ປື້ມປົກຂາວ ຢັ້ງຢືນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ

(VOVWORLD) - ປື້ມປົກຂາວກ່ຽວກັບສິດທິມະນຸດດ້ວຍຫົວຂໍ້ວ່າ “ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ”, ໂດຍກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ປະກາດໃນຕົ້ນປີ 2018, ບໍ່ພຽງແຕ່ຍົກອອກບັນດາຜົນງານກ່ຽວກັບສິດທິມະນຸດຂອງປະເທດຊາດເທົ່ານັ້ນ, ຫາກຍັງໄດ້ເປີດເຜີຍທັດສະນະ, ສະຕິຄວາມຮັບຮູ້ ແລະ ທັງບັນດາວຽກງານທີ່ ຫວຽດນາມ ສືບຕໍ່ປະຕິບັດໃນໄລຍະຈະມາເຖິງ, ເພື່ອແນໃສ່ບັນລຸຜົນງານໃຫຍ່ຫຼວງກ່ວາໃນການຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ.


ປື້ມປົກຂາວ ຢັ້ງຢືນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ - ảnh 1ປື້ມປົກຂ່າວກ່ຽວກັບສິດທິມະນຸດ

(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ໃນປື້ມປົກຂາວກ່ຽວກັບສິດທິມະນຸດປີນີ້, ຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານອັບເດັດກ່ຽວກັບກົດໝາຍ, ນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານກ່ຽວກັບສິດທິມະນຸດ, ກໍ່ຄືສິ່ງທ້າທາຍທີ່ຕ້ອງຜ່ານຜ່າ ແລະ ບັນດາບຸລິມະສິດຄວນໄດ້ຮັບການຊຸກຍູ້ປະຕິບັດສິດທິມະນຸດຢູ່ ຫວຽດນາມ ໃຫ້ນັບມື້ນັບດີກ່ວາເກົ່າ.

ຜົນງານທີ່ບໍ່ສາມາດປະຕິເສດດ້ານສິດທິມະນຸດ

        ປີ 2005, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດປື້ມປົກຂາວ “ຜົນງານໃນການປົກປ້ອງ ແລະ ຜັນຂະຫຍາຍບັນດາສິດທິມະນຸດຢູ່ ຫວຽດນາມ”. ແຕ່ຄາວນັ້ນມາຮອດປະຈຸບັນ, ປະຊາຄົມສາກົນໄດ້ເຫັນປະຈັກຕາບັນດາຜົນງານສຳຄັນຂອງ ຫວຽດນາມ ໃນການປົກປ້ອງ ແລະ ພັດທະນາສິດທິມະນຸດ, ພິເສດແມ່ນການຮັບຮອງເອົາລັດຖະທຳມະນູນປີ 2013 ແລະ ສ້າງລະບົບກົດໝາຍວ່າດ້ວຍສິດທິມະນຸດໃຫ້ສົມບູນແບບ. ໃນຕົວຈິງ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການຮັບປະກັນບັນດາສິດທາງແພ່ງ ແລະ ການເມືອງຂອງປະຊາຊົນ ເຊິ່ງລວມມີ: ສິດໄດ້ເລືອກຕັ້ງ, ອອກສະໝັກຮັບເລືອກຕັ້ງ ແລະ ເຂົ້າຮ່ວມການຄຸ້ມຄອງລັດ ແລະ ສັງຄົມ, ສິດເສລີໃນການປາກເວົ້າ, ສິດເສລີດ້ານການສື່ສານ ແລະ ຂໍ້ມູນຂ່າວສານ, ສິດເສລີໃນການໂຮມປະຊຸມ ແລະ ສ້າງຕັ້ງສະມາຄົມ, ສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ມີປະຊາກອນໜ້ອຍ, ສິດໄດ້ດຳລົງຊີວິດ, ໄດ້ຮັບຄວາມເຄົາລົບກຽດສັກສີ ແລະ ບໍ່ສາມາດລະເມີດດ້ານຮ່າງກາຍ, ຮັບປະກັນສິດເສລີໃນການໄປມາ ແລະ ຢູ່ອາໄສ. ຫວຽດນາມ ປະຕິບັດບັນດາສິດທິມະນຸດກ່ຽວກັບດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມເປັນຢ່າງດີ, ໃນນັ້ນລວມມີ: ສິດພັດທະນາເສດຖະກິດ, ຍົກສູງຊີວິດທາງດ້ານວັດຖຸຂອງປະຊາຊົນ, ສິດກ່ຽວກັບສັງຄົມ, ສິດໄດ້ຮັບການສົ່ງເສີມສຸຂະພາບ. ຫວຽດນາມ ກໍ່ຮັບປະກັນສິດຂອງກຸ່ມດ້ອຍໂອກາດໃນສັງຄົມ, ສະແດງໃຫ້ເຫັນຢູ່ບ່ອນວ່າໄດ້ຮັບປະກັນສິດຂອງແມ່ຍິງ, ລົບລ້າງທຸກໆຮູບການຈຳແນກການປະພຶດຕໍ່ແມ່ຍິງ, ຮັບປະກັນສິດທິເດັກ, ຮັບປະກັນສິດຂອງຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຮັບປະກັນສິດຂອງຜູ້ອາຍຸສູງ. ເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ປີ 2014, ດ້ວຍຈຳນວນບັດສະໜັບສະໜູນສູງກ່ວາໝູ່ໃນຈຳນວນບັນດາປະເທດອອກສະໝັກເລືອກຕັ້ງ ໃນເວລາດຽວກັນ ນັ້ນເປັນການສະແດງໃຫ້ເຫັນວ່າບັນດາຜົນງານອັນໃຫຍ່ຫຼວງກ່ຽວກັບສິດທິມິນຸດຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກສາກົນ.

ເປີດເຜີຍ 7 ບຸລິມະສິດຂອງ ຫວຽດນາມ ໃນຂົງເຂດສິດທິມະນຸດ

       ດ້ວຍເລື່ອງຢັ້ງຢືນບັນດາຜົນງານກ່ຽວກັບສິດທິມະນຸດ, ປຶ້ມປົກຂາວປີນີ້ຂອງ ຫວຽດນາມ ໄດ້ເປີດເຜີຍ 7 ບຸລິມະສິດໃນໄລຍະຈະມາເຖິງ ເພື່ອແນໃສ່ຮັບປະກັນການປະຕິບັດສິດທິມະນຸດໃຫ້ດີກ່ວາ. ຕາມນັ້ນແລ້ວ, ຫວຽດນາມ ສືບຕໍ່ບູລະນະລະບົບກົດໝາຍໃຫ້ສົມບູນແບບ ເພືຶ່ອປະຕິບັດບັນດາສິດພື້ນຖານຂອງປະຊາຊົນບົນພື້ນຖານເໝາະສົມກັບລັດຖະທຳມະນູນປີ 2013 ແລະ ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃຫ້ດີກ່ວາ. ລັດຖະບານກໍ່ຍູ້ແຮງການພັດທະນາເສດຖະກິດ - ສັງຄົມເພື່ອແນໃສ່ຍົກສູງເງື່ອນໄຂ, ແຫຼ່ງກຳລັງຮັບໃຊ້ວຽກງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຍົກສູງຄຸນນະພາບຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ ແລະ ຍົກສູງຄວາມສາມາດສຳຜັດຂອງປະຊາຊົນກັບບັນດາຮູບແບບຮັບປະກັນຊີວິດສັງຄົມ. ລັດຈະປັບປຸງຄຸນນະພາບການສຶກສາ ເພື່ອແນໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນ ມີການສຶກສາກ່ຽວກັບສິດທິມະນຸດ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ແລະ ກຳລັງຄວາມສາມາດຂອງບັນດາອົງການປະຕິບັດກົດໝາຍໃນບັນຫານີ້. ຫວຽດນາມ ສືບຕໍ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ຍ້ອນວ່ານີ້ແມ່ນປັດໄຈສຳຄັນເພື່ອສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ຄືຍູ້ແຮງຄຸນນະພາບຊີວິດການເປັນຢູ່ໃຫ້ແຕ່ລະສ່ວນບຸກຄົນ, ແຕ່ລະຄອບຄົວ ແລະ ທົ່ວສັງຄົມ. ເລື່ອງສົ່ງເສີມສຸຂະພາບວົງຄະນະຍາດ, ມຸ່ງໄປເຖິງສັງຄົມເຂັ້ມແຂງ ແລະ ໄດ້ສຳຜັດກັບບັນດາການບໍລິການສົ່ງເສີມສຸຂະພາບຢ່າງຄົບຖ້ວນທັງດ້ານວັດຖຸ ແລະ ຈິດໃຈກໍ່ຈະໄດ້ຮັບການຜັນຂະຫຍາຍ. ສຸດທ້າຍ, ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບທຸກໆປະເທດ ກັບບັນດາກົນໄກ ແລະ ອົງການສະເພາະກິດຂອງພາກພື້ນ ແລະ ທົ່ວໂລກທີ່ກ່ຽວຂ້ອງເຖິງສິດທິມະນຸດ.

ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມສຳລັບສິດທິມະນຸດ

        ປື້ມປົກຂາວກ່ຽວກັບສິດທິມະນຸດຂອງຫວຽດນາມ ປີ 2018 ໄດ້ຢັ້ງຢືນຢ່າງແຮງກ່ຽວກັບທັດສະນະຂອງຫວຽດນາມສຳລັບສິດທິມະນຸດ. ນັ້ນແມ່ນວຽກງານຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ ກ່ອນອື່ນໝົດແມ່ນຄວາມຮັບຜິດຊອບ ແລະ ສິດອຳນາດຂອງແຕ່ລະປະເທດ. ບັນດາປະເທດມີໜ້າທີ່ຮັບຜິດຊອບສ້າງລະບົບກົດໝາຍພາຍໃນປະເທດໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ພິເສດແມ່ນ ກົດບັດສະຫະປະຊາຊາດ ກໍໄດ້ເວົ້າເຖິງສະພາບການຂອງແຕ່ລະປະເທດ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ສິດທິມະນຸດດີທີ່ສຸດ. ຍ້ອນຄວາມແຕກຕ່າງກັນດ້ານປະຫວັດສາດ, ລະບອບການເມືອງ, ລະດັບການພັດທະນາ, ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ … ສະນັ້ນ, ວິທີການສຳຜັດກ່ຽວກັບສິດທິມະນຸດຂອງແຕ່ລະປະເທດອາດຈະແຕກຕ່າງກັນ. ການຮ່ວມມື ແລະ ເຈລະຈາລະຫວ່າງບັນດາປະເທດ ເພື່ອຊຸກຍູ້ ແລະ ປົກປ້ອງສິດທິມະນຸດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ແລະ ພາວະວິໄສ. ຫວຽດນາມສະໜັບສະໜູນເລື່ອງເພີ່ມທະວີການຮ່ວມມືກັບສາກົນໃນຂົງເຂດສິິດທິມະນຸດບົນພື້ນຖານການເຈລະຈາຢ່າງສະເໝີພາບ, ສ້າງສັນ, ເຄົາລົບ ແລະເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເພື່ອເປົ້າໝາຍລວມ ແມ່ນຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃຫ້ນັບມື້ນັບດີກວ່າ.

        ປື້ມປົກຂາວກ່ຽວກັບສິດທິມະນຸດຂອງຫວຽດນາມປີ 2018 ແມ່ນສຽງເວົ້າຢ່າງແຮງທີ່ໂຕ້ຕອບບັນດາຖ້ອຍທຳນອງທີ່ກ່າວຫາຫວຽດນາມໃນຂົງເຂດສິດທິມະນຸດ, ຍ້ອນບັນດາຜົນງານທີ່ຫວຽດນາມບັນລຸໄດ້ ແລະ ທັດສະນະກ່ຽວກັບສິດທິມະນຸດຂອງຫວຽດນາມ ແມ່ນເໝາະສົມກັບບັນດາຫຼັກການ, ເນື້ອໃນພື້ນຖານ ແລະ ທ່າອ່ຽງພັດທະນາຕາມທິດກ້າວໜ້າຂອງກົດໝາຍສາກົນໃນຂົງເຂດສິດທິມະນຸດ ຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ