ປະ​ຕິ​ບັດ ນະ​ໂຍ​ບາຍ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ກັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີໃຫ້​ເປ​ັ​ນ​ຢ່າງ​ດີ

(VOVWORLD) - ບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນນະໂຍບາຍພິເສດ ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງພັກ, ລັດ ຫວຽດນາມ ສຳລັບບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດໃຫ້ແກ່ພາລະກິດແຫ່ງການປະຕິວັດ
ປະ​ຕິ​ບັດ ນະ​ໂຍ​ບາຍ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ກັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີໃຫ້​ເປ​ັ​ນ​ຢ່າງ​ດີ - ảnh 1ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເລກ 9 ໃນວັນທີ 26 ກໍລະກົດ
(ພາບ: nhandan.vn)

ໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫລະຊີວິດເພື່ອຊາດຂອງທຸກປີ ແມ່ນເຫດການມີຄວາມໝາຍມະນຸດສາດອັນເລິກເຊິ່ງ ຢູ່ ຫວຽດນາມ. ນີ້ແມ່ນໂອກາດທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ອາໄລຫາ, ສະແດງຄວາມຮູ້ບຸນຄຸນນັກປະຕິວັດອາວຸໂສລຸ້ນຕ່າງໆ, ນັກຮົບວິລະຊົນເສຍສະຫລະຊິວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ໄດ້ມີການອຸທິດສ່ວນເລືອດເນື້ອເຫື່ອແຮງຂອງຕົນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄື ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ.

ນັບແຕ່ເມື່ອປີ 1947 ມາຮອດປະຈຸບັນ, ພັກ, ລັດຫວຽດນາມ ໄດ້ມີຄວາມເອົາໃຈໃສ່ຊີ້ນຳນຳພາປະຕິບັດວຽກງານຕອບບຸນແທນຄຸນເປັນຢ່າງດີ ແລະ ປະກາດໃຊ້ຫລາຍແຜນນະໂຍບາຍ, ນະໂຍບາຍເພື່ອຫນູນຊ່ວຍທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຍາດຕິພີ່ນ້ອງຜູ້ເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຖືນີ້ແມ່ນຫນ້າທີ່ການເມືອງສຳຄັນ ເປັນປະຈຳຂອງຕົນ.

ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີ ດ້ວຍການເຄື່ອນໄຫວທີ່ແທດຈິງ

ວັນທີ 27 ກໍລະກົດ, ຢູ່ຕາແສງ, ເທດສະບານທັງໝົດຢູ່ແຂວງ ຕຽນຢາງ ກໍ່ຄືບັນດາຕາແສງ, ເທດສະບານໃນທຸກແຖບຖິ່ນຂອງປະເທດຊາດ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອຖະຫວາຍທູບທຽນອາໄລຫາບັນດານັກວິລະຊົນນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ບໍລິເວນແຂວງ. ທີ່ພິທີສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເສຍສະຫລະຊີວິດເພື່ອຊາດແຂວງຕຽນຢາງ, ປ້າ ເຈີນທິເລະ ປະຊາຊົນນະຄອນ ໝີທໍ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

“ຂ້າພະເຈົ້າຮູ້ສຶກວ່າ ສັງຄົມນັບມື້ນັບມີຄວາມເອົາໃຈໃສ່, ອາໄລຫານັກວິລະຊົນ ນັກຮົບເສຍສະຫລະຊີວິດເພື່ອຊາດ. ພວກເຮົາມີຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກຄືໃນວັນນີ້ ພວກເຮົາບໍ່ອາດລືມຄຸນງາມຄວາມດີຂອງຜູ້ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ. ຂ້າພະເຈົ້າປາດຖະຫນາວ່າ ຈິດໃຈ “ຕອບບຸນແທນຄຸນ”ນີ້ ຈະໄດ້ຮັກສາ ແລະ ເສີມຂະຫຍາຍຕະຫລອດການ ”

ແຂວງ ບັກກ້ານ ປະຈຸບັນ ຜູ້ມີຄຸນງາມຄວາມດີ ກວ່າ 33.000 ຄົນ, ໃນນັ້ນ ມີເກືອບ 3000 ຄົນ ພວມໄດ້ຊົມໃຊ້ເງິນອຸດຫນູນຈາກ ງົບປະມານ. ໃນໂອກາດວັນທີ 27 ກໍລະກົດ, ມີຊາວຫນຸ່ມ, ສະມາຊິກຄະນະຊາວຫນຸ່ມ ນັບພັນໆເທື່ອຄົນ ໄດ້ເຂົ້າຮ່ວມການບູລະນະປະຕິສັງຂອນອະນຸສາວະລີ, ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ທະຫາຍເສຍອົງຄະ, ທະຫານເຈັບປ່ວຍ, ຜູຸ້ຖືກຕິດທາດພິດສີສົ້ມ ແລະ ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດ.. ຢູ່ ແຂວງ ກາວບັ່ງ, ທຸກຂັ້ນ ຂະແຫນງການ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນບໍລິເວນແຂວງ. ທ່ານນາງ ຮວ່າງທີໝີຫາວ, ຫົວຫນ້າພະແນກແຮງງານ, ທະຫານເສຍອົງຄະ - ແຂວງ ກາວບັ່ງ ໃຫ້ຮູ້ວ່າ: ປະຈຸບັນ ທົ່ວແຂວງ ມີຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກວ່າ 48.000 ຄົນ ໄດ້ຊົມໃຊ້ນະໂຍບາຍຕາມການກຳນົດ.

“ເຖິງວ່າແຂວງຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ວ່າ ໃນແຕ່ລະປີ, ແຂວງ ກາວບັ່ງ ຍັງໄດ້ສະຫງວນຈຳນວນເງິນກ່ວາ 10 ຕື້ດົ່ງ (ເທົ່າກັບ 422.000 ໂດລາສະຫະລັດ) ຈາກງົບປະມານເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ. ທັດສະນະຂອງແຂວງນັ້ນແມ່ນ, ຕ້ອງເບິ່ງແຍງດູແລເພື່ອໃຫ້ບັນດາຜູ້ມີຄຸນງາມຄວາມດີ ມີຊີວິດການເປັນຢູ່ທຽບເທົ່າກັບລະດັບຄ່າຄອງຊີບຂອງປະຊາຊົນບ່ອນທີ່ຢູ່ອາໄສ”.

ປະ​ຕິ​ບັດ ນະ​ໂຍ​ບາຍ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ກັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີໃຫ້​ເປ​ັ​ນ​ຢ່າງ​ດີ - ảnh 2ຕຳຫຼວດປະຊາຊົນແຂວງ ບັກກ້ານ ໄດ້ມາອະນາໄມຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ:VOV)

ບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີແມ່ນນະໂຍບາຍພິເສດຂອງ ຫວຽດນາມ

     ບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນນະໂຍບາຍພິເສດ ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງພັກ, ລັດ ຫວຽດນາມ ສຳລັບບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດໃຫ້ແກ່ພາລະກິດແຫ່ງການປະຕິວັດ. ມາຮອດປະຈຸບັນ, ທົ່ວປະເທດມີຈຳນວນຜູ້້ມີຄຸນງາມຄວາມດີຕໍ່ການປະຕິວັດກ່ວາ 9,2 ລ້ານຄົນ, ໃນນັ້ນມີກ່ວາ 1,3 ລ້ານຄົນໄດ້ຮັບເງິນອຸດໜູນໃນແຕ່ລະເດືອນ. ໃນໄລຍະ 2012 – 2022, ພັກ, ລັດ ໄດ້ສະຫງວນຈຳນວນເງິນກ່ວາ 357.000 ຕື້ດົ່ງ (ເທົ່າກັບ 15,4 ຕື້ໂດລາສະຫະລັດ) ເພື່ອປະຕິບັດນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງ, ຄອບຄົວຜູ້ມີຄຸນງາມຄວາມດີ. ທົ່ວປະເທດໄດ້ຂົນຂວາຍຈຳນວນເງິນກ່ວາ 13.000 ຕື້ດົ່ງ (561 ລ້ານໂດລາສະຫະລັດ) ໜູນຊ່ວຍຄອບຄົວຜູ້ມີຄຸນງາມຄວາມດີກໍ່ສ້າງເຮືອນໃໝ່ກ່ວາ 84.000 ຫຼັງ ແລະ ປົວແປງເຮືອນແຫ່ງສາຍຈິດມິດໃຈກ່ວາ 69.000 ຫຼັງ; ມອບປື້ມເງິນຝາກປະຢັດໃຫ້ບັນດາຄອບຄົວນະໂຍບາຍ ແລະ ເບິ່ງແຍງດູແລສຸຂະພາບ, ຊີວິດການເປັນຢູ່ຂອງແມ່ ຫວຽດນາມ ວິລະຊົນ… ທ່ານ ຫງວຽນບ໋າຮວານ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

        “ສຳລັບເລື່ອງສ່ວນບຸກຄົນ, ອົງການ, ຫົວໜ່ວຍຕ່າງໃນສັງຄົມເຂົ້າຮ່ວມການເບິ່ງແຍງດູແລ, ລ້ຽງດູ ບັນດາຜູ້ມີຄຸນງາມຄວາມດີໄດ້ປະຕິບັດໃຫ້ເປັນຢ່າງດີໄດ້ຮັບການຜັນຂະຫຍາຍ. ການລະດົມບັນດາອົງການສັງຄົມ, ບັນດາຜູ້ໃຈບຸນໃຈກຸສົນເບິ່ງແຍດູແລຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີ. ເນື່ອງໃນໂອກາດນີ້, ອຳນາດການປົກຄອງຂັ້ນຕ່າງໆ ກໍ່ໄດ້ເອົາໃຈໃສ່, ເບີກຈ່າຍຈຳນວນເງິນນັບຮ້ອຍຕື້ດົ່ງຈາກງົບປະມານສູນກາງ, ທະນາຄານທ້ອງຖິ່ນ ລະດົມຈາກແຫຼ່ງອື່ນໆຜ່ານແນວໂຮມປະເທດຊາດ ຫວຽດນາມ, ບັນດາສະມາຄົມ, ບັນດາວິສາຫະກິດ ເພື່ອເບິ່ງແຍງດູແລສຸຂະພາບ, ລ້ຽງດູ ບັນດາຜູ້ມີຄຸນງາມຄວາມດີ”.

        ບຸລິມະສິດຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ນະໂຍບາຍພິເສດຂອງພັກ ແລະ ລັດ ຫວຽດນາມ, ໄດ້ຜັນຂະຫຍາຍຢ່າງຮອບດ້ານໃນຫຼາຍປີຜ່ານມາ. ເລື່ອງເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ບໍ່ພຽງແຕ່ສະແດງບຸລິມະສິດພິເສດຂອງພັກ, ລັດສຳລັບຜູ້ມີຄຸນງາມຄວາມດີເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຊີວິດສັງຄົມ, ພັດທະນາປະເທດຊາດແບບຍືນຍົງອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ