ສ່ວນຫຼາຍແມ່ນຖືກລະບົບປ້ອງກັນທາງອາກາດຂອງ ອິດສະຣາແອັນ ຕີສະກັດກັ້ນ ແລະ ບໍ່ມີຜູ້ໃດຖືກບາດເຈັບ.

ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ - ảnh 2ການຍິງລູກຈະຫຼວດເລັ່ງໃສ່ ອິດສະຣາແອັນ (ພາບ: Reuters)

ຕາມການຕີລາຄາຈາກບັນດາອົງການມະນຸດສະທຳສາກົນແລ້ວ, ການປະທະກັນຜ່ານມາ ແມ່ນການປະທະກັນທີ່ດຸເດືອດ ແລະ ນອງເລືອດທີ່ສຸດລະຫວ່າງກອງທັບ ອິດສະຣາແອັນ ກັບບັນດາມືປືນສູ້ຮົບ ປາແລັດສະຕິນ ຢູ່ເຂດ Gaza ນັບແຕ່ກາງປີ 2021 ມານີ້. ການປະທະກັນຄັ້ງນີ້ ໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງໃນປະຊາຄົມສາກົນ ເພາະວ່າ ມັນເຮັດໃຫ້ໂອກາດຟື້ນຟູການເຈລະຈາສັນຕິພາບຖືກຕັດຕອນໃນຫຼາຍປີຜ່ານມາ ລະຫວ່າງ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ນັບມື້ນັບບອບບາງກວ່າ. ໃນຖະແຫຼງການເມື່ອວັນທີ 6 ສິງຫາ, ທ່ານ Josep Borrell ໂຄສົກຂອງຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (ອີຢູ) ກ່ຽວກັບນະໂຍບາຍການພົວພັນຕ່າງປະເທດ ຊີ້ແຈ້ງວ່າ “ອີຢູ ມີຄວາມວິຕົກກັງວົນທີ່ສຸດກ່ຽວກັບການຜັນແປຫຼ້າສຸດຢູ່ພາຍໃນ ແລະ ອ້ອມແອ້ມເຂດ Gaza. ອີຢູ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈຢ່າງສຸດຂີດ ແນໃສ່ຫຼີກລ້ຽງຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ເກີດການບາດເຈັບ, ເສຍຊີວິດຕື່ມອີກ”.

ປັບປຸງຄຳສັ່ງຢຸດຍິງ ສ້າງເງື່ອນໄຂໃຫ້ແກ່ການເຈລະຈາສັນຕິພາບ

ບັນດານັກຊ່ຽວຊານສາກົນໄດ້ຕີລາຄາວ່າ ເລື່ອງບັນລຸໄດ້ຂໍ້ຕົກລົງຢຸດຍິງ ແມ່ນບາດກ້າວເດີນທີ່ສຳຄັນໃນຄວາມມານະພະຍາຍາມສ້າງສະພາບການຢູ່ພາກພື້ນ ຕາເວັນອອກກາງໃຫ້ມີສະຖຽນລະພາບ, ເຊິ່ງເປັນໜຶ່ງໃນບັນດາເຂດທີ່ຮ້ອນເຮັ່ງໃນການປະທະກັນທີ່ຍືດເຍື້ອຍາວນານທີ່ສຸດໃນໂລກໃນຫຼາຍທົດສະວັດຜ່ານມາ. ສິ່ງດັ່ງກ່າວກໍເປັນຄຳຕອບໃຫ້ແກ່ຄຳຖາມທີ່ວ່າ ເປັນຫຍັງ ພາຍຫຼັງທີ່ຄຳສັ່ງຢຸດຍິງໄດ້ປະກາດໃຊ້, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ອອກສຽງຊົມເຊີຍໃນທັນທີ. ໃນແຈ້ງການເປັນທາງການອອກວັນທີ 7 ສິງຫາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງປະຕິບັດຄຳສັ່ງຢຸດຍິງຢ່າງເຂັ້ມງວດ ແລະ ຄົບຖ້ວນ, ພ້ອມທັງເນັ້ນໜັກວ່າ ສປຊ ສະໜັບສະໜູນມາດຕະການເຊິ່ງສອງປະເທດໄດ້ອີງໃສ່ມະຕິສະບັບຕ່າງໆທີ່ກ່ຽວຂ້ອງຂອງ ສປຊ, ກົດໝາຍສາກົນ ແລະ ບັນດາຂໍ້ຕົກລົງສະບັບກ່ອນ. ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ກໍໄດ້ອອກຖະແຫຼງການຊົມເຊີຍຕໍ່ຄຳສັ່ງຢຸດຍິງ, ເລັ່ງລັດຊຸກຍູ້ໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ປະຕິບັດໃຫ້ຄົບຖ້ວນ, ຮັບປະກັນການເຄື່ອນໄຫວສະໜອງເຊື້ອເພີງກໍຄືການຊ່ວຍເຫຼືອມະນຸດສະທຳຢູ່ເຂດ Gaza ໃຫ້ລຸລ່ວງ.

ເຖິງຢ່າງໃດກໍຕາມ, ບັນດານັກຊ່ຽວຊານສາກົນ ກໍໄດ້ກ່າວເຕືອນວ່າ ການຮັກສາຄຳສັ່ງຢຸດຍິງ ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ ໃນຂະນະທີ່ທັງກອງທັບ ອິດສະຣາແອັນ ແລະ ກຸ່ມ PIJ ລ້ວນແຕ່ຖະແຫຼງວ່າ ຈະມີການກະທຳໂຕ້ຕອບໃນທັນທີ ຖ້າຫາກວ່າ ຝ່າຍກົງກັນຂ້າມລະເມີດຄຳສັ່ງຢຸດຍິງ. ຍິ່ງໄປກວ່ານັ້ນ, ໃນອະດີດ, ຄຳສັ່ງຢຸດຍິງທີ່ຄ້າຍຄືກັນນັບສິບສະບັບລະຫວ່າງ ອິດສະຣາແອັນ ແລະ ກຸ່ມປະກອບອາວຸດ ປາແລັດສະຕິນຢູ່ເຂດ Gaza ກໍຖືກລະເມີດ ແລະ ລົ້ມເຫຼວຫຼາຍ ຫຼັງມີຜົນສັກສິດບໍ່ໄດ້ເທົ່າໃດມື້ ຍ້ອນຫຼາຍເຫດຜົນທີ່ແຕກຕ່າງກັນ. ໃນຂະນະນັ້ນ, ສະພາບການພາກພື້ນ ແລະ ສາກົນໃນປັດຈຸບັນ ພວມມີການຜັນແປສັບສົນຫຼາຍຢ່າງ. ໃນຖະແຫຼງການອອກວັນທີ 8 ສິງຫາ, ທ່ານ Tor Wennesland ຜູ້ປະສານງານພິເສດຂອງ ສປຊ ກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ ຕາເວັນອອກກາງ ກໍໃສ່ໃຈວ່າ ສະພາບການແມ່ນຍັງ “ບອບບາງ” ແລະ ຄຳສັ່ງຢຸດຍິງອາດຈະຖືກລົ້ມເຫຼວໃນບໍ່ວ່າເວລາໃດ.

ຄວາມຈິງນີ້ ໄດ້ສະແດງໃຫ້ເຫັນວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ປະຊາຄົມສາກົນ, ພິເສດແມ່ນ ສປຊ ແລະ ບັນດາປະເທດຖືກຜົນສະທ້ອນຄື ອາເມລິກາ, ອີຢິບ, ອີຣານ…, ຕ້ອງເພີ່ມທະວີຄວາມມານະພະຍາຍາມ ເພື່ອຮັບປະກັນຄຳສັ່ງຢຸດຍິງໄດ້ຮັບການປະຕິບັດຢ່າງຄົບຖ້ວນ, ສ້າງເງື່ອນໄຂສະດວກແກ່ການສົ່ງເສີມການເຈລະຈາສັນຕິພາບຢ່າງແທດຈິງ ແລະ ມີປະສິດທິຜົນລະຫວ່າງປະຊາຊົນ ປາແລັດສະຕິນ ແລະ ອິດສະຣາແອັນ ໃນໄລຍະຈະມາເຖິງ/.

ຕອບກັບ

ຂ່າວ/ບົດ​ອື່ນ