ປະກອບກຳລັງເຫື່ອແຮງພ້ອມກັບປະຊາຊົນເພື່ອພາລະກິດພັດທະນາລວມ

(vovworld) - ວັນ​ທີ 15/10 ​ແມ່ນ​ວັນ​ສະ​ເຫລີ​ມສະຫລອງ 82 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ (15/10/1930 - 15/10/2012). 82 ປີຜ່ານມາສາມາດ​ຖອດ​ຖອນ​ໄດ້​ບົດຮຽນ​ຫລາຍ​ຢ່າງ​ຈາກ​ວຽກ​ງານ ຂົນຂວາຍ​ປະຊາຊົນ. ບໍ່​ວ່າ​ໃນ​ຈຸດ​ເວລາ​ໃດ, ​ຂົງ​ເຂດ​ໃດ, ຍາມ​ໃດ​ວຽກ​ງານ ຂົນຂວາຍ​ປະຊາຊົນ​ກໍ​ສວມ​ບົດບາດ​ສຳຄັນ,ຊ້ຳ​ບໍ່​ໜຳ​ແມ່ນ​ການ​ຕັດສິນ​ ​​ໄຊຊະນະ​ ​ແລະ ປະລາ​ໄຊ​ຂອງ​ການ​ປະຕິວັດ. ທ່ານ​ປະທານ​ໂຮ່ຈິ​ມິນ​ ​ຊີ້​ແຈງ​ວ່າ: ວຽກ​ງານຂົນຂວາຍ​ປະຊາຊົນອ່ອນ​ແມ່ນ​ເຮັດ​ວຽກ​​ຫຍັງ​ກໍ​ອ່ອນ. ວຽກ​ງານຂົນຂວາຍ​ປະຊາຊົນດີ​ເຮັດ​ວຽກ​​ໃດ​ກໍ​ສຳ​ເລັດ.

        ​ໃນ​ຊຸມ​ປີຜ່ານມາ, ມີ​ຈຸດ​ເດັ່ນ​ຫລາຍ​ຢ່າງ​ໃນ​ວຽກ​ງານຂົນຂວາຍ​ມະຫາ​ຊົນ. ຢູ່​ແຕ່ລະ​ທ້ອງ​ຖິ່ນ​ມີ​ວິ​ທີ​ປະຕິ​ບັດ​ແຕກ​ຕ່າງ​ກັນ, ​ແຕ່​​ເພື່ອ​ຈຸດໝາຍ​ລວມ, ​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ, ​ເພື່ອ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ສັງຄົມ. ຢູ່​ນະຄອນ​ໂຮ່ຈິ​ມິນ ພະນັກງານ​ເຮັດ​ວຽກ​ງານຂົນຂວາຍ​ປະຊາຊົນ​ຕັ້ງ​ຫມັ້ນ​​ເກ້​ຍກ່ອມ​ບັນດາ​ເຈົ້າ​ຂອງ​ເຮືອນ​ພັກ​ບໍ່​ເພີ່ມ​ຄ່າ​ໄຟຟ້າ, ຄ່າ​ນ້ຳ​ປະປາ, ຊ່ວຍ​ເຫລືອ​ຄົນ​ງານ, ນັກ​ສຶກສາ​ທຸກ​ຍາກກວ່າ 1.200.000 ຄົນ; ຢູ່ ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ຂົນ​ຂວາ​ຍປະຊາຊົນ​​ເກືອບ 10.000 ຄອບຄົວ​ໃນ​ເປົ້າ​ໝາຍ​ຖືກ​ຖອນ​ທີ່​ດິນ​ສຳ​ເລັດ​ຜົນ; ຢູ່​ນະຄອນ ດາ​ຫນັງ ຂົນ​ຂວາ​ຍປະຊາຊົນ​ເກືອບ 90.000 ຄອບຄົວ​ຍົກຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ສຳ​ເລັດ​ຜົນ. ບໍ່​ພຽງ​ແຕ່​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ ມອບ​ດິນ, ບຸກ​ເບີກ​ຫນ້າ​ພຽງ, ຖອນ​ທີ່​ດິນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ທ້ອງ​ຖິ່ນ​ຫລາຍ​ແຫ່ງ​ມີ​ວິທີ​ປະຕິບັດ​ທີ່ດີເດັ່ນ, ມີ​ຫົວ​ຄິດ​ປະດິດ​ສ້າງ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍ​ບາຍ​ກົດໝາຍ​ຂອງ​ລັດ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ຂະ​ບວນການ​ຂອງ​ທ້ອງ​ຖິ່ນ.
 

ປະກອບກຳລັງເຫື່ອແຮງພ້ອມກັບປະຊາຊົນເພື່ອພາລະກິດພັດທະນາລວມ - ảnh 1
ປະທານ​ໂຮ່ຈິ​ມິນ​ ຢ້ຽມຢາມ​ສະຫະກອນ ຮຸ່ງ​ເຊີນ,​​ ​ເມືອງ​ດ້າຍ​ຕື, ​ແຂວງ​ທາຍ​ງວຽນ ​ໃນ​ລະ​ດຸ​ເກັບ​ກ່ຽວ (ປີ 1954)
ພາບ​​ເອກະສານ: ຂ່າ​ວສານ​ຫວຽດນາມ

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ບົດ​ລາຍ​ງານ​ຂອງ​ອົງການ​ກວດກາ​ລັດຖະບານ ຍັງ​ມີ​ເກືອບ 70% ​ໃບ​ຮ້ອງ​ຟ້ອງ, ຮ້ອງທຸກ​ຂອງ​ປະຊາຊົນ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢູ່​ຮາກ​ຖານ; ຍັງ​ມີ​ປະຊາຊົນ​ນັບ​ລ້ານ​ເທື່ອ​ຄົນ​ໄປ​ເຖິງ​ສຳ​ນັກ​ງານ​ ​ຂອງ​ພັກ, ລັດ ​ເພື່ອ​​ຮ້ອງຟ້ອງ, ຮ້ອງທຸກ.

        ​ເປັນ​ຫຍັງ​ມີ​ລະບົບ​ການ​ເມືອງ​ດຽວ ພາຍ​ໃຕ້​ການ​ດັດ​ປັບ​ຂອງ​ລະບົບ​ເອກະສານ​ນິຕິ​ກຳ ​ແຕ່​ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ແມ່ນ​ແຕກ​ຕ່າງ​ກັນ? ຄວາມ​ຈິງ​ສະ​ແດງ​​ໃຫ້​ເຫັນ​ວ່າ, ນອກ​ຈາກ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ກ່ຽວກັບ​ກົນ​ໄກ, ນະ​ໂຍບາຍ​ທີ່​ດິນ​ພ້ອມ​ກັບ​ຂໍ​ກຳນົດ​ອື່ນ, ບັນຫາ​ຕົ້ນຕໍ​​ແມ່ນ​ມະນຸດ.

        ສຳລັບ​ຜູ້​ໄດ້​ຮັບ​ການ​ຂົນຂວາຍ, ຖ້າ​ຫາກ​ຊັບ​ສົມບັດ​ຖືກຕ້ອງຕາ​ມ​ກົດໝາຍ​ແຕ່​ບັງ​ເອີນ​ຖືກ​ເສຍ​ຫາຍ ຫລື ​ເຫຼືອພຽງ​ສ່ວນ​ໃດ​ຫນຶ່ງ, ​ແນ່ນອນ​ວ່າ ຜູ້​ໃດ​ກໍ​ເສຍດາຍ. ​ແຕ່ຖ້າ​ຫາກ​ໄດ້​ຮັບ​ການ​ອະທິບາຍ​ຢ່າງ​ເຖິງ​ຖອງ, ​ເໝາະ​ສົມ; ຖ້າ​ຫາກ​ເຫັນ​ວ່າ ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ​ໄດ້​ຮັບ​ການ​ປົກ​ປ້ອງ, ​ໄດ້​ຮັບ​ຄວາມ​ເຄົາລົບ ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ​ອຳນາດ​ການ​ປົກຄອງ​ແບ່ງປັນ​ຜົນ​ປະ​ໂຫຍ​ດ, ​ແບ່ງ​ປັນ​ຄວາມ​ຮັບຜິດຊອບ. ​ເມື່ອ​ປະຊາຊົນ​ເຂົ້າ​​ໃຈ​​ໄດ້ຈະ​ສ້າງ​ຄວາມ​ຕືນຕົວ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ກັບ​ອຳນາດ​ການ​ປົກຄອງ ​ແລະ ຖັນ​ແຖວ​ພະນັກງານຂັ້ນ​ຮາກ​ຖານ.
 

ປະກອບກຳລັງເຫື່ອແຮງພ້ອມກັບປະຊາຊົນເພື່ອພາລະກິດພັດທະນາລວມ - ảnh 2
ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຊົນນະບົດ​ໃຫມ່
ພາບ​ປະກອບ: internet

        ສຳລັບ​ຜູ້​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ.​ ມີ​ຫລາຍ​ສາຍ​ເຫດ​ເຮັດ​ໃຫ້ ການຂົນຂວາຍ​ປະຊາຊົນ​ບໍ່​ທັນ​ບັນລຸ​ໄດ້ຕາມ​ຄວາມ​ຕ້ອງການ, ນັ້ນ​ແມ່ນ ຍ້ອນ​ລະດັບ​ຄວາມ​ຮູ້, ກຳລັງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ​ຍັງ​ຈຳກັດ. ຖ້າ​ຫາກ​ຜູ້​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ຖ້າ​ຫາກ​ອຳນາດ​ການ​ປົກຄອງ​ທອ້ງຖິ່ນ​ລະດົມ​ທັງ​ລະບົບ​ການ​ເມືອງ​ລົງມື​ປະຕິບັດ​ການຂົນຂວາຍ​ປະຊາຊົນຢ່າງ​ຄ່ອງ​ແຄ້ວ, ຕັ້ງ​ໝັ້ນ; ຖ້າ​ຫາກ​ຕັ້ງ​ໃຈ​ຮັບ​ຟັງ​ຄວາ​ມມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ຖ້າ​ຫາກ​ແກ້​ໄຂ​ຢ່າງ​ທັນທີ, ມີ​ຄວາມ​ຮັບຜິດຊອບ​ກັບ​ຂໍ້​ຂ້ອງ​ໃຈ, ຄຳ​ສະ​ເຫ​ນີຂອງ​ປະຊາຊົນ ​ແນ່ນອນ​ວ່າ​ບໍ່​ມີ​ການ​ກະທຳ​ລະ​ເມ​ີດກົດໝາຍ, ບໍ່ມີ​ສະພາບ​ການ​ປະຊາຊົນ​ຮັກສາຊັບ​ສົມບັດ​ຢ່າງ​ເດັດຂາດ, ອຳນາດ​ການ​ປົກຄອງ​ນຳ​ໃຊ້​ສິດ​ອຳນາດ​​ເພື່ອແກ້​ໄຂ” ຄື​ບາງ​ກໍລະນີ​ດ​ເກີດ​ຂຶ້ນ​​ໃນ​ໄລຍະມໍ່ໆ​ມາ​ນີ້.

        ບໍ່​ວ່າ​ໃນ​ຈຸດ​ເວລາ​ໃດ ຍາມ​ໃດການຂົນຂວາຍ​ປະຊາຊົນ ກໍ​ສວມ​ບົດບາດ​ສຳຄັນ, ບາງ​ເທື່ອມີ​ຄວາມ​ໝາຍຕັດສິນ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ. ບໍ່​ພຽງ​ແຕ່​ແມ່ນ​ໂຄສະນາ, ຂົນຂວາຍ​ເທົ່າ​ນັ້ນ ວຽກ​ງານ ຂົນຂວາຍ​ປະຊາຊົນ​​ຍັງ​​​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມ, ຫົວຄິດ​ປະດິດ​ສ້າງ​ຈາກ​ມະຫາຊົນອີກ​ດ້ວຍ. ​ເພາະສະ​ນັ້ນ ຜູ້​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ ຕ້ອງ​ແມ່ນ​ຜູ້​ເຕົ້າ​ໂຮມ​ຄຸນ​ນະ​ທາດ​ຫລາຍ​ຢ່າງ ຫາກ​ບໍ່​ແມ່ນ​ຜູ້​ໃດ​ກໍ​ມີ.

        ​ໃກ້ຊິດຕິດ​ແທດ​ກັບ​ຮາກ​ຖານ, ຮັບ​ຟັງ​ຄຳ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ຍົກ​ອອກ​ຂໍ້​ສະ​ເຫ​ນີຢ່າງ​ເໝາະ​ສົມ, ສົມ​ເຫດ​ສົມ​ຜົນ, ຜູ້​ເຮັດ​ວຽກ​ງານ ຂົນຂວາຍ​ປະຊາຊົນ​ບໍ່​ພຽງ​ແຕ່​ປະກອບສ່ວນ​ແກ້​ໄຂ​ສະພາບ​ຮ້ອງຟ້ອງ, ຂ້າມ​ຂັ້ນ​ຄື​ໃນ​ໄລຍະ​ຜ່ານ​ມາ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ສຳຄັນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ​.



ຕອບກັບ

ຂ່າວ/ບົດ​ອື່ນ