ປະຊາຊົນຫວຽດນາມສາມັກຄີເພື່ອອະທິປະໄຕເຂດທະເລໝູ່ເກາະ ບ້ານເກີດເມືອງນອນ

(vovworld)- ຕໍ່ຫນ້າ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ​ 981 ຢ່າງ​ຜິດ​ກົດໝາຍ ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ໃນ​ຊຸມ​ມື້​ຜ່ານ​ມາ, ປະຊາ​ຊົນ​ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມ​ສາມັກຄີ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແລະ ຢຸດຕິ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ຢູ່​ທະ​ເລ​ຕາ​ເວັນອອກ. ຈາກ​ບັນດາ​ການ​ໂຮມ​ຊຸມນຸມ​ມິດ​ຕິງ, ການ​​ແຫ່​ຂະ​ບວນຄັດຄ້ານ​ໂດຍ​ສັນຕິພາບ, ບັນດາ​ການ​ກະທຳ​ທີ່​ແທ້​ຈິງ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ຕະຫລອດ​ຮອດ​ບັນດາ​ວິທີ​ລະດົມ​ກຳລັງ​ໃຈ​ປະຊາຊົນ, ນັກຮົບ​ຢູ່​ເຂດ​​ໝູ​່​ເກາະ​ທີ່​ຫ່າງ​ໄກ, ປະຊາຊົນ​ແຕ່ລະຄົນ ພວມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ, ທັງ​ໝົດ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ອຸທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ​ເພ່ືອ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີ​ດ​ເມືອງ​ນອນ.

ປະຊາຊົນຫວຽດນາມສາມັກຄີເພື່ອອະທິປະໄຕເຂດທະເລໝູ່ເກາະ ບ້ານເກີດເມືອງນອນ - ảnh 1
ກຳປັ່ນຈີນບຸກໂຈມຕີກຳປັ່ນຫວຽດນາມ
ພາບ:nguoiduatin.vn

        ​ໃນ​ເວລາ 2 ​ເດືອນ​ຜ່ານ​ມາ, ນັບ​ແຕ່​ເມື່ອ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ,​ຍາມ​ໃດ​ຫວຽດນາມ ກໍ​ສະ​ແດງ​ຄວາມ​ລະງັບ​ໃຈ, ສະ​ແດງ​ເຈດ​ຕະນາ​ດີ ​ແລະ ນຳ​ໃຊ້​ທຸກ​ຮູບ​ການ​ເຈລະ​ຈາ​ເພື່ອ​ຄັດ​ຄ້ານ ​ແລະ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກ​ຳປັ່ນ​ຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ​ເຄົາລົບ​ກົດໝາຍ​ສາກົນ, ສົນທິສັນ​ຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈີນ ພັດ​ມີ​ບັນດາ​ຖອຍ​ທຳນອງ​ຕູ່​ຫາ​ຫວຽດນາມ ຕໍ່​ປະຊາ​ຄົມ​ໂລກ, ມີ​ການ​ກະທຳ​ບຸກ​ໂຈມ​ຕີ​ບັນດາ​ກຳ​ປ່ັນ​ປະຕິບັດ​ກົດ​ໝາຍ​ຂອງ​ຫວຽດນາມ​ບົນ​ທະ​ເລ​ຢ່າງ​ລຽນຕິດ. ຍິ່ງ​ກວ່າ​​ເວລາ​ໃດ​ໝົດ, ທົ່ວ​ປວງ​ຊົນ​ຫວຽດນາມ ພວມ​ສາມັກຄີ​ກັນ​ເປັນ​ປືກ​ຫນຶ່ງແຜ່ນດຽວ, ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

        ສາມັກຄີ​ແມ່ນ​ກຳລັງ​ແຮງ-​ບົດ​ຮຽນ​ຈາກ​ອະ​ດີດ​ຕະການ

        ​ເລື່ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ບໍ່​ພຽງ​ແຕ່​ແມ່ນ​ບົດຮຽນ​ໃຫຍ່​ສຳລັບ​ໄຊຊະນະ​ຂອງ​ການ​ຕໍ່ຕ້ານ​ກູ້​ຊາດ​ຂອງ​ປະຊາຊົນ​ຫວຽດນາມກ່ອນ​ນີ້  ຫາກ​ຍັງ​ຮັກສາ​ຄຸນຄ່າ​ເໝືອນ​ເດີມ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປະຈຸ​ບັນ.  ທ່ານ ຟ້າ​ມ​ເທ​ຢວຽດ, ອະ​ດີດ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຖື​ວ່າ: ປະຫວັດສາດ​ຂອງ​ຫວຽດນາມ​ຜ່ານ​ແຕ່ລະ​ໄລຍະ ​ໄດ້​ພິສູ​ດ​ໃຫ້​ເຫັນ​ຄວາ​ມສາມັກຄີ​ແມ່ນ​ກຳລັງ​ແຮງ​​ເພື່ອ​ຊະນະ​ທຸກ​ສັດ​ຕູ​ຜູ້​ຮຸກ​ຮານ​ ​ບໍ່​ວ່າ ໃນ ​ສະພາບ​ການ​ໃດ, ຄວາມ​ອັນຕະລາຍ​ຄື​ແນວ​ໃດ.

        “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​​ເຮົາ​ຕ້ອງ​​ມີ​ຈິດ​ໃຈເດັດດ່ຽວ​ນຳ​ໃຊ້ກຳລັງ​ແຮງ​ຂອງ​ປະຊາຊົນ, ຄວາມ​ເປັນ​ທຳ​ເພື່ອຕໍ່ສູ້​ຍາດ​ເອົາ​ຊະນະ​. ຍາມ​ໃດ​ພວກ​ເຮົາ​ກໍ​ໝູ​ນ​ໃຊ້​ບົດ​ຮຽນ​ຂອງ​ຄົນ​ລຸ້ນກ່ອນ, ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ຄຳ​ຕັດສິນ​ຊີ້​ຂາດ. ຂ້າພະ​ເຈົ້າ​ຖື​ວ່າ ຕ້ອງ​ສືບ​ຕໍ່​ໝູນ​ໃຊ້​ກຳລັງ​ແຮງ​ຂອງ​ປະຊາຊົນ, ບັນດາ​ເຜົ່າ, ສາສະຫນາ​ເພື່ອ​ເຫັນ​ດີ​ເຫັນ​ພ້ອມ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ສະຫນັບສະຫນູນ​ແຜນ​ນ​ະ​ໂຍບາຍ​ຂອງ​ພັກ, ລັດ ປົກ​ປັກ​ຮັກສາ​ອະທິປ​ະ​ໄຕ​ຂອງ​ປະ​ເທດ​ຊາດ.”

        ​ເມື່ອ​ມີ​ຄວາມ​ສາມັກ​ຄີ​ນຳ​ກັນ, ​ປະຊາຊົນ​ຫວຽດນາມ ຈະ​ເຕົ້າ​ໂຮມ​ກຳລັງ​ແຮງ​ສັງ​ລວມ​ເພື​່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປົກ​ປັກ​ຮັກສາ​ເອກະລາດ, ອະທິ​ປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

        ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຕໍ່ຫນ້າ​ສະພາບ​​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວ​ັນອອກ

        ຫວຽດນາມ​ແມ່ນ​ປະ​ເທດ ຮັກຫອມ​ສັນຕິພາບ ​ແຕ່​ກໍ​ບໍ່​ປະ​​ໃຫ້​ປະ​ເທດ​​ໃດ​ນາບ​ຂູ່, ລ່ວງ​ລ້ຳ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ. ຕໍ່ຫນ້າ​ການ​ລ່ວງ​ລ້ຳ​ເຂດ​ນ່ານນ້ຳ, ​ເກາະ​ຜິດ, ນາບ​ຂູ່​ຈາກ​ຝ່າຍ​ຈີນ, ຫວຽດນາມ ຍັງ​ສືບ​ຕໍ່​ແຜນ​ນະ​ໂຍບາຍ​ເຈລະຈາດ້ວຍ​ຄວາມ​ຈິງ​ໃຈ. ​ແຕ່ ຖ້າ​ຫາກ​ຈີນ​ສືບ​ຕໍ່ ປີນຂັ້ນ​ໄດ ດ້ວຍ​ກຳລັງ​ອາວຸດ, ປະຊາຊົນ​ຫວຽດນາມ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ລຸກ​ຂຶ້ນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕົນ. ​​ເຈດ​ຈຳນົງ​ນັ້ນ​ໂດຍ​ແມ່ນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ:“ຍາມ​ໃດພວກ​ຂ້າພະ​ເຈົ້າກໍ​ຫວັງ​ມີ​ສັນຕິພາບ, ມິດຕະພາບ ​ແຕ່​ບົນ​ພື້ນຖານ​ຮັບປະກັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ອະທິປະ​ໄຕ, ​ຜຶນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບໍ່​ຍອມແລກ​ສິ່ງ​ທີ່ສັກກະ​ລະ​ບູຊາ​ນີ້​​ເພື່ອ​ຮັບເອົາ​ສັນຕິພາບ, ມິດຕະພາບ​ບໍ່​ຈະ​ແຈ້ງກໍ​ຄື​ບໍ່​​ເອື່ອຍ​ອີງ​ຈາກ​ຝ່າຍໃດ.”

        ການ​ກະທຳ​ຜິດພາດ​ຂອງ​ຈີນ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ ຂັດ​ໃຈ. ມາດ​ຕະການ​ແກ້​ໄຂ​ຂອງ​ລັດ​ກໍ​ຄື​ປະຕິກິລິຍາ​ຂອງ​ປະຊາຊົນ​ຕໍ່ຫນ້າ​​ເກາະ​ຜິດ​ຂອງ​ຈີນ​ຢູູ່​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ, ສາມັກຄີ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ຊາດ ​ໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ໝັ້ນຄົງ​. ຢູ່​ພາຍ​ໃນ​ປະ​ເທດ, ຄຳ​ຢື້​ຢາມ​ຖາມ​ຂ່າວ, ​ເຄື່ອງ​ຂອງ, ຂອງ​ຂວັນ​ຂອງ​ປະຊາຊົນ​ຢູ່​ເຂ​ດດິນ​ຕໍ່​ແຜ່ນ​ກໍ​ໄດ້​ສົ່ງ​ເຖິງພະນັກງານ​ພວມ​ ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໃນ​ທຸກ ວັນ​ແລະ​ຄືນ.

        ບໍ່​ພຽງ​ແຕ່​ປະຊາຊົນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເ​ທດ ກໍ​ໄດ້​ສະ​ແດງ​ຄວາມ​ສາມັກຄີ, ມຸ່ງ​ໄປ​ເຖິງ​ເຂດ​ທ​ະ​ເລ​ໝູ່​ເກາະອີກ​ດ້ວຍ​. ຢູ່​ຫລາຍ​ປະ​ເທດ, ປະຊາ​ຄົມ​ຊາວ​ຫວຽດນາມ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ, ​ແຫ່​ຂະ​ບວນຄັດຄ້ານຈີນ.

ທ່ານ ຫງວຽນ​ຟູ​ບີ​ງ, ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ສະມາຄົມ​ຕິດ​ຕໍ່​ພົວພັນ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ຊາວ​ຫວຽດນາມ​ຢູ່​ຕ່າງ​ປະ​ເທດ​ຫລາຍ​ຄົນ ຍັງ​ຊອກ​ຫາ​ເກັບ​ຮັກສາ​ບັນດາ​ເອກະສານ​ເພ່ືອ​ພິສູດ ​ເລື່ອງ​ຈີນ ​ໄດ້ທວງ​ເອົາ​ເຂດ​ນ້ຳ​ແດນ​ດິນ​ທີ​່ຜິດພາດ. ພິ​ເສດ ປັນຍາ​ຊົນຊື່​ງ​ແມ່ນ​ຊາວ​ຫວຽດນາມ​ອາ​ໄສຢູ່​ຕ່າງປະ​ເທດ​ຫລາຍ​ຄົນ ຍັງ​ຍົກ​ອອກ​ຄຳ​ໄຈ້​ແຍກ, ຂໍ​​້ອ້າງ​ຊັດ​ເຈນ, ຢືນຢັນ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ​ໃນ​ບັນດາ​​​ເວທີ​ປາ​ໄສ​ສາກົນ. ຍ້ອນ​ມີ​ບັນດາ​ການ​ກະທຳ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ຊື່​ງ​ເຮັດ​ໃຫ້​ປະຊາຊົນ​ໂລກ​ເຂົ້າ​ໃຈ​ຄວາ​ມ​ເປັນ​ທຳ, ນ້ຳ​ໃຈສາມັກຄີ​ຢ່າງ​ແຫນ້ນ​ແຟ້ນຂອງ​ປະຊາຊົນ​ຫວຽດນາມ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ. ທ່ານ ຫງວຽນ​ຟູ​ບີ​ງ ​ໃຫ້​ຮູ້​ວ່າ:

        “​​ເມື່ອ​ເຂດ​ນ້ຳ​ແດນ​ດິນ​ຂອງ​ປະ​ເທດ​ຊາດ​ຖືກ​ລ່ວງ​ລ້ຳ ປະຊາຊົນ​ຫວຽດນາມ​ລ້ວນ​ແຕ່​ສາມັກ​ຄີ​ເປັນ​ປືກຫນຶ່ງ​ແຜ່ນດຽວ. ຂ້າພະ​ເຈົ້າ​ເຫັນ​ວ່າ ນັ້ນ​ແມ່ນ​ສິ່ງ​ສຳຄັນ ​ແລະ ​ໃນ​ອະນາຄົດ ຖ້າພວກ​ເຮົາ​ເສີມ​ຂະຫຍາຍ​ຈິດ​ໃຈ​ນັ້ນ ປະຊາຊົນຫວຽດນາມ​ຈະ​ເຂົ້າ​ຮ່ວມ​ຫລາຍ​ກວ່າ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ຈຸດໝາຍ​ລວມ​ແມ່ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.”

        ຄວາມ​ຈິງ​​ໃຫ້​ເຫັນ​ວ່າ ຄວາມ​ສາມັກ​ຄີ ຍາມ​ໃດ​ກໍ​ແມ່ນ​ບົດຮຽນ​​​ໃຫຍ່ໃນ​ທຸກ​​ໄລຍະ. ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແມ່ນ​ອາວຸດ​​ແຫລມຄົມ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ​ຕ້ານ ​ແລະ ຕີ​ຊະນະ​ສັດ​ຕຸ​ທຸກ​ໂຕ, ສ່ວນ​ໃນ​ພາລະກິດ​ສ້າງສາ​ສັນຕິພາບ, ຄວາມ​ສາມັກຄີ​ໄດ້​ຜູກ​ມັດ​ທົ່ວ​ປວງ​ຊົນ​ເຂົ້າກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ເປັນ​ຈິດ​ຫນຶ່ງ​ໃນ​ດຽວ​​ເພື່ອ​ພັດທະນາ​ເສດ​ຖະກິດ​ສັງຄົມ, ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ. ມູນ​ເຊື້ອ​ສາມັກຄີ ຍັງ​ຊ່ວຍ​ປະ​ເທດ​ຫວຽດນາມ ​ເປັນ​ເຈົ້າ​ການ ​ແລະ ຕັ້ງຫນ້າ​ເປີດ​ກວ້າງ​ການ​ພົວພັນ​ກັບ​ສາກົນ, ​ເພື່ອ​ໃຫ້​ປະຊາຊົນ​​ໂລກ ​ເຂົ້າ​ໃຈ​ເຖິງ​ຄວາມ​ເປັນ​ທຳ, ຄວາມ​ສາມັກຄີ​ຢ່າງ​ແຫນ້​ນ​ແຟ້ນກັບ​ປະຊາຊົນ​ຫວຽດນາມ ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ, ຍຸຕິ​ທຳ​ກໍ​ຄື​ບັນດາ​ຄຸນຄ່າ​ອັນ​ສູງ​ສົ່ງ​ຂອງ​ມວນ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ