ປ່ອນ​ບັດໄວ້ວາງໃຈ - ໄມ້ວັດກຳລັງຄວາມສາມາດ ແລະ ປະສິດທິຜົນຂອງວຽກງານ

(VOVWORLD) - ຕາມລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ໃນລະຫວ່າງວັນທີ 24 – 25 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປ່ອນບັດໄວ້ວາງໃຈສຳລັບບັນດາຜູ້ດຳລັງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. 

ນີ້ແມ່ນເນື້ອໃນໄດ້ຮັບການຕິດຕາມກວດກາສຳຄັນພິເສດ, ສະແດງໃຫ້ເຫັນຄວາມຮັບຮູ້, ການຕີລາຄາຂອງສະພາແຫ່ງຊາດສຳລັບບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນຂອງຜູ້ໄດ້ຮັບບັດໄວ້ວາງໃຈ.

ປ່ອນ​ບັດໄວ້ວາງໃຈ - ໄມ້ວັດກຳລັງຄວາມສາມາດ ແລະ ປະສິດທິຜົນຂອງວຽກງານ - ảnh 1 (ສະມາຊິກສະພາແຫ່ງຊາດດຳເນີນການປ່ອນບັດໄວ້ວາງໃຈ)

       ນີ້ເປັນຄັ້ງທີ 3 ທີ່ສະພາແຫ່ງຊາດດຳເນີນການປ່ອນບັດໄວ້ວາງໃຈ ແລະ ກໍ່ແມ່ນການປ່ອນບັດໄວ້ວາງໃຈໜຶ່ງດຽວໃນອາຍຸການຊຸດທີ 14. ຕາມນັ້ນແລ້ວ, ທີ່ກອງປະຊຸມສະໄໝສາມັນເທື່ອນີ້, ມີ 50 ຕຳແໜ່ງຈະໄດ້ຮັບການໃຫ້ສັດຕະຍາບັນ, ເລືອກຕັ້ງ ແລະ ປ່ອນບັດໄວ້ວາງໃຈໂດຍສະພາແຫ່ງຊາດ. ເຖິງຢ່າງໃດກໍ່ຕາມ, ຍ້ອນ 2 ຕຳແໜ່ງເປັນປະທານປະເທດ ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫາກໍ່ໄດ້ຮັບການເລືອກຕັ້ງ ດັ່ງນັ້ນ,  ທີ່ການປ່ອນບັດຄັ້ງນີ້, 48 ຕຳແໜ່ງທີ່ຍັງເຫຼືອນັ້ນ ຈະໄດ້ຮັບການປ່ອນບັດໄວ້ວາງໃຈລວມມີ: ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຮອງປະທານປະເທດ, ບັນດາສະມາຊິກລັດຖະບານ, ກຳມະການຄະນະປະຈຳສະພາແຫ່ງຊາດ…

ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດ, ຍົກສູງຄຸນນະພາບການເຄື່ອນໄຫວຂອງກົງຈັກລັດຢ່າງມີປະສິດທິຜົນ

      ເນື້ອໃນທີປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ບົນພື້ນຖານການຮັບຟັງຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ນັບແຕ່ການຕິດຕາມກວດກາພຶດຕິກຳຕົວຈິງຂອງຕົນ, ສະມາຊິກສະພາແຫ່ງຊາດແຕ່ລະທ່ານຈະປະຕິບັດການຕີລາຄາດ້ວຍຈິດໃຈຮັບຜິດຊອບ, ຮັບປະກັນປະຊາທິປະໄຕ, ພາວະວິໄສ, ເປັນຕິທຳ. ທ່ານ ລຶວບິ່ງເຍື້ອງ ສະມາຊິກສະພາແຫ່ງຊາດແຂວງ ເບນແຈ ຖືວ່າ:

       ເລື່ອງປ່ອນບັດໄວ້ວາງໃຈໃນຈຸດເວລານີ້ແມ່ນສຳຄັນທີ່ສຸດ, ຍ້ອນວ່າ ພວກເຮົາພວມຕີລາຄາກາງສະໄໝ. ຖ້າຫາກເຄື່ອນໄຫວມາໄດ້ເຄິ່ງໄລຍະກາງແລ້ວ ແຕ່ບໍ່ໄດ້ສຳເລັດໜ້າທີ່ ຫຼື ສຳເລັດໜ້າທີ່ເປັນຢ່າງດີ ນີ້ຈະແມ່ນໂອກາດເພື່ອບອກເຕືອນ, ຊ້ຳບໍ່ໜຳອາດຈະມີການປ່ຽນແປງ. ບັນດາການນຳທີ່ໄດ້ຮັບການປ່ອນບັດໄວ້ວາງໃຈນັ້ນ ຈະມີສະຕິວ່າ ເຂົາເຈົ້າຕ້ອງມານະພະຍາຍາມຫລາຍກ່ວາເມື່ອທຽບໃສ່ຄົນອື່ນ, ນັບທັງວິທີການເວົ້າ, ວິທີເຮັດວຽກ ແລະ ວິທີນຶກຄິດ ພ້ອມກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການໜ້າທີ່, ວຽກງານຈັດຕັ້ງກົງຈັກລັດ, ພະນັກງານ.

ຍົກສູງຄວາມຮັບຜິດຊອບຂອງຜູ້ທີ່ໄດ້ຮັບບັດໄວ້ວາງໃຈກ່ວາອີກ

      ສະພາແຫ່ງຊາດໄດ້ປ່ອນບັດໄວ້ວາງໃຈ 2 ຄັ້ງ, ໃນປີ 2013 ແລະ 2014  ໄດ້ສະແດງໃຫ້ເຫັນວ່າ ເລື່ອງປ່ອນບັດໄວ້ວາງໃຈພວມເສີມຂະຫຍາຍຄຸນປະໂຫຍດເປັນຢ່າງດີ, ຍົກສູງຄວາມຮັບຜິດຊອບ, ການເຄື່ອນໄຫວຂອງຜູ້ທີ່ໄດ້ຮັບບັດໄວ້ວາງໃຈຢ່າງມີປະສິດທິຜົນ. ຈຸດທີ່ໃໝ່ອ່ຽມໃນການປ່ອນບັດໄວ້ວາງໃຈຄັ້ງນີ້ ແມ່ນຜູ້ທີ່ໄດ້ຮັບບັດໄວ້ວາງໃຈຕ້ອງລາຍງານກ່ຽວກັບການຕີລາຄາຕົນເອງ, ສຳຫລວດກວດຄືນກ່ຽວກັບເລື່ອງມີ ຫຼື ບໍ່ມີປະກົດການເສຍທາດຂາດຄຸນທາງດ້ານແນວຄວາມຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ການຊັບຊ້ອນກົງຈັກ, ສ້າງຄວາມກະທັດລັດດ້ານພະນັກງານລັດຖະກອນຢູ່ສຳນັກງານ, ອົງການ, ຫົວໜ່ວຍຂອງຕົນ. ທ່ານ ຫງວຽນງອັກເຟືອງ ສະມາຊິກສະພາແຫ່ງຊາດແຂວງ ກວາງບີງ ຖືວ່າ:

       ອັດຕາສ່ວນຮ້ອຍບັດຕີລາຄາຄວາມໄວ້ວາງໃຈ ຈະສະແດງໃຫ້ເຫັນກຳລັງຄວາມສາມາດ, ຄຸນສົມບັດ ແລະ ທີ່ຕັ້ງອິດທິພົນຊື່ສຽງຂອງຕຳແໜ່ງ ເຊິ່ງສະມາຊິກສະພາແຫ່ງຊາດພວມດຳລົງຈະບັນລຸໄດ້ເທົ່າໃດ. ນີ້ແນ່ນຕາຕະລາງຄະແນນເພື່ອຕີລາຄາກຳລັງຄວາມສາມາດ, ຄຸນສົມບັດ ແລະ ຄວາມສາມາດໃນການບໍລິຫານໜ້າທີ່ຂອງສະມາຊິກສະພາແຫ່ງຊາດພວມໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ.

       ໂດຍຜ່ານບັນດາບັດໄວ້ວາງໃຈ, ບັນດາສະມາຊິກສະພາແຫ່ງຊາດ - ເຊິ່ງແມ່ນຕົວແທນຂອງຜູ້ມີສິດເລືອກຕັ້ງທົ່ວປະເທດຈະເວົ້າອອກກ່ຽວກັບແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກ່ຽວກັບປະສິດທິຜົນແຫ່ງການເຄື່ອນໄຫວຂອງຜູ້ທີ່ໄດ້ຮັບບັດໄວ້ວາງໃຈ ນຳມາເຊິ່ງຄວາມກ້າວໜ້າຫຍັງແດ່ ເມື່ອທຽບໃສ່ກັບໄລຍະກ່ອນນີ້, ຫຼື ຍັງມີບັນດາສິ່ງຈຳກັດທີ່ຍັງບໍ່ທັນແກ້ໄຂໄດ້. ທ່ານ ຟ້າມວັນຮ່ວາ ສະມາຊິກສະພາແຫ່ງຊາດແຂວງ ກາເມົາ ເນັ້ນໜັກວ່າ: ຂໍ້ມູນຂ່າວສານຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດແມ່ນພື້ນຖານສຳຄັນ ເພື່ອປ່ອນບັດໄວ້ວາງໃຈບັນດາການນຳທີ່ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້.

       ພວກຂ້າພະເຈົ້າໄດ້ຮັບບົດລາຍງານຂອງບັນດາສະມາຊິກສະພາແຫ່ງຊາດທີ່ໄດ້ຮັບການປ່ອນບັດໄວ້ວາງໃຈ, ພວກຂ້າພະເຈົ້າໄດ້ຄົ້ນຄວ້າດ້ວຍຕົນເອງ. ສິ່ງໜຶ່ງອີກ ພວກຂ້າພະເຈົ້າເອົາໃຈໃສ່ ນັ້ນແມ່ນບັນດາການເຄື່ອນໄຫວຂອງຜູ້ທີ່ໄດ້ຮັບການປ່ອນບັດໄວ້ວາງໃຈນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ໃນບັນດາບັນຫາເຊິ່ງສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງເອົາໃຈໃສ່ ພ້ອມກັບບັນດາຄຳໝັ້ນໝາຍຂອງສະມາຊິກສະພາແຫ່ງຊາດສຳລັບຜູ້ມີສິດເລືອກຕັ້ງ ແລະ ສະພາແຫ່ງຊາດ ທີ່ເຮັດໄດ້ຫຍັງແດ່ ແລະ ບັນດາວຽກງານທີ່ຍັງບໍ່ທັນເຮັດໄດ້. ພວກຂ້າພະເຈົ້າກໍ່ໄດ້ຮັບຟັງບັນດາພາຫະນະສື່ມວນຊົນສ່ອງແສງບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາສະມາຊິກສະພາແຫ່ງຊາດທີ່ໄດ້ຮັບການປ່ອນບັດໄວ້ວາງໃຈ, ຈາກນັ້ນ ພວກເຂົ້າພະເຈົ້າຄົ້ນຄວ້າ, ຮັບເອົາຄຳເຫັນ ແລະ ປ່ອນບັດໄວ້ວາງໃຈດ້ວຍຈິດໃຈກົງໄປກົງມາ, ພາວະວິໄສ ແລະ ຍຸຕິທຳ.

             ການປ່ອນບັດໄວ້ວາງໃຈແມ່ນວຽກຂອງສະພາແຫ່ງຊາດ, ສະພາປະຊາຊົນປະຕິບັດສິດຕິດຕາມກວດກາ, ຕີລາຄາລະດັບຄວາມໄວ້ວາງໃຈສຳລັບຜູ້ທີ່ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ ເພື່ອເປັນພື້ນຖານໃຫ້ແກ່ການຕີລາຄາພະນັກງານ. ການປ່ອນບັດໄວ້ວາງໃຈກໍ່ຊ່ວຍໃຫ້ຜູ້ທີ່ໄດ້ຮັບບັດໄວ້ວາງໃຈ ເຫັນໄດ້ລະດັບຄວາມໄວ້ວາງໃຈຂອງຕົນ ເພື່ອໃຫ້ມີທິດທາງແກ້ໄຂຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງ, ຈາກນັ້ນ ສືບຕໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນຢ່າງສຸດຂີດ ແລະ ຍົກສູງປະສິດທິຜົນຂອງວຽກງານ ເພື່ອຮັບໃຊ້ປະຊາຊົນ ກໍ່ຄືສ້າງສາປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ