ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອໃຫ້ເສດຖະກິດເຕີບໂຕຢ່າງມີປະສິດທິຜົນ ແລະ ໝັ້ນຄົງ


(vovworld) – ສອງ​ເດືອນ​ຕົ້ນ​ປີ 2015, ຫວຽດນາມ​ ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ທີ່​ຕັ້ງໜ້າ​​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ. ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ຂອງ​ທັງ​ປີ ກໍ່​ຄື​ສ້າງຄວາມ​ສະດວກ​ໃຫ້​ຊຸມ​ປີຕໍ່ໆ​ໄປ, ລັດຖະບານ​ໄດ້​ມອບ​ໜ້າ​ທີ່​ຫຼາຍ​ຢ່າງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ​ທ້ອງ​ຖີ່​ນ​ເພື່ອ​ຜັນ​ຂະຫຍາຍ.

ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອໃຫ້ເສດຖະກິດເຕີບໂຕຢ່າງມີປະສິດທິຜົນ ແລະ ໝັ້ນຄົງ - ảnh 1

ພາບປະກອບ

        ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ ​ແມ່ນ​ບັນດາ​ປັດ​ໃຈ​ຕັດສິນ​ການ​ເຕີບ​ໂຕ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ. ຍ້ອນ​ເຫດ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ, ຕ້ອງ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ຂົງ​ເຂດ​ເຫຼົ່າ​ນັ້ນ.

        ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ

        ​ເລື່ອງ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​, ແມ່ນ​ໜ້າ​ທີ່​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ. ​ເມື່ອ​ທຽບ​ໃສ່​ຄວາມ​ຕ້ອງການ​ທີ່​ວາງ​ອອກ, ພິ​ເສດ​ແມ່ນ​ໃນ​ປະຈຸ​ບັນ, ​ຂະນະ​ທີ່​ລະບອບ​ກົດໝາຍ, ກົນ​ໄກນະ​ໂຍບາຍ, ລະບຽບ​ການ​ດ້ານ​ບໍລິຫານ, ການ​ປະຕິບັດ​ລັດຖະການ ​ຍັງ​ມີ​ສິ່ງ ​ຄົງ​ຄ້າງ​ຫຼາຍ​ຢ່າງ, ​ເລື່ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ຕົ້ນຕໍ ​ເພື່ອ​ປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ ຍາມ​ໃດ​ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຮີບ​ດ່ວນ. ດັ່ງ​ນັ້ນ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ້ອງ​ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາໜ້າ​ທີ່ຈຸດ​ສຸມ, ຕ້ອງ​ປະຕິບັດ​ເປັນ​ປະຈຳ, ຕ້ອງ​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ, ຄາດໝາຍ​ປະຕິ​ຮູບລະອຽດ, ​ເພື່ອ​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍດາຍ ​ແລະ ຫຼຸດຜ່ອນ​ເວລາ​ເຮັດ​ລະບຽບ​ການ​ບໍລິຫານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພາສີ, ອາກອນ, ປະກັນ​ສັງຄົມ, ສ້າງ​ຕັ້ງ​ວິ​ສາ​ຫະກິດ… ​ເລື່ອງ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ບໍ່​ໄດ້​ເວົ້າ​ແບບ​ລ້າໆ, ຫາກ​ຕ້ອງ​​ເຮັດດ້ວຍ​ການ​ກະທຳ​ລະອຽດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ:

        “ຂໍ້ກຳນົດ​ພຽງ​ແຕ່​​ໃນເອກະສານ​ເທົ່າ​ນັ້ນ, ສ່ວນ​ການປະຕິບັດ​ຄື​ແນວ​ໃດ​ໃຫ້​ຖືກຕ້ອງ​ແມ່ນ​ຕ້ອງ​ອີງ​ໃສ່​​ກົງຈັກການຈັດ​ຕັ້ງ, ມະນຸດ. ພວກ​ເຮົາ​ບໍ່​ຮຽກຮ້ອງ​ແບບ​ລວມໆ​ອີກ, ຫາກ​ຕ້ອງ​ສຸມ​ໃສ່​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສະດວກ​ກວ່າ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ“.

        ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​

        ປີ 2015 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ຂອງ​ແຜນການ 5 ປີ, ທັງ​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ວາງ​ອອກ​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ​ໃຫ້​ໄລຍະ​ຕໍ່​ໄປ. ບົນ​ຈິດ​ໃຈ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ຕ້ອງ​ມີ​ການ​ສູ້​ຊົນ, ມານະ​ພະຍາຍາມ​ຢ່າງ​ແຮງ ​ເພື່ອ​ບັນລຸ ​ແລະ ລື່ນ​ກາຍ​ແຜ​ນການ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2015. ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສືບຕໍ່​​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ, ​ເພາະວ່າ​ນີ້​ແມ່ນ​ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ. ​ເລື່ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕ້ອງ​ປະຕິບັດ​ຢ່າງ​ຄົບ​ຊຸດ, ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສຸມ​ໃສ່​ປັບປຸງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ຕາມ​ນັ້ນ​ແລ້ວ, ​ແຕ່​ລະ​ກະຊວງ, ຂະ​ແໜງ​ການຕ້ອງ​ທີ​ການ​ກະທຳ, ມີ​ວຽກ​ງານຢ່າງ​ລະອຽດ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ປັບປຸງສະພາບ ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ. ນີ້​ກໍ່​ແມ່ນ​ມາດ​ຕະການ​ທີ່​ແທດ​ຈິງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຊຸກຍູ້​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

        “ພວກ​ເຮົາ​ຕ້ອງ​ປະຕິບັດ​ຫຼາຍ​ວຽກຢ່າງ​ຄົບ​ຊຸດ, ​ແຕ່​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ປັບປຸງ​ລະບຽບ​ການ​ເສຍ​ອາກອນ, ພາສີ, ປະກັນ​ໄພ, ທີ່​ດິນ, ກໍ່ສ້າງ, ສ້າງ​ຕັ້ງ​ວິ​ສາ​ຫະກິດ, ການ​ລົ້ມ​ລະລາຍ​ຂອງ​ວິ​ສາ​ຫະກິດ. ພວກ​ເຮົາ​ສາມາດ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ, ບໍ່​ອ່ອນ​ດ້ອຍ​ກວ່າ​ບໍ່​ວ່າ​ປະ​ເທດ​ໃດ, ສິ່ງ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ສະດວກ​ຫຼາຍ​ທີ່​ສຸດ​ໃຫ້​​ແກ່ວິ​ສາ​ຫະກິດ“.

       ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈ​ວ່າ: ເລື່ອງ​ຜັນ​ຂະ​ຫຍາຍ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຢ່າງ​ຄົບ​ຊຸດ, ພິ​ເສດ​ແມ່ນ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ຜ່ານ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ຕິດ​ພັນ​ກັບ​ການ​​ຕິດປະ​ກາດ​​ໃນ​ຕະຫຼາດຫຼັກ​ຊັບ, ການສ້າງ​ໂຄງ​ປະ​ກອບ​ທະ​ນາ​ຄານ​ຄືນ​ໃໝ່ນັ້ນ, ແນ່ນອນ​ວ່າ​ຮອດ​ທ້າຍ​ປີນີ້​ໜີ້​ເສຍ​ຈະ​ຫລຸດ​ລົງ​ຕ່ຳ​ກ່​ວາລະ​ດັບ 3% ​ແຕ່​ບໍ່​ນຳ​ໃຊ້​ງົບ​ປະ​ມານ​ແຫ່ງ​ລັດ, ​ພ້ອມ​ທັງສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດມ​ະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັກ​ສາ​ອັດ​ຕາແລກ​ປ່ຽນ​ເງິນ​ຕາ, ກຳ​ໄລ​ເປັ​ນ​ປົກ​ກະ​ຕິ, ຕິດ​ຕາມກວດ​ກາ​ເພື່ອ​ສືບ​ຕໍ່​ຫລຸດ​ຜ່ອນ​ອັດ​ຕາ​​ດອກ​ເບ້ຍ​ໃຫ້ກູ້​ຢືມ ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້ແກ່​ວິ​ສາ​ຫະ​ກິດ, ການ​ຜ​ະ​ລິດ, ດຳ​ເນີ​ນ​ທຸ​ລະ​ກິດ.

        ໄປ​ຄຽງ​ຄູ່​ກັບ​ການ​ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫວຽດ​ນາມ ກໍ່​ຄວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ​້ງ​ແຫ່ງ​ຊາດ​ເພື່ອ​ຮອດ​ທ້າຍ​ປີ 2015, ບັນ​ດາ​​ຄາດ​ໝາຍ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ ບັນ​ລຸ​ໄດ້ ແລະ ​ລື່ນ​ກາຍ​ລະ​ດັບ​ສະ​ເລ່ຍ​ຂອງ​ບັນ​ດາ​ປະ​ເທດ ອາ​ຊ​ຽນ -6 (ເວ​ລາ​ເກັບ​ພາ​ສີ​ອາ​ກອນ​ຍັງ​ເຫຼືອ 121,5 ຊົ່ວ​ໂມງ (ປະ​ຈຸ​ບັນ​ແມ່ນ 247 ຊົ່ວ​ໂມງ), ຈຳ​ນວນ​ວິ​ສາ​ຫະ​ກິດ​ແຈ້ງ​ພາ​ສີ​ເອ​ເລັກ​ໂຕ​ນິກ​ບັນ​ລຸ 95%, ​ເສຍ​ພາ​ສີ ເອ​ເລັກ​ໂຕ​ນິກ​ຢ່າງ​ໜ້ອຍ​ສຸດ​ແມ່​ນ 90%... ​ເວ​ລາສ້າງ​ຕັ້ງ​ວິ​ສາ​ຫະ​ກິດຫຼາຍ​ສຸດ​ແມ່ນ​ 6 ວັນ).

        ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ

        ປີ 2015, ຫວຽດ​ນາມ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ທຸກ​ຂົງ​ເຂດ​ເຊິ່ງ​ຈຸດ​ສຸມ​ແມ່ນ​ເສດ​ຖະ​ກິດ. ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍນ​ີ້​ໃຫ້​ໄດ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ທຸກໆ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ແຜນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ແຕ່​ລະ​ຂະ​ແໜງ​ການ, ແຕ່​ລະ​ຂົງ​ເຂດ, ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ທີ​່​ໄດ້​ຮັບ​ການ​ລົງ​ນາມ ແລະ ໃກ້​ຈະ​ໄດ້​ຮັບ​ການ​ລົງ​ນາມ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ. ໃນ​ວິ​ວັດ​ການນີ້, ເລື່ອງ​ເປີດ​​ຕະຫຼາດ, ແກ້ງ​ແຍ້ງ​ແມ່ນຈຳ​ເປັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊີ້​ແຈ້​ງວ່າ:

        “ພວກ​ເຮົາ​ຕ້ອງ​ໄຈ້​ແຍກ​ຢ່າງ​ລະ​ອຽດ, ຂົງ​ເຂດ​ໃດ​ຕ້ອງ​ເປີດ​ເທື່ອ​ລະ​ກ້າວ​ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ໃໝ່, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ສະ​ມັດ​ຕະ​ພາບ, ກຳ​ລັງ​ແກ້ງ​ແຍ້ງ​ເພື່ອ​ພັດ​ທະ​ນາ​ຕາມ​ເສດ​ຖະ​ກິດ​ກາ​ນ​ຕະຫຼາດ, ປະ​ຈຸ​ບັນ​ພວກ​ເຮົາ​ຕ້ອງ​ແກ້ງ​ແຍ້ງ. ຂ້າ​ພະ​ເຈົ້າ​ເວົ້າ​ວ່ານີ້​ແມ່ນ​ກາ​ນ​ເຊື່ອມ​ໂຍງ​ຕາມ​ວິ​ວັດ​ທະ​ນາ​ການ, ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ຜົນ​ປະ​ໂຫຍດ, ສ່ວນ​ການອາ​ລັກ​ຂາ​​ຝ່າຍດຽວ​​ພຽ​ງ​ແຕ່ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ພວກ​ເຮົາ​ຊັກ​ຊ້າ​​ໄວ້ເທົ່າ​ນັ້ນ”

        ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ປະ​ຕິ​ຮູບ​ການ​ບໍ​ລິ​ຫານ ແລະ ຍົກ​ສູງກ​ຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ​ແມ່ນ​ບັນ​ດາ​ຂົງ​ເຂດ​ມີ​ການ​ພົວ​ພັນໜູນ​ຊ່ວຍ​ກັນ, ຕັດ​ສິນ​ໃຈ​​ເຖິງການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ເລື່ອງ​ລັດ​ຖະ​ບານ ຫວຽດ​ນາມ ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ຂົງ​ເຂດນີ້​​ເປັນ​ຢ່າງ​ດີ ແມ່ນ​ທິດ​ທາງ​ເໝາະ​ສົມ, ປະ​ກອບ​ສ່ວນ​ບັນ​ລຸ​ບັນ​ດາ​ຈຸດ​ໝາຍ, ຄາດ​ໝາຍ, ໜ້າ​ທີ່​​ເຊິ່ງ​ໄດ້ວາງ​ອອກ​ຢ່າງ​ສູງ​ສຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ