ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ໄດ້​ເປັນ​ຢ​່າງ​ດີ ແມ່ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ ການ​ປະ​ຕິ​ບັດ​ສຳ​ເລັດ​ມະ​ຕິ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ

(VOVWORLD) -ໃນວາລະອັດກອງປະຊຸມຄັ້ງທີ 3 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 9 ກໍໍລະກົດ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີບົດກ່າວປາໄສໂດຍສັງເຂບໝາກຜົນຕົ້ນຕໍ ເຊິ່ງກອງປະຊຸມສູນກາງພັກບັນລຸໄດ້ ແລະ ເນັ້ນໜັກເຖິງບາງບັນຫາຕື່ມອີກ ເພື່ອມີຄວາມເປັນເອກະພາບໃນການຊີ້ນຳ, ນຳພາຜັນຂະຫຍາຍປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII. ຕໍ່ໄປນີ້, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເໜີເນື້ອໃນຕົ້ນຕໍຂອງບົດກ່າວປາໄສທີ່ສຳຄັນນີ້.

    ກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມສູນກາງພັກ ໄດ້ເຫັນດີຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນແຫ່ງຊາດ, ການລົງທຶນພາກລັດໄລຍະກາງ 5 ປີ 2016 – 2020 ແລະ ສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 6 ເດືອນຕົ້ນປີ 2021. ພ້ອມກັນນັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກໍໄດ້ໃຫ້ຄຳຊີ້ນຳສ້າງ ຮ່າງແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນແຫ່ງຊາດ ແລະ ການລົງທຶນພາກລັດໄລຍະກາງ 5 ປີ 2021 – 2025 ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ ສະພາແຫ່ງຊາດຊຸດທີ XV ພິຈາລະນາ ແລະ ຕັດສິນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາວ່າ:

ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ໄດ້​ເປັນ​ຢ​່າງ​ດີ ແມ່ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ ການ​ປະ​ຕິ​ບັດ​ສຳ​ເລັດ​ມະ​ຕິ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)

 

“ໃນໄລຍະ 6 ເດືອນຕົ້ນປີ 2021, ຫວຽດນາມ ສືບຕໍ່ຢືດໝັ້ນປະຕິບັດເປົ້າໝາຍ ທັງຂ້ຽວຂາດໃນການປ້ອງກັນ, ຕ້ານໂລກລະບາດ ທັງຍູ້ແຮງການພັດທະນາເສດຖະກິດ - ສັງຄົມ ແລະ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ເປັນຕົ້ນແມ່ນ: ເສດຖະກິດເຕີບໂຕ 5,64%, ສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ເສດຖະກິດມະຫາພາກ, ຕະຫຼາດເງິນຕາ, ເງິນຕາຕ່າງປະເທດເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ; ລາຍຮັບງົບປະມານແຫ່ງລັດບັນລຸກວ່າ 58,2% ເມື່ອທຽບໃສ່ການຄາດຄະເນ, ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ການເຄື່ອນໄຫວລົງທຶນ, ຜະລິດດຳເນີນທຸລະກິດ, ການນຳເຂົ້າ - ສົ່ງອອກສືບຕໍ່ມີທ່າອ່ຽງພັດທະນາ. ຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນຊາວຜູ້ອອກແຮງງານຢູ່ເຂດເກີດໂລກລະບາດ, ເຂດປະສົບກັບຄວາມຫຍຸ້ງຍາກ ກໍສືບຕໍ່ໄດ້ຮັບການດູແລ. ທາດແທ້ອັນດີງາມຂອງລະບອບ ແລະ ນ້ຳໃຈຮັກຊາດ, ຄວາມສາມັກຄີ, ຮັກແພງມະນຸດດ້ວຍກັນຂອງຊາດ ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍ”.

        ເຖິງຢ່າງໃດກໍຕາມ, ສູນກາງກໍໄດ້ເນັ້ນວ່າ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຄວນສືບຕໍ່ມານະພະຍາຍາມສູ້ຊົນໃຫ້ຫຼາຍກວ່າອີກ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ຄົບຖ້ວນ ແລະ ເລິກເຊິ່ງກວ້າງຂວາງ ເພື່ອກໍ່ສ້າງ ແລະ ຈັດຕັ້ງປະຕິບັດບັນດາແຜນການໃໝ່ໃຫ້ເປັນຢ່າງດີທີ່ສຸດ ແລະ ສາມາດປະຕິບັດສຳເລັດເປົ້າໝາຍລວມທີ່ໄດ້ວາງອອກໃຫ້ທັງອາຍຸການໄດ້ຢ່າງມີໄຊ.

ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ໄດ້​ເປັນ​ຢ​່າງ​ດີ ແມ່ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ ການ​ປະ​ຕິ​ບັດ​ສຳ​ເລັດ​ມະ​ຕິ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ - ảnh 2ກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ໃນວັນທີ 8 ກໍລະກົດ (ພາບ: TTXVN)

ກ່ຽວກັບບັນດາກົດລະບຽບ, ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ກອງປະຊູມສູນກາງຄັ້ງນີ້ ໄດ້ປະກອບຄຳເຫັນເພື່ອສ້າງສຳເລັດ ແລະ ຕົກລົງກັນປະກາດໃຊ້ ກົດລະບຽບເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ; ກົດລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກຊຸດທີ XIII; ຂໍ້ກຳນົດກ່ຽວກັບການປະຕິບັດກົດລະບຽບຂອງພັກ ແລະ ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ລົງວິໄນຂອງພັກ ອາຍຸການ ຊຸດທີ XIII. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ບັນດາກົດລະບຽບ, ຂໍ້ກຳນົດໃໝ່ ໄດ້ມີຄວາມໃກ້ຊິດຕິດແທດກັບກົດລະບຽບຂອງພັກ, ສືບທອດໄດ້ບັນດາເນື້ອໃນຫຼັກແຫຼ່ງແກ່ນສານຂອງກົດລະບຽບ, ຂໍ້ກຳນົດຂອງຊຸດກ່ອນໆ; ພ້ອມທັງປັບປຸງເພີ່ມເຕີມບາງເນື້ອໃນໃຫ້ເໝາະສົມກັບສະພາບການຕົວຈິງຂອງ ອາຍຸການຊຸດທີ XIII. ເຖິງວ່າ  ເນື້ອໃນມີການປັບປຸງ, ເພີ່ມເຕີມບໍ່ຫຼາຍກໍຕາມ ແຕ່ກົດລະບຽບເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຊຸດທີ XIII ກໍມີການປັບປຸງເພີ່ມຕີມຫຼາຍເນື້ອໃນສຳຄັນ ເຊິ່ງມີສ່ວນກ່ຽວຂ້ອງເຖິງຄວາມຮັບຜິດຊອບ ແລະ ສິດອຳນາດຂອງຄະນະບໍລິຫານງານສູນກາງພັກ, ຂອງກຳມະການຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ, ຄະນະເລຂາ; ສິດ ແລະ ໜ້າທີ່ຂອງເລຂາທິການໃຫຍ່, ຜູ້ປະຈຳການຄະນະເລຂາ, ຂອງກຳມະການກົມການເມືອງ, ກຳມະການຄະນະເລຂາ ແລະ ກ່ຽວກັບລະບອບນະໂຍບາຍການເຮັດວຽກ, ວິທີການປະຕິບັດງານ ອີກດ້ວຍ.”

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ກົດລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກຊຸດທີ XIII ໄດ້ກຳນົດຢ່າງຈະແຈ້ງກວ່າກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສິດ ແລະ ໜ້າທີ່ຂອງຄະນະກຳມະການສູນກາງພັກ; ຄວາມຮັບຜິດຊອບ, ສິດອຳນາດຂອງສະມາຊິກຄະນະກຳມະການກວດກາສູນກາງພັກ; ຄວາມຮັບຜິດຊອບ, ສິດອຳນາດຂອງຜູ້ປະຈຳການຄະນະກຳມະການ, ຫົວໜ້າ ແລະ ຮອງຫົວໜ້າຄະນະກຳມະການ ແລະ ກ່ຽວກັບສາຍພົວພັນໃນການປະຕິບັດງານກັບບັນດາຄະນະພັກ, ຄະນະສະມາຊິກພັກ, ຄະນະຮັບຜິດຊອບພັກ, ຄະນະຊີ້ນຳຂອງສູນກາງພັກ… ບັນດາເນື້ອໃນໃໝ່ຂອງ ຂໍ້ກຳນົດກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກຄັ້ງນີ້ ກໍລ້ວນແຕ່ສຸມໃສ່ບາງບັນຫາເພື່ອປະຕິບັດວຽກງານສະມາຊິກພັກໃຫ້ດີກວ່າເກົ່າ. ເນື້ອໃນປັບປຸງເພີ່ມເຕີມຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ລົງລະບຽບວິໄນຂອງພັກ ໄດ້ຫັນ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ການລົງວິໄນຂອງພັກເປັນລະບອບລະບຽບການລະອຽດ ແລະ ເພີ່ມເຕີມຫຼາຍຂໍ້ກຳນົດລະອຽດອື່ນໆ ທີ່ກ່ຽວຂ້ອງເຖິງບັນດາບັນຫາທີ່ເກີດຂຶ້ນໃນຕົວຈິງ ທີ່ມີລັກສະນະຄຸນນະທາດ, ທົ່ວໄປ ຫຼື ຍັງບໍ່ພຽງພໍ… ເພື່ອແນໃສ່ເສີມຂະຫຍາຍໃຫ້ຄົບຖ້ວນ, ຖືກຕ້ອງກວ່າ ກ່ຽວກັບພັນທະໜ້າທີ່ຂອງວຽກງານກວດກາ, ຕິດຕາມກວດກາຂອງພັກ.

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ບັນດາເນື້ອໃນເຊິ່ງສູນກາງໄດ້ນຳມາພິຈາລະນະ, ຕັດສິນທີ່ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ແລະ ໄດ້ຮັບຄວາມສົນໃຈເປັນພິເສດຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ຖືນີ້ແມ່ນບາດກ້າວໜຶ່ງທີ່ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດໂດຍໄວ ແລະ ທັນການ. ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສູກາງພັກຄັ້ງນີ້ໄດ້ເປັນຢ່າງດີນັ້ນ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຢ່າງມີໄຊ, ກໍ່ສ້າງພັກ, ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມທີ່ກະຮັດລັດຮັດກຸມ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ