ປະ​ຊາ​ຄົມ​ສາ​ກົນ ມານ​ະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

(VOVWORLD) - ໃນຊຸມວັນຜ່ານມາ, ການໃຊ້ຄວາມຮຸນແຮງທີ່ນອງເລືອດ ສືບຕໍ່ເກີດຂຶ້ນ ລະຫວ່າງກອງທັບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ເຂດ Gaza  ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງຂະຫຍາຍໄປຍັງເຂດດິນແດນ Lebanon ພ້ອມກັບເຂດພູພຽງ Golan ເຊິ່ງ ອິດສະຣາແອັນ ແລະ ຊີຣີ ພວມຂັດແຍ້ງກັນ. ຄວາມສ່ຽງການໃຊ້ຄວາມຮຸນແຮງຮອບໃໝ່ອາດຈະເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ ແລະ ກໍ່ຜົນຕາມມາຫຼາຍຢ່າງ ທີ່ຍາກຈະຄາດຄະເນລ່ວງໜ້າໄດ້ນັ້ນ ຍິ່ງບັງຄັບໃຫ້ປະຊາຄົມສາກົນ ຕ້ອງເພີ່ມທະວີຄວາມມານະພະຍາຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຄວບຄຸມສະພາບການ.

ກົກປາຍສາຍເຫດທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງຮອບໃໝ່ຢູ່ພາກພື້ນຕາເວັນອອກກາງ ແມ່ນການບຸກໂຈມຕີຂອງກອງທັບອິດສະຣາແອນ ເຂົ້າເຂດ Temple Mount, ເຊິ່ງຊາວ ປາແລັດສະຕິນເອີ້ນວ່າ ວັດ Al – Aqsa, ຢູ່ ທາງທິດຕາເວັນອອກ Jerusalem ໃນຮຸ່ງເຊົ້າວັນທີ 5 ເມສາ. ບັນດາບັ້ນບຸກໂຈມຕີໂຕ້ຕອບກັນລະຫວ່າງສອງຝ່າຍນັ້ນ ໄດ້ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງ ຕົກເຂົ້າສູ່ “ສະພາວະອັນຕະລາຍທີ່ສຸດ”, ອາດຈະກາຍເປັນການປະທະກັນທີ່ນອງເລືອດຮອບໃໝ່ ດ້ວຍຜົນຕາມມາທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

ປະ​ຊາ​ຄົມ​ສາ​ກົນ ມານ​ະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ảnh 1ກຳລັງຄວາມໝັ້ນຄົງ ອິດສະຣາແອັນ ໄດ້ຜັນຂະຫຍາຍການປະທະກັນກັບ ຊາວ ປາແລັດສະຕິນ ຢູ່ ວັດ  Al-Aqsa (ພາບ: AFP/TTXVN)

        ການໃຊ້ຄວາມຮຸນແຮງທີ່ອັນຕະລາຍ

        ຕາມແຫຼ່ງຂ່າວຕ່າງໆແລ້ວ, ໃນການບຸກໂຈມຕີທາງອາກາດເລັ່ງໃສ່ ເຂດ Temple Mount ຫຼື ວັດ Al – Aqsa ຢູ່ທາງທິດຕາເວັນອອກ Jerusalem ໃນຕອນເຊົ້າວັນທີ 5 ເມສາ, ກອງທັບ ອິດສະຣາແອັນ ໄດ້ກັກຂັງຊາວ ປາແລັດສະຕິນກວ່າ 350 ຄົນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ການບຸກໂຈມຕີດັ່ງກ່າວເກີດຂຶ້ນກົງກັບຈຸດເວລາທີ່ລະອຽດອ່ອນ: ຊາວຢິວ (ອິດສະຣາແອັນ) ເລີ່ມກ້າວເຂົ້າສູ່ງານບຸນແອັດສເຕີ (Easter) ເຊິ່ງເປັນງານບຸນສຳຄັນທີ່ສຸດໃນປີ, ສ່ວນຊາວ ມຸດສະລິມ ປາແລັດສະຕິນ ກຳລັງປະຕິບັດເດືອນ Ramadan ທີ່ສັກສິດ.

        ຫຼັງຈາກນັ້ນ 1 ວັນ, ກອງທັບ ອິດສະຣາແອັນ ໄດ້ອອກຖະແຫຼງການ ໂດຍໃຫ້ຮູ້ວ່າ: ຕອນບ່າຍວັນທີ 6 ເມສາ, ມີລູກສອນໄຟ ຢ່າງໜ້ອຍສຸດ 34 ລູກ ໄດ້ຍິງຈາກທາງທິດໃຕ້ Lebanon ໄປຍັງເຂດພາກເໜືອ ອິດສະຣາແອັນ ແລະ ເປົ້າໝາຍທີ່ດຳເນີນການຍິງລູກສອນໄຟດັ່ງກ່າວ ແມ່ນກຸ່ມຊາວມຸດສະລິມ Hamas ເຊິ່ງພວມຄວບຄຸມເຂດ Gaza. ຫຼັງຈັກນັ້ນບໍ່ພໍຈັກຊົ່ວໂມງ, ຕອນເຊົ້າວັນທີ 7 ເມສາ, ກອງທັບ ອິດສະຣາແອັນ ໄດ້ໂຕ້ຕອບຄືນດ້ວຍການດຳເນີນການບຸກໂຈມຕີທາງອາກາດ ເລັ່ງໃສ່ພື້ນຖານໂຄງລ່າງຂອງ Hamas ຢູ່ພາກໃຕ້ Lebanon ແລະ ເຂດ Gaza. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ເຊັນລັດຖະບັນຍັດວ່າດ້ວຍການລະດົມກຳລັງຕຳຫຼວດ ແລະ ທະຫານສຳຮອງ ເພື່ອກຽມພ້ອມຮັບມືກັບຄວາມສ່ຽງການໃຊ້ຄວາມຮຸນແຮງທີ່ອາດຈະເພີ່ມຂຶ້ນ.

        ສິ່ງທີ່ໜ້າສົນໃຈ, ໃນຕອນເຊົ້າວັນທີ 8 ເມສາ, ກອງທັບ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ມີລູກ rocket 3 ລູກ ໄດ້ຍິງຈາກ ຊີຣີ ໄປຍັງເຂດພູພຽງ Golan ເຊິ່ງ ອິດສະຣາແອັນ ພວມຄວບຄຸມ. ໃນທັນທີ, ທະຫານປືນໃຫຍ່ ອິດສະຣາແອັນ ໄດ້ບຸກໂຈມຕີເຂົ້າດິນແດນ ຊີຣີ ເພື່ອໂຕ້ຕອບຄືນ.

        ສ່ວນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ການປະທະກັນລະຫວ່າງກອງທັບ ອິດສະຣາແອັນ ແລະ ຜູ້ປະກອບອາວຸດ ປາແລັດສະຕິນ ເກີດຂຶ້ນຢ່າງລ່ຽນຕິດ ນັບແຕ່ວັນທີ 5 ເມສາ.  ໃນນັ້ນ, ການປະທະກັນຄັ້ງຫຼ້າສຸດ ເກີດຂຶ້ນໃນວັນທີ 10 ເມສາ ຢູ່ຄ້າຍລີ້ໄພ Aqaba ຂຶ້ນກັບນະຄອນ Jericho, ເຮັດໃຫ້ມີຊາວ ປາແລັດສະຕິນ 1 ຄົນເສຍຊີວິດ ແລະ ມີຜູ້ຖືກບາດເຈັບ 5 ຄົນ.

ປະ​ຊາ​ຄົມ​ສາ​ກົນ ມານ​ະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ảnh 2ເຂດ Gaza ພາຍຫຼັງການບຸກໂຈມຕີທາງອາກາດຂອງ ກອງທັບ ອິດສະຣາແອັນໃນວັນທີ  7/4/2023 (ພາບ: AP)

       ສະກັດກັ້ນຄວາມສ່ຽງການປະທະກັນເພີ່ມຂຶ້ນ

        ຊ່ອງໂທລະພາບ ພາສາ ອາຣັບ Aljazeera ພ້ອມກັບຫຼາຍແຫຼ່ງຂ່າວອື່ນໆໃນພາກພື້ນ ຕີລາຄາວ່າ ສະພາບການໃນປັດຈຸບັນ ຢູ່ທັງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ເຂດ Gaza ກໍຄື ຢູ່ສອງຟາກຊາຍແດນ ອິດສະຣາແອັນ - Lebanon ແລະ ອິດສະຣາແອັນ - ຊີຣີ ແມ່ນມີຄວາມເປັນອັນຕະລາຍ ແລະ ໜ້າວິຕົກກັງວົນທີ່ສຸດ. ຖ້າບໍ່ໄດ້ຮັບການຄວບຄຸມໄດ້ເປັນຢ່າງດີ, ສະພາບການດັ່ງກ່າວ ອາດຈະຮ້າຍແຮງຂຶ້ນຕື່ມ, ກາຍເປັນການໃຊ້ຄວາມຮຸນແຮງທີ່ນອງເລືອດຮອບໃໝ່.

        ຕໍ່ໜ້າສະພາບການຕົວຈິງດັ່ງກ່າວ, ປະຊາຄົມສາກົນ ສືບຕໍ່ປະຕິບັດຫຼາຍຄວາມມານະພະຍາຍາມເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວ, ສະກັດກັ້ນການໃຊ້ຄວາມຮຸນແຮງທີ່ອາດຈະຮ້າຍແຮງຂຶ້ນຕື່ມ. ວັນທີ 8 ເມສາ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ອິດສະຣາແອັນ ທ່ານ Isaac Herzog, ໃນຂະນະນັ້ນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  ກໍໄດ້ເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ອິດສະຣາແອັນ ທ່ານ Yoav Gallant ເພື່ອເລັ່ງໃຫ່ວົງການເຈົ້າໜ້າທີ່ ອິດສະຣາແອັນ ຄວບຄຸມການໃຊ້ຄວາມຮຸນແຮງ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງ.

        ໃນວັນດຽວກັນ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ຂອງ ສະຫະພາບເອີຣົບ (ອີຢູ) ທ່ານ Josep Borrell ໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈໃນຈຸດເວລາທີ່ມີຫຼາຍພິທີກຳ, ງານບຸນທາງດ້ານສາສະໜາສຳຄັນພວມດຳເນີນ. ທ່ານກໍຖະແຫຼງວ່າ ອີຢູ ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ພ້ອມທັງເນັ້ນໜັກວ່າ ຕ້ອງປະຕິບັດທຸກຄວາມມານະພະຍາຍາມເພື່ອສະກັດກັ້ນການປະທະກັນທີ່ກວ້າງອອກ.

        ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ບັນດາປະເທດ ຈີນ, ລັດເຊຍ, ອັງກິດ, ຝລັ່ງ… ກໍຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຄວບຄຸມໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ, ພ້ອມທັງກະຕຸກຊຸກຍູ້ປະຊາຄົມສາກົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຊອກຫາມາດຕະການທີ່ເໝາະສົມເພື່ອແກ້ໄຂບັນຫາ ປາແລັດສະຕິນ./.

ຕອບກັບ

ຂ່າວ/ບົດ​ອື່ນ