ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີເພື່ອໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ

(VOVWORLD) - ໃນຊຸມວັນນີ້, ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມີການຢ້ຽມຢາມ, ມອບຂອງຂວັນຫຼາຍຄັ້ງ ເພື່ອລະດົມກຳລັງໃຈບັນດາກຳລັງປະກອບອາວຸດ; ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ; ສະມາຊິກກຳມະບານ, ພາລະກອນ, ລັດຖະກອນ
ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີເພື່ອໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນປີໃໝ່ພໍ່ແມ່ປະຊາຊົນແຂວງ ກາວບັ່ງ
(ພາບ:VOV)

ເອົາໃຈໃສ່, ເບິ່ງແຍງດູແລ, ຮັບປະກັນໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ ແມ່ນມູນເຊື້ອວັດທະນະທຳຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່ປະຈຳຊາດວຽນມາ. ປີນີ້, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ໜ້າທີ່ນີ້ຈຶ່ງນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ຈັດຕັ້ງປະຕິບັດຈາກການນຳພັກ, ລັດ, ແນວໂຮມປະເທດຊາດ ແລະ ອຳນາດການປົກຄອງທຸກຂັ້ນ.

ໃນຊຸມວັນນີ້, ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມີການຢ້ຽມຢາມ, ມອບຂອງຂວັນຫຼາຍຄັ້ງ ເພື່ອລະດົມກຳລັງໃຈບັນດາກຳລັງປະກອບອາວຸດ; ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ; ສະມາຊິກກຳມະບານ, ພາລະກອນ, ລັດຖະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ກ່ອນວັນເວລາຕ້ອນຮັບບຸນປີໃໝ່ປະຈຳຊາດປີແມວ 2023.

ເອົາໃຈໃສ່, ໜູນຊ່ວຍປະຊາຊົນໄດ້ຕ້ອນຮັບບຸນເຕັດແມ່ນການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ

        ໃນການໄປຢ້ຽມຢາມ, ອວຍພອນບຸນເຕັດປະຊາຊົນບັນດາເຜົ່າຢູ່ແຂວງ ລາວກາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນບໍລິເວນແຂວງ ເອົາໃຈໃສ່, ໜູນຊ່ວຍໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງໃຫ້ເປັນຢ່າງດີ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີນີ້. ໃນຂະນະນັ້ນ, ກ່າວຄຳເຫັນທີ່ການຢ້ຽມຢາມ, ອວຍພອນປີໃໝ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງ ກາວບັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຊີ້ນຳທຸກຂັ້ນ, ທຸກຂະແໜງການ ໃຫ້ກະກຽມ ເງື່ອນໄຂຢ່າງລອບຄອບຖີ່ຖ້ວນ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ປອດໃສ, ປອດໄພ ແລະປະຢັດ:                  

ຂ້າພະເຈົ້າສະເໜີໃຫ້ຄະນະພັກ, ອຳນາດການປົກຄອງມີຫຼາຍຂໍ້ລິເລີ່ມ, ໂຄງການ, ການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ, ໜູນຊ່ວຍ ຄົນທຸກຍາກ, ຜູ້ມີຄຸນງາມຄວາມດີ, ກຳມະກອນ, ບັນດາເປົ້າໝາຍນະໂຍບາຍ ແລະ ອຸປະກະລະສັງຄົມ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ປະກອບສ່ວນນຳເອົາລະດູບານໃໝ່ມາໃຫ້ທຸກໆຄົນ, ທຸກຄອບຄົວ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ

ເມື່ອແບ່ງປັນຄວາມເບີກບານມ່ວນຊື່ນໃນການໄປຢ້ຽມຢາມ, ອວຍພອນປີໃໝ່ ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຫາຍເຢືອງ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄ໊າຍ ໃຫ້ຮູ້ວ່າ: ວຽກງານໜູນຊ່ວຍພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນແມ່ນການເຄື່ອນໄຫວມີຄວາມໝາຍ, ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ປະກອບສ່ວນຮັບປະກັນຊີວິດສັງຄົມ - ເປັນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ:

ເພື່ອກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດດ້ວຍຄວາມເບີກບານມ່ວນຊື່ນ, ປອດໃສ, ປອດໄພ, ປະຢັດ, ຂ້າພະເຈົ້າສະເໜີໃຫ້ຄະນະພັກທຸກຂັ້ນ ກໍ່ຄືອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ ຊາບຊຶມ ແລະ ປະຕິບັດຄົບຖ້ວນ ຄຳສັ່ງເລກທີ 19 ລົງວັນທີ 18/1/2022 ຂອງຄະນະເລຂາ ວ່າດ້ວຍການກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດໃຫ້ມີຄວາມປອດໄພ, ມີປະສິດທິຜົນ, ປະຢັດ ແລະ ສືບຕໍ່ລະດົມແຫຼ່ງກຳລັງ ເພື່ອປະຕິບັດ ວຽກງານຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ຮັບປະກັນໃຫ້ທຸກຄອບຄົວ, ທຸກຄົນລ້ວນແຕ່ມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດ ດ້ວຍຄວາມເບີກບານມ່ວນຊື່ນ

ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີເພື່ອໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ
(ພາບ:TTXVN)

ລາຍການ “ບຸນເຕັດແຫ່ງຄວາມເມດຕາ ລະດູບານໃໝ່ ປີແມວ 2023” ຢູ່ແຂວງ ກຽນຢາງ ໄດ້ຈັດຂຶ້ນແຕ່ວັນທີ 1 – 16 ມັງກອນ; ໃນນັ້ນ ຈຸດສຸມແມ່ນແຕ່ວັນທີ 6 – 15 ມັງກອນ. ສະພາກາແດງທຸກຂັ້ນໃນແຂວງໄດ້ປຸກລະດົມການສະໜັບສະໜູນ ແລະ ມອບຂອງຂວັນ 20.000 ພູດໃຫ້ແກ່ຄົນທຸກຍາກ, ຄອບຄົວໃກ້ຈະທຸກຍາກ, ຄອບຄົວມີຜູ້ຕິດທາດພິດສີສົ້ມ, ຄົນພິການ ຫຼື ຖືກຜົນສະທ້ອນຈາກໄພພິບັດທຳມະຊາດ, ໂລກລະບາດໂຄວິດ - 19. ໃນຂະນະນັ້ນ, ຂະບວນການ “ບຸນເຕັດແຫ່ງຄວາມເມດຕາ ລະດູບານໃໝ່ປີແມວ 2023 ” ຢູ່ແຂວງ ຢາລາຍ ໄດ້ລະດົມທຸກແຫ່ງກຳລັງຈາກປະຊາຄົມເພື່ອຈັດບັນດາຮູບແບບ “ມອບຂອງຂວັນ - ຕ້ອນຮັບບຸນເຕັດດ້ວຍຄວາມຄຶກຄື້ນມ່ວນຊື່ນ” ເພື່ອແນໃສ່ໜູນຊ່ວຍທາງດ້ານວັດຖຸ, ຈິດໃຈໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ຕ້ອນຮັບລະດູບານໃໝ່, ບຸນເຕັດ. ທ່ານ ກາວຊວນນາມ, ຮອງປະທານສະພາກາແດງ ແຂວງ ຢາລາຍ, ໃຫ້ຮູ້ວ່າ:

“ກ່ອນອື່ນໝົດ, ສະພາກາແດງໄດ້ສ້າງແຜນການ ແລະ ຈັດແບ່ງໃຫ້ບັນດາທ້ອງຖິ່ນ, ຫຼັງຈາກນັ້ນແມ່ນຈັດການເຄື່ອນໄຫວ, ລາຍການຕ່າງໆ ເພື່ອຮຽກຮ້ອງຜ່ານຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອປຸກລະດົມ, ຂົນຂວາຍບັນດາອົງການ, ສ່ວນບຸກຄົນ, ບັນດາວິສາຫະກິດປະກອບສ່ວນ ເພື່ອມີຂອງຂວັນມອບໃຫ້ພໍ່ແມ່ປະຊາຊົນ, ປະກອບເປັນຂອງຂວັນໃນໂອກາດບຸນປີໃໝ່ ເພື່ອຊ່ວຍໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ”.

ດ້ວຍທິດນຳທີ່ວ່າ “ບໍ່ປະໃຫ້ປະຊາຊົນຄົນໃດປະສົບກັບຄວາມຫຍຸ້ງຍາກ, ບໍ່ໄດ້ຮັບຄວາມເອົາໃຈໃສ່, ບໍ່ໄດ້ຮັບຂອງຂວັນໃນໂອກາດບຸນປີໃໝ່ປະຈຳຊາດ”, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນຂອງ ຫວຽດນາມ ໄດ້ ແລະ ພວມເອົາໃຈໃສ່ເບິ່ງແຍງດູແລ, ໜູນຊ່ວຍໃຫ້ປະຊາຊົນຢ່າງແທດຈິງ, ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ ແລະ ມູນເຊື້ອເມດຕາປານີຂອງຊາດ ຫວຽດນາມ ໃຫ້ເປັນຢ່າງດີ./.

ຕອບກັບ

ຂ່າວ/ບົດ​ອື່ນ