ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) -ລັດຖະບານ ຫວຽດນາມ ເລີ່ມຕົ້ນປີ 2020 ດ້ວຍຄວາມຕັດສິນໃຈຊຸກຍູ້ການປະຕິຮູບລະບອບລະບຽບການບໍລິຫານທີ່ເປັນໜ້າປະທັບໃຈ, ດ້ວຍບັນດາກົນໄກໃໝ່ ຊຸກຍູ້ການສ້າງໃຫ້ສົມບູນແບບ ແລະ ປະຕິບັດກົດໝາຍ. ການກະທຳນີ້ ຈະສົ່ງຜົນກະທົບຢ່າງແຮງຕໍ່ປະສິດທິຜົນຂອງພື້ນຖານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ.
ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1 (ພາບປະກອບ / chinhphu.vn)

        ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັນມີບົດກ່າວຄຳເຫັນສຳຄັນທີ່ກອງປະຊຸມຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມ 2020 ຂອງລັດຖະບານໃນທ້າຍເດືອນ ທັນວາ 2019, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງການນຳຂັ້ນສູງທີ່ມີຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາປີ 2020. ຫລັງຈາກນັ້ນ, ສ້າງຕັ້ງໜ່ວຍປະຕິບັດງານກວດກາກົດໝາຍຂອງລັດຖະບານ, ໜ່ວຍປະຕິບັດງານໄດ້ຊຸກຍູ້ການປະຕິຮູບລະບອບລະບຽບການ ເຊິ່ງໃກ້ຈະໄດ້ເປີດຕົວ ແລ້ວນັ້ນໄດ້ຮັບຖືວ່າ ແມ່ນບັນດາກົນໄກໃໝ່ ເພື່ອຊຸກຍູ້ການສ້າງໃຫ້ສົມບູນແບບ ແລະ ປະຕິບັດກົດໝາຍຢ່າງມີປະສິດທິຜົນກ່ວາ.

ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງເງື່ອນໄຂໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

       ນັບແຕ່ຕົ້ນປີ 2020, ໜ່ວຍປະຕິບັດງານຂອງທ່ານນາຍົກລັດຖະມົນຕີໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງກ່ຽວກັບການສ້າງເຄື່ອງມື ແລະ ແຜນການຫລຸດຜ່ອນ, ຫັນຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດໄລຍະ 2020 – 2025 ເປັນງ່າຍດາຍ. ຕາມນັ້ນແລ້ວ, ຈະຫລຸດຜ່ອນບັນດາຂໍ້ກຳນົດທີ່ເປັນຮົ້ວກີດຂວາງຕໍ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ, ສະກັດກັ້ນການສ້າງຂໍ້ກຳນົດໃໝ່ ເຊິ່ງເຮັດໃຫ້ເພີ່ມລາຍຈ່າຍ ແລະ ຮົ້ວກີດຂວາງຕໍ່ການເຄື່ອນໄຫວຂອງວິສາຫະກິດຢ່າງທັນທີ. ເປົ້າໝາຍລະອຽດແມ່ນ ຫລຸດຜ່ອນຈຳນວນເອກະສານທີ່ໄດ້ປະກາດໃຊ້ ເຊິ່ງຂຶ້ນກັບສິດອຳນາດຂອງລັດຖະມົນຕີ, ນາຍົກລັດຖະມົນຕີ, ລັດຖະບານລົງຢ່າງໜ້ອຍສຸດແມ່ນ 20%; ຫລຸດຜ່ອນລາຍຈ່າຍທີ່ປະຕິບັດຕາມຂໍ້ກຳນົດກົດໝາຍກ່ຽວກັບການເຄື່ອນໄຫວດຳເນີນທຸລະກິດໃນແຕ່ລະປີລົງຢ່າງໜ້ອຍສຸດແມ່ນ 20% (ນັບແຕ່ປີ 2020 - 2025). ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ:

        “ກົດໝາຍ, ລັດຖະບັນຍັດສະບັບໜຶ່ງ ເມື່ອຈະດັດປັບໜຶ່ງ ຫຼື ສອງດຳລັດນັ້ນ, ບໍ່ຄວນປະໃຫ້ເກີດສະພາບການປະກາດໃຊ້ຫລາຍສະບັບ. ພິເສດແມ່ນ ຕ້ອງຈຳກັດເຖິງບັນຫາປັບປຸງໜຶ່ງ ຫຼື ສອງມາດຕາໃນມະຕິທີ່ເກີດຂຶ້ນໃນເອກະສານ. ພະຍາຍາມໃຫ້ໄດ້ປະກາດໃຊ້ມະຕິ ແລະ ແຜນການນີ້ໃນ ເດືອນ ກຸມພາ 2020.

ປະຕິຮູບລະບອບລະບຽບການທາງດ້ານເສດຖະກິດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາແບບຍືນຍົງ - ảnh 2 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ (ພາບ: Chinhphu.vn)

        ກ່ອນໜ້ານັ້ນ, ປີ 2019, ລັດຖະບານໄດ້ປະກາດບັນດາມະຕິຫົວເລື່ອງສະເພາະຢ່າງຕໍ່ເນື່ອງ ເພືຶ່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຊຸກຍູ້ການພັດທະນາຂອງວິສາຫະກິດ. ລະບົບກົດໝາຍກ່ຽວກັບການດຳເນີນທຸລະກິດຂອງ ຫວຽດນາມ ມີບັນດາບາດກ້າວດີພໍສົມຄວນ ໃນຈິນຕະນາການການຄຸ້ມຄອງ ແລະ ວິທີການສ້າງນະໂຍບາຍ. ຕາມປະຕູຖານຂໍ້ມູນແຫ່ງຊາດກ່ຽວກັບເອກະສານນິຕິກຳແລ້ວ, ໄລ່ຮອດທ້າຍເດືອນ ພະຈິກ ປີ 2019, ມີຄຳສັ່ງແນະນຳໄດ້ຮັບການປະກາດໃຊ້ເກືອບ 270 ສະບັບ, ຕ່ຳກ່ວາເມື່ອທຽບໃສ່ຕົວເລກ 500 – 800 ສະບັບໃນຊຸມປີກ່ອນນັ້ນ. ສຳລັບດຳລັດ, ຫາກໍ່ມີພຽງແຕ່ 91 ສະບັບເທົ່ານັ້ນ ໄດ້ຮັບການປະກາດໃຊ້, ຕ່ຳກ່ວາຕົວເລກ 155 ສະບັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ບັນຫາຕົ້ນຕໍທີ່ຕັດສິນປະສິດທິຜົນຂອງພື້ນຖານເສດຖະກິດ

        ດັດຊະນີກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ (GCI) ຂອງ ຫວຽດນາມ ຢູ່ອັນດັບ 67, ເພີ່ມຂຶ້ນ 10 ຂັ້ນ ແລະ 3,5 ຄະແນນ ໃນປີ 2019. ຫວຽດນາມ ກໍ່ໄດ້ຮັບຮູ້ວ່າ ເປັນປະເທດທີ່ມີຄະແນນເພີ່ມຂຶ້ນຫລາຍທີ່ສຸດໃນໂລກ. ນີ້ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ; ໃນນັ້ນ, ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຫລຸດຜ່ອນຂະແໜງອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂ; ຫລຸດຜ່ອນ ແລະ ຫັນເງື່ອນໄຂການດຳເນີນທຸລະກິດເປັນງ່າຍດາຍໃຫ້ແກ່ວິສາຫະກິດແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດ. ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖືວ່າ:

        “ກຳລັງໜູນການເຕີບໂຕບັນລຸໄວທີ່ສຸດ ແລະ ໄດ້ຕັ້ງຄວາມຫວັງຫລາຍທີ່ສຸດ ຍັງແມ່ນການປ່ຽນແປງກ່ຽວກັບລະບອບລະບຽບການ. ດັ່ງນັ້ນ, ພວກຂ້າພະເຈົ້າຫວັງວ່າ ພັກ ແລະ ລັດ ຈະຍູ້ແຮງກິດຈະການປະຕິຮູບລະບອບລະບຽບການ ແລະ VCCI ຈະສືບຕໍ່ແມ່ນກຳລັງໜູນໃນວິວັດການນີ້. VCCI ໄດ້ຍົກອອກລາຍການຢ່າງຮອບດ້ານ ໃນການສະເໜີດກ່ຽວກັບການແກ້ໄຂບັນດາຈຸດຊ້ຳຊ້ອນກັນກ່ຽວກັບ ກົດໝາຍດຳເນີນທຸລະກິດ ແລະ ຊຸກຍູ້ການປະຕິບັດລາຍການຫລຸດຜ່ອນບັນດາເງື່ອນໄຂດຳເນີນທຸລະກິດ, ລະບຽບການບໍລິຫານກວດກາລົງເລິກຂະແໜງ ກໍ່ຄືບັນດາການປະຕິຮູບອື່ນ ເພື່ອສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດ. ພວກຂ້າພະເຈົ້າຫວັງວ່າ, ບັນດາບາດກ້າວບຸກທະລຸນັ້ນ ຈະຕໍ່ກຳລັງ ແລະ ເປີດຊ່ອງທາງໃຫ້ແກ່ການພັດທະນາຂອງວິສາຫະກິດ.

        ປີ 2020 ສືບຕໍ່ແມ່ນປີທີ່ ຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ໄລຍະການເຕີບໂຕສູງກ່ວາ 7% ຂອງພື້ນຖານເສດຖະກິດ. ສິ່ງນີ້ແມ່ນສຳຄັນທີ່ສຸດສຳລັບເລື່ອງມຸ່ງໄປເຖິງການນຳປະເທດໃຫ້ກາຍເປັນປະເທດພັດທະນາຮຸ່ງເຮືອງເຂັ້ມແຂງຕາມຍຸດທະສາດພັດທະນາເສດຖະກິດຂອງພັກ ແລະ ລັດໄດ້ວາງອອກ ແລະ ບັນດາຄວາມມານະພະຍາຍາມກ່ຽວກັບການປະຕິຮູບລະບອບລະບຽບການນັ້ນ ໄດ້ຖືວ່າ ແມ່ນປັດໄຈສຳຄັນ, ປະກອບສ່ວນເພື່ອໃຫ້ ຫວຽດນາມ ປະຕິບັດເປົ້າໝາຍພັດທະນາປະເທດຊາດໃຫ້ສຳເລັດຜົນ ./.

ຕອບກັບ

ຂ່າວ/ບົດ​ອື່ນ