ປື້ມປົກຂາວດ້ານປ້ອງກັນຊາດປີ 2019: ຫວຽດນາມ ບຸລິມະສິດຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ

(VOVWORLD) -ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ເປີດເຜີຍແນວທາງນະໂຍບາຍການທະຫານ, ແມ່ນເອກະສານທາງການໄດ້ນຳໃຊ້ເພື່ອຮັບໃຊ້ວຽກງານການຕ່າງປະເທດດ້ານປອ້ງກັນຊາດ, ການສຶກສາກ່ຽວກັບການປ້ອງກັນຊາດ, ແນວທາງການທະຫານຂອງພັກ, ນະໂຍບາຍປ້ອງກັນຊາດຂອງລັດ ຫວຽດນາມ ພວມໄດ້ຮັບການປະກາດຢ່າງກວ້າງຂວາງໃນປະຊາຄົມສາກົນ. ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງພື້ນຖານປ້ອງກັນຊາດຫວຽດນາມ ກວ່າອີກ ນັ້ນແມ່ນພຽງແຕ່ເພື່ອສັນຕິພາບ ແລະ ປ້ອງກັນຕົວ.

ປື້ມປົກຂາວດ້ານປ້ອງກັນຊາດປີ 2019: ຫວຽດນາມ ບຸລິມະສິດຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ - ảnh 1 ປື້ມປົກຂາວດ້ານປ້ອງກັນຊາດປີ 2019

ຕາມປຶ້ມປົກຂາວແລ້ວ, ການປ້ອງກັນຊາດຫວຽດນາມ ໄດ້ຮັບການລົງທຶນສອດຄ່ອງກັບລະດັບຄວາມໄວການພັດທະນາເສດຖະກິດຂອງປະເທດຊາດ ແລະ ບໍ່ແມ່ນການຊ່ວງເສັງດ້ານອາວຸດ. ງົບປະມານສະຫງວນໃຫ້ແກ່ການປ້ອງກັນຊາດຫວຽດນາມ ປີ 2018 ແມ່ນ 2,36% GDP. ນະໂຍບາຍດ້ານປ້ອງກັນຊາດຂອງຫວຽດນາມ ແມ່ນເດັດດ່ຽວ, ຢຶດໝັ້ນຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ປະຕິບັດທິດນຳ ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ທາງໄກ ແລະ ກຽມພ້ອມຕ້ານສົງຄາມຮຸກຮານ.

ນະໂຍບາຍປ້ອງກັນຊາດໂປ່ງໃສ

ປຶ້ມປົກຂາວດ້ານປ້ອງກັນຊາດ ຫວຽດນາມປີ 2019 ແມ່ນສະແດງໃຫ້ເຫັນທັດສະນະ, ການຕີລາຄາ, ການຄາດຄະເນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດທີ່ມີສ່ວນກ່ຽວຂ້ອງເຖິງດ້ານປ້ອງກັນຊາດຫວຽດນາມ, ການພັດທະນາກ່ຽວກັບວຽກງານການຈັດຕັ້ງ, ອຸປະກອນອາວຸດຂອງກອງທັບປະຊາຊົນຫວຽດນາມ. ຂໍ້ມູນທີ່ໄດ້ລະບຸໃນ ປຶ້ມປົກຂາວດ້ານປ້ອງກັນຊາດ ປີ 2019 ເປັນການສະແດງໃຫ້ເຫັນຄວາມໂປ່ງໃສກ່ຽວກັບນະໂຍບາຍດ້ານປ້ອງກັນຊາດຂອງພັກ, ລັດ ຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບ ແລະ ປະຊາຊົນຫວຽດນາມ ກັບກອງທັບ ແລະ ປະຊາຊົນບັນດາປະເທດໃນໂລກ.

ປື້ມປົກຂາວດ້ານປ້ອງກັນຊາດ ຢືນຢັນ ຫວຽດນາມ ສ້າງເງື່ອນໄຂສະດວກ ຍົກສູງປະສິດທິຜົນການຮ່ວມມື, ການເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບດ້ານປ້ອງກັນຊາດກັບບັນດາປະເທດ, ອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງພວມເກີດຂຶ້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ. ຕໍ່ຫນ້າສະພາບການຄວາມໝັ້ນຄົງໂລກ, ພາກພື້ນ ພວມຜັນແປໄປຢ່າງສັບສົນ, ສົ່ງຜົນກະທົບຮ້າຍແຮງເຖິງການປ້ອງກັນຊາດ, ຄວາມໝັ້ນຄົງຂອງຫວຽດນາມ, ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈໃນການຮັກສານະໂຍບາຍປ້ອງກັນຊາດ ດ້ວຍລັກສະນະເພື່ອສັນຕິພາບ, ປ້ອງກັນຕົວ ຂອງພັກ, ລັດຫວຽດນາມ, ເດັດດ່ຽວ, ຢຶດໝັ້ນແກ້ໄຂບັນດາຄວາມຂັດແຍ້ງ, ຄວາມບໍ່ລົງລອຍກັນກັບບັນດາປະເທດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ພ້ອມກັນນັ້ນ ຫວຽດນາມ ກໍ່ຢັ້ງຢືນແຜນນະໂຍບາຍ ປັບປຸງ ແລະ ພັດທະນາກຳລັງແຮງດ້ານປ້ອງກັນຊາດ

ເພື່ອສັນຕິພາບ ແລະ ການປ້ອງກັນຕົວ

ຕາມ ປຶ້ມປົກຂາວດ້ານປ້ອງກັນຊາດແລ້ວ, ໃນໄລຍະຈະມາເຖິງ ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບການລົງທຶນບັນດາແຫລ່ງກຳລັງທີ່ຈຳເປັນເພື່ອເປັນກຳລັງຫລັກແຫລ່ງແກ່ນສານໃຫ້ແກ່ພື້ນຖານປອ້ງກັນຊາດໃນທົ່ວປວງຊົນ, ມີຄວາມສາມາດພຽງພໍເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ບັນດາຜົນປະໂຫຍດແຫ່ງຊາດ ປະເທດຊາດ ແລະ ລະບອບສັງຄົມນິຍົມ ຫວຽດນາມ. ຫວຽດນາມ ຈະສືບຕໍ່ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດກ່ຽວກັບດ້ານປ້ອງກັນຊາດ, ຊອກຫາມາດຕະການຍາວນານເພື່ອແກ້ໄຂບັນດາຄວາມຂັດແຍ້ງ, ຄວາມບໍ່ລົງລອຍກັນ, ປະກອບສ່ວນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ໃນ ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019, ຫວຽດນາມ ຢືນຢັນຢ່າງຈະແຈ້ງນະໂຍບາຍປ້ອງກັນຊາດຫວຽດນາມ ແມ່ນເພື່ອສັນຕິພາບ, ການປ້ອງກັນຕົວ, ບໍ່ເຂົ້າຮ່ວມ ການຮ່ວມສຳພັນທະມິດການທະຫານ, ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ, ບໍ່ໃຫ້ຕ່າງປະເທດນຳໃຊ້ຖານທີ່ໝັ້ນການທະຫານ ຫລື ນຳໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານຄືນປະເທດອື່ນ, ບໍ່ນຳໃຊ້ອາວຸດ ຫລື ນາບຂູ່ການນຳໃຊ້ອາວຸດໃນການພົວພັນສາກົນ.

ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ກໍ່ໄດ້ກຳນົດຢ່າງຈະແຈ້ງທັດສະນະຂອງຫວຽດນາມໃນການຕໍ່ສູ້ປ້ອງກັນຊາດ, ການປົກປັກຮັກສາປະເທດຊາດ. ນັ້ນແມ່ນ ຫວຽດນາມ ເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ດິນອັນຄົບຖ້ວນ ແລະ ຜົນປະໂຫຍດຂອງທຸກປະເທດ ຕາມການກຳນົດຂອງກົດໝາຍສາກົນ ພ້ອມທັງ ຮຽກຮ້ອງບັນດາປະເທດ ຈົ່ງເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ.

ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ຫວຽດນາມ ສືບຕໍ່ຢືນຢັນບົດບາດຊີ້ນຳນຳພາໃນທຸກດ້ານຂອງພັກກອມມູນິດຫວຽດນາມ ສຳລັບພາລະກິດປ້ອງກັນຊາດ ແລະ ກອງທັບປະຊາຊົນຫວຽດນາມ.

ດ້ວຍເລື່ອງພິມຈຳຫນ່າຍ ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ຫວຽດນາມ ສະແດງໃຫ້ເຫັນຄວາມປາດຖະຫນາ ແລະ ຕັດສິນໃຈພັດທະນາການພົວພັນມິດຕະພາບ, ການຮ່ວມມື, ສະເຫມີພາບກັບທຸກປະເທດໃນໂລກ ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ ເພື່ອສັນຕິພາບ, ເອກະລາດຂອງຊາດ, ອະທິປະໄຕ ແລະ ຄວາມກ້າວຫນ້າສັງຄົມໃນໂລກ. ຈຸດປະສົງສູງສຸດຂອງເລື່ອງປະກາດ ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ແມ່ນເພື່ອແນໃສ່ຫັນນະໂຍບາຍດ້ານປ້ອງກັນຊາດໃຫ້ໂປ່ງໃສ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນໂລກທີ່ມີຕໍ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ