ປະຊາຊົນມີບົດບາດສຳຄັນໃນການປັບປຸງລັດຖະທຳມະນູນ

  ​ເລີ່​ມ​ແຕ່ວັນ​ທີ 2/1, ຮ່າງປັບປຸງລັດຖະທຳ​ມະນູນ​ປີ 1992 ​ໄດ້​ຖືກຍົກ​ອອກ​ມາ​ເພື່ອ​ເອົາຄຳ​ເຫັນ​ຈາກປະຊາຊົນ. ຕາມ​ນັ້ນ​ແລ້ວ, ປະຊາຊົນ​ທຸກ​ຊັ້ນວັນນະ​ຢູ່​ພາຍ​ໃນປະ​ເທດ ​ແລະ ຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ, ບັນດາ​ອົງການຈັດຕັ້ງຢູ່​ສູນ​ກາງ​​ ແລະ​ ທ້ອງ​ຖິ່ນ​ລ້ວນ​ແຕ່​ສາມາດ​ປະກອບ​ຄຳ​ເຫັນ​ປັບປຸງ 8 ​ເນື້ອ​ໃນ​ຂອງລັດຖະທຳ​ມະນູນ​ປີ 1992, ​ໃນ​ນັ້ນມີ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ລະບອບ​ການ​ເມືອງ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

  ​ເປະຊາຊົນມີບົດບາດສຳຄັນໃນການປັບປຸງລັດຖະທຳມະນູນ - ảnh 1
ປັບປຸງ​ລັດຖະທຳ​ມະນູນ: ຕ້ອງ​ມີ​ກົນ​ໄກ​ຄວບ​ຄຸມ​ສິດ​ອຳ​ນາດ

(ພາບ:tienphong.vn)  

 ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ໂດຍ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເຊັນ​ປະກາດ​ໃຊ້​ເມື່ອ​ວັນ​ທີ 28/12 ​ແລະ ມະຕິ​ຕົກລົງຂອງ​ສະພາ​ແຫ່ງ​ຊາດ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ເຊັນ​ປະກາດ​ໃຊ້​ໃນ​ວັນ​ດຽວ​ກັນ​ລ້ວນ​ແຕ່​ຢັ້ງຢືນ​ວ່າ: ​ເລື່ອງດຳ​ເນີນການ​ເອົາຄຳ​ເຫັນ​ຈາກປະຊາຊົນ​ກ່ຽວ​ກັບຮ່າງປັບປຸງລັດຖະທຳ​ມະນູນ​ປີ 1992  ​ແມ່ນ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອ​ງສຳຄັນ, ກ້ວາງ​ຂວາງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທັງ​ລະບົບ​ການ​ເມືອງ. ສິ່ງ​ດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ພູມ​ປັນຍາ, ຄວາມສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ, ຍົກ​ສູງ​ສະຕິ​ຄວາມຮັບ​ຮູ້ ​ແລະ ຄວາມ​ຮັບຜິດ​ຊອບ​ຂອງ​ແຕ່​ລະ​ສ່ວນ​ບຸກຄົນ, ອົງ​ການຈັດຕັ້ງທີ່​ມີ​ຕໍ່​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ, ປະຕິບັດລັດຖະທຳ​ມະນູນ, ກົດໝາຍ ​ແລະ ປະກອບສ່ວນ​ສ້າງສາ​ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ.

ປະຊາຊົນມີບົດບາດສຳຄັນໃນການປັບປຸງລັດຖະທຳມະນູນ - ảnh 2

ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຫັນ​ດີເປັນ​ເອກະສັນ​ສູງ

ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງປັບປຸງ​ລັດຖະທຳ​ມະນູນ

(ພາບ:vietnam.vn)

    ຕາມ​ທ່ານ​ຟານ​ຈຸ​ງລີ  ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຫົວໜ້າ​ຄະນະ​ຮຽບຮຽງລັດຖະທຳ​ມະນູນ​ແລ້ວ, ຮ່າງປັບປຸງລັດຖະທຳ​ມະນູນ​ປີ 1992 ​​ແມ່ນ​ສິ່ງ​ຍອດ​ຍິ່ງຂອງ​ວິວັດ​ການ​ອອກ​ແຮງ​ງານ, ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວ​ຊານ, ນັກວິທະຍາສາດ​ແຕ່​ຂັ້ນສູນ​ກາງຕະຫຼອດຮອດ​ທ້ອງ​ຖິ່ນ​ໂດຍ​ຜ່ານ​ບັນດາບັ້ນສະຫລຸບການ​ປະຕິບັດລັດຖະທຳ​ມະນູນ ​ແລະ ການຮັບ​ເອົາ​ຄຳ​ເຫັນ, ພິ​ເສດ​​ແມ່ນ​ຮັບເອົາ​ຄຳ​ເຫັນຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ທີ່​ສະ​ໄໝ​ປະຊຸມ​ຫວ່າງ​ແລ້ວ​ນີ້. ທ່ານ​ຟານ​ຈຸ​ງລີ ກໍ່​ຢືນຢັນ​ວ່າ, ຄຳ​ເຫັນ​ຂອງ​ປະຊາຊົນ​ຈະ​​ໄດ້​ຮັບ​ການ​ສັງ​ລວມຢ່າງ​ຄົບ​ຖ້ວນ, ຊັນ​ເຈນ ​ແລະ ຄົ້ນຄ້ວາ​ຮັບ​ເອົາ​ຄຳ​ເຫັນ, ອະທິບາຍ​ຢ່າງ​ເຂັ້ມງວດ​ເພື່ອ​ສ້າງ​ຮ່າງປັບປຸງລັດຖະທຳ​ມະນູນ​ປີ 1992 ​​ສຳ​ເລັດ. ຮອງ​ສາດສະດາຈານ, ດຣຫງວຽນ​ວຽດທົງ  ກຳມະການ​ຄະນະ​ຮຽບຮຽງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ​ໃຫ້​ຮູ້​ວ່າ: ​ເລື່ອງຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກ້ວາງ​ຂວາງ​ຂອງ​ປະຊາຊົນ​ທຸກ​ຊັ້ນວັນນະ​ແມ່ນ​ວິທີ​ເພື່ອ​ຢັ້ງຢືນ​ສິດ​ອຳນາດ​ຂອງ​ປະຊາຊົນ​ຄື​ດັ່ງ​ທາດ​ແທ້​ຂອງລັດຖະທຳ​ມະນູນ:

   “​ໃນ​ຕົວ​ຈິງ​ແລ້ວ, ລັດຖະທຳ​ມະນູນປີ 1946 ​ໂດຍ​ປະທານ​ໂຮ່ຈິ​ມິນ​ຊີ້​ນຳ​ຮຽບຮຽງ​​ໄດ້ກຳນົດວ່າ:, ປະຊາຊົນ​ມີ​ສິດ​ສະ​ເໜີ​ປັບປຸງລັດຖະທຳ​ມະນູນ. ມາດຕາ​ທີ 2 ຂອງລັດຖະທຳ​ມະນູນ​ໃນ​ປະຈຸ​ບັນ​ຢັ້ງຢືນ​ວ່າ: ​ສິດ​ອຳນາດ​ທຸກ​ຢ່າງຂອງ​ລັດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ການ​ຢັ້ງຢືນ​ດັ່ງກ່າວ​ແມ່ນ​ຊັນ​ເຈນ​ທີ່​ສຸດ. ປະຊາຊົນ​ບໍ່​ພຽງ​ແຕ່​ປະຕິບັດ​ສິດ​ອຳນາດ​ຂອງ​ລັດ​ຜ່ານ​ສະພາ​ແຫ່ງ​ຊາດ​, ສະພາ​ປະຊາຊົນເທົ່າ​ນັ້ນ, ຫາກ​ປະຊາ​ຊົນ​ຍັງ​ປະຕິບັດ​ສິດ​ອຳນາດ​ຂອງ​ລັດ​ຜ່ານ​ອົງການ​ຈັດຕັ້ງອື່ນໆ​ອີກ​ດ້ວຍ“.

   ຕາມຄະນະ​ຮຽບຮຽງລັດຖະທຳ​ມະນູນ​ປີ 1992 ​ແລ້ວ, ປະຊາຊົນ​ໄດ້​ປະກອບ​ຄຳ​ເຫັນ​​ໂດຍ​ກົງ​ຫລື​​ເປັນ​ລາຍ​ລັກ​ອັກສອນ​ຝາກ​ໄປ​ຍັງ​ບັນດາ​ອົງການສຳນັກງານ; ປຶກ​ສາ​ຫາລື​ທີ່​ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ, ພົບ​ປ​ະ​ເຈລະຈາ, ຜ່ານ​ເວັບ​ໄຊ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ. ບັນດາ​ສະ​ຖາ​ບັນ, ມະຫາວິທະຍາ​ໄລ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດຕັ້ງການ​ເມືອງ-​ສັງຄົມ, ອົງການ​ຈັດຕັ້ງການ​ເມືອງສັງຄົມ-​ວິຊາ​ຊີບ, ອົງການ​ຈັດຕັ້ງສັງຄົມ-​ວິຊາ​ຊີບ ​ແລ​ະ ບັນດາ​ອົງການ​ສັງຄົມ​ອື່ນ​ກໍ່​ຈະ​ຮັບເອົາຄຳ​ເຫັນ​ຂອງ​ປະຊາຊົນ. ຕາມ​ທ່ານ​ຫວູ໋ຈ້ອງ​ກິມ ຮອງ​ປະທານທັງ​ເປັນ​ເລຂາທິການ​ໃຫ່ຍຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລ້ວ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ແຜນການຮັບ​ເອົາ​ຄຳ​ເຫັນ​ປະກອບຈາກ​ປະຊາຊົນ​ເຂົ້າ​ໃນຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ດ້ວຍ​ບັນດາ​ຮູບ​ການ​ທີ່​ອຸດົມສົມບູນ​ຄື: ຈັດ​​ກອງ​ປະຊຸມ​ສຳ​ມະ​ນາ, ການ​ພົບ​ປະ​ເຈລະຈາຄັ້ງຕ່າງໆດ້ວຍ​ຫຼາຍ​ຫົວ​ເລື່ອງ, ​ເນື້ອ​ໃນ, ຂົນ​ຂວາຍ​ປະຊາຊົນ​ທຸກ​ຊັ້ນວັນນະ, ບັນດາ​ຜູ້​ຊົງຄຸນ​ວຸດ​ທິ, ນັກ​ປັນຍາ​ຊົນ, ຜູ້​ມີ​ຍົດ​ຖາ​ບັນດາສັກ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້ປະກອບຄຳ​ເຫັນ​ເຂົ້​າ​ໃນ​ເນື້ອ​ໃນ​ທັງ​ໝົດ​ຂອງຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຢ່າງ​ກົງ​ໄປ​ກົງ​ມາ

​ ເລື່ອງ​ດຳ​ເນີນການ​ຮັບເອົາຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ​ກ່ຽວ​ກັບຮ່າງ ປັບປຸງລັດຖະທຳ​ມະນູນ​ປີ 1992 ຊື່​ງ​ແກ່ຍາວ​ແຕ່​ວັນ​ທີ 2/1-31/3/2013 ​ໄດ້​ຮັບ​ຄວາມ​ມຸ້ງ​ຫວັງ​ວ່າ​ແມ່ນ​ບັ້ນດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ-​ກົດໝາຍ​ສຳຄັນ, ກ້ວາງ​ຂວາງ​ໃນ​ໝູ່​ປະຊາຊົນ, ​ເພື່ອ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ເຂົ້າຮ່ວມ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.



ຕອບກັບ

ຂ່າວ/ບົດ​ອື່ນ