ປັບປຸງສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ກູບາ

  ປັບປຸງສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ກູບາ - ảnh 1

 ປະທານ​ກູ​ບາ Raul Castro Ruz ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 7/2012


(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ເລີ່​ມຕົ້ນການຢ້ຽມຢາມ ສ.ກູ​ບາຢ່າງ​ເປັນ​ທາງ​ການນັບ​ແຕ່​ວັນ​ທີ 26/3 – 28/3/2014. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ທັງ​ສອງ​ປະ​ເທດ​ໃນ​ປີ 2014, ​ທັງແມ່ນ​ໂອກາດ​ເພື່ອ​ປັບປຸງ​ສາຍ​ພົວພັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ; ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ເສດຖະກິດ, ການ​ຄ້າ; ຊຸກຍູ້​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ສອງ​ຝ່າຍ ​ແລະ ​ແລກປ່ຽນບັນດາ​ບັນຫາ​​ສາກົນ​ ແລະ ພາກພື້ນທີ່ຕ່າງຝ່າຍ​ຕ່າງ​​ມີ​ຄວາມ​ສົນ​ໃຈ.

  ​ໃນ​ການພົວພັນກັບ ຫວຽດນາມ, ກູ​ບາ ຍາມ​ໃດ​ກໍ​ສະຫງວນ​ອາລົມ​ຈິດຄວາມ​ຮັກ​ແພງ​ທີ່ດີງາມ ​ແລະ ​ເລີກ​ເຊິ່ງ​ສະ​ເພາະໃຫ້​ແກ່ ຫວຽດນາມ, ນິຍົມ​ນັບຖື ຫວຽດນາມ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ການ​ປ່ຽນ​​ແປງໃໝ່, ພັດທະນາ​ປະ​ເທດຊາດ. ກ່ອນ​ນີ້ 54 ປີ (2/12/1960), ກູ​ບາ ​ແມ່ນ​ປະ​ເທດທຳອິດ​ຢູ່ຂົ້ວ​ໂລກ​ຕາ​ເວັນ​ຕົກສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນມາ, ສາຍ​ພົວພັນ ຫວຽດນາມ - ກູ​ບາ ຍາມ​ໃດ​ກໍ​ໄດ້​ຮັບ​ການຮັກສາ​ໄວ້ ​ແລະ ພັດທະນາ.

  ພື້ນຖານ​ສາຍ​ພົວພັນ​ດ້ານ​ການ​ເມືອງ​ທີ່​ດີງາມ

   ​ໃນ​ໄລຍະ​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ ຫວຽດນາມ - ກູ​ບາ ສືບ​ຕໍ່​ພັດທະນາ ​ແລະ ​​ເຂົ້າ​ສູ່ລວງ​ເລິກ. ສອງ​ຝ່າຍສືບ​ຕໍ່​ດຳ​ເນີນບັນດາ​ການ​ຢ້ຽມຢາມຂັ້ນສູງ ​ແລະ ການ​​ແລກປ່ຽນພົບ​ປະ​ສອງ​ຝ່າ​ຍ. ປີ 2012, ທ່ານ​ເລຂາທິການ​ໃຫຍ່​ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ກູ​ບາ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ Raul Castro Ruz ຢ້ຽມຢາມ ຫວຽດນາມ. ປີ 2013, ທ່ານ​ຮອງ​ປະທານ​ຜູ້​ທີໜຶ່ງ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ກູ​ບາ Miguel Diaz Canel ຢ້ຽມຢາມ ຫວຽດນາມ.

    ສອງ​ຝ່າຍ​ຮັກສາ​ໄວ້​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມາທິການ ລະຫວ່າງ​ລັດຖະບານ​​ໃນແຕ່ລະ​ປີ, ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ​, ຂະ​ແໜງການ​, ຂັ້ນ​ຕ່າງໆເພື່ອ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມຶ​ຢ່າງຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ກອງ​ປະຊຸມ​ຄັ້ງທີ 30 ​ຄະນະ​ກຳມາທິການລະຫວ່າງ​ລັດຖະບານ ຫວຽດນາມ - ກູ​ບາ ຢູ່ລາ​ຮາ​ວານ​ໃນ​ເດືອນ 9/2012, ກອງ​ປະຊຸມ​ຄັ້ງທີ 31 ຢູ່ ຮ່າ​ໂນ້ຍ ​ໃນ​ເດືອນ 9/2013 ​ໄດ້​ສຸມ​ໃສ່​ແລກປ່ຽນບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານກະສິກຳ, ສະໜອງ​ເຂົ້າສານ, ການ​ສຶກສາ, ສາທາລະນະ​ສຸກ, ການ​ກໍ່ສ້າງ, ​ເຕັກ​ໂນ​ໂລ​ຊີ​ຊີວະ​….ຊຶ່ງ​ເປັນ​ການຢືນຢັນ​ການ​ເຫັນດີ​ເປັນ​ເອກະ​ພາບ​ກັນ​ຢ່າງ​ສູງ​ສືບ​ຕໍ່​​​ພາ​ການ ພົວພັນຮ່ວມ​ມື​ພັດທະນາ​ຢ່າງ​​ແທ້ຈິງ, ມີ​ປະສິດທິ​ຜົນ​ກວ່າ, ​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ຂ​ອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ໄດ້​ເຫັນດີ​ເປັນ​ເອກະ​ພາບ​ເນື້ອ​ໃນ​​ໂຄງການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ໄລຍະ​ປານ​ກາງ​ລະຫວ່າງ​ສອງ​ລັດຖະບານ​ເພື່ອລົງ​ນາມ​ໃນ​ໄລຍະ​ຈະ​ມາ​ເຖີງ.

ສ້າງທ່ວງທ່າ​ໃຫ້​ແກ່ການພົວພັນດ້ານເສດຖະກິດການຄ້າພັດທະນາ

  ອາດຈະຢືນຢັນການພົວພັນດ້ານການເມືອງທີ່ດີງາມລະຫວ່າງຫວຽດນາມ - ກູບາພວມຄ່ອຍໆຫັນໄປສູ່ການຮ່ວມມືດ້ານເສດຖະກິດ, ສ້າງການລະດົມ ກຳລັງໃຈຢ່າງ​ໃຫຍ່​ຫຼວງ​ສຳລັບ​ວິ​ສາ​ຫະກິດ​ຫວຽດນາມ​ຫັນ​ທິດ​ລົງທຶນ​ຢູ່​ກູ​ບາ ​ແລະ ກູ​ບາ​ພວມກາຍ​ເປັນຈຸດ​ນັດ​ພົບ​ໃໝ່​ຂອງ ວິ​ສາ​ຫະກິດ​ຫວຽດນາມ. ປະຈຸບັນ, ຫວຽດນາມແມ່ນຄູຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງກູບາຢູ່ອາຊີ. ວົງເງິນແລກປ່ຽນດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃນປີ 2011 ບັນລຸ 274 ລ້ານ USD ; ປີ 2012 ບັນລຸ 175 ລ້ານ USD; ປີ 2013 ບັນລຸກ່ວາ 200 ລ້ານ USD .​ເບິ່ງ​ລວມ​ແລ້ວ, ວົງ​ເງິນການ​ຄ້າລະຫວ່າງຫວຽດນາມ - ກູບາມີ​ລະດັບ​ການ​ເຕີບ​ໂຕ​ຊ້າ ​ແລະ ຕົ້ນຕໍ​ແມ່ນ​ຂຶ້ນ​ກັບ​ເຂົ້າ​ສານ. ນອກຈາກ​ເຂົ້າ​ສານ​ແລ້ວ, ຫວຽດນາມ​ຍັງ​ສົ່ງ​ອອກ​ຂາຍ​ໃຫ້​ຕ່າງປະ​ເທດສິນ​ຄ້າບາງ​ປະ​ເພດ​ຄື : ຖ່ານ​ຫີນ, ທາດ​ເຄມີ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ເຄື່ອງ​ຄອມ​ພິວ​ເຕີ.... ກົງກັນຂ້າມ, ກູ​ບາ​ກໍ​ສົ່ງ​ສິນຄ້າ​ສ່ວນ​ຫຼາຍ​ແມ່ນ​ຜະລິດ​ຕະພັນ​ການ​ຢາ​ມາ​ຂາ​ຍ​ໃຫ້​ຫວຽດນາມ.

   ນອກຈາກ​ດ້ານ​ການ​ຄ້າ, ປະຈຸ​ບັນ, ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຂອງຫວຽດນາມມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ການ​ລົງທຶນ​ຢູ່​ກູບ​າ. ​ໃນ​ນັ້ນ, ມີ​ບາງ​ໂຄງການ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ກູ​ບາ​ຄື ​ໂຄງການ​ກໍ່ສ້າງ​ໂຮງ​ແຮມ ​ແລະ ​ເດີນ​ກອບ 18 ຂຸມ​ຂອງ​ບໍລິສັດ​ໃຫຍ່​ກໍ່ສ້າງ​ເຮືອນຮ່າ​ໂນ້ຍ (HUD), ​ໂຄງການສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ​ຂອງ Petrovietnam , ​ໂຄງການ​ຜະລິດ​ເຄື່ອງ​ປັບ​ອາກາດ ​ແລະ ຕູ້​ເຢັນ, ​ໂຄງການ​ຜະລິດ​ເຄື່ອງ​ຈັກກະ​ສີ​ກຳ...... ທາງ​ດ້ານ​ກະ​ສີ​ກຳ, ​ໂຄງການ​ປູກ​ເຂົ້າ​ຢູ່​ແຂວງ Pinar delrio ພວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​​ແທ້ຈິງ ດ້ວຍ​ບັນດາ​ທົງ​ນາບັນລຸ​ສະມັດ​ຕະພາບ​ແຕ່ 5-6ລ້ານ​/​ແຮັກ​ຕາ/ລະດູ​ການ​ຜະລິດ. ມີ​ສັນຍາ​ຮ່ວມ​ມື, ບົດ​ບັນທຶກ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ຄື​ຂໍ້​ຕົກລົງ​ກັນ​ລະຫວ່າງ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍກັບ​ຄະນະ​ພັກ​ນະຄອນລາ​ຮາ​ວານ; ລະຫວ່າງ​ກະຊວງ​ການ​ເງິນ​ຂອງ 2 ປະ​ເທດ, ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງ​ໂຮງ​ແຮມ 5 ດາວ​ຢູ່​ລາ​ຮາ​ວານ ລວມມູນ​ຄ່າ 250 ລ້ານ USD ... ​ໃນ​ມໍ່ໆ​ມາ​ນີ້, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ເບ່ົາ ກູ​ບາ ທ່ານ Damar Maseo Cruz ​ໄດ້​ຮຽກຮ້ອງວິ​ສາ​ຫະກິດ​ຫວຽດນາມ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ​ຮ່ວມມືລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ເບ່ົາ ກູ​ບາ; ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ​ເຄື່ອງ​ເຟີ​ນີ​ເຈີ.....ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຄື ສາທາລະນະ​ສຸກ ​ແລະ ການ​ຜະລິດ​ຜະລິດ​ຕະພັນ​ການ​ຢາ, ຂຸດ​ຄົ້ນ ​ແລະ ປຸ່ງ​ແຕ່​ງ ນີ​ແກນ.... ພວມ​ໄດ້ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ ​ແລະ ຍູ້​ແຮງຈາກ​ຈາກ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

   ປັບປຸງການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ ລະຫວ່າງຫວຽດນາມ - ກູບາ

    ​ໃນ​ສພາບ​ການ​ນີ້, ການ​ຢ້ຽມຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກ ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ບໍ່​ພຽງ​ແຕ່​ເປັນ​ຮັດ​ແໜ້ນ​ສາຍ​ພົນ​ພັນ​ຖານ​ສະຫາຍ​ອ້າ​ຍນ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ສ້າງ​ພື້ນຖານ​ເພື່ອ​ເປີດ​ຊ່ອງ​ທາງ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງຫວຽດນາມ - ກູບາ​ອີກ​ດ້ວຍ. ບົດຮຽນ​ການ​ພັດທະນາ​ເສດຖະກິດ ​ແລະ ​ເພີ່ມ​ທະວີ​ການ​ຄ້າ, ການ​ລົງທຶນ​ກັບ​ຫວຽດນາມ ກໍ​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ຊຶ່ງ​ກູ​ບາ​ມີ​ຄວາມຄອ່ງຄອຍ​ໄດ້​ແລກປ່ຽນ​ກັບ​ຫວຽດນາມ​ໃນ​ການ​ເດີນທາງ​ຢ້ຽມຢາມ​ຄັ້ງ​ນີ້. ​ໃນ​ສະພາບການ​ທີ່​ຫວຽດນາມ​ພວມຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກູ​ບາ​ພວມ​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ, ການ​ຢ້ຽມຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກ ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍຊຸກຍູ້​ບັນດາ​ມາດ​ຕະການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ​ແນ​ໃສ່​ເພີ່ມ​ລັກສະນະ​ປະສິດທິ​ຜົນ ​ແລະ ໝັ້ນຄົງ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ໃໝ່ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ການ​ຢ້ຽມຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກ ລັດຖະມົນຕີ ຫງວຽນ​ເຕີ້​ນຢຸງຄັ້ງ​ນີ້ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ເສັ້ນທາງກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ປະກອບສ່ວນ​ສ້າງ​ພາລະກິດ​ປະຕິວັດ​ຢູ່​ແຕ່ລະປະ​ເທດ​ໃຫ້​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ