ປະ​ທານ​ປະ​ເທດ ຈີນ ຢ້ຽ​ມ​ຢາມ ອາ​ຣັບ​ບີ ຊະ​ອຸ​ດິ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ

(VOVWORLD) -ຕາມແຜນການ, ວັນທີ 7 ທັນວາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເລີ່ມດຳເນີນການຢ້ຽມຢາມ ອາຣັບບີ ຊະອຸດິ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີນ - ອາຣັບ. ການຢ້ຽມຢາມຄັ້ງນີ້ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງສາກົນເປັນຈຳນວນຫຼວງຫຼາຍ ບໍ່ພຽງແຕ່ຍ້ອນເຫດການດັ່ງກ່າວດຳເນີນໃນສະພາບການພິເສດເທົ່ານັ້ນ, ຫາກຍັງຍ້ອນທີ່ຕັ້ງບົດບາດຂອງ ຈີນ ແລະ ບັນດາປະເທດ ອາຣັບ ທີ່ນັບມື້ນັບສູງຂຶ້ນບົນເວທີສາກົນອີກດ້ວຍ.
ຕາມບັນດານັກໄຈ້ແຍກສາກົນແລ້ວ, ເລື່ອງສື່ມວນຊົນ ແລະ ຫາງສຽງມີຄວາມສົນໃຈຢ່າງໃຫຍ່ຫຼວງຕໍ່ການຢ້ຽມຢາມ ອາຣັບບີ ຊະອຸດິ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ພາຍຫຼັງໄລຍະເວລາເກືອບ 7 ປີ ແມ່ນສິ່ງທີ່ເຂົ້າໃຈໄດ້ງ່າຍ, ນັບທັງກ່ຽວກັບສະພາບການ ແລະ ທີ່ຕັ້ງບົດບາດຂອງບັນດາຝ່າຍທີ່ກ່ຽວຂ້ອງບົນເວທີສາກົນ ພ້ອມດ້ວຍຄວາມສາມາດສົ່ງຜົນກະທົບຕໍ່ສະພາບການລວມຂອງການຮ່ວມມືເສດຖະກິດສາກົນ ແລະ ຫຼາຍກວ່ານີ້ອີກດ້ວຍ.
ປະ​ທານ​ປະ​ເທດ ຈີນ ຢ້ຽ​ມ​ຢາມ ອາ​ຣັບ​ບີ ຊະ​ອຸ​ດິ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ກະສັດ ອາຣັບບີ ຊະອຸດິ Arabia Salman (ພາບ:fortune.com) 

ການຢັ້ງຢືນ ແລະ ເພີ່ມທະວີການຮ່ວມມືລະຫວ່າງ ຈີນ ກັບໂລກ ອາຣັບ

        ກ່ອນດຳເນີນການຢ້ຽມຢາມ 2 - 3 ວັນ, ກະຊວງການຕ່າງປະເທດ ຈີນ ປະກາດບົດລາຍງານກ່ຽວກັບການຮ່ວມມືລະຫວ່າງ ຈີນ ກັບ ບັນດາປະເທດ ອາຣັບ ໃນສັງກາດໃໝ່, ໃນນັ້ນ ໄດ້ຍົກອອກບັນດາແງ່ຫວັງ ແລະ ທິດທາງໃນການສ້າງປະຊາຄົມລວມໃນອະນາຄົດລະຫວ່າງ ຈີນ ກັບບັນດາປະເທດ ອາຣັບ. ບົດລາຍງານດັ່ງກ່າວກໍໄດ້ຢັ້ງຢືນສາຍພົວພັນລະຫວ່າງ ຈີນ ກັບບັນດາປະເທດ ອາຣັບ ໄດ້ຮັບການເພີ່ມພູນຄູນສ້າງຕາມການເວລາ ແລະ ປະຫວັດສາດພົວພັນແລກປ່ຽນແຕ່ດົນນານ ລະຫວ່າງສອງຝ່າຍ, ເຊິ່ງໄດ້ກາຍເປັນຕົວແບບສຳລັບການພົວພັນມິດຕະພາບລະຫວ່າງບັນດາປະເທດ. ແຕ່ດົນນານມາແລ້ວ, ຈີນ ໄດ້ຖືວ່າ ບັນດາປະເທດ ອາຣັບ ແມ່ນຄູ່ຮ່ວມມືຍຸດທະສາດໃນການມຸ່ງໄປເຖິງການພັດທະນາສັນຕິພາບ, ຮ່ວມມືເປີດກວ້າງກັບບັນດາປະເທດພວມພັດທະນາ ແລະ ສ້າງປະຊາຄົມມີອະນາຄົດຮ່ວມໃຫ້ແກ່ມະນຸດ. ສຳລັບກອງປະຊຸມສຸດຍອດ ຈີນ - ອາຣັບ ທີ່ຈະມາເຖິງ, ຈີນ ໄດ້ຖືວ່າ ນັ້ນແມ່ນໂອກາດເພື່ອຊຸກຍູ້ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດກັບບັນດາປະເທດ ອາຣັບ.

        ກ່ອນໜ້ານັ້ນ, ເມື່ອແບ່ງປັນຢູ່ນອກກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ COP27 ທີ່ໄດ້ດຳເນີນຢູ່ ອີຢິບ ໃນເດືອນ ພະຈິກ ຜ່ານມາ, ທ່ານ Adel Al – Jubeir ລັດຖະມົນຕີ ຮັບຜິດຊອບວຽກງານພົວພັນຕ່າງປະເທດ ຂອງ ອາຣັບບີ ຊະອຸດິ ໃຫ້ຮູ້ວ່າ ການເພີ່ມທະວີການພົວພັນທາງດ້ານການຄ້າ ແລະ ຄວາມໝັ້ນຄົງຂອງພາກພື້ນ ແມ່ນບັນຫາບຸລິມະສິດໃນການຢ້ຽມຢາມ ອາຣັບບີ ຊະອຸດິ ຄັ້ງຈະມາເຖິງຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ. ຕາມນັ້ນແລ້ວ, ນອກຈາກຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໂລກແລ້ວ, ສອງຝ່າຍ ໄດ້ໃຫ້ບຸລິມະສິດໃນການຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີ Adel Al – Jubeir ຢັ້ງຢືນວ່າ: “ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ອາຣັບບີ ຊະອຸດິ. ພວກຂ້າພະເຈົ້າ ໄດ້ລົງທຶນບັນດາບ້ວງເງິນໃຫຍ່ຢູ່ ຈີນ ແລະ ຈີນ ກໍມີບ້ວງເງິນລົງທຶນໃຫຍ່ຢູ່ ອາຣັບບີ ຊະອຸດິ.”

        ຫວ່າງມໍ່ໆມານີ້, ມີແຫຼ່ງຂ່າວສາກົນຈຳນວນໜຶ່ງ ໄດ້ຄັດສະເໜີຄຳເຫັນຂອງນັກທູດ ອາຣັບບີ ຊະອຸດິ ໂດຍໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ, ຄະນະຜູ້ແທນ ຈີນ ຈະລົງນາມໃນຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳຫຼາຍສະບັບກັບບັນດາປະເທດເຂດອ່າວ ເປີເຊຍ ແລະ ບັນດາປະເທດ ອາຣັບ ອື່ນໆ ໃນຂົງເຂດພະລັງງານ, ຄວາມໝັ້ນຄົງ ແລະ ການຮ່ວມມື.

        ແງ່ຫວັງ ແລະ ຜົນສະທ້ອນ

        ຕາມບາງແຫຼ່ງຂໍ້ມູນສາກົນທີ່ໄດ້ປະກາດໃນເດືອນ ຕຸລາ 2022 ຜ່ານມາ, ອາຣັບບີ ຊະອຸດິ ໄດ້ລື່ນກາຍ ລັດເຊຍ ແລ້ວກາຍເປັນປະເທດສະໜອງນ້ຳມັນດິບໃຫຍ່ທີ່ສຸດຂອງ ຈີນ. ໃນຂະນະນັ້ນ, ມີບາງແຫຼ່ງຂ່າວແຕ່ເດືອນ ມີນາ ໃຫ້ຮູ້ວ່າ, ຈີນ ແລະ ອາຣັບບີ ຊະອຸດິ ໄດ້ເລີ່ມດຳເນີນການປຶກສາຫາຫລືຄັ້ງຕ່າງໆຄືນໃໝ່ກ່ຽວກັບການນຳໃຊ້ສະກຸນເງິນ ຢວນ ໃນຂໍ້ຕົກລົງສະບັບຕ່າງໆກ່ຽວກັບນ້ຳມັນບໍ່. ສຳນັກຂ່າວສານ Bloomberg (ອາເມລິກາ) ໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນຫົວຂໍ້ເຊິ່ງ ຈີນ ແລະ ອາຣັບບີ ຊະອຸດິ ໄດ້ນຳມາປຶກສາຫາລືໃນ 6 ປີ ຜ່ານມາ. ຖ້າຫາກວ່າ ປະສົບຜົນສຳເລັດ, ນັ້ນຈະແມ່ນການປ່ຽນແປງທີ່ເປັນປະໂຫຍດໃຫ້ແກ່ທີ່ຕັ້ງຂອງສະກຸນເງິນ ຢວນ ໃນການຊຳລະສາກົນ. ມີນັກໄຈ້ແຍກສາກົນຫຼາຍທ່ານ ມີທັດສະນະລວມ ໂດຍຖືວ່າ: ການຢ້ຽມຢາມ ອາຣັບບີ ຊະອຸດິ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ຈີນ - ອາຣັບ ໃນຄັ້ງນີ້ຂອງ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະປະກອບສ່ວນເຂົ້າໃນການປັບປຸງທີ່ຕັ້ງບົດບາດຂອງ ຈີນ ບົນເວທີສາກົນ ໃນຫຼາຍແງ່ມູມ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ ແລະ ການເງິນ. ສ່ວນ ອາຣັບບີ ຊະອຸດິ, ປະເທດມະຫາອຳນາດຂອງພາກພື້ນ ຕາເວັນອອກກາງ ນີ້ ໄດ້ເພີ່ມການສະໜັບສະໜູນດ້ານການເມືອງ ພ້ອມດ້ວຍຂໍ້ຕົກລົງຮ່ວມມືສຳຄັນຕື່ມອີກ ກັບພື້ນຖານເສດຖະກິດດີຈີຕອນອັນດັບ 2 ຂອງໂລກ. ສິ່ງເຫຼົ່ານັ້ນ ໄດ້ຊ່ວຍໃຫ້ປະເທດ ອາຣັບ ມີກຳລັງໜູນ ແລະ ຄວາມໝັ້ນໃຈຕື່ມອີກຕໍ່ນະໂຍບາຍພັດທະນາ, ໂດຍສະເພາະແມ່ນະໂຍບາຍກ່ຽວກັບນ້ຳມັນບໍ່, ເຊິ່ງໄດ້ຮັບຖືວ່າແມ່ນທ່າແຮງຂອງ ອາຣັບບີ ຊະອຸດິ ແລະ ພວມສົ່ງຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງເຖິງພື້ນຖານເສດຖະກິດໂລກ. ໂດຍລວມແລ້ວ, ບັນດາການຜັນແປນີ້ ແມ່ນມີຜົນປະໂຫຍດຕໍ່ການຄ້າເສລີ ກໍຄື ທ່າອ່ຽງຮ່ວມມືສາກົນ, ປະກອບສ່ວນເຂົ້າໃນການປັບປຸງລັດທິຫຼາຍຝ່າຍ ເຊິ່ງສ່ວນໃຫຍ່ປະເທດໃນໂລກພວມກ້າວເດີນຕາມ./.

ຕອບກັບ

ຂ່າວ/ບົດ​ອື່ນ