ປະຊາຊົນໄດ້ເຂົ້າຮ່ວມຕັດສິນບັນດາບັນຫາຂອງປະເທດຊາດ

(vovworld)- ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທ​ດ​ຖື​ວ່າ: ປະ​ຊາ​ທິ​ປະ​ໄຕ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ, ເຂັ້ມ​ງວດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ສັງ​ຄົມ, ຮັບ​ປະ​ກັນ​ເພື່ອ​ໃຫ້​ປະ​ຊາ​ຊົນ ເຂົ້າ​ຮ່ວມ​ຢູ່​ທຸກ​ຂອດ​ຂອງວິ​ວັດ​ການ ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ, ຊີ​ວິດ​ ​ຂອງ​ປະ​ຊາ​ຊົນ ແລະ ຂອງ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ມີງ​ເຈີມ, ລ້າຍ​ຮ​ວາ ທີ່​ມີ​ຫົວ​ຂໍ້​ວ່າ: ປະ​ຊາ​ຊົນ​ໄດ້​ເຂົ້າ​ຮ່ວມ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ຂອງ​ປະ​ເທດ​ຊາດ.

ປະຊາຊົນໄດ້ເຂົ້າຮ່ວມຕັດສິນບັນດາບັນຫາຂອງປະເທດຊາດ - ảnh 1
ມຸ້ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ

       ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຍື່ນ​ສ​ະ​ເຫນີ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໃນ​ພາກ “ສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ສະ​ຫ​ນິດ​ແຫນ້ນ​ລະ​ຫວ່າງ​ພັກ ແລະ ປະ​ຊາ​ຊົນ” ໄດ້​ລະ​ບຸ​ເນື້ອ​ໃນວ່າ: “ຫັນ​ລະ​ບອບ​ແນວ​ທາງ, ນະ​ໂຍ​ບາຍຂອງ​ພັກ​ເປັນ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ ແລະ ຕອບ​ສະ​ຫນອງ​ຜົນ​ປະ​ໂຫຍດ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ. ສືບ​ຕໍ່​ຫັນ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ນຳ​ພາ, ລັດ​ຄຸ​້ມ​ຄອງ, ປະ​ຊາ​ຊົນ​ເປັນ​ເຈົ້າ​ໃຫ້​ເປັນ​ລະ​ອຽດ, ເປັນ​ຕົ້ນ​ແມ່ນ​ເນື້ອ​ໃນ ປະ​ຊາ​ຊົນ​ເປັນ​ເຈົ້າ ແລະ ທິດ​ນຳ: ປະ​ຊາ​ຊົນ​ຮູ້, ປະ​ຊາ​ຊົນ​ປຶກ​ສາ​ຫາ​ລື, ປະ​ຊາ​ຊົນ​ເຮັດ, ປະ​ຊາ​ຊົນ​ກວດ​ກາ, ຕິດ​ຕາມກວດ​ກາ.”

       ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ເພື່ອ​ສ້າງ​ກຸ່ມກ​ອ້ນ​ມະ​ຫາ​ສາ​ມັກ​ຄີ

        ທ່ານ ຫງວຽນ​ຕຸກ, ກຳ​ມະ​ການ​ຄະ​ນະ​ປະ​ທານ​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ: ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຂອງ​ຫວຽດ​ນາມ ໄດ້​ຕັ້ງ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ​ແມ່ນ​ມີ​ທີ່​ຕັ້ງ​ສຳ​ຄັນ. ຈາກນັ້ນ ມີ​ຫລາ​ຍ​ແຜນ​ນະ​ໂຍ​ບາຍ, ມະ​ຕິ​ຂອງ​ພັກ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ​ໄດ້​ຫັນ​ເປັນ​ກົດ​ໝາຍ. ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ຫລາຍ​ສະ​ບັບ ເພື່ອ​ຮັບ​ປະ​ກັນ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ. ຄຽງ​ຄູ່​ກັນ​ນັ້ນ ມີ​ຮ່າງ​ກົດ​ໝາຍ​ຫລາຍ​ສະ​ບັບ ກໍ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ​ພວມ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຈະ​ມາ​ເຖິງ ຄື: ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫລື້ອ​ມໃສ​ສາ​ສະ​ຫນາ, ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວ… ທ່ານ ຫງວຽ​ນ​ຕຸກ ຖື​ວ່າ:

“ອາດ​ຈະ​ເວົ້າ​ໄດ້​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ສະ​ແດງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ. ມີ​ຫລາຍ​ກໍ​ລະ​ນີ ພັກ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ ແລະ ​ປັບ​ປຸງມະ​ຕິ​ຂອງ​ພັກຄືນ​ໃຫ້​ສອດ​ຄ່ອງກັບ​ທິດ​ນຳ​ຂອງ​ພັກ ແຕ່​ຕ້ອງ​ຕິດ​ພັນ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ.”

ທ່ານ ຫງວຽນ​ທາຍ​ຮ່​ວາ, ອະ​ດີດ​ຮອງ​ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ຄະ​ນະ​ພັກ​ແຂວງ ບັກ​ຢາງ ຖື​ວ່າ: ບັນ​ຫາ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ທີ່​ໄດ້​ວາງ​ອອກ​ແມ່ນ​ສອດ​ຄ​ອ່ງ​ກັບ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

        “ຢາກ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ຍາມ​ໃດ​ກໍ​ຕ້ອງ​ເຄົາ​ລົບ​ປະ​ຊາ​ຊົນ, ຄົບ​ລົບ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ. ຢາກ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ ຕ້ອງ​ເສີ​ມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ, ໃນ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ ຄວາມ​ສ​າ​ມັກ​ຄີ​ແມ່ນ​ກຳ​ລັງ​ຫນູນ.”

ເສີມ​ຂະ​ຫຍາຍ​ສິດ​ເປັ​ນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ຂົງ​ເຂດ

ກ່ຽວ​ກັບ​ບ​ັນ​ດາ​ມາດ​ຕະ​ການ​ເພື່ອ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປ​ະ​ໄຕ ຕິດ​ພັນ​ກັບ​ການປະ​ຕິ​ບັດ​ວິ​ໄນ, ຂໍ້​ກຳ​ນົດ​ກົດ​ລະ​ບຽບ, ຮັບ​ປະ​ກັນການ​ປະ​ຕິ​ບັດ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ມີ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຫລາຍ​ທ່ານ ກໍ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ ດ​້ວຍ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ຍື່ນ​ສະ​ເຫນີ​ກອງ​ປະ​ຊຸມ​ໃຫຍ​່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເມື່ອ​ຖື​ວ່າ: ທຸກ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ລ້ວນ​ແຕ່​ເລີ່ມ​ມາ​ຈາກ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ແລະ ປະ​ຊາ​ຊົນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ກອບ​ຄຳ​ເຫັນ. ທ່ານ ຈ້ຽວ​ດືກ​ແທງ, ສະ​ມາ​ຊິກ​ພັກ​ຢູ່ ນະ​ຄອນ ຮ່າ​ຢາງ ຖື​ວ່າ: ເພື່ອ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ເສີມ​ຂ​ະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ລັດ ຕ້ອງ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ, ຄົບ​ຖ້ວນ​ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ, ກົນ​ໄກ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ສ້າງ​ບັນ​ດາ​ປັດ​ໄຈ, ປະ​ຖົມ​ປັດ​ໄຈ​ເສດ​ຖະ​ກິດ​ສັງ​ຄົມ ເພື່ອ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ. ສິ່ງ​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ ປະ​ຊາ​ທິ​ປະ​ໄຕ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ຢູ່​ຂັ້ນ​ຮາກ​ຖານ ເພືື່ອ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຕົນ.

        “ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ ແຕ່​ຕ້ອງ​ເຮັດ​ແນວ​ໃດ ເປັນ​ຕົ້ນ​ຢູ່​ບັນ​ດາ​ອົງ​ການ​ພັກ​ຂັ້ນ​ຮາກ​ຖານ ຕ້ອງ​ມີ​ມາດ​ຕະ​ການ, ວິ​ທີ​ເຮັດ​ເພື່ອ​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ. ພິ​ເສດ ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັ​ທ​ະ​ນະ​ທຳ ​ຕ້ອງ​ເຄົາ​ລົບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ ແລະ ມີ​ມາ​ດ​ຕະ​ການ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຕົນ​ຢູ່​ໃນ​ຂອດ​ທຳ​ອິດ. ພ້ອມ​​ກັນ​ນັ້ນ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຕິດ​ຕາມກວດ​ກາ​ໝາກ​ຜົນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ຈຸດ​ໝາຍ​ຂອງ​ພັກ​ທີ່​ໄດ້​ວາງ​ອອກ.”

ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ ແລະ ຮັບ​ປະ​ກັນ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ແມ່ນ​ແນ​ໃສ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ, ເພີ່​ມ​ທະ​ວີ​ກຸ່ມກ​ອ້ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ແລະ ສາຍ​ພົວ​ພັນ​ສະ​ຫນິດ​ແຫນ້ນ​ລະ​ຫວ່າງ​ພັກ ກັບ​ປະ​ຊາ​ຊົນ, ເຕົ້າ​ໂຮມ, ຂົນ​ຂວາຍ​ປະ​ຊາ​ຊົນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ຊາ​ຊົນ, ສ້າງເປັນ​ຂະ​ບວນ​ການ​ປະ​ຕິ​ວັດ​ຢ່າງກວ້າງ​ຂວາງ​ໃນ​ການ​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ