ປະຕິບັດມະຕິສູນກາງພັກຄັ້ງທີ 5: ລັດຖະບານຮ່ວມເດີນທາງກັບຂົງເຂດເອກະຊົນ

(VOVWORLD) - ວັນທີ 31 ກໍລະກົດ, ທີ່ເວທີປາໄສເສດຖະກິດພາກເອກະຊົນປີ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຈລະຈາໂດຍກົງ, ອະພິປາຍບັນດາບັນຫາວິສາຫະກິດທີ່ມີຄວາມສົນໃຈ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍໃຫ້ຂົງເຂດເສດຖະກິດພາກເອກະຊົນພັດທະນາຕາມຈິດໃຈມະຕິ 10 ຂອງກອງປະຊຸມສູນກາງພັກຄັ້ງທີ 5, ຊຸດທີ 12 (ປີ 2017)

ຜູ້ນຳໜ້າລັດຖະບານຍົກອອກບັນດາມາດຕະການແກ້ໄຂ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດຢ່າງເຂັ້ມງວດ.

 ປະຕິບັດມະຕິສູນກາງພັກຄັ້ງທີ 5: ລັດຖະບານຮ່ວມເດີນທາງກັບຂົງເຂດເອກະຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເຂົ້າຮ່ວມ ເວທີປາໄສເສດຖະກິດພາກເອກະຊົນປີ 2017 (ພາບ: TTXVN)

        ມະຕິກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 12 ເຕື້ອງເຖິງການພັດທະນາເສດຖະກິດພາກເອກະຊົນ ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຕະຫລາດ ກຳນົດທິດສັງຄົມນິຍົມ. ມະຕິກຳນົດການພັດທະນາເສດຖະກິດພາກເອກະຊົນປອດໃສ, ມີປະສິດທິຜົນ, ໝັ້ນຄົງ; ເອົາໃຈໃສ່ເປັນພິເສດຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການດຳເນີນທຸລະກິດໃນຂົງເຂດເສດຖະກິດພາກເອກະຊົນ. ສູ້ຊົນເພີ່ມອັດຕາການປະກອບສ່ວນຂອງຂົງເຂດເສດຖະກິດພາກເອກະຊົນເຂົ້າ GDP ເພື່ອຮອດປີ 2020 ບັນລຸໄດ້ປະມານ 50%, ປີ 2025 ປະມານ 55%, ຮອດປີ 2030 ປະມານ 60 – 65%.

ບົດບາດຂອງເສດຖະກິດພາກເອກະຊົນນັບມື້ນັບໃຫຍ່ຫລວງ

        30 ປີແຫ່ງການປ່ຽນແປງໃໝ່, ໜຶ່ງໃນບັນດາຜົນງານສຳຄັນຂອງ ຫວຽດນາມ ແມ່ນສົ່ງເສີມການພັດທະນາເສດຖະກິດພາກເອກະຊົນພາຍໃນປະເທດ. ມີຫລາຍກົນໄກ, ນະໂຍບາຍສ້າງເງື່ອນໄຂສະດວກ, ໜູນຊ່ວຍຂົງເຂດນີ້ໃຫ້ພັດທະນາ ໄດ້ຍົກອອກ, ຊຸກຍູ້ຈິດໃຈດຳເນີນທຸລະກິດຂອງຊາວ ຫວຽດ, ວິສາຫະກິດ ຫວຽດ. ມາຮອດປະຈຸບັນ, ຕ້ອງຢັ້ງຢືນວ່າ, ເສດຖະກິດພາກເອກະຊົນພວມນັບມື້ນັບມີບັນດາການປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາປະເທດຊາດ, ນັບແຕ່ການປະກອບງົບປະມານ, ສ້າງວຽກເຮັດງານທຳຈົນເຖິງການປະກອບສ່ວນແກ້ໄຂບັນດາບັນຫາສັງຄົມ. ຖ້າຫາກຄິດໄລ່ໃນໂຄງປະກອບ GDP, ເສດຖະກິດພາກເອກະຊົນມີການປະກອບສ່ວນສູງກ່ວາໝູ່ ໃນຫລາຍປີຜ່ານມາ. ນັບແຕ່ປີ 2010 ມານີ້, ການປະກອບສ່ວນຂອງຂົງເຂດນີ້ ໃນ GDP ລ້ວນແຕ່ຢູ່ລະດັບສູງກ່ວາ 43%. ອັດຕານີ້ ຢູ່ຂົງເຂດເສດຖະກິດພາກລັດແມ່ນປະມານ 28,9%, ຂົງເຂດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ປະມານ 18%. ຈຳນວນວິສາຫະກິດເອກະຊົນກໍ່ເພີ່ມຂຶ້ນຢ່າງແຮງ. ປີ 2016 ຈຳ ນວນວິສາຫະກິດຈົດທະບຽນໃໝ່ເພີ່ມຂຶ້ນສູງແບບທີ່ບໍ່ເຄີຍມີມາກ່ອນ, ບັນລຸ 110.000 ກ່ວາແຫ່ງ.

        ທີ່ ຫວຽດນາມ, ໄດ້ສ້າງຕັ້ງກຸ່ມບໍລິສັດເສດຖະກິດພາກເອກະຊົນ, ວິສາຫະກິດທີ່ມີຂອບຂະໜາດໃຫຍ່ຈຳນວນໜຶ່ງ, ເຄື່ອນໄຫວໃນບັນດາຂົງເຂດທີ່ຕ້ອງການມີຄວາມສາມາດກ່ຽວກັບທຶນຮອນ ແລະ ເຕັກໂນໂລຊີສູງຄື: ການປຸງແຕ່ງ, ປະດິດສ້າງ, ເອເລັກໂຕນິກ, ບໍລິການການເງິນ - ທະນາຄານ…ຄື: ວີນາມິວ, ກຸ່ມບໍລິສັດ ຮ່ວາຟາດ, ບໍລິສັດຫຸ້ນສ່ວນ FPT…ດັ່ງນັ້ນ, ສາມາດເວົ້າໄດ້ວ່າ ມະຕິ 10-ມຕ/ສກ ໄດ້ຢັ້ງຢືນ ແລະ ຍິ່ງກ່ວານັ້ນ ແມ່ນໄດ້ຍົກລະດັບບົດບາດ, ທີ່ຕັ້ງຂອງຂົງເຂດເສດຖະກິດພາກເອກະຊົນໃນພື້ນຖານເສດຖະກິດ. ຂົງເຂດເອກະຊົນ ແມ່ນລູດກະແຈການເຕີບໂຕຂອງເສດຖະກິດ ຫວຽດນາມ.

ການກະທຳຂອງລັດຖະບານ

        ຈຸດໝາຍເສດຖະກິດພາກເອກະຊົນ ກາຍເປັນກຳລັງແຮງສຳຄັນຂອງພື້ນຖານເສດຖະກິດ ໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມກະທຳຢ່າງໃຫຍ່ຫລວງ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງຕໍ່ເນື່ອງ ຕາມທິດສະເໝີພາບ, ປອດໃສ, ໝັ້ນຄົງ ແລະ ສະໜິດຕິດພັນ, ສ້າງທຸກເງື່ອນໄຂ ເພື່ອໃຫ້ວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດພາກເອກະຊົນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດເລີ່ມດຳເນີນທຸລະກິດພັດທະນາສະດວກສະບາຍ. ໃນໄລຍະຈະມາເຖິງ, ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ລັດຖະບານຈະສືບຕໍ່ຍູ້ແຮງການຫລຸດຜ່ອນລາຍຈ່າຍໃຫ້ວິສາຫະກິດ ເພື່ອເພີ່ມປະສິດທິຜົນແຫ່ງການລົງທຶນຂອງວິສາຫະກິດ.

 ປະຕິບັດມະຕິສູນກາງພັກຄັ້ງທີ 5: ລັດຖະບານຮ່ວມເດີນທາງກັບຂົງເຂດເອກະຊົນ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເຂົ້າຮ່ວມ ເວທີປາໄສເສດຖະກິດພາກເອກະຊົນປີ 2017 (ພາບ: TTXVN) 

“ພວກຂ້າພະເຈົ້າຮັບຮູ້ໄດ້ຢ່າງຈະແຈ້ງວ່າ ຍັງມີຫຼາຍບັນຫາທີ່ອ່ອນດ້ອຍໃນບັນດາຄ່າໃຊ້ຈ່າຍສຳລັບວິສາຫະກິດຄື ຄ່າໃຊ້ຈ່າຍເຊົ່າພື້ນທີ່, ຄ່າດອກເບ້ຍຈາກທະນາຄານ ແລະ ບາງຄ່າໃຊ້ຈ່າຍຢ່າງບໍ່ເປັນທາງການ, ຄ່າໃຊ້ຈ່າຍກ່ຽວກັບຄົມມະນາຄົມ, ພິເສດແມ່ນກ່ຽວກັບຄົມມະນາຄົມຂົນສົ່ງ. ເມື່ອຮັບຮູ້ກ່ຽວກັບບັນຫານີ້, ລັດຖະບານຈະສືບຕໍ່ຊຸກຍູ້ຢ່າງແຂງແຮງກ່ວາເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ນີ້ແມ່ນບັນຫາທີ່ສຳຄັນທີ່ສຸດຊຶ່ງລັດຖະບານໄດ້ເຫັນເພື່ອໃຫ້ບັນດາວິສາຫະກິດລົງທຶນຢ່າງມີປະສິດທິຜົນກ່ວາອີກ.”

    ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ ມະຕິສູນກາງພັກເທື່ອທີ 5 ໄດ້ລົບລ້າງທຸກສິ່ງກີດຂວາງເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງຖືກທິດ, ເພາະສະນັ້ນ, ທຸກສິ່ງທີ່ເອກະຊົນສາມາດເຮັດໄດ້ເປັນຢ່າງດີນັ້ນ, ລັດຈະສ້າງເງື່ອນໄຂໃຫ້ເອກະຊົນເຮັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ :

 “ ໂດຍປະຕິບັດຕາມ ມະຕິສູນກາງພັກເທື່ອທີ 5, ຫວຽດນາມໄດ້ເປີດໂຄງການລົງທຶນໃໝ່ໃຫ້ແກ່ເອກະຊົນໃນທຸກໆຂົງເຂດທີ່ສຳຄັນຊຶ່ງປະເທດຊາດພວມຂາດທຶນ, ພວມຮຽກຮ້ອງພັດທະນາຄື: ໂຮງໝໍ, ໂຮງຮຽນ, ໂຮງານໄຟຟ້າ. ຫວັງວ່າ ບັນດາວິສາຫະກິດຈະຕອບສະໜອງແຜນນະໂຍບາຍນີ້ເພື່ອໃຫ້ເອກະຊົນຫວຽດນາມປະກອບສ່ວນຢ່າງໜ້ອຍສຸດ 50% GDP ແລະ ກ້າວໄປເຖິງ 60% GDP”

     ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີບັນດາກະຊວງ, ຂະແໜງການຂັ້ນສູນກາງທີ່ກ່ຽວຂ້ອງຄວນຮັບຟັງ ແລະ ໂອ້ລົມສົນທະນາເປັນປະຈຳຢູ່ບັນດາເວທີປາໄສກັບບັນດາວິສາຫະກິດພາກເອກະຊົນຫວຽດນາມ; ແກ້ໄຂບັນດາສິ່ງທີ່ຄ້າງຄ່າທີ່ຮີບດ່ວນຢ່າງທັນການ, ມີແຜນການແກ້ໄຂບັນດາບັນຫາຍາວນານ. ບັນດາທ້ອງຖິ່ນຄວນຖອນຄືນບັນດາໂຄງການ, ທີ່ດິນ, ຊັບພະຍາກອນ ແລະ ນັບທັງກົນໄກນະໂຍບາຍສຳລັບບັນດານັກລົງທຶນທີ່ອ່ອນດ້ອຍເພື່ອມອບໃຫ້ບັນດານັກລົງທຶນໃໝ່ທີ່ມີຄວາມສາມາດ, ໝັ້ນໝາຍຍາວນານ ແລະ ຮ່ວມເດີນທາງພ້ອມກັບທ້ອງຖິ່ນ ແລະ ພ້ອມກັບລັດຖະບານ.

     ພ້ອມກັບຄວາມມານະພະຍາຍາມກະທຳຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຍັງຫວັງວ່າ ພາກເອກະຊົນຕ້ອງປ່ຽນແປງໃໝ່, ຍົກສູງຄວາມສາມາດແກ່ງແຍ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ :

    “ ວິສາຫະກິດຄວນມີວິໄສທັດອອກສູ່ໂລກພາຍນອກ, ຈາກນັ້ນເລັ່ງໃສ່ການຜະລິດ ແລະ ເຄື່ອນໄຫວໃນບັນດາຂົງເຂດຊຶ່ງໂລກມີຄວາມຕ້ອງການສູງ ແລະ ເປັນປະຈຳ. ກ້າຫານຮ່ວມມືສາກົນຫຼາຍກ່ວາອີກໃນທຸກດ້ານເຊັ່ນ ຄ້າຂາຍ, ມອບໂອນເຕັກໂນໂລຢີ, ຮ່ວມມືຜະລິດ, ຈຳໜ່າຍຜະລິດຕະພັນອອກສູ່ຕະຫຼາດຕ່າງປະເທດ ”

     ທັດສະນະຮອບດ້ານຂອງພັກ ແລະ ລັດຫວຽດນາມໄດ້ຢືນຢັນວ່າ ເສດຖະກິດພາກເອກະຊົນແມ່ນກຳລັງໜູນທີ່ສຳຄັນຂອງການພັດທະນາເສດຖະກິດ. ເລື່ອງລັດຖະບານໄດ້, ພວມ ແລະ ຈະມີບັນດາການກະທຳລະອຽດເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ເສດຖະກິດພາກເອກະຊົນພັດທະນາຖືກທິດ ແມ່ນບໍ່ພຽງແຕ່ຫັນທັດສະນະດັ່ງກ່າວປະກົດຜົນເປັນຈິງເທົ່ານັ້ນ, ຫາກຍັງສອດຄ່ອງກັບຄວາມຫວັງຂອງບັນດາວິສາຫະກິດສ່ວນຫຼາຍເມື່ອເຂົ້າຮ່ວມເວທີປາໄສ ເສດຖະກິດພາກເອກະຊົນປີ 2017 ອີກດ້ວຍ./. 

ຕອບກັບ

ຂ່າວ/ບົດ​ອື່ນ