ປ້ອງ​ກັນ​ສະ​ກັດ​ກັ້ນ​ແຮງ​ງານ​ເດັກ​ທີ່​ຜິດ​ກົດ​ໝາຍ ເພື່ອ​ປົກ​ປ້ອງ​ລຸ້ນ​ຄົນ​ອະ​ນາ​ຄົດ

(VOVWORLD) -ໂຄງການແຫ່ງຊາດ ກ່ຽວກັບການປ້ອງກັນສະກັດກັ້ນ ແລະ ຫລຸດຜ່ອນແຮງງານເດັກທີ່ຜິດກົດໝາຍ ໄລຍະ ແຕ່ປີ 2021 – 2025  ຊື່ງ ຫວຽດນາມ ພວມຊຸກຍູ້ຄວາມຄືບຫນ້າການປະຕິບັດ. ຢູ່ ນອກກອງປະຊຸມທົ່ວໂລກຄັ້ງທີ 5 ກ່ຽວກັບການລົບລ້າງແຮງງານເດັກ ທີ່ຫາກໍ່ດຳເນີນແຕ່ວັນທີ 15 ພຶດສະພາປີ 2022 ຢູ່ ນະຄອນ Durban ອາຟຼິກາໃຕ້, ທ່ານ Guy Ryder ຜູ້ອຳນວຍການໃຫຍ່ ILO ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ການຕໍ່ສູ້” ຕ້ານແຮງງານເດັກທີ່ຜິດກົດໝາຍໃນທົ່ວໂລກ ແລະ ຖືວ່າຫວຽດນາມ ພວມຮ່ວມແຮງຮ່ວມໃຈ ແລະ ອາສາສະໝັກປະຕິບັດບັນດາຄວາມມານະພະຍາຍາມພິເສດ ເພື່ອລົບລ້າງສະພາບແຮງງານເດັກທີ່ຜິດກົດໝາຍ.
ປ້ອງ​ກັນ​ສະ​ກັດ​ກັ້ນ​ແຮງ​ງານ​ເດັກ​ທີ່​ຜິດ​ກົດ​ໝາຍ ເພື່ອ​ປົກ​ປ້ອງ​ລຸ້ນ​ຄົນ​ອະ​ນາ​ຄົດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສົ່ງສານ ປ້ອງກັນ, ສະກັດກັ້ນແຮງງານເດັກ
(ພາບ:  VGP)

ອົງການແຮງງານສາກົນ ILO ຖືວ່າ: ແຮງງານເດັກທີ່ຜິດກົດໝາຍ ແມ່ນບັນຫາມີລັກສະນະທົ່ວໂລກ. ປີ 2020, ທົ່ວໂລກ ມີ ເດັກນ້ອຍ 160 ລ້ານຄົນຕ້ອງເຂົ້າຮ່ວມການອອກແຮງງານ, ໃນນັ້ນ ມີ 79 ຄົນພວມເຮັດວຽກອັນຕະລາຍ. ຕາມການຄິດໄລ່, ໃນສະພາບຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ຈຳນວນແຮງງານເດັກໃນທົ່ວໂລກຈະເພີ່ມຂຶ້ນຕື່ມອີກ 8,9 ລ້ານຄົນໃນປີ 2022. ຢູ່ ຫວຽດນາມ, ຕາມແຜນການສຳຫລວດແຫ່ງຊາດກ່ຽວກັບແຮງງານເດັກປີ 2018, ແຮງງານເດັກອາຍຸແຕ່ 5-17 ປີ ແມ່ນ1.031.944 ຄົນ (ກວມເອົາ 5,4% ຍອດຈຳນວນເດັກນ້ອຍໃນເກນອາຍຸນີ້), ແມ່ນຕ່ຳກວ່າຫລາຍເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ ໃນປີ 2016. ວຽກງານປ້ອງກັນສະກັດກັ້ນ, ຫລຸດຜ່ອນແຮງງານເດັກທີ່ຜິດກົດໝາຍ ຍັງຄົງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ, ພິເສດ ແມ່ນໃນສະພາບໂລກລະບາດໂຄວິດ 19, ແຮງງານເດັກມີຄວາມສ່ຽງເພີ່ມຂຶ້ນຄືນໃຫມ່.

ໃນຊຸມປີຜ່ານມາ, ວຽກງານປ້ອງກັນສະກັດກັ້ນ, ຫລຸດຜ່ອນແຮງງານເດັກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນຈາກພັກ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ. ຫວຽດນາມ ໄດ້ເຂົ້າຮ່ວມ, ໃຫ້ສັດຕະຍາບັນດາສາກົນ ເພື່ອແນໃສ່ຮັບປະກັນການປະຕິບັດສິດທິເດັກເປັນຢ່າງດີສຸດ. ຕາມນັ້ນແລ້ວ, ຫວຽດນາມ ແມ່ນປະເທດທຳອິດ ຢູ່ ອາຊີ ແລະ ແມ່ນປະເທດທີ ສອງ ໃນໂລກໄດ້ໃຫ້ສັດຕະຍາບັນສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບສິດທິເດັກ. ຫວຽດນາມ ກໍ່ໄດ້ໃຫ້ສັດຕະຍາບັນສົນທິສັນຍາເລກ 182 ຂອງ ILO ກ່ຽວກັບເລື່ອງຫ້າມ ແລະ ມີການກະທຳຢ່າງທັນທີ ເພື່ອລົບລ້າງບັນດາຮູບການແຮງງານເດັກທີ່ຮ້າຍແຮງສຸດ, ສົນທິສັນຍາ 138 ຂອງ ILO ກ່ຽວກັບເກນອາຍຸຕ່ຳສຸດເພື່ອເຮັດວຽກ. ພ້ອມກັນນັ້ນ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາເຄົາລົບບັນດາມາດຖານແຮງງານສາກົນ, ລວມມີ ການລົບລ້າງແຮງງານເດັກ, ຕາມຄຳຮຽກຮ້ອງຕ້ອງການຂອງບັນດາສັນຍາການຄ້າເສລີລຸ້ນໃຫມ່ ຊື່ງຫວຽດນາມ ໄດ້ລົງນາມໃນໄລຍະຜ່ານມາ.

ໃນເຫດການລ້າສຸດ, ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນ ແລະ ຫລຸດຜ່ອນແຮງງານເດັກທີ່ຜິດກັບການກຳນົດຂອງກົດໝາຍໄລງະ 2021 -2025, ການກຳນົດທິດຮອດປີ 2030. ເປົ້າໝາຍຫລັກຂອງໂຄງການແມ່ນ: ຫລຸດຜ່ອນອັດຕາແຮງງານເດັກ ມີອາຍຸ 5 – 17 ປີ ລົງຕ່ຳກວ່າລະດັບ 4,5% ໃນປີ 2030; ຍົກສູງຄວາມຮັບຮູ້ ແລະ ກຳລັງຄວາມສາມາດກ່ຽວກັບການປ້ອງກັນສະກັດກັ້ນ, ຫລຸດຜ່ອນແຮງງານເດັກຂອງຄອບຄົວເດັກນ້ອຍ ແລະ ບັນດາຝ່າຍກ່ຽວຂ້ອງ ລວມມີ: ອົງກອນ, ອົງການຈັດຕັ້ງ, ຜູ້ນຳໃຊ້ແຮງງານ, ເປັນຕົ້ນແມ່ນເຈົ້າຂອງວິສາຫະກິດ, ສະຫະກອນ, ຄອບຄົວຜະລິດດຳເນີນທຸລະກິດໃນບັນດາໝູ່ບ້ານອາຊີບ. ໂຄງການສຸມໃສ່ເຂົ້າໃນບັນດາມາດຕະການເພີ່ມທະວີການປ້ອງກັນ ສະກັດກັ້ນ, ຄົ້ນພົບ ແລະ ຫນູນຊ່ວຍ, ແຊກແຊງແຮງງານເດັກ ແລະ ເດັກມີຄວາມສ່ຽງກາຍເປັນແຮງງານເດັກຢູ່ທຸກຂັ້ນ, ທຸກຂະແຫນງການ, ພິເສດ ແມ່ນຂົງເຂດກະສິກຳ, ອຸດສາຫະກຳນ້ອຍ, ບໍລິການ ແລະ ໃນບັນດາລະບົບສະຫນອງ.

ຕອບກັບ

ຂ່າວ/ບົດ​ອື່ນ