ປັບປຸງເພີີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ໄດ້​ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23-25/5/2016 . ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ່ 3 ຂອງອາ​ເມ​ລິ​ການັບ​ຕັ້ງ​ແຕ່ 2 ປະ​ເທດ​ສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ເມື​ອ່​ປີ 1995. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມໃນ​ປີນີ້.

 

ປັບປຸງເພີີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ  - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ Barak Obama ໄດ້​ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​

     ວັນ​ທີ 12/7/1995, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Bill Clinton ແລ​ະ ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີ​ຫວຽດ​ນາມ ວໍ້​ວັນ​ກຽດ ​ໄດ້​ຖະ​ແຫຼງ​ປະ​ກາດ ສ້າງການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດເປັນ​ປົກ​ກະ​ຕິ, ປະ​ອະ​ດີດ ແລະ ໄຂ​ສັງ​ກາດ​ໃໝ່​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ-ອາ​ເມ​ລິ​ກາ. ນັບ​ແຕ່ນັ້ນ​ມາ, ການ​ພົວ​ພັນ ຫວຽດ​ນາມ-ອາ​ເມ​ລິ​ກາ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ອັນ​ຄືບ​ໜ້າ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ຕ່າງໆ​ນັບ​ທັງ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ທັງ​ລວງ​ກ້​ວາງ ແລະ ລວງ​ເລິກ, ນັບ​ມື້​ນັບ​ແທດ​ຈິງກວ່າ.

    ບັນ​ດາ​ບາດ​ກ້າວ​ທີ່​ຍາວ​ໄກພາຍຫຼັງ​ກວ່າ 20 ປີ​ແຫ່ງ​ການສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ

     ພາຍຫຼັງ​ກວ່າ 20 ປີ​ແຫ່ງ​ການສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ການ​ພົວ​ພັນຫວຽດ​ນາມ-ອາ​ເມ​ລິ​ການັບ​ມື້​ນັບ​ເຂົ້າ​ສູ່​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ເປັນ​ປົກ​ກະ​ຕິ, ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ໃໝ່, ແທດ​ຈິງ​ໃນຫຼາຍ​ຂົງ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ຢືນ​ຢັນ​ວ່າ :

   “ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ. ທ​ີ 1, ການ​ພົວ​ພັນ​ດ້ານ​ການ​ຄ້າ 2 ຝ່າຍໄດ້​ບັນ​ລຸ​ມູນ​ຄ່າ 45 ຕື້ USD, ຫຼາຍ​ທົບ 90 ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້ 20 ປີ. ທີ 2, ໃນ​ອາ​ຍຸ​ການ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama, 2 ປະ​ເທດ​ໄດ້​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຍາວ​ນານ​ເປັນ​ຮູບ​ປະ​ທຳ, ຊຶ່ງ​ແມ່ນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ຮັບ​​ການ​ລົງ​ນາມ​ເມື່ອ​ປີ 2013 ແລະ ພິ​ເສດ​ແມ່ນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ເມື່ອ​ປີ 2015 ຊຶ່ງ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ນີ້​ແມ່ນ​ພື້ນ​ຖານ ແລະ ແມ່ນ​ໂອ​ກາດ​ເພື່​ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ແຂງ​ແຮງ​ຍິ່ງ​ຂຶ້ນ ”

    ຫວຽດ​ນາມ ແລະ ອາ​ເມ​ລິ​ກາໄດ້​ມີ​ບັນ​ດາ​ບາດ​ກ້າວລະ​ອຽດໃນ​ການ​ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໂດ​ຍ​ສົງ​ຄາມ​ປະ​ໄວ້, ກໍ​ຄື​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ສັ​ນຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ເດືອນ 6/2016 ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ​ໄດ້ເຊັນຖະ​ແຫຼງ​ການ​ວິ​ໄສ​ທັດ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ 2 ປະ​ເທດຫວຽດ​ນາມ-ອາ​ເມ​ລິ​ກາດ້ວຍ 5 ເນື້ອ​ໃນ​ຮ່ວມ​ມື​ຊຶ່ງ​ລວມ​ມີ: ເພີ່ມ​ທະ​ວີ​ການ​ທາບ​ທາມ​ດ້ານນະ​ໂຍ​ບາຍ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກສົງ​ຄາມ, ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ.ປ.ຊ; ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ຊ່ວຍ​ບັນ​ເທົາ​ທຸກ ແລະ ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ໝາຍ​ຂອງ​ແຕ່​ລະ​ຝ່າຍ. ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ ແລະ ກໍ່​ສ້າງ​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

    ຫວຽດ​ນາມ-ອາ​ເມ​ລິ​ກາກໍ​ໄດ້​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​ກັນ​ໃນ​ຂອບ​ເຂດ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຊຶ່ງ​ທັງ 2 ປະ​ເທດ​ເປັນ​ສະ​ມາ​ຊິກ​ຄື: ສະ​ຫະ​ປະ​ຊາ​ຊາດ, ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ, ກອງ​ປະ​ຊຸມ​ຂັ້ນສູງ​ອາ​ຊີ​ຕາ​ເວັນ​ອອກ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື, ໃນ​ນັ້ນ​ມີ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເດີນ​ເຮຶອ, ທະ​ເລ​ຕາ​ເວັນ​ອອກ, ປັຍ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ເຊີດ​ຊູ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ, ຜັນ​ຂະ​ຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ-ອາ​ຊຽນ… 2 ຝ່າຍ​ສືບ​ຕໍ່​ດຳ​ເນີນ​ການ​ສົນ​ທະ​ນາ​ຫາ​ລື​ປະ​ຈຳ​ປີ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ດ້ວຍ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງ​ສັນ, ບໍ່​ປະ​ໃຫ້​ບັນ​ຫາ​ທີ່​ຄົງ​ຄ້າງ, ແຕກ​ຕ່າງ​ກັນ​ເປັນ​ສິ່ງ​ກີດ​ຂວາງ​ການ​ພັດ​ທະນາການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

     ການ​ຢ້ຽມ​ຢາມ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ-ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ

   ໜຶ່ງ​ໃນ​ບັນ​ດາ​ຫົວ​ເລື່ອງ​ທີ່​ໄດ້ຮັບຄວາມ​ສົນ​ໃຈ​ໃນ​ການ​ຢ້ຽມ​ຢາມ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຄັ້ງ​ນີ້, ແມ່ນ​ບັນ​ດາ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ໃນ​ມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ ໄດ້​ສະ​ແດງ​ທັດ​ສະ​ນະ​ຢ່າງ​ຈະ​ແຈ້ງ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ບົນ​ເສັ້ນ​ທາງ​ທະ​ເລທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ໂລກນີ້. ເພາະ​ສະ​ນັ້ນ, ນີ້​ຈະ​ແມ່ນ​ເນື້ອ​ໃນ​ທີ່​ນຳ​ມາ​ປຶກ​ສາ​ຫາ​ລື​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ບັນ​ດາ​ການ​ນຳ​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງຖື​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນຄົງ-ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຮັບ​ປະ​ກັນ​ບໍ່​ໃຫ້​ຝ່າຍ​ໃດ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ, ຝືນ​ກັບ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ຊຶ່ງ​ແມ່ນ​ບັນ​ດາ​ເນື້ອ​ໃນ​ຊຶ່ງບໍ່​ພຽງ​ແຕ່​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ສົນ​ໃຈ​ຮ່ວມ​ຂອງ​ທັງ​ພາກ​ພື້ນ,ໃນ​ນັ້ນ​ອາ​ຊຽນກໍ​ມ​ີ​ສຽງ​ເວົ້າ​ໃນ​ບັນ​ຫານີ້”

    ມີ​ຫົວ​ເລື່ອງ​ທີ່​ສຳ​ຄັນ​ອີກ​ອັນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ນັ້ນ​ແມ່ນ​ອະ​ນາ​ຄົດ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ຊຶ່ງ​ທັງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາເປັນ​ສະ​ມາ​ຊິກ​ເຂົ້າ​ຮ່ວມ. ສັນ​ຍານີ້​ພວມ​ລໍ່​ຖ້າ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາ. ຕອບ​ສຳ​ພາດ​ນັກ​ຂ່າວ VOV ກ່ອນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ John Mc-Cain ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ລິ​ກາ ຖື​ວ່າ : 

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່​ວງວ່າ ຍາກ​ທີ່ ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາໃນ​ປີນີ້. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ສືບ​ທອດ​ຂອງ​ອາ​ເມ​ລິ​ກາ, ເຖິງວ່າ​ຈະ​ແມ່ນ​ຜູ້​ໃດ, ສັງ​ກັດ​ພັກ​ໃດ​ກໍ​ຕາມ, ກໍ​ລ້ວ​ນ​ແຕ່​ຖື​ເປັນ​ສຳ​ຄັນ​ວິ​ວັດ​ທະ​ນ​າ​ການ ສ້າງການ​ພົວ​ພັນ​​ກັບ​ຫວຽດ​ນາມເປັນ​ປົກ​ກະ​ຕິ ແລະ ຖື​ວ່ານີ້​ແມ່ນ​ບາດ​ກ້າວ​ເດີນບໍ່​ພຽງ​ແຕ່​ສຳ​ລັບ​ການ​ພົວ​ພັນ 2 ຝ່າຍ​ເທົ​່ານັ້ນຫາກ​ຍັງ​ສຳ​ລັບ​ການ​ຮຳ​ບາດ​ແຜ​ສົງ​ຄາມອີກ​ດ້ວຍ ”

       ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ນີ້, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຖະ​ແຫຼ​ງປະ​ກາດຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ດ້​ານ​ອາ​ວຸດ​ໃຫ້​ແກ່​ຫວຽດ​ນາມ. ເລື່ອງ​ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ດ້​ານ​ອາ​ວຸດນັ້ນ ກໍ​ເປັນຫຼັກ​ຖານຢັ້ງ​ຢືນ​ສິ່ງ​ໜຶ່ງວ່າ ພາຍຫຼັງ 20 ປີ, ສິ່ງ​ກີດ​ຂວາງ​ສຸດ​ທ້າຍ​ກໍ​ໄດ້​ຮັບ​ການ​ຍົກ​ເລີ​ກ​ເພື່ອ​ໃຫ້ 2 ປະ​ເທດສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ.

    ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຄັ້ງ​ນີ້ກໍ​ເປັນ​ການ​ປະ​ກອ​ບ​ສ່ວນ​ປັບ​ປຸງເພີີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານຫວຽດ​ນາມ-ອາ​ເມ​ລິ​ກາ. ດ້ວຍ​ເຈດ​ຕະ​ນາ​ດີ​ຂອງທັງ 2 ຝ່າຍ, ດ້ວຍ​ຈິດ​ໃຈ “ ປະ​ອະ​ດີດ​ໄວ້, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ” ແລະ ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ທີ່​ປະ​ທັບ​ໃຈ​ພາຍຫຼັງ 20 ປີແຫ່ງ​ການ ສ້າງການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ການ​ພົວ​ພັນຫວຽດ​ນາມ-ອາ​ເມ​ລິ​ກາຈະ​ມີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ພາຍຫຼັງການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama.

ຕອບກັບ

ຂ່າວ/ບົດ​ອື່ນ