ປະຊາທິປະໄຕ, ເຕົ້າໂຮມພູມປັນຍາປະຊາຊົນ ເພື່ອວາງກຳນົດແນວທາງຂອງພັກ

(VOVWORLD) - ປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສຳຜັດ ແລະ ເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງເອກະສານຢ່າງເປັນທາງການ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຄັ້ງທີ 13 ນັບແຕ່ວັນທີ 20 ຕຸລາ 2020 ເປັນຕົ້ນໄປ. 

ນີ້ແມ່ນບັ້ນເຄື່ອນໄຫວດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງ, ມີຄວາມໝາຍ; ສະແດງໃຫ້ເຫັນຈິດໃຈປະຊາທິປະໄຕ, ເຕົົ້ົ້າໂຮມພູມປັນຍາ, ເສີມຂະຫຍາຍຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ ໃນການວາງກຳນົດແນວທາງ, ແຜນນະໂຍບາຍ, ລັດຖະນະໂຍບາຍສຳຄັນຂອງປະເທດຊາດ ແລະ ປະກອບສ່ວນຍົກສູງຄຸນນະພາບເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຂອງພັກ.

ປະຊາທິປະໄຕ, ເຕົ້າໂຮມພູມປັນຍາປະຊາຊົນ ເພື່ອວາງກຳນົດແນວທາງຂອງພັກ - ảnh 1ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12. ພາບ: dangcongsan.vn.

        ຮ່າງເອກະສານຄັ້ງນີ້ ມີຈຸດໃໝ່ ແລະ ຈຸດພົ້ນເດັ່ນສຳຄັນຫລາຍຢ່າງ. ຕາມທ່ານສາດສະດາຈານ, ປະລິນຍາເອກ ຟຸ່ງຮືວຝູ໊, ຮອງປະທານ ຜູ້ປະຈຳການສະພາທິດສະດີສູນກາງພັກແລ້ວ, ບັນດາຈຸດໃໝ່ທີ່ລະບຸຢູ່ໃນຮ່າງເອກະສານ ໄດ້ສະແດງໃຫ້ເຫັນນັບແຕ່ແນວຄິດຊີ້ນຳຈົນເຖິງການກຳນົດເປົ້າໝາຍ. ຈຸດໃໝ່ໃນການກຳນົດທິດບັນດາຂົງເຂດພັດທະນາໂດຍພື້ນຖານກ່ຽວກັບດ້ານເສດຖະກິດ, ວັດທະນະທຳສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ, ລະບົບການເມືອງ ແລະ ຈຸດໃໝ່ໃນການກຳນົດບັນດາຂອດບຸກທະລຸຍຸດທະສາດ. ທ່ານ ຟຸ່ງຮືວຝູ໊ ໃຫ້ຮູ້ວ່າ:

        “ຈຸດໃໝ່ຍ້ອນວ່າ ມີຫລາຍບັນຫາໄດ້ປະກົດຂຶ້ນໃນສະພາບການໃໝ່ ແລະ ພວກເຮົາຕ້ອງໄດ້ບືນຕົວຂຶ້ນເພື່ອສຳຜັດກັບມັນ. ຈຸດໃໝ່ຍ້ອນວ່າ ພວກເຮົາໄດ້ສະສົມປະສົບການ, ບົດຮຽນພາຍຫລັງການປ່ຽນແປງໃໝ່ປະເທດຊາດເປັນເວລາ 35 ປີ.ຈຸດໃໝ່ໜຶ່ງອີກ ແມ່ນພວກເຮົາໄດ້ສຳຜັດກັບທ່າອ່ຽງການພັດທະນາຂອງໂລກ ແລະ ສຳຜັດກັບຈິນຕະນາການທັນສະໄໝ, ບົດຮຽນທີ່ປະສົບຜົນສຳເລັດຜົນຂອງບັນດາປະເທດ.

        ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ບໍ່ພຽງແຕ່ຕີລາຄາໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກເທົ່ານັ້ນ ຫາກຍັງຕີລາຄາໄລຍະ 10 ປີແຫ່ງການປະຕິບັດໂຄງການການເມືອງວ່າດ້ວຍການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍໃນປີ 2011), 30 ປີແຫ່ງການປະຕິບັດໂຄງການການເມືອງ 1991. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຮ່າງເອກະສານບໍ່ພຽງແຕ່ຍົກອອກເປົ້າໝາຍ, ການກຳນົດທິດໄລຍະ 5 ປີ, 10 ປີເທົ່ານັ້ນ ຫາກຍັງຍົກອອກວິໄສທັດການກຳນົດທິດຮອດປີ 2045 ທີ່ຕິດພັນກັບ 2 ເຫດການສຳຄັນຍິ່ງ ນັ້ນແມ່ນເຫດການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກໃນປີ 2030 ແລະ 100 ປີແຫ່ງວັນສະຖາປະນາປະເທດໃນປີ 2045. ກ່ຽວກັບ 3 ບາດກ້າວບຸກທະລຸຍຸດທະສາດຂອງບັນດາກອງປະຊຸມໃຫຍ່ຄັ້ງທີ 11, 12 ຂອງພັກ ຍັງຄົງມີຄຸນຄ່າເດີມ, ຮ່າງເອກະສານໃນຄັ້ງນີ້ ໄດ້ເພີ່ມເຕີມ, ຫັນເປັນລະອຽດໃຫ້ເໝາະສົມກັບໄລຍະພັດທະນາໃໝ່. ທ່ານປະລິນຍາເອກ ດິງກວາງຕີ, ອະດີດຫົວໜ້າກົມສະພາທິດສະດີສູນກາງພັກ ຖືວ່າ:

        “ຈຸດທີ່ເປັນເອກະລັກສະເພາະຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນໄດ້ຕິດພັນກັບເຫດການສຳຄັນຂອງປະເທດຊາດ, ຂອງພັກ. ເພື່ອເຮັດໃຫ້ເປົ້າໝາຍດັ່ງກ່າວປະກົດຜົນເປັນຈິງນັ້ນ ໃນແຕ່ລະໄລຍະ 2021 2025 ຕ້ອງກຳນົດແຕ່ລະເປົ້າໝາຍໃຫ້ແທດຈິງ ແລະ ຈະແຈ້ງ. ເປົ້າໝາຍໄລຍະ 2021 2025 ນີ້ເອງກໍ່ຕ້ອງກຳນົດເປົ້າໝາຍໃຫ້ຈະແຈ້ງ, ແທດຈິງ ເປັນຕົ້ນແມ່ນປະຖົມປັດໄຈ, ບ່ອນອີງ ເພື່ອໃຫ້ພວກເຮົາມຸ່ງໄປເຖິງເປົ້າໝາຍ 2030. ພ້ອມກັນນັ້ນ ຈາກບັນດາເປົ້າໝາຍຮອດປີ 2030, ກໍ່ຕ້ອງເປັນບ່ອນອີງເພື່ອມຸ່ງໄປເຖິງເປົ້າໝາຍ 2045. ສະນັ້ນ ການກຳນົດເປົ້າໝາຍນັ້ນ ຕ້ອງມີລັກສະນະພິຖິີພິຖັນ, ລະມັດລະວັງ.

ປະຊາທິປະໄຕ, ເຕົ້າໂຮມພູມປັນຍາປະຊາຊົນ ເພື່ອວາງກຳນົດແນວທາງຂອງພັກ - ảnh 2 ທ່ານສາດສະດາຈານ, ປະລິນຍາເອກ ຟຸ່ງຮືວຝູ໊

        ເມື່ອທຽບໃສ່ກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກແລ້ວ, ແຕ່ຫົວຂໍ້ຈົນເຖິງພາກສ່ວນເນື້ອໃນຕ່າງໆ, ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ລ້ວນແຕ່ມີບັນດາເນື້ອໃນໃໝ່ ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ ໃນຈິນຕະນາການທິດສະດີຂອງພັກ. ພິເສດແມ່ນ ບົນພື້ນຖານການສະຫລຸບພຶດຕິກຳຕົວຈິງໃນການສ້າງສາ ແລະ ພັດທະນາປະເທດຊາດ, ຮ່າງເອກະສານຄັ້ງນີ້ ໄດ້ມີບາດກ້າວພັດທະນາກ່ຽວກັບການເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນ. ໄປຄຽງຄູ່ກັບກົນໄກປະຊາທິປະໄຕ, ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ, ປະຊາຊົນກວດກາຄືກ່ອນນີ້, ຮ່າງເອກະສານຍັງມີເນື້ອໃນເພີ່ມຕື່ມອີກ ນັ້ນແມ່ນ “ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຊົມໃຊ້”. ພ້ອມກັນນັ້ນ, ບັນດາຂົງເຂດເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ກໍ່ສ້າງພັກ ແລະ ລະບົບການເມືອງ ລ້ວນແຕ່ມີບັນດາຈຸດໃໝ່ ໃນການກຳນົດບາດກ້າວບຸກທະລຸຍຸດທະສາດ.

        ທັດສະນະຂອງພັກ ແມ່ນການກະກຽມບັນຫາເອກະສານໃຫ້ມີຄວາມລອບຄອບຖີ່ຖ້ວນ, ລະອຽດ. ສະນັ້ນ ເລື່ອງສ້າງເອກະສານໄດ້ດຳເນີນໃນຕະຫລອດ 2 ປີຜ່ານມາ ດ້ວຍການກະກຽມຢ່າງພິຖີພິຖັນ, ລະອຽດ, ດ້ວຍຈິດໃຈເຂັ້ມງວດ, ວິທີປະຕິບັດຢ່າງມີແບບມີແຜນ, ມີວິທະຍາສາດ ແລະ ສ້າງສັນ, ເຄົາລົບນັບຖື. ເລື່ອງຮັບເອົາຄຳເຫັນປະກອບ ຈາກປະຊາຊົນ ແລະ ລວບລວມຄຳເຫັນຂອງພະນັກງານ, ສະມາຊິກພັກ, ປະຊາຊົນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ນັບແຕ່ວັນທີ 20 ຕຸລາ 2020 ເປັນຕົ້ນໄປ, ແນໃສ່ເຕົ້າໂຮມ ແລະ ເສີມຂະຫຍາຍພູມປັນຍາ, ສິດເປັນເຈົ້າຂອງປະຊາຊົນເຂົ້າຮ່ວມການປະກອບສ່ວນ ພ້ອມກັບພັກ ໃນການວາງກຳນົດແນວທາງ, ແຜນນະໂຍບາຍ, ລັດຖະນະໂຍບາຍສຳຄັນຂອງປະເທດຊາດຮອດປີ 2025, ວິໄສທັດຮອດປີ 2030 ແລະ 2045; ປະກອບສ່ວນຍົກສູງຄຸນນະພາບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກຕື່ມອີກ. ການປະກາດ, ປຶກສາຫາລື, ຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກໍ່ເປັນການປະກອບສ່ວນສ້າງຄວາມເຫັນດີເປັນເອກະພາບຢ່າງສູງ ກ່ຽວກັບສະຕິຄວາມຮັບຮູ້, ການກະທຳ ແລະ ເຈດຈຳນົງຕັດສິນໃຈໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຢ່າງມີໄຊ. ສິ່ງດັ່ງກ່າວ ອີກຄັ້ງໜຶ່ງໄດ້ເປັນການຢັ້ງຢືນທັດສະນະທີ່ວ່າ ຍາມໃດກໍ່ຖືປະຊາຊົນເປັນກົກຂອງພັກກອມມູນິດ ຫວຽດນາມ. ເມື່ອພັກຮັບຟັງຢ່າງແທ້ຈິງ, ຮັບເອົາຄຳເຫັນດ້ວຍຄວາມຈິງໃຈນັ້ນ ແນ່ນອນວ່າ ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຈະເຕົ້າໂຮມພູມປັນຍາ, ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ ໃນການກຳນົດທິດແນວທາງການພັດທະນາປະເທດຊາດ ມຸ່ງໄປເຖິງຄວາມຄາດຫວັງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ ແລະ ມີຄວາມຜາສຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ