ປະຊາ​ຄົມ​ສາກົນ​​ເຊີ​​ດ​ຊູນໍ້າ​ໃຈ “​ເຄົາລົບ​ກົດໝາຍ” ຢູ່​ທະ​ເລ​ຕາ​ເວັນ​ອອກ​

(VOVWORLD) -ໃນສະພາບການທີ່ທົ່ວໂລກ ພວມສຸມໃສ່ຮັບມືກັບໂລກລະບາດໂຄວິດ - 19, ຫວ່າງມໍ່ໆມານີ້, ຈີນ ພັດເພີ່ມທະວີບັນດາການກະທໍາຮຽກທວງອະທິປະໄຕຢ່າງໄຮ້ເຫດຜົນຢູ່ທະເລຕາເວັນອອກ. ໃນຊຸມວັນຜ່ານມາ, ຫຼາຍປະເທດໄດ້ສະແດງທັດສະນະກ່ຽວກັບບັນຫາສິດເສລີໃນການເດີນເຮືອ, ຄັດຄ້ານບັນດາຄໍາຮຽກທວງອະທິປະໄຕຢ່າງຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ, ພິເສດ ໄດ້ເນັ້ນໜັກເຖິງເລື່ອງເຊີດຊູນໍ້າໃຈ “ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ”.

ທະເລຕາເວັນອອກ ນັບມື້ນັບກາຍເປັນສະຖານທີ່ໄດ້ຮັບຄວາມສົນໃຈລວມຈາກຫຼາຍປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນ. ໂດຍເລີ່ມມາຈາກຄວາມຮັບຮູ້ລວມ, ຜົນປະໂຫຍດລວມ ນັ້ນແມ່ນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ພິເສດແມ່ນເຄົາລົບສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ ແມ່ນບັນຫາທີ່ມີຄວາມສໍາຄັນຍິ່ງ ສໍາລັບພາກພື້ນ ແລະ ປະເທດທັງໝົດໃນໂລກ, ບັນດາປະເທດຕ່າງກໍປາດຖະໜາຢາກຮ່ວມແຮງຮ່ວມໃຈກັນປະກອບສ່ວນເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍດັ່ງກ່າວ.

ເນັ້ນໜັກເຖິງການເຄົາລົບກົດໝາຍ

ໄລ່ສະເພາະແຕ່ 3 ເດືອນມໍ່ໆມານີ້, ຈີນໄດ້ດໍາເນີນການກະທໍາຕ່າງໆພຽງລໍາພັງຝ່າຍດຽວຢູ່ທະເລຕາເວັນອອກຢ່າງລຽນຕິດ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ  ເປັນຕົ້ນແມ່ນ ດໍາເນີນການຊ້ອມຮົບຢູ່ອ້ອມແອ້ມໝູ່ເກາະຮວ່່າງຊາ,  ປະກາດສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” (ໝາຍເຖິງໝູ່ເກາະ ຮວ່າງຊາ ຂອງຫວຽດນາມ) ແລະ “ເມືອງໜານຊາ” (ໝາຍເຖິງໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ), ປະກາດອັນທີ່ເອີ້ນວ່າ “ຖານະນາມມາດຖານ” ໃຫ້ແກ່ໂຄງສ້າງພູມສາດ 80 ແຫ່ງ ຢູ່ທະເລຕາເວັນອອກ....

ປະຊາ​ຄົມ​ສາກົນ​​ເຊີ​​ດ​ຊູນໍ້າ​ໃຈ “​ເຄົາລົບ​ກົດໝາຍ” ຢູ່​ທະ​ເລ​ຕາ​ເວັນ​ອອກ​ - ảnh 1 ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison

ບັນດາການກະທໍາຂອງ ຈີນ ໄດ້ກໍ່ຄວາມບໍ່ລົງລອຍກັນ ແລະ ເກີດມີປະຕິກິລິຍາຢ່າງຮຸ່ນແຮງຈາກຫາງສຽງສາກົນ. ອົດສະຕາລີ ໄດ້ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກຢ່າງແຮງ ແລະ ຮັກສາຫຼັກໝັ້ນໂດຍການຢຶດໝັ້ນ ກ່ຽວກັບບັນຫາດັ່ງກ່າວ.  ໃນວັນທີ 16 ກໍລະກົດ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ໃຫ້ຮູ້ວ່າ Canberra ຈະສືບຕໍ່ມີບັນດາການກະທໍາ, ຖະແຫຼງການ ແລະ ມີຂໍ້ລິເລີ່ມສະເພາະຂອງຕົນ. ກະຊວງປ້ອງກັນປະເທດ ຟີລິບປິນ ໄດ້ອອກແຈ້ງການໂດຍຢັ້ງຢືນ ຈະສະໜັບສະໜູນຢ່າງແຮງຕໍ່ຫຼັກໝັ້ນຂອງປະຊາຄົມສາກົນທີ່ວ່າ ຕ້ອງມີຄວາມລະບຽບຮຽບຮ້ອຍໂດຍອີງຕາມລະບຽບກົດໝາຍຢູ່ທະເລຕາເວັນອອກ. ໃນແຈ້ງການ, ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ຮຽກຮ້ອງໃຫ້ ລັດຖະບານ ຈີນ ຈົ່ງປະຕິບັດບັນດາຄໍາຕັດສິນຂອງສານ PCA ປີ 2016, ປະຕິບັດສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ເຊິ່ງປະເທດນີ້ກໍໄດ້ເຂົ້າຮ່ວມລົງນາມ.

        ໃນຂະນະນັ້ນ, ໃນບົດກ່າວປາໄສຕໍ່ວົງການສື່ມວນຊົນ, ທ່ານ Yoshihide Suga ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ໄດ້ຖະແຫຼງປະຕິເສດບໍ່ວ່າການກະທໍາໃດໆທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ. ຫຼັກໝັ້ນໂດຍຢຶດໝັ້ນຂອງ ຍີ່ປຸ່ນ ແມ່ນ ສະໜັບສະໜູນລັກສະນະເຄົາລົບກົດໝາຍ”, ນໍາໃຊ້ບັນດາມາດຕະການແກ້ໄຂໂດຍສັນຕິວິທີແທນທີ່ຈະນໍາໃຊ້ອາວຸດ ຫຼື ນາບຂູ່ບັງຄັບ ແລະ ຍີ່ປຸ່ນ ຈະຮ່ວມມືກັບບັນດາປະເທດ ເພື່ອຈຸດປະສົງດັ່ງກ່າວ.

        ຖະແຫຼງການຂອງກະຊວງການຕ່າງປະເທດ ອິນເດຍ ໃນວັນທີ 16 ກໍລະກົດ ກໍຢັ້ງຢືນວ່າ: ອິນເດຍ ເດັດດ່ຽວສະໜັບສະໜູນສິດເສລີໃນການເດີນເຮືອນ, ການບິນ ແລະ ການຄ້າທີ່ສອດຄ່ອງກັບກົດໝາຍ, ບໍ່ຖືກກີດຂວາງຢູ່ບັນດາເສັ້ນທາງຄົມມະນາຄົມທາງນໍ້າສາກົນນີ້, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)”. ອິນເດຍ ເຊື່ອໝັ້ນວ່າ, ບໍ່ວ່າຄວາມແຕກໂຕນໃດກໍຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ຜ່ານບັນດາວິວັດທະນາການທາງການທູດ ແລະ ນິຕິກໍາ, ຫາກບໍ່ແມ່ນການນໍາໃຊ້ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດ.

ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງການ ໂດຍຊີ້ແຈ້ງວ່າ, ອາເມລິກາ ປົກປັກຮັກສາພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກວ້າງ. ບັນດາຄໍາຮຽກທວງສິດຂອງ ປັກກິ່ງ ສໍາລັບແຫຼ່ງຊັບພະຍາກອນທໍາມະຊາດຕ່າງໆຢູ່ນອກຝັ່ງທະເລ ແມ່ນບໍລິເວນເກືອບທັງໝົດຢູ່ທະເລຕາເວັນອອກ ກໍຄື ບັ້ນເຄື່ອນໄຫວຂົ່ມເຫັງເພື່ອຄວບຄຸມບັນດາແຫຼ່ງຊັບພະຍາກອນທໍາມະຊາດນັ້ນ ແມ່ນລະເມີດກົດໝາຍຢ່າງສິ້ນເຊີງ. ອາເມລິກາ ປາດຖະໜາຢາກຮັກສາສັນຕິພາບ ແລະ ສະຖຽນລະພາບ, ຮັກສາສິດເສລີຢູ່ທະເລ ຕາມທິດສະເໝີຕົ້ນສະເໝີປາຍປະຕິບັດຕາມກົດໝາຍສາກົນ, ຮັກສາກະແສການຄ້າໃຫ້ຈໍລະຈອນຢ່າງລຸລ່ວງບໍ່ຖືກກີດຂວາງ ແລະ ຕ້ານຄືນບໍ່ວ່າຄວາມມານະພະຍາຍາມໃດ ທີ່ແນໃສ່ນໍາໃຊ້ການນາບຂູ່ບັງຄັບ ຫຼື ກໍາລັງອາວຸດ ເພື່ອແກ້ໄຂການຂັດແຍ້ງກັນ. ນີ້ແມ່ນຜົນປະໂຫຍດອັນເລິກເຊິ່ງ ແລະ ຍາວນານ ເຊິ່ງ ອາເມລິກາ ຢາກແບ່ງປັນກັບຫຼາຍພັນທະມິດ ແລະ ຄູ່ຮ່ວມມືຂອງຕົນ, ເຊິ່ງເປັນບັນດາປະເທດທີ່ສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍໃນໂລກອີງໃສ່ລະບຽບກົດໝາຍມາແຕ່ດົນນານ. ຖະແຫຼງການດັ່ງກ່າວ ກໍເນັ້ນໜັກວ່າ ໂລກຈະບໍ່ອະນຸຍາດໃຫ້ ປັກກິ່ງ ຖື ທະເລຕາເວັນອອກ ປຽບເໝືອນລະບອບການເດີນເຮືອສະເພາະຂອງຕົນ. ຖະແຫຼງການຂອງ ອາເມລິກາ ໄດ້ຮັບຄວາມຊົມເຊີຍຈາກບັນດາປະເທດ  ອາຊຽນ ແລະ ຫວຽດນາມປາດຖະໜາວ່າ ຈະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ໂດຍແມ່ນປະເທດມີອະທິປະໄຕ ແລະ ຜົນປະໂຫຍດທີ່ມີສ່ວນກ່ຽວຂ້ອງໂດຍກົງຢູ່ ທະເລຕາເວັນອອກ, ຫວຽດນາມ ຍາມໃດກໍຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍ ແມ່ນມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ້ງກັນຜ່ານການເຈລະຈາໂດຍສັນຕິວິທີ, ພິເສດ ເຄົາລົບຄວາມເປັນລະບຽບຮຽບຮ້ອຍຂອງນິຕິທໍາຢູ່ທະເລ ແລະ ການປະຕິບັດສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ຢ່າງຄົບຖ້ວນ, ມີເຈດຕະນາດີ ແລະ ມີຄວາມຮັບຜິດຊອບ. ຕໍ່ໜ້າຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ແລະ ຫາງສຽງຂອງປະຊາຄົມສາກົນ, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ຂໍສະແດງຄວາມຊົມເຊີຍຕໍ່ຫຼັກໝັ້ນດັ່ງກ່າວ ແລະ ແບ່ງປັນທັດສະນະທີ່ໄດ້ຍົກອອກມາໃນຖະແຫຼງການກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ວ່າ ສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນກອບນິຕິກໍາດັດປັບທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ. ບັນດາປະເທດພາຍໃນ ແລະ ນອກພາກພື້ນ ຕ້ອງເຄົາລົບຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍຢູ່ມະຫາສະໝຸດ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ