ປະຊາຄົມໂລກບໍ່ສາມາດຮັບຮູ້ຄຳຖະແຫລງກ່ຽວກັບອະທິປະໄຕຂອງ ຈີນ ຢູ່ເຂດທະເລຕາເວັນອອກ

(vovworld)- ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳ​ປີ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ທະ​ເລ​ຕາ​ເວັນ​ອອກ ​ແລະ ອາຊີ​- ປາ​ຊີຟີ​ກ ​ໃນ​ໄລຍະ​ຂ້າມ​ຜ່ານ, ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່​ອ​ແກ້​ໄຂ​ການ​ພິພາດ” ຊຶ່ງ​ດຳ​ເນີນ​ໄປຢູ່​ ນະຄອນຫລວງ ວໍ​ຊິງ​ຕັນ​ ສະຫະລັດ​ອາ​ເມ​ລິ​ກາໃນ​ທ້າຍອາທິດ​ຜ່ານ​ມາ, ຄຽງ​ຄູ່ກັບ​ເລື່ອງ​ຢັ້ງຢືນ ຈີນ​​ເປີດ​ການ​ປະມູນ​ສາກົນ​ເພື່ອ​ສຳ​ຫລວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສຢູ່ ບໍ່​ນ້ຳ​ມັນ 9 ​ແຫ່ງ ຊຶ່ງ​ນອນ​ໃນ​ເຂດ​ເສດຖະກິ​ດພິ​ເສດ​ຂອງ ຫວຽດນາມ ​ແມ່ນ​ບໍ່​ມີ​ຂໍ້​ອ້າງ​ອີງ, ບັນດາ​ນັກຮຽນ​ຮູ້​ສາກົນ ຍັງ​ຖື​ວ່າ: ຈີນ​ບໍ່​ມີ​ພື້ນຖານ​ເພື່ອ​ຖະ​ແຫລ​ງອະທິປະ​ໄຕ​ຂອງ​ປະ​ເທດ​ນີ້ ບົນ “​ເສັ້ນ​ລີ້ນ​ງົວ” ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.​ ບັນດາ​ນັກຮຽນ​ຮູ້​ ​ແລະ ນັກການ​ເມືອງສາກົນ​ກໍ​ເນັ້ນ​ຫນັກ​ວ່າ:​ ບັນດາ​ປະ​ເທດ​ຢູ່​ໃນ​ໂລກ​ບໍ່​ສາມາດ​ຮັບ​ຮູ້​ຄຳ​ຖະ​ແຫລ​ງທີ່​ໄຮ້​​ເຫດຜົນ​ຂອງ​ຈີນ.

ປະຊາຄົມໂລກບໍ່ສາມາດຮັບຮູ້ຄຳຖະແຫລງກ່ຽວກັບອະທິປະໄຕຂອງ ຈີນ ຢູ່ເຂດທະເລຕາເວັນອອກ - ảnh 1
ພາບປະກອບ:internet

        ຈຸດ​ລວມ​ໃນ​ການ​ສະຫລຸບ​ຂອງ​ນັກຮຽນ​ຮູ້ ​ແລະ ນັກ​ການ​ເມືອງ​ສາກົນ ຢູ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ນີ້, ນັ້ນ​ແມ່ນ​ບັນດາ​ຄຳ​ຖະ​ແຫລ​ງ ​ແລະ ນ​ະ​ໂຍບາຍທີ່ ຈີນ​ພວມ​ປະຕິບັດ​ຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ບັນດາ​ວຽກ​ງານ​ບໍ່​ມີ​ຂໍ້​ອ້າງ​ອີງ​ຢ່າງ​ຈະ​ແຈ້ງ ​ແລະ ບໍ່​ປະຕິບັດ​ຕາມ​ກົດໝາຍ​ສາກົນ. ສາ​ສະ​ດາ​ຈານ Carlyle  ຢູ່​ວິ​ທະ​ຍາ​ຄານປ້ອງ​ກັນຊາ​ດ ອົດ​ສະ​ຕາ​ລີ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ກ່ຽວ​ກັບ​ດ້ານ​ກົດໝາຍ, ​ ເສັ້ນ​ລີ້ນ​ງົວ ​ໃນ​ແຜນ​ທີ່​ໂດຍ ຈີນ ​ແຕ້ມ​​​ເມື່ອ​ປີ 1948, ກ່ອນ​ທີ່ມີສົນທິສັນຍາ​ກົດໝາຍ​ທະ​ເລຂອງ​ສະຫະ​ປະຊາ​ຊາດ, ​ສະ​ນັ້ນ ​ແຜນ​ທີ່​ນີ້​ບໍ່​ກ່ຽວຂ້ອງ​ເຖິງ​ສົນທິສັນຍາ​ກົດໝາຍ​ທະ​ເລ. ​ແລະ ບັນດາ​ຜູ້​ຊ່ຽວຊານ​ດ້ານກົດໝາຍ​ສາກົນກໍ​ຮັບ​ຮູ້​ວ່າ ວິທີ​ແຕ້ມ ເສັ້ນ​ລີ້ນ​ງົວ ​ນີ້​ບໍ່​ສອດຄ່ອງ​ກັບ​ວິທີ​ແຕ້ມ​ແຜນ​ທີ່​ສາກົນຕາມ​ມາດຖານ. ​ເປັນ​ອັນວ່າ ​ແຕ່​ປີ 2009, ​ເລື່ອງ​ຈີນ​ຖະ​ແຫລ​ງອະທິປະ​ໄຕ​​ໃນ ເສັ້ນ​ລີ້ນ​ງົວ ຢູ່​ທະ​ເລ​ຕາ​ເວັນ​ອອກ ຕາມ​ແຜນ​ທີ່​ໂດຍ​ປະ​ເທດ​ນີ້​ແຕ້ມ​​ເອງ​ ບໍ່​ສົມ​ເຫດ​ສົ​ມຜົນ. ທ່ານ Marvin Ott ສາ​ສະ​ດາ​ຈານ ມະຫາວິທະຍາ​ໄລ John Hopkins ຖື​ວ່າ: ຈີນ​ພວມ​ທຸ້ມ​ເທກຳລັງເຫື່ອ​ແຮງ​, ຊ້ຳ​ບໍ່​ໜຳ​ນັບ​ທັງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ເພື່ອ​ອະທິ​ບາຍ​ຄຳ​ຖະ​ແຫລ​ງອະທິປະ​ໄຕ​ບໍ່​ມີ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ. ຕາມ​ທ່ານ Marvin Ott ແລ້ວ, ຈີນ ຍົກ​ອອກ​ຖະ​ແຫລ​ງການ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ບໍ່​ມີ​ການ​ເລືອກ​ເຟັ້ນ​​ແຕ່​ຢ່າງ​ໃດ, ​ພຽງ​ແຕ່​ສະ​ແດງ​ຄວາມ​ບໍ່​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສິ່ງ​ດັ່ງກ່າວ​​ແມ່ນ​ສ້າງ​ໄພ​ອັນຕະລາຍ. ສາ​ສະ​ດາ​ຈານ Mavin Ott ​ເນັ້ນ​ຫນັກ​ວ່າ:

        “ບັນດາ​ທະນາຍຄວາມ, ບັນດາ​ນັກຮຽນ​ຮູ້​ທີ່​ມາ​ຈາກປະ​ເທດ​ຕ່າງໆ, ບໍ່​ວ່າ​ຜູ້​​ໃດ​ກໍ​ຮູ້​ຈັກ​ເຖິງຖະ​ແຫລ​ງການ​ດັ່ງກ່າວ ກໍ​ລ້ວນ​ແຕ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ເສັ້ນ​ລີ້ນ​ງົວ 9 ຕອນ ຂອງ​ຈີນ ບໍ່ຖືກ​ຕ້ອງ​ກັບ​ກົດໝາຍ​ສາກົນ, ສິ່ງ​ດັ່ງກ່າວ​ພຽງ​ແຕ່ກໍ່​ຄວາມ​ວຸ້ນວາຍ. ດ້ວຍ​ຄຳ​ຖະ​ແຫລ​ງອະທິປະ​ໄຕ​ສຳລັບ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຜ່ານ ເສັ້ນ​ລີ້ນ​ງົວ , ໝາຍ​ຄວາມ​ວ່າ ​ເຂດ​ນີ້​​ແມ່ນ​ຂຶ້ນ​ກັບ​ຈີນ ບໍ່​ມີ​ປະ​ເທດ​ໃຫຍ່​​ໃດ​ຢູ່​ໃນ​ໂລກ​ສາມາດ​​ສະຫນັບສະ​ຫນູນຕໍ່​ຄຳ​ຮຽກຮ້ອງ​ດັ່ງກ່າວ​. ອາ​ເມ​ລິ​ກາ ບໍ່​ສາມາດ​​ສະຫນັບສະຫນູນ, ອິນ​ເດຍ ກໍ​​ເຊັນດຽວ​ກັນ​ບໍ່​​ສະຫນັບສະຫນູນ, ປະຊາ​ຄົມ​ເອີ​ລົບ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ ກໍ່​ບໍ່​ສະຫນັບສະຫນູນຕໍ່​ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ຈີນ.”

ປະຊາຄົມໂລກບໍ່ສາມາດຮັບຮູ້ຄຳຖະແຫລງກ່ຽວກັບອະທິປະໄຕຂອງ ຈີນ ຢູ່ເຂດທະເລຕາເວັນອອກ - ảnh 2
ທ່ານ Joe Lieberman ສະມາຊິກສະພາສູງອາເມລິກາ ກ່າວຄຳເຫັນທີ່
ກອງປະຊຸມສຳມະນາກ່ຽວກັບຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ
ພາບ: internet

        ທ່ານ Liberman ສະມາຊິກ​ສະພາ​ສູງ, ປະທານ​ ​ກຳມາທິການ​ຄວາມ​ໝັ້ນຄົງ​ພາຍ​ໃນ ​ແລະ ບັນ​ດາ​ບັນຫາ​ຂອງ​ລັດຖະບານ ອາ​ເມລິ​ກາ ຖື​ວ່າ:​ຈີນ​ຈະ​ນັບ​ມື້​ນັບຖື​ກ​ຕົກ​ຢູ່ໂດດດ່ຽວ​​ໃນ​ພາກ​ພື້ນ​ກໍ​ຄື​ຢູ່​ໃນ​ໂລກ ຖ້າ​ຫາກ​ຈີນສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ຂອງ​ປະ​ເທດ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະມາຊິກ​ສະພາ​ສູງ Liberman ຊີ້​ແຈງ​ວ່າ:

        “ບັນດາ​ຄຳ​ຮຽກຮ້ອງ​ອະທິປະ​ໄຕ​ຂອງ​ຈີນ ຢູ່ ​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ເກີນ​ຂອບ​ເຂດ ນັ້ນ​ແມ່ນ​ການ​ກະທຳ​​ເກາະ​ຜິດທຳ​ອິດ​ຊ່ຶ່ງ​ເຮັດ​ໃຫ້​ຫລາຍ​ປະ​ເທດ​ຈຳຕ້ອງ​ມີ​ການ​ກະທຳ, ນັ້ນ​ແມ່ນ​​ເຫດຜົນ​ເປັນ​ຫຍັງ​ຂ້າພ​ະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ ຈີນ ຄວນ​ຢຸດຕິ​ການ​ກະທຳ​ນີ້ ​ແລະ ບໍ່​ຄວນ​ມີ​ການ​ກະທຳ​ໃດ​ອີກ​ຈຶ່ງ​ຈະສາມາດ​ຊ່ວຍ​ແກ້​ໄຂ​ບັນດາ​ການ​ພິພາດ​ດັ່ງກ່າວ​ໄດ້.”

        ​ໂດຍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັບ​ບັນດາ​ນັກຮຽນ​ຮູ້, ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ John Mc Cain ສະມາຊິກ​ສະພາ​ສູງອາ​ເມ​ລິ​ກາ ຖື​ວ່າ ຈີນ​ພວມ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ທາງ​ດ້ານ​ເສດຖະກິດ ສະ​ນັ້ນ ປະ​ເທດ​ນີ້ ພວມ​ຕ້ອງການ​ວັດຖຸ​ດິບ​​ເປັນ​ຈຳນວນ​ຫລວງຫລາຍ​, ​ໃນ​ນັ້ນ ມີ​ນ້ຳມັນ​. ຈີນ​ເຫັນ​ວ່າ ອາດ​ຈະມີ​ປະລິມານ​ນ້ຳມັນ​​ຫລວງ​ຫລາຍຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ສະ​ນັ້ນ ​ໄດ້​ເພີ່ມ​ທະວີ​ການ​ຖະ​ແຫລ​ງອະທິປະ​ໄຕ​ຢູ່​​ເຂດ​ນີ້. ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John Mc Cain ຖື​ວ່າ:

        “​​ໃນໄລຍະ​ຜ່ານ​ມາ, ຈີນ ​ໄດ້​ຖະ​ແຫລ​ງ ​ເສັ້ນ​ລີ້ນ​ງົວ 9 ຕອນ ​ແລະ ​ຈີນ​ຖື​ວ່າ ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຂຶ້ນ​ກັບ​ຜືນ​​ແຜນ​ດິນ​ຂອງ​ຈີນ. ນັ້ນ​ແມ່ນ​ຄຳ​ຖະ​ແຫລ​ງບໍ່ຖືກຕ້ອງ. ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເຂດ​ນ່ານທະ​ເລ​ສາກົນ. ​ເພາະສະ​ນັ້ນ ພວກ​ເຮົາ​ທັງ​ໝົດ​ລ້ວນ​ແຕ່​ປາດ​ຖະຫນາ​ວ່າ​ຕ້ອງ​ມີ​ການ​ເຈລະຈາ​​ໂດຍ​ສັນຕິ​ລະຫວ່າງ​ຈີນ ກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ​ເພື່​ອ​ແກ້​ໄຂ​ການ​ພິພາດ​ດັ່ງກ່າວ​ໂດຍ​ສັນຕິ​ວິທີ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໃນ​ພາກ​ພື້ນ​ໄດ້​ເກີດ​ການ​ປະ​ທະ​ກັນ, ຄວາມ​ເຄັ່ງ​ຕືງຕ່າງໆ , ບັນດາ​ຄວາມ​ເຄັ່ງ​ຕືງນັ້ນ ຕ້ອງ​ລົບ​ລ້າງ ​ແລະ ການ​ເຈ​ລະ​ຈາ​ແມ່ນ​ຄຳ​ຕອບ​ໃຫ້​ແກ່​ບັນຫາ​ນີ້.”

        ບັນຫາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ແມ່ນ​ຫົວ​​ເລື່ອງ​ເຄັ່ງ​ຮ້ອນ​ເທົ່າ​ນັ້ນ ຫາກ​ນີ້​ແມ່ນ​ບັນຫາ​ສະດຸ້ງ​ໄວ​ ​ເພາະ​ມັນ​ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາປະ​ເທດ​ທີ່​ມີ​ຝັ່ງ​ທະ​ເລ​ຢູ່​ພາກ​ພື້ນ​ນີ້. ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄວາ​ມໝັ້ນຄົງ​ທາງ​ທະ​ເລ ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ນັກຮຽນ​ຮູ້​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໄຈ້​ແຍກ​ຢ່າງ​ເລິກ​ເຂິ່ງ ກໍ​ຄື​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ບັນຫາ​ນີ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ສາກົນ​ລ້ວນ​ແຕ່​ຖື​ວ່າ: ບັນດາ​ຄຳ​ຮຽກສິດ​ໂດຍ​ຈີນຍົກ​ອອກ ບໍ່​ມີ​ມູນຄວາມ​ຈິງ ​ແລະ ກໍ່​​ໄພ​ອັນຕະລາຍ. ​ໃນ​ຂະນະ​ນັ້ນ ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ ພວມ​ຍູ້​ແຮງ​ການ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

          ຕາມ​ສາ​ສະ​ດາ​ຈານ Carlyle Thayer ​ແລ້ວ,​ ກອງ​ປະຊຸມ​ສຳ​ມະ​ນາ ດັ່ງກ່າວ​ແມ່ນ​ຊ່ວຍ​ໃຫ້​ບັນດາ​ນັກຮຽນ​ຮູ້​ ຈີນ ມີ​ຄວາມ​ເຂົ້າ​ໃຈຕື່ມ​ກ່ຽວ​ກັບ​ບັນດາ​ສິ່ງ​ຜິດພາດ ​ເມື່ອ​ຈີນ​ຖະ​ແຫລ​ງອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ວ່າເມື່ອ​ກັບ​ຄືນ​ເມືອ​ປະ​ເທດ​ເຂົາ​ເຈົ້າ​ຈະ​ມີ​ຄຳ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ໃຫ້ລັດຖະບານ​ຈີນ ແລະ ປະຊາຊົນ ຮັບ​ຊາບ ​ກ່ຽວ​ກັບ​ຄຳ​ຖະ​ແຫລ​ງອະທິປະ​ໄຕ​ຂອງ​ຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ