ປະຊາຄົມສາກົນມານະພະຍາຍາມຊຸກຍູ້ວິວັດທະນາການໄກ່ເກ່ຍ ປາແລດສະຕິນ - ອິດສະຣາແອນ

(VOVWORLD) -

ກ່ອນທີ່ເກີດການໃຊ້ຄວາມຮຸນແຮງຢ່າງຮ້າຍແຮງລະຫວ່າງຊາວ ປາແລດສະຕິນ ແລະ ອິດສະຣາແອນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ໃນຊຸມວັນຜ່ານມາ, ປະຊາຄົມສາກົນໄດ້ດຳເນີນບັນດາຄວາມມານະພະຍາຍາພາຍໃຕ້ຫຼາຍແງ່ມູມທີ່ແຕກຕ່າງກັນ ເພື່ອຄວບຄຸມສະພາບການ, ຊຸກຍູ້ການໄກ່ເກ່ຍລະຫວ່າງສອງຝ່າຍ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນລັກສະນະສັບສົນຂອງບັນຫາ ພ້ອມກັບສະພາບການໂລກບໍ່ສະດວກນັ້ນ, ບັນດາຄວາມມານະພະຍາຍາມຂອງສາກົນ ທີ່ໄດ້ຮັບຖືວ່າຕ້ອງໄດ້ຮັບການຍູ້ແຮງຫຼາຍກ່ວາ ຈຶ່ງ ສາມາດສ້າງບາດກ້າວຜັນປ່ຽນບຸກທະລຸ, ເປີດກາລະໂອກາດໄກ່ເກ່ຍທີ່ແທ້ຈິງ ສຳລັບການປະທະກັນທີ່ໄດ້ແກ່ຍາວເປັນເວລາຫຼາຍທົດສະວັດນີ້ຢູ່ ຕາເວັນອອກກາງ.


ປະຊາຄົມສາກົນມານະພະຍາຍາມຊຸກຍູ້ວິວັດທະນາການໄກ່ເກ່ຍ ປາແລດສະຕິນ - ອິດສະຣາແອນ - ảnh 1ການປະທະກັນລະຫວ່າງຊາວ ປາແລດສະຕິນ ແລະ ອິດສະຣາແອນ ຢູ່ເຂດ Sheikh Jarrah ທາງທິດຕາເວັນອອກ  Jerusalem, ວັນທີ 13 ກຸມພາ 2022
(ພາບ: AFP/TTXVN)


        ການໃຊ້ຄວາມຮຸນແຮງທີ່ນອງເລືອດເກີດຂຶ້ນຢ່າງລຽນຕິດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ພາຍຫຼັງການບຸກໂຈມຕີໂດຍ ກອງທັບ ອິດສະຣາແອນ ດຳເນີນຢູ່ນະຄອນ Nablus (ແມ່ນ້ຳຈໍແດນ) ໃນວັນທີ 22 ກຸມພາ ໄດ້ເຮັດໃຫ້ຊາວ ປາແລດສະຕິນ ຫຼາຍກ່ວາ 100 ຄົນເສຍຊີວິດ ແລະ ຮັບບາດເຈັບ. ມີຫຼາຍຄວາມມານະພະຍາຍາມເພື່ອແນໃສ່ຄວບຄຸມສະພາບການໄດ້ຮັບການດຳເນີນແຕ່ຍັງບໍ່ມີປະສິດທິຜົນເທື່ອ.

        ການໃຊ້ຄວາມຮຸນແຮງທີ່ນອງເລືອດ

        ການປະທະກັນທີ່ເປັນໜ້າສົນໃຈແມ່ນຢູ່ນະຄອນ Jenin ໃນວັນທີ 16 ມີນາ, ເມື່ອກອງທັບ ອິດສະຣາແອນ ດຳເນີນການປິດລ້ອມ ຄ້າຍຊາວຫຼົບໄພໃນນະຄອນ ດ້ວຍສາຍເຫດຢາກ ຂັບໄລ່ບັນດາພາກສ່ວນທີ່ໜ້າລະແວງສົງໄສ. ໂທລະພາບພາສາ ອາຣັບ Aljazeera ໃຫ້ຮູ້ວ່າ: ການປະທະກັນທີ່ນອງເລືອດໄດ້ເກີດຂຶ້ນລະຫວ່າງທະຫານ ອິດສະຣາແອນ ແລະ ບັນດາມືປືນຊາວ ປາແລດສະຕິນ ໃນຄ້າຍອົບພະຍົບເຮັດໃຫ້ຊາວ ປາແລດສະຕິນ 4 ຄົນເສຍຊີວິດ ແລະ ອີກ 23 ຄົນຖືກຮັບບາດເຈັບ. ໃນນັ້ນ ມີບັນດາຜູ້ເສຍຊີວິດທີ່ເປັນເດັກນ້ອຍ ແລະ ມືປືນ 2 ຄົນ.

        ກ່ອນນັ້ນ 10 ວັນ, ໃນວັນທີ 7 ມີນາ, ກອງທັບ ອິດສະຣາແອນ ກໍ່ດຳເນີນການບຸກໂຈມຕີເຂົ້າ Jenin ດ້ວຍເຫດຜົນດຽວກັນ ເຮັດໃຫ້ຊາວ ປາແລດສະຕິນ 6 ຄົນເສຍຊີວິດ ແລະ ອີກນັບສິບ ຄົນຖືກບາດເຈັບ. ພາຍຫຼັງການບຸກໂຈມຕີຄັ້ງນີ້, ການປະທະກັນຄ່ອຍໆກໍ່ເກີດຂຶ້ນຢ່າງລຽນຕິດ, ເກືອບຄືວ່າເປັນປະຈຳວັນຢູ່ Jenin, ກໍ່ໃຫ້ມີຄວາມບາດເຈັບລົ້ມຕາຍສຳລັບສາມັນຊົນ ແລະ ບັນດາທະຫານ ປາແລດສະຕິນ.

        ນອກຈາກ Jenin, ບັນດາການປະທະກັນດ້ວຍຂອບຂະໜາດທີ່ແຕກຕ່າງກັນ ກໍ່ໄດ້ຢັ້ງຢືນຢ່າງລຽນຕິດໃນຊຸມວັນນີ້ ລະຫວ່າງກອງທັບ ອິດສະຣາແອນ ແລະ ຊາວ ປາແລດສະຕິນ ຢູ່ສະຖານທີ່ອື່ນໆທີ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພິເສດແມ່ນຢູ່ນະຄອນ Nablus. ຕາມອຳນາດການປົກຄອງ ປາແລດສະຕິນ ແລ້ວ, ກອງທັບອິດສະຣາແອນ ພວມຍູ້ແຮງບັນດາການກະທຳດ້ານການທະຫານຕ້ານຊາວ ປາແລດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນສະພາບການທີ່ປະຊາຄົມສາກົນຍັງບໍ່ທັນມີຄວາມເອົາໃຈໃສ່ທີ່ສົມເຫດສົມຜົນຢູ່ເຂດນີ້. ໃນຂະນະນັ້ນ, ບັນດາອົງການປະກອບອາວຸດ ປາແລດສະຕິນ ຄື ຂະບວນການຊາວອິດສະລາມ Hamas ແລະ ກຸ່ມ Jihad, ປະກາດຈະດຳເນີນບັນດາການບຸກໂຈມຕີໂຕ້ຕອບ “ການກະທຳທີ່ເປັນປໍລະປັກ” ຂອງອິດສະຣາແອນ ຢ່າງແຮງ. ສ່ວນກອງທັບ ອິດສະຣາແອນ ຕັດສິນໃຈຍົກລະດັບກ່າວເຕືອນດ້ານຄວາມໝັ້ນຄົງຢູ່ເຂດລຽບຕາມເຂດຊາຍແດນກັບ ເຂດ Gaza ຍ້ອນມີຄວາມວິຕົກວັງວົນວ່າ ບັນດາມືປືນ ປາແລດສະຕິນ ອາດຈະດຳເນີນບັນດາການຍິງ ລູກຈະຫຼວດ ຈາກເຂດ Gaza ແນໃສ່ ອິດສະຣາແອນ ເພື່ອໂຕ້ຕອບ.

        ຕາມວົງການນັກສັງເກດການພາກພື້ນ ແລະ ສາກົນ ແລ້ວ, ສະພາບການໃຊ້ຄວາມຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນເປັນໜ້າວິຕົກວົງວົນທີ່ສຸດ. ບັນດາການປະທະກັນທີ່ກໍ່ໃຫ້ເກີດມີຄວາມບາດເຈັບລົ້ມຕາຍລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ ຍັງຜັນແປໄປ ໂດຍບໍ່ຫົວຊາຕໍ່ເລື່ອງປາຊາຄົມສາກົນໄດ້ສົ່ງເສີມຫຼາຍຄວາມມານະພະຍາຍາມເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ຈຳກັດການໃຊ້ຄວາມຮຸນແຮງ.

ປະຊາຄົມສາກົນມານະພະຍາຍາມຊຸກຍູ້ວິວັດທະນາການໄກ່ເກ່ຍ ປາແລດສະຕິນ - ອິດສະຣາແອນ - ảnh 2ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
(ພາບ: VOV)

        ເພີ່ມທະວີຄວາມມານະພະຍາຍາມຄວບຄຸມສະພາບການ, ຊຸກຍູ້ຄວາມປອງດອງລະຫວ່າງ ອິດສະຣາແອນ - ປາແລດສະຕິນ

        ວັນທີ 28 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການປະຊຸມດ່ວນພິເສດກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ຮຽກຮ້ອງຫລຸດຜ່ອນຄວາມເຄັ່ງຕຶງ, ຢຸດຕິ “ບັນດາການກະທຳພຽງລຳພັງຝ່າຍດຽວ” ທີ່ເຮັດໃຫ້ເພີ່ມບັນດາການຂາດຄວາມສະຖຽນລະພາບຢູ່ພາກພື້ນໃນທັນທີ. ກ່ອນນັ້ນ, ວັນທີ 25 ກຸມພາ, ຜູ້ຕາງໜ້າ ປາແລດສະຕິນ ແລະ ອິດສະຣາແອນ ກໍ່ດຳເນີນການພົບປະທີ່ບໍ່ເຄີຍມີມາກ່ອນຢູ່ນະຄອນ Aqaba ຂອງ ຈໍແດນ, ໃນນັ້ນ ເປັນເອກະພາບກັບຮ່ວມມືດ້ານຄວາມໝັ້ນຄົງ ແລະ ຫລຸດຜ່ອນຄວາມເຄັ່ງຕຶງ.

        ໃນຄວາມມານະພະຍາຍາມຫຼ້າສຸດ, ວັນທີ 16 ມີນາ, ຫ້ອງວ່າການໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ໄດ້ອອກແຈ້ງຂ່າວໂດຍຊີ້ແຈ້ງວ່າ: ການປະທະກັນເຮັດໃຫ້ຊາວ ປາແລດສະຕິນ 4 ຄົນເສຍຊີວິດຢູ່ Jenin ໃນວັນດຽວກັນແມ່ນອີກເຫດຜົນໜຶ່ງທີ່ສະແດງໃຫ້ເຫັນວ່າຕ້ອງຍູ້ແຮງບັນດາຄວາມມານະພະຍາຍາມສາກົນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ແລະ ເຊື່ອມຕໍ່ບັນດາການເຈລະຈາສັນຕິພາບລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ ໃນທັນທີ. ແລະກໍ່ໃນວັນດຽວກັນ, ໂທລະພາບ Aljazeera ໄດ້ຄັດສະເໜີຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໂດຍເນັ້ນໜັກວ່າ: ປາແລດສະຕິນ ແລະ ອິດສະຣາແອນ ຄວນເຊື່ອມຕໍ່ການເຈລະຈາສັນຕິພາບໃນທັນທີ, ເດີນຕາມມາດຕະການ 2 ລັດ ແລະ ຫຼີກລ້ຽງບັນດາການກະທຳພຽງລຳພັງຝ່າຍດຽວ, ການໃຊ້ຄວາມຮຸນແຮງຢ່າງເດັດຂາດ. ໃນຂະນະນັ້ນ, ກອງບັນຊາການສູນກາງ ອາເມລິກາ (USCentcom) ໄດ້ຕີລາຄາສະພາບຄວາມໝັ້ນຄົງເຂດຕາເວັນຕົກແມ່ນ້ຳຈໍແດນ ແມ່ນຮ້າຍແຮງ, ຮຽກຮ້ອງຕ້ອງມີມາດຕະການທີ່ສົມເຫດສົມຜົນເພື່ອຄວບຄຸມສະພາບການ, ຫຼີກລ້ຽງເກີດກະແສຟອງການໃຊ້ຄວາມຮຸນແຮງທີ່ອັນຕະລາຍ.

        ສປຊ, ສະຫະພັນ ອາຣັບ (AL) ພ້ອມກັບຫຼາຍປະເທດຢູ່ພາກພື້ນຕາເວັນອອກກາງ ແລະ ເອີລົບ ກໍ່ໄດ້ກະຕຸກຊຸກຍູ້ ອິດສະຣາແອນ ແລະ ປາແລດສະຕິນ ຢ່າງຕໍ່ເນື່ອງ ເພື່ອຊອກວິທີຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ, ຫລີກລ້ຽງບັນດາການກະທຳທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ເພື່ອສ້າງເງືຶ່ອນໄຂເພື່ອເຊື່ອມຕໍ່ການເຈລະຈາສັນຕິພາບ. ໃນສະເພາະໜ້າ, ສອງຝ່າຍຕ້ອງຊອກຫາມາດຕະການຫັນຄຳໝັ້ນສັນຍາຫລຸດຜ່ອນຄວາມເຄັ່ງຕຶງ ທີ່ໄດ້ເຫັນດີເຫັນພ້ອມຢູ່ ຈໍແດນ ໃນວັນທີ 25 ກຸມພາ ໃຫ້ປະກົດຜົນເປັນຈິງ ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບ./.

ຕອບກັບ

ຂ່າວ/ບົດ​ອື່ນ