ປະ​ຕິ​ບັດ​ການ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -ພັດທະນາເສດຖະກິດດີຈີຕອນແມ່ນໜຶ່ງໃນບັນດາການກຳນົດທິດ, ພ້ອມກັນນັ້ນກໍ່ແມ່ນເປົ້າໝາຍສຳຄັນກ່ຽວກັບການພັດທະນາຂອງ ຫວຽດນາມ. ຕາມນັ້ນແລ້ວ, ເສດຖະກິດດີຈີຕອນພ້ອມກັບລັດຖະບານ ດີຈີຕອນ ແລະ ສັງຄົມດີຈີຕອນແມ່ນ ໜຶ່ງ ໃນ 3 ເສົາຄ້ຳຂອງການຫັນເປັນດີຈີຕອນ - ທ່າອ່ຽງຈຳເປັນຂອງທົ່ວໂລກ ເຊິ່ງລັດຖະບານທີ່ກຳນົດຢ່າງຈະແຈ້ງ. ຊຸມປີຜ່ານມາ, ລັດຖະບານ, ປະຊາຄົມວິສາຫະກິດ ແລະ ທັງໝົດພາກສ່ວນເສດຖະກິດ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອຫັນເປົ້າໝາຍພັດທະນາເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ.
ປະ​ຕິ​ບັດ​ການ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ພາບປະກອບ: tuyengiao.vn

ຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຊັນປະກາດໃຊ້ ຂໍ້ຕົກລົງ ເລກທີ 411 ວ່າດ້ວຍການອະນຸມັດຜ່ານຍຸດທະສາດແຫ່ງຊາດພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ຈົດຮອດປີ 2025, ກຳນົດທິດຮອດປີ 2030. ຍຸດທະສາດຊີ້ແຈ້ງວ່າ, ການພັດທະນາເສດຖະກິດດີຈີຕອນຊ່ວຍໃຫ້ປະຊາຊົນຮັ່ງມີກ່ວາ, ປະກອບສ່ວນນຳຫວຽດນາມ ລື່ນກາຍລະດັບລາຍຮັບປານກາງຕ່ຳໃນປີ 2025, ບັນລຸໄດ້ລະດັບລາຍຮັບປານກາງສູງໃນປີ 2030 ແລະ ບັນລຸໄດ້ລາຍຮັບສູງ ໃນປີ 2045.

ເປົ້າໝາຍພັດທະນາເສດຖະກິດດີຈີຕອນ ຂອງ ຫວຽດນາມ

        ຕາມຍຸດທະສາດແລ້ວ, ເສດຖະກິດດີຈີຕອນ ລວມມີ: ເສດຖະກິດດີຈີຕອນ ICT ແມ່ນອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການບໍລິການໂທລະຄົມມະນາຄົມ, ເສດຖະກິດພື້ນຖານແມ່ນການເຄື່ອນໄຫວເສດຖະກິດຂອງບັນດາພື້ນຖານດີຈີຕອນ, ບັນດາລະບົບອອນລາຍເຊື່ອມຕໍ່ລະຫວ່າງການສະໜອງກັບຄວາມຕ້ອງການ ແລະ ບັນດາການບໍລິການທາງອອນລາຍໃນອິນເຕີແນັດ; ເສດຖະກິດດີຈີຕອນຂະແໜງ ແມ່ນການເຄື່ອນໄຫວເສດຖະກິດດີຈີຕອນໃນບັນດາຂະແໜງ, ຂົງເຂດ. ຍຸດທະສາດໄດ້ວາງເປົ້າໝາຍພັດທະນາເສດຖະກິດດີຈີຕອນ ICT ດ້ວຍຈຸດສຸມແມ່ນວິສາຫະກິດ, ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam, ມີຄວາມກົມກຽວດ້ວຍການດຶງດູດ FDI ທີ່ມີການຄັດເລືອກ, ເພີ່ມທະວີປະລິມານສົ່ງອອກ. ພັດທະນາພື້ນຖານເສດຖະກິດດີຈີຕອນ ດ້ວຍຈຸດສຸມແມ່ນບັນດາພື້ນຖານດີຈີຕອນແຫ່ງຊາດ, ແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດດີຈີຕອນຂະແໜງ, ຂົງເຂດ. ພັດທະນາເສດຖະກິດດີຈີຕອນຂະແໜງ ດ້ວຍຈຸດສຸມແມ່ນໃຫ້ບຸລິມະສິດແກ່ການນຳພື້ນຖານດີຈີຕອນເຂົ້າເຄື່ອນໄຫວລວມ ແລະ ມີຄວາມເປັນເອກະພາບໃນແຕ່ລະຂະແໜງ, ຂົງເຂດ.

ບັນດາເປົ້າໝາຍພື້ນຖານກ່ຽວກັບການພັດທະນາເສດຖະກິດດີຈີຕອນຮອດປີ 2025 ລວມມີ:  ອັດຕາສ່ວນເສດຖະກິດດີຈີຕອນບັນລຸ 20% GDP, ອັດຕາສ່ວນເສດຖະກິດດີຈີຕອນໃນແຕ່ລະຂະແໜງ, ຂົງເຂດບັນລຸຢ່າງໜ້ອຍສຸດ 10%, ອັດຕາສ່ວນການຄ້າເອເລກໂຕນິກ ໃນການຂາຍຍ່ອຍບັນລຸທັງໝົດກ່ວາ 10%, ອັດຕາວິສາຫະກິດນຳໃຊ້ສັນຍາເອກເລັກໂຕນິກບັນລຸກ່ວາ 80%, ອັດຕາວິສາຫະກິດຂະໜາດນ້ອຍ ແລະ ກາງນຳໃຊ້ພື້ນຖານດີຈີຕອນບັນລຸກ່ວາ 50% ແລະ ອັດຕາບຸກຄະລາກອນແຮງງານເສດຖະກິດດີຈີຕອນໃນກຳລັງແຮງງານບັນລຸກ່ວາ 2%.

ກ່ອນໜ້ານັ້ນ, ມະຕິເລກທີ 52 ໃນວັນທີ 27 ກັນຍາ ປີ 2019, ຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ “ກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4”, ເນັ້ນໜັກວ່າ: ເປົ້າໝາຍຮອດປີ 2025, ເສດຖະກິດດີຈີຕອນກວມເອົາປະມານ 20% GDP ແລະ ຫຼາຍກ່ວາ 30% GDP ໃນປີ 2030, ດ້ວຍສະມັດຕະພາບການອອກແຮງງານເພີ່ມຂຶ້ນກ່ວາ 7%/ປີ. ປີ 2045, ຫວຽດນາມ ວາງເປົ້າໝາຍກາຍເປັນໜຶ່ງໃນບັນດາສູນຜະລິດ ແລະ ການບໍລິການອັດສະລິຍະ, Startup, ປ່ຽນແປງໃໝ່ປະດິດຄິດສ້າງນຳໜ້າ ອາຊີ.

ບັນດາພື້ນຖານສຳຄັນ

       ມາຮອດຈຸດເວລານີ້, ຫວຽດນາມ ໄດ້ຮັບການຕີລາຄາວ່າເປັນໜຶ່ງໃນບັນດາປະເທດມີການກະທຳຢ່າງທັນການໃນການສ້າງ ແລະ ປັບປຸງຂໍ້ກຳນົດດ້ານກົດໝາຍໃຫ້ສົມບູນແບບ, ກຳນົດທິດຍຸດທະສາດພັດທະນາໃນວິວັດທະນາການຫັນ ພື້ນຖານເສດຖະກິດເປັນດີຈີຕອນ.

ປະ​ຕິ​ບັດ​ການ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 2ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົ່ງ
(ພາບ: sggp.org.vn)

        ຕາມບັນດາສຳນັກການເງິນທີ່ມີອິດທິພົນຊື່ສຽງສາກົນແລ້ວ, ປັດຈຸບັນ ຫວຽດນາມ ມີບັນດາພື້ນຖານ, ທ່າໄດ້ປຽບທີ່ສຳຄັນເພື່ອພັດທະນາເສດຖະກິດດີຈີຕອນ. ໃນນັ້ນ, ທະນາຄານໂລກ (WB) ຕີລາຄາວ່າ, ອັດຕາແກ້ງແຍ້ງລະຫວ່າງບັນດາອົງການຈັດຕັ້ງຂຶ້ນກັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມຂອງ ຫວຽດນາມ ຢູ່ລະດັບສູງກ່ວາເມື່ອທຽບໃສ່ກັບບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້, ຄ່າບໍລິການອິນເຕີແນັດ ຂອງ ຫວຽດນາມ ມີການແກ້ງແຍ້ງຢູ່ລະດັບສູງທີ່ສຸດໃນພາກພື້ນ. ຂອບເຂດການແລກປ່ຽນການບໍລິການໂທລະຄົມມະນາຄົມ, ຄອມພິວເຕີ ແລະ ຜະລິດຕະພັນເຕັກໂນໂລຢີຂໍ້ມູນຂ່າວສານ ຂອງ ຫວຽດນາມ ເພີ່ມຂຶ້ນໄວ ເຊິ່ງສະແດງໃຫ້ເຫັນທ່າອ່ຽງພັດທະນາໂດຍໄວຂອງພື້ນຖານເສດຖະກິດດີຈີຕອນໃນອະນາຄົດ. ຄວາມສາມາດໃນການເຊື່ອມຕໍ່ອິນເຕີແນັດ ຂອງ ຫວຽດນາມ ໃນປັດຈຸບັນກໍ່ແມ່ນທ່າໄດ້ປຽບອັນໃຫຍ່ຫຼວງ ໃນວິວັດການຫັນເປັນດີຈີຕອນ ດ້ວຍຈຳນວນຜູ້ຈົດທະບຽນ ນຳໃຊ້ການບໍລິການອິນເຕີແນັດຄວາມໄວສູງ ເຄື່ອນທີ່/ຄົງທີ່ຢູ່ລະດັບສູງທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໄປຄຽງຄູ່ກັນນັ້ນ, ການກຽມພ້ອມຂອງປະຊາຊົນໃນການຫັນການບໍລິການ 3G ໄປເປັນ 4G ຂອງ ຫວຽດນາມ ກໍ່ນອນໃນກຸ່ມທີ່ມີລະດັບສູງທີ່ສຸດ ເມື່ອທຽບໃສ່ກັບບັນດາປະເທດທີ່ມີລາຍຮັບເທົ່າທຽມກັນ. ໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງພັດທະນາເສດຖະກິດດີຈີຕອນ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົ່ງ ເຊື່ອໝັ້ນວ່າ:

        ປັດຈຸບັນລາຍຮັບຈາກການປ່ຽນແປງໃໝ່ປະດິດຄິດສ້າງກວມເອົາ 9% GDP. ຄາດໝາຍຍຸດທະສາດພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ວາງອອກແມ່ນ ເສດຖະກິດດີຈີຕອນຈະກວມເອົາ 30% GDP. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ແມ່ນຕົວເລກຄາດໝາຍສູງ ແລະ ແຂງແຮງທີ່ສຸດ. ດ້ວຍຄວາມໄວເພີ່ມຂຶ້ນກ່ຽວກັບເງິນລົງທຶນໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງ, ພວກຂ້າພະເຈົ້າຖືວ່າ ຕົວເລກຄາດໝາຍນີ້ແມ່ນສາມາດບັນລຸໄດ້. ກະຊວງແຜນການ ແລະ ການລົງທຶນຈະພ້ອມກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍມາດຕະການເພື່ອຮັບປະກັນເປົ້າໝາຍເສດຖະກິດດີຈີຕອນ ຈະປະກອບສ່ວນ 30% GDP ໃນປີ 2030.”

        ອາດຢັ້ງຢືນໄດ້ວ່າ, ໃນກິດຈະການຫັນພື້ນຖານເສດຖະກິດເປັນດີຈີຕອນ, ຫວຽດນາມ ໄດ້ກໍ່ສ້າງບັນດາພື້ນຖານສຳຄັນ, ໝັ້ນແກ່ນ, ພ້ອມທັງບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນທີ່ເປັນໜ້າຊື່ນຊົມໃນຫຼາຍແງ່ມູມ. ດ້ວຍການກຳນົດທິດຢ່າງຖືກຕ້ອງ ແລະ ການຕັດສິນໃຈຢ່າງແຮງຂອງ ທັງລັດຖະບານ, ປະຊາຄົມວິສາຫະກິດ ແລະ ບັນດາພາກສ່ວນເສດຖະກິດ, ແນ່ນອນວ່າຈະບັນລຸໄດ້ເປົ້າໝາຍຫັນເປັນດີຈີຕອນເວົ້າລວມ, ພັດທະນາເສດຖະກິດດີຈີຕອນເວົ້າສະເພາະໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ