ປະ​ຊາ​ຄົມ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ພາຍຫຼັງ ຕາລີບານກັບຄືນມາກຳອຳນາດມາເປັນເວລາ 1 ເດືອນເຄິ່ງ, ປະເທດ ອາບການິດສະຖານ ຍັງຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງນັບທັງການປ້ອງກັນຄວາມສະຫງົບ ແລະ ການໜູນຊ່ວຍສັງຄົມ. ໃນສະພາບການນັ້ນ, ປະຊາຄົມສາກົນ ສືບຕໍ່ປະຕິບັດຄວາມມານະພະຍາຍາມຫຼາຍຢ່າງເພື່ອໜູນຊ່ວຍປະຊາຊົນຢູ່ປະເທດນີ້ ຜ່ານຜ່າຄວາມຫຍຸ້ງຍາກ.

ປະ​ຊາ​ຄົມ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen  (ພາບ: TTXVN)

ຕາມການຕີລາຄາຂອງ ສປຊ ແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດ ເຊິ່ງປະຊາຄົມສາກົນຄວນສືບຕໍ່ສຸມໃສ່ໜູນຊ່ວຍ ອາບການິດສະຖານ ຜ່ານຜ່າໄລຍະປັດຈຸບັນ ແມ່ນ ການສະກັດກັ້ນການເກີດໄພພິບັດດ້ານມະນຸດສະທຳ ແລະ ກໍລະນີລະບົບການເງິນຖືກຟັງທະລາຍ. ໄປຄຽງຄູ່ກັນນັ້ນ, ຄວນສືບຕໍ່ກໍ່ກຳລັງກົດດັນ ເພື່ອບັງຄັບໃຫ້ຕາລີບານ ປະຕິບັດການໄກ່ເກ່ຍປອງດອງຊາດ ແລະ ຮັບປະກັນສິດທິມະນຸດ, ພິເສດແມ່ນ ສິດທິແມ່ຍິງ.

ສະກັດກັ້ນໄພພິບັດມະນຸດສະທຳ ແລະ ຄວາມສ່ຽງທີ່ລະບົບການເງິນຟັງທະລາຍ

ບັນດາການຕີລາຄາຫຼ້າສຸດຂອງ ສປຊ ສະແດງໃຫ້ເຫັນວ່າ, ສະພາບການຂາດແຄນສະບຽງອາຫານຢູ່ ອາບການິດສະຖານພວມມີການຜັນແປທີ່ນັບມື້ນັບຮ້າຍແຮງກ່ວາອີກ. ກອງທຶນປະຊາກອນ ສປຊ (UNFPA) ໄດ້ກ່າວເຕືອນວ່າ ມີ 1/3 ໃນຍອດຈຳນວນປະຊາຊົນອາບກະຊິດສະຖານ 33 ລ້ານຄົນ ພວມປະເຊີນໜ້າກັບໄພອຶດຫິວ. ສ່ວມຕາມອົງການທັນຍາຫານໂລກ ຂອງ ສປຊ (WFP) ແລ້ວ, ປັດຈຸບັນມີພຽງແຕ່  5% ຈຳນວນປະຊາກອນຂອງ ອາບການິດສະຖານ ມີຂອງກິນຢ່າງພຽງພໍ ແລະ ມີຄຸນນະພາບໃນແຕ່ລະວັນ. ໃນໄລຍະເວລາປະມານ 15 ວັນທີ່ຜ່ານມາ, ມີ 50% ຈຳນວນປະຊາຊົນອາບການິດສະຖານ ບໍ່ມີຄາບເຂົ້າຕາມມາດຕະຖານຕ່ຳສຸດໃນມື້.

ບໍ່ພຽງແຕ່ເທົ່ານັ້ນ, ລະບົບສາທາລະນະສຸກຂອງປະເທດນີ້ ກໍ່ພວມຢູ່ໃນສະພາບການເຄື່ອນໄຫວເກີນຄວາມສາມາດ ແລະ ຂາດແຄນຢ່າງຮ້າຍແຮງ. ອົງການອະນາໄມໂລກ (WHO) ໄດ້ໃຫ້ຂໍ້ສັງເກດວ່າ ມີຊາວອາບການິດສະຖານນັບແສນຄົນຂຶ້ນກັບກຸ່ມທີ່ມີຄວາມສ່ຽງສູງ ບໍ່ສາມາດສຳຜັດກັບການບໍລິການທາງການແພດ ແລະ ການເບິ່ງແຍງສຸຂະພາບໄດ້. ໃນຂະນະນັ້ນ, ງົບປະມານແຫ່ງລັດ ຂອງ ອາບການິດສະຖານ ກໍ່ເກືອບຄືວ່າບໍ່ມີຫຍັງ, ລະບົບການເງິນຕ້ອງປະເຊີນໜ້າກັບຄວາມສ່ຽງພັງທະລາຍໃນໄວໆນີ້.

ຕໍ່ໜ້າສະພາບການອັນຕະລາຍນີ້, ປະຊາຄົມສາກົນສືບຕໍ່ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອກອຍກູ້ເອົາສະພາບການ. ຫວ່າງມໍ່ໆມານີ້, ສປຊ ໄດ້ອອກຖະແຫຼງການຈະຫັກເງິນຈຳນວນ 45 ລ້ານ USD ຈາກກອງທຶນຮັບມືກັບສະພາວະສຸກເສີນ ຂອງ ສປຊ (CERF) ເພື່ອໜູນຊ່ວຍ ອາບການິດສະຖານ ຮັບມືກັບ ສະພາບການຂາດແຄນຢຸກຢາ, ວັດຖຸອຸປະກອນການແພດ ແລະ ເຊື້ອໄພ. ໃນຂະນະນັ້ນ, ສະຫະພາບ ເອີລົບ (EU) ໄດ້ໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການໜູນຊ່ວຍແລະ ຈະຮຽງບ່າຮຽງໄຫຼ່ ພ້ອມກັບປະຊາຊົນອາບການິດສະຖານ. ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen ໄດ້ຢັ້ງຢືນວ່າ ໃນສະເພາະໜ້າ EU ຈະຊ່ວຍເຫຼືອດ້ານມະນຸດສະທຳ ດ້ານບ້ວງເງິນຕື່ມອີກ 100 ລ້ານ ເອີໂຣ ໃຫ້ແກ່ປະຊາຊົນ ອາບການິດສະຖານ. ສ່ວນອຳນາດການປົກຄອງ ອາເມລິກາ ກໍ່ຕັດສິນອະນຸຍາດໃຫ້ປະຕິບັດບາງການພົວພັນແລກປ່ຽນກັບ ຕາລີບານ ເພື່ອເປີດຊ່ອງທາງໃຫ້ແກ່ແຫຼ່ງໜູນຊ່ວຍໄປຍັງ ອາບການິດສະຖານ. ປັດຈຸບັນ, ອາເມລິກາ ພວມປິດບັນຊີເງິນປະມານ 9 ຕື້ USD ຂອງ ອາບການິດສະຖານ.

ບັນດາອົງການຈັດຕັ້ງສາກົນຄື: WHO, WFP, UNFPA ພວມຕັ້ງໜ້າຂົນຂວາຍການສະໜັບສະໜູນດ້ານການເງິນ, ສະບຽງອາຫານ, ຢຸກຢາ ແລະ ວັດຖຸອຸປະກອນການແພດເພື່ອຊ່ວຍເຫຼືອຊາວ ອາບກະນິດສະຖານ ຜ່ານຜ່າຄວາມຫຍຸ້ງຍາກ, ເປັນຕົ້ນໃນລະດູໜາວທີ່ຮ້າຍແຮງຈະມາເຖິງ.

ຊຸກຍູ້ການໄກ່ເກ່ຍປ່ອງດອງ ແລະ ຮັບປະກັນສິດທິແມ່ຍິງ

ໄປຄຽງຄູ່ກັບຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳ, ປະຊາຄົມສາກົນ ກໍ່ພວມສຸມໃສ່ຊຸກຍູ້ຂະບວນວິວັດແຫ່ງການໄກ່ເກ່ຍປອງດອງ ແລະ ຮັບປະກັນສິດທິມະນຸດຢູ່ ອາບການິດສະຖານ, ພິເສດແມ່ນສິດທິຂອງແມ່ຍິງ ແລະ ເດັກຍິງ.

ມີຫຼັກຖານຫຼາຍຢ່າງສະແດງໃຫ້ເຫັນວ່າ ອຳນາດການປົກຄອງ ຕາລີບານ “ເວົ້າບໍ່ຄຽງຄູ່ກັບການກະທຳ”, ພວມບໍ່ປະຕິບັດຄຳໝັ້ນສັນຍາ ແລະ ກໍ່ແມ່ນຄຳຮຽກຮ້ອງຂອງປະຊາຄົມສາກົນ ຕໍ່ອົງການຈັດຕັ້ງນີ້ ແມ່ນຊຸກຍູ້ການໄກ່ເກ່ຍ, ປອງດອງຊາດ ແລະ ເຄົາລົບສິດທິແມ່ຍິງ. ບັນດາສະມາຊິກ ລັດຖະບານຊົ່ວຄາວ ເຊິ່ງຕາລີບານ ໄດ້ປະກາດໃນມໍ່ໆມານີ້ ບໍ່ມີຜູ້ຕາງໜ້ານອກຕາລີບານ ແລະ ກໍ່ບໍ່ມີແມ່ຍິງ. ວັນທີ 28 ກັນຍາ, ຕາລີບານ ປະກາດໄດ້ຮັບຮອງເອົາລັດຖະທຳມະນູນ ຊົ່ວຄາວ ປີ 1964, ໃນນັ້ນມີເນື້ອໃນມອບສິດໃຫ້ແກ່ແມ່ຍິງ. ເຖິງຢ່າງໃດກໍ່ຕາມ, ທ່ານ Mawlavi Abdul Hakim Sharaee ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວເຕືອນຢ່າງທັນການວ່າ: ບໍ່ວ່າຈຸດໃດໃນລັດຖະທຳມະນູນສະບັບນີ້ ທີ່ຂັດກັບກົດໝາຍ Sharia ແລະ ບັນດາຂໍ້ກຳນົດຂອງ ຕາລີບານແມ່ນ ຈະຖືກລົບລ້າງ.

ໃນຖະແຫຼງການສະບັບອອກໃນວັນທີ 26 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຕາລີ Luigi Di Maio ໄດ້ເນັ້ນໜັກວ່າ ບໍ່ຄວນຮັບຮອງເອົາລັດຖະບານ ຂອງ ຕາລີບານ ຍ້ອນວ່າ ໃນຈຳນວນບັນດາລັດຖະມົນຕີມີ ເປົ້າໝາຍກໍ່ການຮ້າຍ 17 ຄົນ, ໃນຂະນະທີ່ສິດທິມະນຸດ ຂອງແມ່ຍິງ ແລະ ເດັກນ້ອຍຍິງຖືກລະເມີດຢ່າງຕໍ່ເນື່ອງ. ອີຕາລີ ພວມແມ່ນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ກຸ່ມນີ້ມີແຜນການຈັດຕັ້ງກອງປະຊຸມສຸດຍອດພິເສດ ກ່ຽວກັບບັນຫາ ອາບການິດສະຖານຢ່າງທັນການ ໃນເດືອນກັນຍານີ້. ກ່ອນໜ້ານັ້ນ, ໃນວັນທີ 25 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ຢັ້ງຢືນວ່າ ການຮັບຮອງເອົາຈາກສາກົນຕໍ່ ຕາລີບານ ຍັງບໍ່ທັນໄດ້ຮັບການພິຈາລະນາ.

ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ການນຳຫຼາຍປະເທດແລ້ວ, ໃນສະພາບການປັດຈຸບັນ, ບັນຫາໄດ້ຮັບການຮັບຮອງຈາກ ປະຊາຄົມສາກົນ ແມ່ນ ມາດຕະການອັນໜຶ່ງດຽວ ເພື່ອກໍ່ກຳລັງກົດດັນ, ບັງຄັບຕາລີບານ ຕ້ອງປະຕິບັດການໄກ່ເກ່ຍປອງດອງຊາດ ແລະ ເຄົາລົບບັນດາສິດພື້ນຖານ, ເປັນຕົ້ນແມ່ນສິດທິແມ່ຍິງ ແລະ ເດັກນ້ອຍຍິງ./.

ຕອບກັບ

ຂ່າວ/ບົດ​ອື່ນ